ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ລັດ​ຖະ​ບານ ຊິມ​ບັບ​ເວ ຈະ​ໃຫ້​ທຶນ ເພື່ອ​ຕໍ່​ສູ້​ກັບ ​ໂຣກ​ອະ​ຫິ​ວາ​ ໃນ​ນະ​ຄອນຫຼວງ ຮາ​ຣາ​ເຣ


ປະ​ທາ​ນາ​ທິ​ບໍ​ດີ ຊິ​ມ​ບັບ​ເວ ທ່ານ ເອັມ​ເມີ​ສັນ ເອັມ​ນັນ​ກາກວາ (Emmerson Mnangagwa) ລົມ​ກັບ​ນຶ່ງ​ໃນ​ຜູ້​ເປັນ​ໂຣກ​ອະ​ຫິ​ວາ. 19 ກັນ​ຍາ 2018. (C. Mavhunga/VOA)
ປະ​ທາ​ນາ​ທິ​ບໍ​ດີ ຊິ​ມ​ບັບ​ເວ ທ່ານ ເອັມ​ເມີ​ສັນ ເອັມ​ນັນ​ກາກວາ (Emmerson Mnangagwa) ລົມ​ກັບ​ນຶ່ງ​ໃນ​ຜູ້​ເປັນ​ໂຣກ​ອະ​ຫິ​ວາ. 19 ກັນ​ຍາ 2018. (C. Mavhunga/VOA)

ປະ​ທາ​ນາ​ທິ​ບໍ​ດີຂ​ອງ​ປະ​ເທດ ຊິມ​ບັບ​ເວ, ທ່ານ ເອັມ​ເມີ​ສັນ ເອັມ​ນັນ​ກາກວາ, ກ່າວ​ວ່າ
ລັດຖະບານຂອງທ່ານ ຈະຊ່ວຍເຫຼືອເຂດເທດສະບານທັງຫຼາຍ ທີ່ກຳລັງພົບຄວາມ
ຫຍຸ້ງຍາກ ໃນການຕໍ່ສູ້ກັບການແຜ່ລະບາດຂອງໂຣກອະຫິວາ ທີ່ໄດ້ສັງຫານປະຊາຊົນ
32 ຄົນ ແລະ ຕິດເຊື້ອຫຼາຍກວ່າ 3,000 ຄົນໃນລະຫວ່າງສາມອາທິດຜ່ານມານີ້. ໂຄ
ລຳບັສ ມາວຸງກາ ສົ່ງລາຍງານເພີ່ມເຕີມມາ ວີໂອເອ ຈາກນະຄອນຫຼວງ ຮາຣາເຣ, ເຊິ່ງ
ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຫຼັງ​ຈາກ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຈຸດ​ສູນ​ກາງ​ຂອງ​ການ​ແຜ່​ລະ​ບາ​ດ​ຂອງ​ໂຣກ​ອະ​ຫິ​ວາ​
ໃນນະຄອນຫຼວງ ຮາຣາເຣ ແລ້ວ, ປະທານາທິບໍດີ ເອັມເມີສັນ ເອັມນັນກາກວາ ກໍໄດ້
ປະຕິຍານວ່າ ຈະຊ່ວຍເຫຼືອສະພາເມືອງ ຮາຣາເຣ ດ້ານການເງິນ ແລະ ໄດ້ຮຽກຮ້ອງ
ໃຫ້ບໍລິສັດໃຫຍ່ໆ ບໍລິຈາກເງິນ ເພື່ອຊ່ວຍເຫຼືອ ໃນການຕໍ່ສູ້ ກັບການແຜ່ລະບາດຂອງ
ໂຣກດັ່ງກ່າວ.

ທ່ານ ເອັມ​ນັນ​ກາກວາ ກ່າວ​ວ່າ “ພວກ​ເຮົາ​ກຳ​ລັງ​ຫາ​ເງິນ, ເຊິ່ງ​ພວກ​ເຮົາໄດ້​ຮັບ​ມາທຸກໆ​
ມື້, ສະນັ້ນພວກເຮົາຈຶ່ງໄດ້ສ້ອມແປງທໍ່ນ້ຳທີ່ແຕກຢູ່ບໍລິສັດນ້ຳປະປາ ມໍຕັນ ເຈັຟຟຣີ
(Morton Jeffrey) ແລະ ເມືອງທີ່ເປັນສູນກາງທຸລະກິດ, ພ້ອມກັບເຂດຊານເມືອງ.
ພວກເຮົາຖືກບອກວ່າ ທໍ່ນໍ້າພວກນີ້ແມ່ນເກົ່າ ແລະ ຈະແຕກໃນເວລາໃດກໍໄດ້, ສະນັ້ນ
ພວກເຮົາຈຶ່ງໄດ້ພົບຜູ້ຫວັງດີ ຜູ້ທີ່ກຳລັງຊ່ວຍເຫຼືອພວກເຮົາ. ພວກເຮົາຈະສືບຕໍ່ສະໜັບ
ສະໜູນສະພາເມືອງ ຮາຣາເຣ ໃນໂຄງການຂອງເຂົາເຈົ້າ ທີ່ມີຈຸດປະສົງຢາກເຮັດໃຫ້ນະຄອນຫຼວງ ຮາຣາເຣ ປາສະຈາກເຊື້ອໂຣກ, ເພາະວ່າສະພາດັ່ງກ່າວ ບໍ່ມີກຳລັງພຽງ
ພໍ ທີ່ຈະເຮັດວຽກທັງໝົດນັ້ນໄດ້ແຕ່ຜູ້ດຽວ.”

ຢູ່​ໃກ້​ຄຽງ​ນັ້ນ ແມ່ນ​ທ່ານ ເດ​ວິດ ໂຊ​ນີ​ວາ (David Shonhiwa), ພໍ່​ຄ້າ​ໃນ​ເມືອງ ເກ​ລັນ
ວີວ (Glen View), ສູນກາງຈຸດແຜ່ລະບາດຂອງໂຣກອະຫິວາ ໃນເຂດຊານເມືອງຂອງນະຄອນຫຼວງ ຮາຣາເຣ, ທ່ານໄດ້ເວົ້າວ່າ ມັນໄດ້ມີການປັບປຸງດ້ານສຸຂະອະນາໄມ ຢູ່ໃນ
ພື້ນທີ່ ນັບຕັ້ງແຕ່ໄດ້ມີການກວດພົບໂຣກອະຫິວາ, ແຕ່ການປັບປຸງຫຼາຍ ກວ່ານີ້ ແມ່ນຍັງ
ມີຄວາມຕ້ອງການຢູ່.

ທ່ານ ​ໂຊນີວາ ກ່າວ​ວ່າ “ສະ​ຖະ​ນະ​ການ​ແມ່ນ​ດີ​ຂຶ້ນ​ແລ້ວ ​ໃນ​ຕອນນີ້. ພວກ​ເຮົາ​ໄດ້​ຮັບ​
ນ້ຳທີ່ສະອາດ ແລະ ພວກເຮົາກໍໄດ້ຮັບຄຸໃສ່ນ້ຳມາຫຼາຍໜ່ວຍ, ແຕ່ມັນຍັງມີຄວາມເປັນ
ໄປບໍ່ໄດ້ ທີ່ທຸກຄົນຈະໄດ້ຮັບສິ່ງຂອງຕ່າງໆ ເພາະວ່າມັນຍັງມີຄວາມຫຍຸ້ງຍາກໃນຫຼາຍ
ດ້ານ ເຊິ່ງຄົນອື່ນໆກຳລັງປະເຊີນໜ້າກັບມັນ.”

ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ໂຄ​ສົກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປະ​ເທດ ຊິມ​ບັບ​ເວ,
ທ່ານ ຊີຣັກ ເກເບຣຮີວົດ (Sirak Gebrehiwot), ໄດ້ກ່າວວ່າ ກອງທຶນຕອບສະໜອງ
ພາວະສຸກເສີນຂອງອົງການສະຫະປະຊາຊາດ ອາດຖືກປະກາດໃຊ້ ໃນຂະນະທີ່ການ
ແຜ່ລະບາດຂອງໂຣກອະຫິວາ ໄດ້ລາມໄປຫາພາກສ່ວນອື່ນໆຂອງປະເທດ.

ທ່ານ ຊີ​ຣັກ ກ່າວ​ວ່າ “ຍ້ອນ​ການ​ຂໍ​ຮ້ອງ ​ທີ່​ຖືກ​ປະ​ກາດ​ ໂດຍ​ລັດ​ຖະ​ບານ ຊິມ​ບັບ​ເວ
ເພື່ອຕອບໂຕ້ໂຣກອະຫິວານັ້ນ, ອົງການສະຫະປະຊາຊາດຈຶ່ງໄດ້ຂະຫຍາຍການສະໜັບ
ສະໜູນຂອງເຂົາເຈົ້າອອກໄປ. ຫ້ອງການບັນຫາມະນຸດສະທຳອົງການສະຫະປະຊາ
ຊາດປະຈໍາພາກພື້ນ ໄດ້ສົ່ງຜູ້ຊ່ຽວຊານ ໄພສຸກເສີນດ້ານມະນຸດສະທຳ ຂອງອົງການສະ
ຫະປະຊາຊາດ 3 ຄົນໄປຮ່ວມໃນການຕອບສະໜອງທີ່ກຳລັງດຳເນີນຢູ່ແລ້ວ. ນີ້ບໍ່ໄດ້
ລວມກັບເພື່ອນຮ່ວມງານຂອງພວກເຮົາຈາກອົງການ UNICEF ກັບອົງການ WHO,
ຜູ້ທີ່ໄດ້ເຂົ້າປະຕິບັດງານຢູ່ພື້ນທີ່ແລ້ວ ໃນການຕອບສະໜອງໄພສຸກເສີນນີ້.”

ໃນ​ປີ 2008-2009, ການ​ແຜ່​ລະ​ບາດ​ຂອງ​ໂຣກ​ອະ​ຫິ​ວາ ໄດ້ເຮັດ​ໃຫ້​ປະ​ຊາ​ຊົນ​ເກືອບ
5,000 ຄົນເສຍຊີວິດ. ມັນໄດ້ຍຸຕິລົງ ຫຼັງຈາກອົງການຈັດຕັ້ງສາກົນເຊັ່ນອົງການ
USAID, ແພດໝໍບໍ່ມີພົມແດນ, ສະພາກາແດງ ແລະ ອົງການຕ່າງໆຂອງສະຫະປະຊາ
ຊາດຄື ອົງການ UNICEF, ອົງການອະນາໄມໂລກ ທີ່ໄດ້ສະໜອງຢາ ແລະ ເຄມີບຳ
ບັດນ້ຳໃຫ້.

ອ່າ​ນ​ລາຍ​ງານນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG