ຄົນເຂົ້າເມືອງທີ່ຖືກກັກຂັງຢູ່ໃນສະຫະລັດ ມີຈຳນວນເພີ້ມຂຶ້ນເລື້ອຍໆ ແລະພວກເຂົາ
ເຈົ້າກໍຖືກຂັງເປັນໄລຍະຍາວກວ່າເກົ່າ ໂດຍປາດສະຈາກການໄດ້ຮັບການປົກປ້ອງ
ທາງກົດໝາຍ ໃນລາຄາທີ່ສາມາດຈ່າຍໄດ້ ສຳລັບພວກອາດຊະຍາກອນ. ສະພາບການ
ດັ່ງກ່າວນີ້ ແມ່ນການຄົ້ນພົບຂອງລາຍງານເມື່ອມໍ່ໆມານີ້ຂອງກຸ່ມສະໜັບສະໜຸນການໃຫ້
ມີຄົນເຂົ້າເມືອງ. ດັ່ງໄບຣເອິນ ແພັດເດນ (Brian Padden), ນັກຂ່າວວີໂອເອ ລາຍງານ
ມາວ່າ ການດຳເນີນຄວາມພະຍາຍາມກັກຂັງຄົນເຂົ້າເມືອງ ໄດ້ຖືກຂະຫຍາຍໃຫ້ກວ້າງ
ອອກໄປອີກຢູ່ພາຍໃຕ້ລັດຖະບານຂອງປະທານາທິບໍດີດໍໂນລ ທຣຳ, ຊຶ່ງເຮັດໃຫ້ກຸ່ມສິດ
ທິມະນຸດມີຄວາມເປັນຫ່ວງເພີ້ມຂຶ້ນ. ບົວສະຫວັນ ຈະນຳມີລາຍລະອຽດກ່ຽວກັບເລື້ອງນີ້
ມາສະເໜີທ່ານໃນອັນດັບຕໍ່ໄປ.
ຢູ່ໃນສອງທົດສະວັດທີ່ຜ່ານມານີ້, ຈຳນວນສະເລ່ຍຂອງຄົນເຂົ້າເມືອງທີ່ຖືກກັກຂັງປະຈຳ
ວັນແມ່ນເພີ້ມຂຶ້ນຈາກໜ້ອຍກວ່າ 7,000 ຄົນ ໃນປີ 1994 ມາເປັນຫລາຍກວ່າ 44,000
ຄົນຕໍ່ວັນໃນປີນີ້.
ນະໂຍບາຍດ້ານຄົນເຂົ້າເມືອງທີ່ຍຶດໝັ້ນໃນຫລັກການເຄັ່ງຄັດຂອງລັດຖະບານທ່ານທຣຳ
ໄດ້ເຮັດໃຫ້ມີທ່າອ່ຽງນີ້ເພີ້ມຂຶ້ນວ່ອງໄວກວ່າເກົ່າ.
ທ່ານນາງ ເຄີສທ໌ເຈນ ນີລສັນ (Kirstjen Nielsen), ລັດຖະມົນຕີກະຊວງຮັກສາຄວາມ
ປອດໄພພາຍໃນ, ໄດ້ປົກປ້ອງນະໂຍບາຍດ້ານຄົນເຂົ້າເມືອງແບບລົງໂທດຂອງລັດຖະ
ບານດັ່ງກ່າວໂດຍການໃຫ້ສັນຍາວ່າ ຜູ້ໃດກໍຕາມທີ່ເຂົ້າມາໃນປະເທດຢ່າງຜິດກົດໝາຍ
ແມ່ນຈະຖືກກັກຂັງ, ດຳເນີນຄະດີ ແລະສົ່ງກັບຄືນປະເທດຂອງເຂົາເຈົ້າ.
ທ່ານນາງກ່າວດັ່ງນີ້ "ການຢາກມີວຽກເຮັດງານທຳບໍ່ສາມາດໃຊ້ເປັນເຫດຜົນເພື່ອຈະຂໍ
ລີ້ໄພໄດ້ ຢູ່ພາຍໃຕ້ກົດໝາຍສະຫະລັດ."
ແຕ່ວ່າ ສະພາດ້ານຄົນເຂົ້າເມືອງຂອງອາເມຣິກັນ ຊຶ່ງເປັນກຸ່ມສະໜັບສະໜຸນຄົນເຂົ້າເມືອງ
ອິດສະຫລະເວົ້າວ່າ ນະໂຍບາຍເຫລົ່ານີ້ ໄດ້ເຮັດໃຫ້ການລະເມີດສິດທິມະນຸດມີເພີ້ມຂຶ້ນຍ້ອນມີການບັງຄັບໃຫ້ຄອບຄົວພັດພາກຈາກກັນ, ສະພາບການກັກຂັງຄົນຢ່າງຂາດມະນຸດສະທຳ
ແລະການຂາດຊ່ອງທາງເຂົ້າເຖິງການປຶກສາທາງກົດໝາຍ.
ທ່ານນາງ ແຄດທຣິນ ເຊັບເຟີດ (Kathryn Shepherd) ຈາກສະພາດ້ານຄົນເຂົ້າເມືອງ
ຂອງອາເມຣິກັນ ເວົ້າວ່າ
"ພວກເຮົາເວົ້າເຖິງສິດທິມະນຸດແບບພື້ນຖານ ແລະພຽງແຕ່ການປົກປ້ອງທາງກົດ
ໝາຍໃນລະດັບຕ່ຳສຸດ ທີ່ໃຜໆກໍຕາມທີ່ຖືກຄຸມຂັງ ຕ້ອງໄດ້ຮັບເທົ່ານັ້ນ."
ໃນຕອນຕົ້ນໆປີນີ້, ນະໂຍບາຍ “ບໍ່ມີການຜ່ອນຜັນ ຫລື Zero Tolerance" ຂອງປະທາ
ນາທິບໍດີທຣຳ ແມ່ນກ່າວຫາທຸກຄົນທີ່ຂ້າມຊາຍແດນມາຢ່າງຜິດກົດໝາຍ ວ່າເປັນອາດ
ຊະຍາກອນ, ຊຶ່ງພາໃຫ້ເດັກນ້ອຍພັດພາກຈາກພໍ່ແມ່ຂອງພວກເຂົາ. ທ່ານ ທຣຳ ໄດ້ຍຸຕິ
ນະໂຍບາຍນັ້ນໄວ້ ພາຍຫລັງທີ່ປະຊາຊົນພາກັນຮ້ອງໂຮຂຶ້ນຢ່າງແຮງ.
ໃນອະດີດຜ່ານມາ, ພວກຂໍລີ້ໄພ ແມ່ນຖືກອະນຸຍາດໃຫ້ກັບຄືນໄປຢູ່ກັບຊຸມຊົນ ໃນທ້ອງ
ຖິ່ນຂອງເຂົາເຈົ້າ ເພື່ອລໍຖ້າມື້ຂຶ້ນສານຂອງພວກເຂົາເຈົ້າ. ແຕ່ວ່າ ລັດຖະບານຂອງທ່ານ
ທຣຳ ໄດ້ເຄື່ອນໄຫວເພີ້ມຂຶ້ນນັບມື້ ເພື່ອບັງຄັບໃຫ້ພວກເຂົາເຈົ້າ ຢູ່ໃນບ່ອນຄຸມຂັງຈົນ
ກວ່າວ່າ ຄະດີຂອງພວກເຂົາເຈົ້າ ຈະຖືກແກ້ໄຂເສຍກ່ອນ.
ທ້າວ ອີດາເຟ ອົກໂປໂຣ (Edafe Okporo), ນັກເຄື່ອນໄຫວທີ່ເປັນຄົນຮັກຮ່ວມເພດ ທີ່
ໄດ້ຫລົບໜີມາຈາກໄນຈີເຣຍ ຍ້ອນມີການກໍ່ຄວາມຮຸນແຮງຕໍ່ຄົນຮັກຮ່ວມເພດຢູ່ເລື້ອຍໆ
ໃນປະເທດຂອງຜູ້ກ່ຽວນັ້ນ ບໍ່ເປັນໜ້າຢາກເຊື່ອເລີຍ ວ່າ ລາວຖືກກັກຂັງເປັນເວລາຕັ້ງ 5
ເດືອນ ພາຍຫລັງທີ່ໄດ້ຂໍລີ້ໄພ ໃນປີ 2017.
ທ້າວ ອົກໂປໂຣ ກ່າວວ່າ "ຂ້ອຍຖືກບອກວ່າ ຂ້ອຍຈະຖືກຕິດຄຸກ. ສະນັ້ນ ທຳອິດຂ້ອຍ
ຢາກກັບຄືນໄປໄນຈີເຣຍເພາະຂ້ອຍບໍ່ເຄີຍຖືກຕິດຄຸກຈັກເທື່ອ. ສະນັ້ນ ເປັນຫຍັງເຈົ້າ
ຈຶ່ງຈະເອົາຂ້ອຍໄປຂັງຄຸກໄວ້? ສະນັ້ນ ມັນຈຶ່ງຄືວ່າ ເປັນເລື້ອງທີ່ໜ້າຕົກໃຈສຳລັບຂ້ອຍ."
ສະພາດ້ານຄົນເຂົ້າເມືອງຂອງອາເມຣິກັນ ໄດ້ອ້າງເຫດຜົນວ່າ ການຄຸມຂັງ ພວກຂໍລີ້ໄພ
ທີ່ມີຄວາມຖືກຕ້ອງຊອບທຳ ເກືອບວ່າບໍ່ມີຄວາມຈຳເປັນເລີຍ.
ທ່ານນາງ ເຊີບເຟີດກ່າວອີກວ່າ "ຫລາຍຄົນທີ່ຢູ່ໃນສະຖານທີ່ຄຸມຂັງແມ່ນບໍ່ເປັນຄົນທີ່
ມີຄວາມສ່ຽງວ່າຈະໂຕນໜີໄປ, ບໍ່ເປັນອັນຕະລາຍຕໍ່ປະຊາຄົມ, ແລະມີບາງຄົນກໍ
ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າມີບ່ອນໃດ ບ່ອນນຶ່ງທີ່ຈະໄປຢູ່ ແລະພວກເຂົາເຈົ້າ
ຈະປາກົດໂຕໃນການ ຮັບຟັງຄະດີໃນອະນາຄົດ."
ລາຍງານຂອງສະພາດ້ານຄົນເຂົ້າເມືອງຂອງອາເມຣິກັນ ໄດ້ຕຳໜິຂັ້ນຕອນການກັກຂັງ
ພວກຄົນເຂົ້າເມືອງວ່າຂາດ “ຄວາມຮັບຜິດຊອບຂອງລັດ ແລະຂາດຄວາມໂປ່ງໃສ"
ແລະເຮັດໃຫ້ມີຄວາມເປັນຫ່ວງກ່ຽວກັບ "ສະພາບການກັກຂັງຢູ່ບ່ອນທີ່ຕໍ່າກວ່າມາດ
ຕະຖານ ຫລື ເປັນອັນຕະລາຍ” ໂດຍສະເພາະຢູ່ສະຖານທີ່ຄຸມຂັງ ທີ່ດຳເນີນງານໂດຍ
ເອກະຊົນ ຊຶ່ງພວກຕຳໜິເລື້ອງນີ້ ເວົ້າວ່າ ຖືກຈູງໃຈໃຫ້ເຮັດ ເພື່ອຕັດຄ່າໃຊ້ຈ່າຍໃນການ
ດູແລ ແລະກໍແກ່ຍາວການຄຸມຂັງ ເພື່ອເຮັດໃຫ້ມີກຳໄລເພີ້ມຂຶ້ນ.