ອິນເຕີເນັດຖືກປິດ, ການຈັບ, ການຄົ້ນຫາແບບກະຈັດກະຈາຍ. ການປົກຄອງຂອງພວກທະຫານ ເຮັດໃຫ້ການນໍາສະເໜີຂ່າວຢູ່ໃນມຽນມານັ້ນ ມີຄວາມສ່ຽງ, ເຮັດໃຫ້ສື່ມວນຊົນຫຼາຍອົງການຕ້ອງດຳເນີນການແບບລັບໆຫຼືບໍ່ກໍຕ້ອງໄປລີ້ໄພໃນຕ່າງປະເທດ.
ໃນຖານະທີ່ເປັນນັກຂ່າວລຸ້ນອະວຸໂສ ອາຍ ຊານ ແນ່ງ (Aye Chan Naing) ກ່າວວ່າ “ມັນບໍ່ມີການຜ່ອນຜັນເລີຍ ເມື່ອເວົ້າເຖິງສື່ມວນຊົນແບບອິດສະຫຼະ.”
ຖ້າຫາກບໍ່ມີການເປັນພະຍານຈາກພວກນັກຂ່າວ, ມັນຈະເປັນການຍາກຫຼາຍທີ່ຈະພິສູດເຖິງການບອກເລົ່າ ກ່ຽວກັບການລະເມີດສິດທິ ແລະອາດຊະຍາກໍາທີ່ກໍາລັງເກີດຂຶ້ນ, ໂດຍສະເພາະ ຢູ່ໃນຂົງເຂດທີ່ຫ່າງໄກ.
ໂດຍຢ່າງຍິ່ງແລ້ວ, ສື່ມວນຊົນຂອງປະເທດ ກໍາລັງເພິ່ງພາຂໍ້ມູນຂ່າວສານຈາກພວກນັກຂ່າວປະຊາຊົນ.
ຄວາມສ່ຽງນັ້ນແມ່ນມີຫຼາຍ, ແຕ່ຄົນຄື ຮາຣູ (Haru), ຜູ້ທີ່ຫັນປ່ຽນຈາກການເປັນນັກສຶກສາແພດ ມາເປັນຜູ້ລາຍງານຂ່າວນັ້ນ ມີຄວາມມຸ້ງໝັ້ນທີ່ຈະເປີດເຜີຍເລື້ອງລາວດັ່ງກ່າວນີ້ອອກມາ.
ນັກຂ່າວປະຊາຊົນຊາວຢ້າງກຸ້ງຜູ້ນີ້ ໂດຍຂໍໃຫ້ນໍາສະເໜີຊື່ ດ້ວຍນາມສົມມຸດ ຊ່ວຍອົງການຂ່າວຕ່າງໆ ໂດຍການຢືນຢັນລາຍລະອຽດ ກ່ຽວກັບການປະທະ ແລະການຕໍ່ສູ້.
ແຕ່ ດ້ວຍການເຂົ້າເຖິງອິນເຕີເນັດທີ່ຈໍາກັດ, ນາງໄດ້ບອກກັບ VOA ວ່າ ຄວາມໂຫດຮ້າຍນັ້ນ ອາດຈະຮ້າຍແຮງກວ່າ ການລາຍງານຂ່າວ.
“ໃນພື້ນທີ່ຊົນນະບົດ, ອາດຈະບໍ່ມີການລາຍງານກ່ຽວກັບອາດຊະຍາກໍາ ຍ້ອນວ່າອິນເຕີເນັດໄດ້ຖືກປິດ. ພວກເຮົາຍັງບໍ່ສາມາດໄດ້ຮູບພາບທີ່ເປັນຫຼັກຖານ ເພື່ອພິສູດຂ່າວຕ່າງໆ. ນີ້ແມ່ນບັນຫາຫຼັກທີ່ພວກເຮົາກໍາລັງປະເຊີນຢູ່.” ນາງກ່າວ.