ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານເຊເລັນສກີ ໄປຢ້ຽມຢາມ ເຢຍຣະມັນ ລຸນຫຼັງປະເທດ​ດັ່ງ​ກ່າວ ປະກາດໃຫ້ການຊ່ວຍເຫຼືອຂະໜາດໃຫຍ່ທາງທະ​ຫານ ໃຫ້ແກ່ຢູເຄຣນ


Zelenskyy Visits Germany After Country Pledges Largest Yet Aid Package
please wait

No media source currently available

0:00 0:02:14 0:00

ລາຍງານ ທ່ານເຊເລັນສກີ ເດີນທາງໄປຢ້ຽມຢາມເຢຍຣະມັນ ລຸນຫຼັງປະເທດດັ່ງກ່າວປະກາດໃຫ້ການຊ່ວຍເຫຼືອຂະຽາດໃຫຍ່.

ເຢຍຣະມັນ ໄດ້ໃຫ້ຄໍາໝັ້ນສັນຍາເພື່ອການຊ່ວຍເຫຼືອທາງດ້ານທະຫານຊຸດໃໝ່ໃຫ້ແກ່ຢູເຄຣນ. ນາຍົກລັດຖະມົນຕີຂອງເຢຍຣະມັນ ໄດ້ຕ້ອນຮັບປະທາ ນາທິບໍດີຂອງຢູເຄຣນທີ່ນະຄອນຫຼວງເບີລິນ ໃນມື້ຕໍ່ມາລຸນຫຼັງທີ່ປະເທດເຢຍຣະ ມັນ ໄດ້ປະກາດໃຫ້ການຊ່ວຍເຫຼືອທາງດ້ານອາວຸດຕ່າງໆໃນ​ມູນ​ຄ່າ​ເກືອບ 3 ຕື້ໂດລາ ສໍາລັບສະໜັບສະໜູນການຕໍ່ສູ້ຂອງຢູເຄຣນ ເພື່ອຕໍ່ຕ້ານ ຣັດເຊຍ. ໃນຂະນະດຽວກັນ, ກອງກໍາລັງທະຫານຂອງຣັດເຊຍ ຍັງ​ສືບ​ຕໍ່ ແນເປົ້າໝາຍການໂຈມຕີໃສ່ພົນລະເຮືອນ ຢູ່ໃນຢູເຄຣນ ເປັນສ່ວນຫຼາຍ. ອາຣາສ ອາຣາບາຊາດີ ນັກຂ່າວ VOA ມີລາຍງານເພີ້ມເຕີມ ກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ສາງເຄື່ອງແຫ່ງ​ນຶ່ງ ໄດ້​ລຸກ​ໄໝ້​ເປັນແປວໄຟຂະໜາດໃຫຍ່ ລຸນຫຼັງທີ່ຣັດເຊຍໄດ້ ຖິ້ມລະເບີດ ລົງມາໃສ່ເມືອງເທີນເນີປີລ (Ternopil) ຂອງຢູເຄຣນ ​ເມື່ອ​ຄືນວັນເສົາທີ່ຜ່ານມານີ້. ການໂຈມຕີນີ້ ມີ​ຂຶ້ນໃນຕອນແລງຂະ​ນະ​ທີ່​ມີ​ການ​ປະ​ກວດບົດເພງ​ວິ​ໄສ​ທັດ​ຂອງ​ຢູ​ໂຣບ ​ຫຼື Eurovision Song Contest ເຊິ່ງເປັນການສະ ແດງປະຈໍາປີທີ່ເປັນທີ່ນິຍົມ ຢູ່ໃນເມືອງບ້ານເກີດ ຂອງຜູ້ເຂົ້າຮ່ວມການແຂ່ງຂັນຫຼາຍຄົນ. ປະເທດຢູເຄຣນ ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກສັງ ຄົມ ໃຫ້ເປັນເຈົ້າພາບຈັດການແຂ່ງຂັນດັ່ງກ່າວ, ແຕ່ເນື່ອງຈາກສະພາບຂອງສົງ ຄາມ, ການສະແດງນີ້ ຈຶ່ງໄດ້ຈັດຂຶ້ນໃນປະເທດອັງກິດ.

ການໂຈມຕີ ແມ່ນໄດ້​ເນັ້ນ​ໃຫ້​ເຫັນ ​ເຖິງ​ຄວາມ​ຈຳ​ເປັນ ​ສຳ​ລັບ​ຢູ​ເຄ​ຣນ​ໃນການຮຽກຮ້ອງຂໍຄໍາໝັ້ນສັນຍາ ແລະອາວຸດທີ່ທັນສະໄໝເພີ້ມເຕີມ, ເຊິ່ງການຮ້ອງຂໍດັ່ງກ່າວມານັ້ນ ແມ່ນໄດ້ຮັບການຕອບສະໜອງໂດຍເຢຍຣະມັນ ໃນຊ່ວງທ້າຍອາທິດແລ້ວນີ້.

ໃນວັນອາທິດຢູ່ນະຄອນຫຼວງເບີລິນ, ນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານໂອຣາຟ ໂຊລສ໌ ຕ້ອນຮັບປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ໃນການຮັບຕ້ອນ ​ໂດຍກອງ​ກຽດ​ຕິ​ຍົດ​ທະ​ຫານ ສໍາລັບການຢ້ຽມຢາມຄັ້ງທໍາອິດຂອງທ່ານເຊເລັນສກີ ນັບຕັ້ງແຕ່ສົງຄາມໄດ້ເລີ້ມຕົ້ນຂຶ້ນ. ການປະຊຸມ ໄດ້ຖືກຈັດຂຶ້ນລຸນຫຼັງການປະກາດໃຫ້ຄວາມຊ່ວຍເຫຼືອທາງດ້ານທະ​ຫານຊຸດໃໝ່ຈາກເຢຍຣະມັນ ເຊິ່ງມີຂະໜາດເກືອບເທົ່າກັບການຊ່ວຍເຫຼືອໃນກ່ອນໜ້ານີ້ທັງໝົດຈົນເຖິງປັດຈຸບັນ.

ລັດຖະບານຂອງເຢຍຣະມັນ ໄດ້ໃຫ້ຄໍາໝັ້ນທີ່ຈະໃຫ້ການຊ່ວຍເຫຼືອແກ່ປະເທດຢູເຄຣນຊຸດໃໝ່ໃນ​ມູນ​ຄ່າເກືອບ 3 ຕື້ໂດລາ, ໂດຍລວມມີ ລະບົບຕໍ່​ຕ້ານເຮືອບິນ, ລູກປືນຕ່າງໆ ແລະລົດຖັງ Leopard ທີ່ ຢູເຄຣນ ຕ້ອງການທີ່ສຸດ.

ໃນລະຫວ່າງການຖະແຫຼງຂ່າວຮ່ວມກັນຢູ່ໃນນະຄອນຫຼວງເບີລິນ, ທ່ານໂຊລສ໌ ກ່າວວ່າ ເຢຍຣະມັນຈະໃຫ້ການສະໜັບສະໜູນແກ່ປະເທດຢູເຄຣນ ດົນເທົ່າທີ່ຈໍາເປັນ.

ນາຍົກລັດຖະມົນຕີຂອງເຢຍຣະມັນ ທ່ານໂອຣາຟ ໂຊລສ໌ ກ່າວຖະແຫຼງ ຕໍ່​ກຸ່ມ​ນັກ​ຂ່າວ​ເຢຍ​ຣະ​ມັນ ແລະສະໜອງໃຫ້ແກ່ອົງການຂ່າວ AP ເປັນພາສາເຢຍຣະມັນວ່າ:

“ສໍາລັບຜູ້ທີ່ຮັບຜິດຊອບຕໍ່ສົງຄາມຮຸກຮານທີ່ເປັນຕາຢ້ານເຫຼົ່ານັ້ນ ຈໍາເປັນຕ້ອງຮັບຜິດຊອບຕໍ່ການກະທໍາຂອງຕົນ. ບໍ່ມີປະເທດໃດຢູ່ໃນໂລກຈະຕ້ອງຮຸກຮານປະເທດອື່ນ. ບໍ່ມີຜູ້ໃດຈະຕ້ອງເປັນຜູ້ສັງຫານ, ບໍ່ມີຜູ້ປຸ້ນຈີ້ ຫຼືມີຜູ້ລັກພາໂຕເດັກ ນ້ອຍ. ສະນັ້ນ, ນີ້ຄືເຫດຜົນວ່າ ເປັນຫຍັງພວກເຮົາຈຶ່ງຕ້ອງດໍາເນີນງານຮ່ວມກັບປະເທດພັນທະມິດຂອງພວກເຮົາ ເພື່ອໃຫ້ ຣັດເຊຍ ຮັບຜິດຊອບຕໍ່ການກະທໍາຂອງຕົນ.”

ແຕ່ ປະທານາທິບໍດີຂອງ ຣັດເຊຍ, ທ່ານວະລາດີເມຍ ປູຕິນ ກໍາລັງດໍາເນີນການປ່ຽນແປງຄວາມເປັນຈິງໃນຕົ້ນອາທິດນີ້ ໃນ​ລະ​ຫວ່າງການລະລຶກເຖິງວັນແຫ່ງໄຊຊະນະຕໍ່ນາຊີເຢຍຣະມັນ​ຂອງ​ທ່ານ.
ປູຕິນ ໄດ້ປະນາມຕໍ່ “ປະເທດຕາເວັນຕົກ ທີ່ເປັນຊົນຊັ້ນສູງລະດັບໂລກ” ເຊິ່ງເປັນຜູ້ທີ່ທ່ານກ່າວວ່າ “ກໍາລັງດໍາເນີນການແບ່ງແຍກທາງສັງຄົມ, ກະຕຸ້ນໃຫ້ມີການ​ຂັດແຍ້ງທີ່ນອງເລຶອດ ແລະກໍ່​ລັດ​ຖະ​ປະ​ຫານ,” ພ້ອມທັງ “ທໍາລາຍຄຸນນະ ພາບຊີວິດແບບດັ້ງເດີມຂອງຄອບຄົວທີ່ເຮັດໃຫ້ຜູ້ຄົນເປັນມະນຸດ.”

ແລະແນ່ນອນ, ພຽງບໍ່ເທົ່າໃດມື້ຫຼັງຈາກນັ້ນ, ມັນແມ່ນກອງທັບຂອງ ປູຕິນ ເອງ ທີ່ເປັນຜູ້ທໍາລາຍຄອບຄົວຕ່າງໆ ແລະທີ່ຢູ່ອາໄສທັງຫຼາຍເຫຼົ່ານັ້ນ ຢູ່ໃນການໂຈມຕີທີ່ໄດ້ແນເປົ້າໝາຍໃສ່ເຮືອນເປັນຫຼັງ ແລະຕຶກອາຄານທີ່ເປັນອພາດເມັນອື່ນໆຂອງພົນລະເຮືອນ.

ຢູ່ໃນນະຄອນຫຼວງເບີລິນ, ທ່ານໂຊລສ໌ ແລະ ທ່ານເຊເລັນສກີ ໄດ້ພາກັນນັ່ງເຮືອບິນຈາກສໍານັກງານນາຍົກລັດຖະມົນຕີ ເພື່ອໄປເມືອງອາເຈັນ (Aachen), ເຊິ່ງເປັນສະຖານທີ່ ທີ່ທ່ານເຊເລັນສກີ ໄດ້ຮັບລາງວັນອັນຊົງກຽດ ຊາເລີເມນ (Charlemagne) ເພື່ອຍ້ອງຍໍໃຫ້ແກ່ການປະຕິບັດງານສໍາລັບການລວມຊາດຂອງຊາວຢູໂຣບ.

Germany has pledged new military aid to Ukraine. The German chancellor welcomed the Ukrainian president to Berlin a day after announcing the nearly 3-billion-dollar arms package in support of Ukraine’s battle against Russia. Meanwhile, Russian forces continue attacking mostly civilian targets in Ukraine. VOA’s Arash Arabasadi has more.

mandatory cg MINISTRY OF EMERGENCY SERVICES OF UKRAINE

A warehouse engulfed in flames after Russian bombs rained down overnight Saturday in the Ukrainian city of Ternopil. The attack came on the evening of the popular Eurovision Song Contest in the home city of Ukraine’s contestants in this year’s show. Ukraine had widely received public support to host the competition, but due to the war, the show took place in Britain.

The attack underscores Ukraine’s plight for additional and advanced weapons capabilities… a call answered over the weekend by Germany.

GERMAN POOL

Sunday in Berlin, German Chancellor Olaf Scholz welcomed Ukrainian President Volodymyr Zelenskyy with military honors in Zelenskyy’s first visit since the start of the war. The meeting follows Germany’s announcement Saturday of a new package of military aid nearly matching all previous aid to date.

The German government pledged nearly three-billion-dollars of new support including anti-aircraft systems, ammunition and its sought-after Leopard tanks.

GERMAN POOL

At a joint news conference in Berlin, Scholz said Germany would support Ukraine as long as necessary.

German Chancellor Olaf Scholz speaking as carried by German Pool and provided by The Associated Press, GERMAN

“Those responsible for this terrible war of aggression must be held accountable. No state in the world may invade another country. No one may murder, plunder or kidnap children. That is why we are working together with our partners so that Russia is held accountable.”

But it was Russian President Vladimir Putin spinning an alternate reality earlier this week at his country’s Victory Day celebration commemorating the defeat of Nazi Germany.

RUSSIAN POOL

Putin railed against “Western globalist elites” whom he said were “dividing society, provoking bloody conflicts and coups,” and “destroying the traditional family values that make people human.”

DONETSK REGION POLICE

And yet, just days later, it was Putin’s forces destroying family dwellings in another attack on civilian targets of private homes and apartment blocks.

Back in Berlin, Scholz and Zelenskyy flew from the German Chancellery on their way to Aachen, where Zelenskyy received the prestigious Charlemagne Prize honoring service for European unification.

XS
SM
MD
LG