ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອັງກິດ ວ່າ ການບຸກລຸກ ຢູເຄຣນ ກົດດັນ ຣັດເຊຍ ໃຫ້ຮ່ວມມື ກັບພວກປະເທດ 'ທີ່ບໍ່ຄ່ອຍເພິ່ງປາດຖະໜາ ໃນເມື່ອກ່ອນ'


ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ເຂົ້າຮ່ວມໃນການສົນທະນາຜ່ານທາງໂທລະສັບ ກັບນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ, ພາຍຫຼັງຈາກກຸ່ມຫົວຮຸນແຮງຮາມັສ ໂຈມຕີຂະໜາດໃຫຍ່ສຸດ ຕໍ່ອິສຣາແອລ, ໃນນະຄອນຫຼວງກີຢິບ, ວັນທີ 8 ຕຸລາ 2023.
ປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ເຂົ້າຮ່ວມໃນການສົນທະນາຜ່ານທາງໂທລະສັບ ກັບນາຍົກລັດຖະມົນຕີຂອງອິສຣາແອລ ທ່ານເບັນຈາມິນ ເນທັນຢາຮູ, ພາຍຫຼັງຈາກກຸ່ມຫົວຮຸນແຮງຮາມັສ ໂຈມຕີຂະໜາດໃຫຍ່ສຸດ ຕໍ່ອິສຣາແອລ, ໃນນະຄອນຫຼວງກີຢິບ, ວັນທີ 8 ຕຸລາ 2023.

ກະຊວງປ້ອງກັນປະເທດຂອງ ອັງກິດ ໄດ້ກ່າວໃນວັນຈັນມື້ນີ້ ໃນບົດລາຍງານ ປະຈຳວັນຂອງຕົນ ດ້ານການສືບລັບກ່ຽວກັບການບຸກລຸກ ຢູເຄຣນຂອງຣັດເຊຍ ວ່າການຮຸກຮານດັ່ງກ່າວໄດ້ສົ່ງຜົນໃຫ້ເກີດການໂດດດ່ຽວຈາກນານາຊາດ ບັງ​ຄັບ ຣັດເຊຍ ໃຫ້ “ຫັນປ່ຽນທິດທາງໃນຄວາມພະຍາຍາມດ້ານນະໂຍບາຍການ ຕ່າງປະເທດຂອງຕົນ” ແລະຈັດຕັ້ງກຸ່ມພັນທະມິດກັບ “ຄູ່ຮ່ວມມືທີ່ບໍ່ເພິ່ງປາດຖະ ໜາໃນເມື່ອກ່ອນ” ສຳລັບ “ການສະໜັບສະໜຸນດ້ານການທູດ, ເສດຖະກິດ ແລະ ການທະຫານ.”

ໃນບົດລາຍງານ ທີ່ລົງໃນສື່ສັງຄົມ X, ຊຶ່ງຮູ້ຈັກກັນໃນເມື່ອກ່ອນຄື ທວີດເຕີ ນັ້ນ ກະຊວງ​ດັ່ງ​ກ່າວ​ນັ້ນໄດ້ເວົ້າວ່າ ສາຍສຳພັນທາງການທູດ ແລະ ເສດຖະກິດ ຂອງ ຣັດເຊຍ ກັບ ອີຣ່ານ ໄດ້ມີຄວາມເຂັ້ມແຂງຂຶ້ນນັບຕັ້ງແຕ່ເກີດການບຸກ ລຸກ. ການຊ່ອຍເຫຼືອດ້ານການທະຫານຂອງອີຣ່ານ ແກ່ຣັດເຊຍ ລວມມີເຮືອບິນ ໂຈມຕີທາງດຽວທີ່ບໍ່ມີຄົນຂັບຫຼາຍຮ້ອຍລຳ ຊຶ່ງເປັນອົງປະກອບຫລັກ ໃນການ ເຮັດສົງຄາມໃນຢູເຄຣນຂອງຣັດເຊຍ ແລະພວກເຮືອບິນທັງຫຼາຍເຫຼົ່ານີ້ ໃນປັດ ຈຸບັນນີ້ ໄດ້ຖືກຜະລິດພາຍໃຕ້ໃບອະນຸຍາດຢູ່ໃນ ຣັດເຊຍ.

ມີຄຳເຕືອນໃໝ່ໃນວັນອາທິດວານນີ້ທີ່ວ່າ ວັງເຄຣມລິນ “ແມ່ນພ້ອມແລ້ວ ແລະ ເປັນໄປໄດ້ສູງທີ່ຈະສືບຕໍ່ສວຍໂອກາດໃຊ້ການໂຈມຕີຂອງກຸ່ມຫົວຮຸນແຮງ ຮາມັສ ຕໍ່ ອິສຣາແອລ” ເພື່ອເຜີຍແຜ່ຖ້ອຍ​ຄວາມຕໍ່ຕ້ານການແຊກແຊງຂອງ ຕາເວັນຕົກໃນຢູເຄຣນ, ເຮັດໃຫ້ຊາວຢູເຄຣນ ຂວັນເສຍ ແລະໃຫ້ຄວາມໝັ້ນ ໃຈແກ່ ຊາວຣັດເຊຍວ່າຈຸດເພັ່ງເລັງຂອງປະເທດຕາເວັນຕົກ ຕໍ່ວິກິດການຂອງ ອິສຣາແອລ ນັ້ນຈະຫັນຄວາມສົນໃຈຂອງຕົນຈາກສົງຄາມໃນຢູເຄຣນ ອີງຕາມ ສະຖາບັນເພື່ອການສຶກສາຄົ້ນຄວ້າຂອງສົງຄາມ ຫຼື ISW.

ພາຍຫຼັງຈາກການໂຈມຕີຂອງກຸ່ມຫົວຮຸນແຮງຮາມັສ ໃນອິສຣາແອລ ເມື່ອວັນທີ 7 ຕຸລາ ວັງເຄຣມລິນ ໃນເບື້ອງຕົ້ນໄດ້ຖິ້ມໂທດໃສ່ປະເທດຕາເວັນຕົກ ສຳລັບ ການບໍ່ເອົາໃຈໃສ່ຕໍ່ບັນຫາຂັດແຍ້ງໃນເຂດຕາເວັນອອກກາງ ໂດຍເອົາໃຈໃສ່ແຕ່ ໃນການສະໜັບສະໜຸນຢູເຄຣນ ແລະໄດ້ອ້າງວ່າ ປະຊາຄົມນານາຊາດ ຈະຫັນ ຄວາມສົນໃຈຂອງຕົນໄປໃສ່ວິກິດການໃນເຂດຕາເວັນອອກກາງ ແລະຈະຢຸດໃຫ້ ຄວາມສົນໃຈຕໍ່ຢູເຄຣນ.

The British Defense Ministry said Monday in its daily intelligence report on Russia’s invasion of Ukraine that the invasion has resulted in international isolation, forcing Russia to “redirect its foreign policy efforts” and form alliances with “previously less desirable partnerships” for “diplomatic, economic and military support.”

In the report on X, formerly known as Twitter, the ministry said Russia’s diplomatic and economic ties with Iran have strengthened since the invasion. Iran’s military aid to Russia has included hundreds of the one-way attack uncrewed aerial vehicles that have been a core element of Russia’s campaign in Ukraine, and these are now being produced under license in Russia.

A new warning Sunday that the Kremlin “is already and will likely continue to exploit the Hamas attacks on Israel” to hype its rhetoric against Western interference in Ukraine, demoralize Ukrainians and reassure Russians that the focus of the West on the Israeli crisis will deflect its attention from the war in Ukraine, according to the Institute for the Study of War (ISW).

Following Hamas attacks in Israel on October 7, the Kremlin primarily blamed the West for neglecting conflicts in the Middle East in favor of supporting Ukraine, and claimed that the international community will turn its attention to the Middle East crisis and will cease to focus on Ukraine.

XS
SM
MD
LG