ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊເລນສ໌ກີ ກ່າວວ່າ ຢູເຄຣນ ພວມດຳເນີນການເພື່ອຍົກຍ້າຍພົນລະເມືອງຂອງຕົນ ອອກຈາກ ກາຊາ ແລະ ອິສຣາແອລ


ພວກຜູ້ຄົນພາກັນຍົກເຄື່ອງຂອງເຂົາເຈົ້າຂຶ້ນໃສ່ລົດເມ ຂະນະທີ່ພວກເຂົາກຳລັງຖືກຍົກຍ້າຍອອກໄຈາກເມືອງ ສເດີຣອດ (Sderot) ທາງພາກໃຕ້ຂອງອິສຣາແອລ, ວັນທີ 15 ຕຸລາ 2023.
ພວກຜູ້ຄົນພາກັນຍົກເຄື່ອງຂອງເຂົາເຈົ້າຂຶ້ນໃສ່ລົດເມ ຂະນະທີ່ພວກເຂົາກຳລັງຖືກຍົກຍ້າຍອອກໄຈາກເມືອງ ສເດີຣອດ (Sderot) ທາງພາກໃຕ້ຂອງອິສຣາແອລ, ວັນທີ 15 ຕຸລາ 2023.

ຢູເຄຣນ ກຳລັງທຳງານເພື່ອຍົກຍ້າຍພົນລະເມືອງຂອງຕົນເກືອບ 260 ຄົນ ອອກຈາກເຂດ ກາຊາ ແລະເອົາຊາວຢູເຄຣນອື່ນໆບິນອອກຈາກ ອິສຣາແອລ ປະທານາທິບໍດີ ໂວໂລດີເມຍ ເຊເລນສ໌ກີ ໄດ້ກ່າວ ໃນການກ່າວປາໄສຂອງ ທ່ານປະຈຳແລງວັນອາທິດວານນີ້ ອີງຕາມອົງການຂ່າວຣອຍເຕີສ໌.

ສະຖານທູດຂອງຢູເຄຣນ ໃນອິສຣາແອລ ໄດ້ກ່າວຜ່ານສື່ສັງຄົມ ໃນວັນເສົານີ້ ວ່າ ພົນລະເມືອງຂອງຢູເຄຣນ 207 ຄົນ ລວມທັງພວກເດັນນ້ອຍ 63 ຄົນ ໄດ້ຖືກຍົກຍ້າຍອອກຈາກ ນະຄອນເທລ ອາວີບ ໄປຍັງ ໂຣມາເນຍ ໃນວັນເສົາ ແລະວ່າອີກຖ້ຽວບິນນຶ່ງ ຈະນຳເອົາພົນລະເມືອງ 155 ຄົນໄປຍັງ ໂຣມາເນຍ ໃນວັນອາທິດ.

ຫຼາຍໆປະເທດ ກຳລັງດຳເນີນການເພື່ອນຳເອົາພົນລະເມືອງຂອງພວກເຂົາເຈົ້າ ອອກຈາກອິສຣາແອລ ແລະແຫຼມກາຊາ ແລະສົ່ງການຊ່ອຍເຫຼືອດ້ານມະນຸດສະທຳໄປໃຫ້ພົນລະເຮືອນທັງຫຼາຍ.

ເຈົ້າໜ້າທີ່ຜູ້ຖືກແຕ່ງຕັ້ງໃຫ້ຮັບຜິດຊອບດ້ານສິດທິມະນຸດຂອງຢູເຄຣນ ທ່ານ ດີມິໂທຣ ລູບີເນັດສ໌ ໄດ້ກ່າວວ່າ ສາມຝ່າຍຈະຕ້ອງໄດ້ຮັບຮອງການເດີນທາງອອກຂອງຊາວຢູເຄຣນດັ່ງກ່າວ ຈາກເຂດແຫຼມກາຊາ ຊຶ່ງເປັນຂັ້ນຕອນທີ່ຫຍຸ້ງຍາກສັບສົນ.

“ຝ່າຍປາແລັສໄຕນ໌ ຕ້ອງປ່ອຍໂຕພົນລະເມືອງຢູເຄຣນທັງໝົດ, ອີຈິບ ໃຫ້ຮັບເອົາພວກເຂົາເຈົ້າ ແລະອິສຣາແອລ ບໍ່ຄວນດຳເນີນປະຕິບັດການໃດໆ ໃນເວລານີ້ ເພື່ອວ່າ ຈຸດຂ້າມແດນຈະປອດໄພ” ທ່ານລູບີເນັດສ໌ ໄດ້ກ່າວໃນການໃຫ້ຄຳເຫັນທີ່ອອກອາກາດຜ່ານໂທລະພາບ ໃນວັນອາທິດວານນີ້.

Ukraine is working to evacuate nearly 260 of its citizens from Gaza and to fly other Ukrainians out of Israel, President Volodymyr Zelenskyy said in his nightly address Sunday.

Ukraine's embassy in Israel said on social media Saturday that 207 Ukrainian citizens, including 63 children, were evacuated from Tel Aviv to Romania on Saturday and that another flight would take 155 people to Romania on Sunday.

Many countries are working to get their citizens out of Israel and Gaza and send in humanitarian aid to civilians.

Ukrainian human rights ombudsman Dmytro Lubinets said three parties would have to approve the departure of Ukrainians from Gaza, complicating the process.

"The Palestinians need to release all Ukrainian citizens, Egypt to accept them and Israel should not conduct any operation at this time, so that the crossing point would be safe," he said in remarks televised Sunday.

XS
SM
MD
LG