ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ກ່າ​ວ​ວ່າ ການ​ເດີນ​ທາງ​ມາ​ສະ​ຫະ​ລັດ ແມ່ນ 'ໃຫ້​ຜົນ​ດີ'


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ຍົກ​ທຸງ​ຊາດອ​າ​ເມ​ຣິ​ກາຂຶ້ນ ທີ່ຖືກມອບ​ເປັນ​ຂອງ​ຂວັນ​ໃຫ້​ທ່ານ ໂດຍ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊ​ີ ເພ​ໂລ​ຊີ ຫຼັງ​ຈາກ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຮ່ວມ​ຄົບ​ຄະ​ນະ ເມື່ອ​ວັນ​ທີ 21 ທັນ​ວາ 2022.
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ຍົກ​ທຸງ​ຊາດອ​າ​ເມ​ຣິ​ກາຂຶ້ນ ທີ່ຖືກມອບ​ເປັນ​ຂອງ​ຂວັນ​ໃຫ້​ທ່ານ ໂດຍ​ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊ​ີ ເພ​ໂລ​ຊີ ຫຼັງ​ຈາກ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສ ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຮ່ວມ​ຄົບ​ຄະ​ນະ ເມື່ອ​ວັນ​ທີ 21 ທັນ​ວາ 2022.

ການ​ເດີ​ນ​ທາງ​ໃນ​ຍາມ​ສົງ​ຄາມເປັນ​ເວ​ລາ​ສັ້ນໆມາ​ຍັງ​ສະ​ຫະ​ລັດແມ່ນ “ໃຫ້​ຜົນ​ດີ” ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ຕໍ່​ປະ​ເທດ​ຊາດ ​ໃນ​ຄຳ​ປາ​ໄສ​ທາງວີ​ດີ​ໂອ ເມື່ອ​ຄືນ​ວັນ​ພະ​ຫັດ​ວານນີ້.

“ພວກ​ເຮົາ​ກັບ​ຄືນ​ມາ​ຈາກວໍ​ຊິງ​ຕັນ​ດ້ວຍ​ຜົນ​ດີ ພ້ອມ​ກັບ​ສິ່ງ​ຕ່າງໆ​ທີ່​ຈະ​ຊ່ວຍ​ພວກ​ເຮົາ​ໄດ້​ຢ່າງ​ແທ້​ຈິງ” ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ກ່າວ​ທາງວີ​ດີ​ໂອທີ່​ນຳ​ອອກ​ເຜີຍ ​ແຜ່​ຜ່ານ​ທາງ​ຊ່ອງ​ເຕ​ເລກ​ຣາມ​ຂອງ​ທ່ານ. ນອກນັ້ນ ທ່ານ​ໄດ້​ຍັງ​ຂອບ​ໃຈ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນ​ການ​ຕໍ່​ສູ້​ຂອງ​ຢູ​ເຄ​ຣນຕ້ານ​ຣັດ​ເຊຍຊຶ່ງ​ໄດ້​ຮຸກ​ຮານ​ປະ​ເທດ​ຂອງ​ທ່ານ​ມາ​ໄດ້​ເກືອບ 10 ເດືອນ​ແລ້ວນັ້ນ.

ທ່ານ​ເຊ​ເລນ​ສ​ກີ ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ສະ​ຫະ​ລັດ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມານີ້ ໂດຍ​ໄດ້​ພົບ​ປະ​ເປັນ​ການ​ສ່ວນ​ຕົວ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ແລະ​ໃນ​ເວ​ລາ​ຕໍ່​ມາ​ກໍ​ໄດ້​ກ່າວ​ຄຳ​ປ​າ​ໄສ​ຕໍ່​ກອງ​ປະ​ຊຸມ​ລັດ​ຖະ​ສະ​ພາຮ່ວມ​ຄົບ​ຄະ​ນະ.

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ມາ​ຢ້ຽມ​ຢາມນັ້ນ ທ່ານ​ໄບ​ເດັນ​ ໄດ້​ປະ​ກາດ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ຮອບ​ໃໝ່ ມູນ​ຄ່າ 1 ພັນ 800 ລ້ານ​ໂດ​ລາ​ສຳ​ລັບ​ຢູ​ເຄ​ຣນ ຊຶ່ງ​ຮວມ​ທັງ​ລະ​ບົບ​ລູກ​ສອນ​ໄຟ​ແພັດ​ທ​ຣີ​ອັອດ ອັນ​ເປັນ​ນຶ່ງ​ໃນ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ທີ່​ສຸດ​ ທີ່​ຈະ​ຖືກ​ຈັດ​ສົ່ງ​ໄປ​ໃຫ້​ຢູ​ເຄ​ຣນ.

ນອກນັ້ນ ສະ​ພາ​ສູງ​ສະ​ຫະ​ລັດ ​ໃນ​ວັນ​ພະ​ຫັດ​ວານນີ້ ຍັງ​ໄດ້​ໃຫ້​ການ​ອະ​ນຸ​ມັດ​ຕໍ່​ຮ່າງ​ກົດ​ໝາຍການ​ໃຊ້​ຈາຍ ຊຶ່ງ​ໃນ​ນັ້ນ ຢູ​ເຄ​ຣນ​ຍັງ​ຈະ​ໄດ້​ຮັບ​ເງິນ​ຊ່ວຍ​ເຫຼືອ​ເພີ້ມຕື່ມ​ອີກ 44 ພັນ 900 ລ້ານໂດ​ລາ. ເວ​ລານີ້ ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ພວມ​ສົ່ງ​ໄປ​ຍັງ​ສະ​ພາ​ຕ່ຳ.

ໃນ​ຢູ​ໂຣບ​ຕາ​ເວັນ​ຕົກ ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ວໍ​ຊິງ​ຕັນ​ຂອງ​ທ່ານ​ຖືກມອງ​ກັນ​ວ່າ​ເປັນ​ສັນ​ຍາ​ລັກ ຊຶ່ງ​ເປັນ​ຂ່າວ​ທີ່​ສົ່ງ​ໃຫ້​ໂລກ​ຮູ້​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຢູ​ເຄ​ຣນຢ່າງ​ແຂງ​ຂັນ ໃນ​ການ​ຕໍ່​ສູ້​ເພື່ອ​ຄວາມ​ຢູ່​ລອດ.

ພວກ​ນັກ​ສັງ​ເກດ​ການ​ຢູ່​ໃນ​ຂົງ​ເຂດ ມີ​ຄວາມ​ຍິນ​ດີ​ທີ່​ໄດ້​ຍິນ​ທ່ານ​ໄບ​ເດັນ​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນທີ່​ຈະ “ຮັກ​ສາ​ຄວາມ​ເປັນ​ເອກ​ກະ​ພາບ​ໃນ​ອົງ​ການ​ເນ​ໂຕ້” ເມື່ອ​ເວົ້າ​ເຖິງ​ເລື້ອງ​ການ​ສະ​ໜອງ​ອາ​ວຸດ.

ນັກ​ປະ​ຫວັດ​ສາດ​ໂປ​ແລນ ທ່ານ​ລູ​ກາ​ສ ແອ​ແດມ​ສ​ກີ ຈາກ​ສູນ​ກາງ​ມີ​ໂຣ​ສຊິວ​ສ​ກີ (Miroszewski Center) ທີ່​ນະ​ຄອນ​ຫຼວງວໍ​ຊໍກ່າ​ວ​ຕໍ່​ວີ​ໂອ​ເອ​ວ່າ “ນີ້​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ແຂງ​ຂັນ​ວ່າ ມັນ​ບໍ່​ແມ່ນ​ສະ​ຫະ​ລັດ ແຕ່​ບັນ​ດາ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ຂອງ​ອົງ​ການ​ເນ​ໂຕ້ອື່ນໆ ທີ່​ຍັງ​ບໍ່​ທັນ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ຕໍ່​ຢູ​ເຄ​ຣນ.”

ແນວ​ໃດ​ກໍ​ຕາມ ​ປະ​ທາ​ນາ​ທິ​ບໍ​ດີຣັດ​ເຊຍ ​ທ່ານວ​ລາ​ດີ​ເມຍ ປູ​ຕິນ ກ່າວ​ວ່າ ການ​ເດີນ​ທາງ​ມາ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ​ກີ ມີ​ພຽງ​ແຕ່​ຜັກ​ດັນ ​ໃຫ້​ແກ່​ຍາວ​ບັນ​ຫາ​ຂັດ​ແຍ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG