ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ເຊເລນສກີ ຍົກຍ້ອງ ມາດຕະການລົງໂທດຮອບໃໝ່ ຄັ້ງທີ 12 ຕໍ່ຣັດເຊຍ ຂອງສະຫະພາບຢູໂຣບ


ແຟ້ມພາບ - ທຸງປະຈຳ ສະຫະພາບຢູໂຣບ ພັດສະບັດຕາມລົມຂະນະທີ່ຄົນກຳລັງຍ່າງຜ່ານ as ສຳນັກງານຂອງອີຢູ ໃນນະຄອນຫຼວງບຣັສໂຊລສ໌, ເມື່ອວັນທີ 20 ກັນຍາ 2023.
ແຟ້ມພາບ - ທຸງປະຈຳ ສະຫະພາບຢູໂຣບ ພັດສະບັດຕາມລົມຂະນະທີ່ຄົນກຳລັງຍ່າງຜ່ານ as ສຳນັກງານຂອງອີຢູ ໃນນະຄອນຫຼວງບຣັສໂຊລສ໌, ເມື່ອວັນທີ 20 ກັນຍາ 2023.

ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລນສກີ ໄດ້ກ່າວຄຳປາໄສຢູ່ໃນວີດີໂອ ປະຈຳແລງວັນຈັນຂອງທ່ານວ່າ ມາດຕະການລົງໂທດໃໝ່ ຂອງສະຫະພາບຢູໂຣບ (EU) “ຈະຫລຸດຜ່ອນຢ່າງແທ້ຈິງ” ພື້ນ​ຖານ​ທາງດ້ານເສດຖະກິດຂອງຣັດເຊຍ ໃນ​ການ​ເຮັດສົງຄາມຕໍ່ປະເທດທ່ານ. ທ່ານກ່າວຕື່ມວ່າ “ພວກເຮົາຈະສືບຕໍ່ເຮັດວຽກກັບຄູ່ພາຄີຂອງພວກເຮົາ ເພື່ອໃຫ້ແນ່ໃຈວ່າ ມາດຕະການລົງໂທດທັງ ຫຼາຍທີ່ວາງອອກ ໂດຍຢູໂຣບນັ້ນ ມີຜົນໃນທົ່ວໂລກ.”

ຊຸດມາດຕະການລົງໂທດຄັ້ງທີ 12 ໄດ້ຖືກຮັບຮອງໂດຍສະພາຂອງສະຫະພາບ ຢູໂຣບ ໃນວັນຈັນວານນີ້ ທີ່ລວມມີ ການຫ້າມນຳເຂົ້າ ແລະສົ່ງອອກ ເພັດທີ່ມາຈາກຣັດເຊຍ ພ້ອມທັງມາດຕະການອື່ນໆທີ່ຣັດເຊຍອາດໃຊ້ເພື່ອເປັນຊ່ອງຫວ່າງໃນການຫລີກລ່ຽງມາດຕະການລົງໂທດຂອງອີຢູ.

ໃນຄວາມພະຍາມ ເພື່ອປ້ອງກັນບໍ່ໃຫ້ຣັດເຊຍ ຮັກສາຍຸດໂທປະກອນຂອງຕົນ ສະຫະພາບຢູໂຣບ ນຳສະເໜີອັນທີ່ເອີ້ນວ່າ “ມາດຕະການບໍ່ຕໍ່ຣັດເຊຍ ຫຼື No Russia clause” ທີ່ຫ້າມພວກບໍລິສັດສົ່ງອອກຂອງອີຢູ ເຮັດສັນຍາໃດໆໃນການສົ່ງອອກຄືນໃໝ່ເຄື່ອງຂອງໃດໆໄປຍັງຣັດເຊຍ ທີ່ມີຢູ່ໃນບັນຊີຂອງ “ສິນຄ້າທີ່ລໍ່ແຫຼມ ແລະດ້ານເທັກໂນໂລຈີ” ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ.

ຜູ້ຜະລິດເພັດຂອງຣັດເຊຍ ບໍລິສັດ ALROSA ໄດ້ປະຕິເສດ ທີ່ຈະໃຫ້ຄຳເຫັນກ່ຽວກັບຊຸດມາດຕະການລົງໂທດ ຄັ້ງທີ 12 ຂອງອີຢູ.

ຊຸດມາດຕະການນີ້ ຍັງຈະຫັດແໜ້ນການປະຕິບັດຕາມຂໍ້ກຳນົດສຳລັບພວກຜູ້ຊື້ນຳມັນຂອງຣັດເຊຍ ໂດຍຜ່ານ ກົນໄກການກຳນົດລາຄາສູງສຸດຂອງ ກຸ່ມ G7.

ໃນການຕອບໂຕ້ຕໍ່ມາດຕະການລົງໂທດຮອບໃໝ່ດັ່ງກ່າວນັ້ນ ຄະນະກຳມາທິການດ້ານການທູດຂອງຣັດເຊຍ ປະຈຳສະຫະພາບຢູໂຣບ ໄດ້ກ່າວໃນວັນຈັນວານນີ້ ວ່າ ຄວາມຈຳເປັນຂອງອີຢູ ໃນການບັງຄັບໃຊ້ ຊຸດມາດຕະການລົງ ໂທດໃໝ່ນັ້ນ ສະແດງໃຫ້ເຫັນວ່າ ມາດຕະການທັງຫຼາຍເຊັ່ນນັ້ນ ຕໍ່ເສດຖະກິດຂອງຣັດເຊຍແມ່ນບໍ່ໄດ້ຜົນ.

“ເສດຖະກິດຂອງຣັດເຊຍ ບໍ່ໄດ້ ‘ເສຍຫາຍແຕ່ຢ່າງໃດ’ ໃນຄວາມພະຍາຍາມທີ່ຈະເຮັດໃຫ້ພວກເຮົາໂດດດ່ຽວຢູ່ໃນເວທີຂອງສາກົນ, ລວມທັງ ໃນເວທີ ຂອງ ບຣັສໂຊລສ໌ ນຳດ້ວຍ ກໍໄດ້ລົ້ມແຫຼວຢ່າງໂສກເສົ້າ, ເປົ້າໝາຍຂອງ “ຄວາມພ່າຍແພ້ ໃນດ້ານການສ້າງຄວາມເສຍຫາຍຍຸດທະສາດ” ຄະນະກຳມາທິການ ໄດ້ກ່າວ ໃນຖະແຫລງການສະບັບນຶ່ງ ທີ່ໄດ້ນຳລົງທາງອອນໄລນ໌.

Ukrainian President Volodymyr Zelenskyy said in his nightly video address Monday that the new EU sanctions "will truly reduce" Russia's economic foundation for war against his country.

"We will continue to work with our partners to ensure that the sanctions imposed by Europe work globally," he added.

The 12th package of sanctions adopted by the European Union Council Monday includes an import and export ban on Russian-origin diamonds and closed loopholes that Russia could use to avoid EU’s punitive measures.

To prevent Russia from maintaining its military hardware, the EU is introducing a "No Russia clause" that requires EU exporters to contractually prohibit the re-exportation to Russia of any item on a list of "sensitive goods and technology,” Reuters reports.

Russian diamond producer ALROSA declined to comment on the 12th EU sanctions package.

The package also tightens compliance rules for those buying Russian oil via the G7 price cap mechanism.

Responding to the new round of sanctions, Russia's diplomatic mission to the European Union said Monday that the EU’s need to enforce a new punitive package showed that such measures against the Russian economy had failed.

"The Russian economy is not 'torn to shreds,' attempts to isolate us on the international stage, including the Brussels platform, have failed miserably, the goal of 'inflicting a strategic defeat' has not been achieved," the mission said in a statement posted online.

XS
SM
MD
LG