ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ​ ເຊ​ເລັນ​ສ​ກີ ຕ້ອນ​ຮັບ​ຫົ​ວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ໃນ​ເມືອງ ລີ​ວິບ


ນັກ​ດັບ​ໄຟ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ຕຶກ​ບ່ອນ​ຢູ່​ອາ​ໄສທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣນ, 17 ສິງ​ຫາ, 2022. (Photo from State Emergency Service of Ukraine/Handout via Reuters)
ນັກ​ດັບ​ໄຟ​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ຕຶກ​ບ່ອນ​ຢູ່​ອາ​ໄສທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ ຣັດ​ເຊຍ ໃນ​ເມືອງ ຄາ​ກີບ, ຢູ​ເຄ​ຣນ, 17 ສິງ​ຫາ, 2022. (Photo from State Emergency Service of Ukraine/Handout via Reuters)

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ແລະ ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັ​ບ ໄຕ​ຢິບ ເອີ​ດູ​ອານ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ພົບ​ກັນ​ໃນ​ວັນ​ພະ​ຫັດ​ມື້ນີ້ ພ້ອມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ຢູ​ເຄ​ຣນ ທ່ານ ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໃນ​ເມືອງ ລີ​ວິບ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ ຢູ​ເຄ​ຣນ ພ້ອມ​ກັບ​ວາ​ລະແຜນ​ການປະ​ຊຸມ​ທີ່​ຄາດ​ວ່າ​ ຈະ​ລວມ​ມີ​ຫົວ​ຂໍ້ ກ່ຽວ​ກັບ ວິ​ກິດ​ການ​ດ້ານ​ອາ​ຫານ​ໂລກ, ໄພ​ຂົ່​ມ​ຂູ່​ຕໍ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ແລະ ການ​ຊອກ​ຫາ​ຂໍ້​ແກ້​ໄຂ​ທາງ​ການ​ເມືອງ​ຕໍ່​ສົງ​ຄາມ​ທີ່​ເລີ່ມ​ຂຶ້ນ​ໂດຍ ຣັດ​ເຊຍ.

ຄວາມ​ພະ​ຍາ​ຍາມ​ຕ່າງໆ​ເພື່ອຫຼຸດ​ຜ່ອນ​ວິ​ກິດ​ການ​ດ້ານ​ອາ​ຫານ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່, ດ້ວຍ​ກຳ​ປັ່ນຫຼາຍ​ລຳ​ທີ່​ຂົນ​ສົ່ງ​ສິນ​ຄ້າ​ສົ່ງ​ອອກ​ຂອງ ຢູ​ເຄ​ຣນ ຕອນນີ້​ແມ່ນ​ສາ​ມາດ​ທີ່​ຈະ​ເດີນ​ທາງ​ອອກໄປ ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ເທີ​ກີ ໄດ້​ເປັນ​ຜູ້​ໄກ່​ເກ່ຍ​ໃນ​ທ້າຍ​ເດືອນ​ກໍ​ລະ​ກົດ ​ກັບ ຣັດ​ເຊຍ ແລະ ຢູ​ເຄ​ຣນ.

ທ່ານ ກູ​ເຕ​ເຣັ​ສ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທ່າ​ເຮືອ​ໃນ​ເມືອງ ໂອ​ເດ​ຊາ ໃນ​ວັນ​ສຸກມື້​ອື່ນ, ຫຼັງ​ຈາກ​ນັ້ນ​ໃນ​ວັນ​ເສົາ ກໍ​ຈະ​ໄປ​ນະ​ຄອນ ອິ​ສ​ຕານ​ບູ​ລ ເພື່ອ​ເບິ່ງ​ສູນ​ກາງ​ການ​ປະ​ສານ​ງານ​ຮ່ວມ​ ທີ່​ກຳ​ລັງ​ຕິດ​ຕາມ​ລະ​ບົບ​ການ​ສົ່ງ​ອອກ, ລວມ​ທັງ​ການກວດ​ກາ​ກຳ​ປັ່ນ​ຂາ​ເຂົ້າ ແລະ ຂາ​ອອກ​ທີ່​ຖືກ​ຮຽກ​ຮ້ອງ​ໂດຍ ຣັດ​ເຊຍ.

ສູນ​ກາງ​ທີ່​ວ່າ​ນັ້ນ​ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ຄາດ​ວ່າ ​ກຸ່ມ​ກວດ​ກາ​ຕ່າງໆ​ຈະ​ດຳ​ເນີນ​ການກວດ​ກາ​ກຳ​ປັ່ນ​ສີ່​ລຳ​ໃນ​ວັນ​ພະ​ຫັດ​ມື້ນີ້ ທີ່​ເດີນ​ທາງ​ອອກ​ຈາກ ຢູ​ເຄ​ຣນ ໃນ​ຕົ້ນ​ອາ​ທິດນີ້.

ກຳ​ປັ່ນ​ທີ່​ວ່າ​ນັ້ນ​ ລວມ​ມີ ກຳ​ປັ່ນ Osprey S ເຊິ່ງ​ຂົນ​ສົ່ງ​ສາ​ລີ​ໄປ ເທີ​ກີ, ກຳ​ປັ່ນ Ramus ແລະ ສິນ​ຄ້າ​ທີ່​ເປັນ​ເຂົ້າ​ເບຼ ຈະ​ມຸ່ງ​ໜ້າ​ໄປ ເທີ​ກີ, ກຳ​ປັ່ນ Brave Commander ຂົນ​ສົ່ງ​ເຂົ້າ​ເບຼ ໄປ​ປະ​ເທດ ຈິີບູ​ຕີ ແລະ ກຳ​ປັ່ນ Bonita ຂົນ​ສົ່ງ​ສາ​ລີ​ໄປ​ປະ​ເທດ ເກົາ​ຫຼີ​ໃຕ້.

ກຳ​ປັ່ນ​ອື່ນໆ​ອີກ​ສີ່​ລຳ ແມ່ນ​ມີ​ກຳ​ນົດ​ທີ່​ຈະ​ຖືກກວດກ​າ​ໃນ​ເວ​ລາ​ເດີນ​ທາງ​ໄປຮອດ ຢູ​ເຄ​ຣນ. ຣັດ​ເຊຍ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຮັບ​ປະ​ກັນ​ວ່າ​ ກຳ​ປັ່ນ​ຂາ​ເຂົ້າ​ແມ່ນບໍ່​ໄດ້​ນຳ​ເອົາ​ອາ​ວຸດ​ໄປ​ໃຫ້​ກອງ​ກຳ​ລັງ ຢູ​ເຄ​ຣນ.

ກຳ​ປັ່ນ​ອີກ​ສາມ​ລຳ​ໄດ້​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ​ໃນ​ທະ​ເລ​ດຳ​ເມື່ອ​ວັນ​ພຸດ​ວານນີ້. ສູນ​ກາງ​ການ​ປະ​ສານ​ງານ​ໄດ້​ກ່າວ​ວ່າ ກຳ​ປັ່ນ Sara, ທີ່​ຂົນ​ສົ່ງ​ສາ​ລີ 8,000 ໂຕນ, ແລະ ກຳ​ປັ່ນ Efe ຂົນ​ສົ່ງ​ນ້ຳ​ມັນ​ດອກ​ຕາ​ເວັນ 7,250 ໂຕນ, ໄດ້​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ ໂອ​ເດ​ຊາ ແລະ ໄດ້​ມຸ່ງ​ໜ້າ​ໄປ​ປະ​ເທດ ເທີ​ກີ.

ສ່ວນກຳ​ປັ່ນ Petrel S ໄດ້​ຂົນ​ສົ່ງ​ຜົງ​ແກ່ນ​ຕາ​ເວັນ 18,500 ໂຕນ, ໄດ້​ເດີນ​ທາງ​ອອກ​ຈາກ​ທ່າ​ເຮືອ ຊໍ​ໂນມອ​ສ ແລະ ໄດ້​ມຸ່ງ​ໜ້າ​ໄປ​ນະ​ຄອນຫຼວງ ອາມ​ສ​ເຕີ​ດາມ, ປະ​ເທດ ເນ​ເທີ​ແລນ, ອີງ​ຕາມ​ການ​ກ່າວ​ຂອງ​ສູນ​ກາງ​ການ​ປະ​ສານ​ງານ.

ນັບ​ຕັ້ງ​ແຕ່​ການ​ສົ່ງ​ອອກ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ​ທີ່​ຜ່ານ​ມາ, ກຳ​ປັ່ນ 24 ລຳ​ແມ່ນ​ໄດ້​ເດີນ​ທາງ​ອອກ​ຈາກ ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG