ລັດຖະມົນຕີການຕ່າງປະເທດ ອີຣ່ານ ທ່ານ ໂມຮຳມັດ ຈາວາ ຊາຣິຟ ໄດ້ກ່າວວ່າ ປະ
ເທດຂອງທ່ານບໍ່ໄດ້ພະຍາຍາມເຮັດໃຫ້ຄວາມເຄັ່ງຕຶງຮຸນແຮງຂຶ້ນ.
ໃນການກ່າວລະຫວ່າງການຢ້ຽມຢາມ ຍີ່ປຸ່ນ ໃນວັນພຸດມື້ນີ້ ເພື່ອການເຈລະຈາກັບນາ
ຍົກລັດຖະມົນຕີ ຊິນໂຊ ອາເບະ ນັ້ນ, ທ່ານ ຊາຣິຟ ໄດ້ກ່າວວ່າ ອີຣ່ານ ເຊື່ອວ່າ “ທຸກ
ປະເທດຄວນໄດ້ຮັບອະນຸຍາດໃຫ້ປະຕິບັດສິດທິຂອງເຂົາເຈົ້າເອງພາຍໃຕ້ກົດໝາຍ
ສາກົນ.”
ທ່ານ ອາເບະ ໄດ້ໄປຢ້ຽມຢາມນະຄອນຫຼວງ ເຕຫະຣ່ານ ໃນຕົ້ນປີນີ້ ໃນຄວາມພະຍາ
ຍາມທີ່ຈະເປັນຜູ້ໄກ່ເກ່ຍ ລະຫວ່າງ ອີຣ່ານ ແລະ ສະຫະລັດ.
ໃນອາທິດນີ້, ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ “ມັນມີໂອກາດ
ທີ່ດີຫຼາຍ” ທີ່ທ່ານຈະພົບປະກັບປະທານາທິບໍດີ ອີຣ່ານ ທ່ານ ຮາສຊານ ຣູຮານີ ເພື່ອ
ເຈລະຈາກຂໍ້ຕົກລົງໃໝ່ ເພື່ອຈຳກັດໂຄງການນິວເຄລຍຂອງ ອີຣ່ານ ມາແທນຂໍ້ຕົກລົງ
ສາກົນປີ 2015 ທີ່ທ່ານ ທຣຳ ໄດ້ຖອນຕົວແຕ່ປີກາຍນີ້.
ແຕ່ທ່ານ ຣູຮານີ ໄດ້ກ່າວວ່າ ຖ້າທ່ານ ທຣຳ ຢາກຈັດການເຈລະຈາ, ທ່ານ ຕ້ອງ “ເອົາ
ບາດກ້າວທຳອິດ” ແລະ ຍົກເລີກສິ່ງທີ່ທ່ານເອີ້ນວ່າ “ມາດຕະການລົງໂທດທີ່ຜິດກົດ
ໝາຍ, ບໍ່ຖືກຕ້ອງ ແລະ ບໍ່ຍຸຕິທຳ ທີ່ ສະຫະລັດ ໄດ້ວາງຕໍ່ ອີຣ່ານ.
ທ່ານ ທຣຳ ໄດ້ສ້າງເງື່ອນໄຂຂອງທ່ານ ກ່ຽວກັບ ການເຈລະຈາທີ່ອາດເປັນໄປໄດ້ ໂດຍ
ເວົ້າວ່າ ອີຣ່ານ ບໍ່ສາມາດສ້າງຄວາມເຄັ່ງຕຶງໃນຕ່າງປະເທດ ດ້ວຍການເຄື່ອນກອງທັບ
ແລະ ການໂຈມຕີ. ທ່ານຍັງໄດ້ກ່າວວ່າ ຂໍ້ຕົກລົງໃໝ່ ຈະໄດ້ຫ້າມ ອີຣ່ານ ຈາກການພັດ
ທະນາອາວຸດນິວເຄລຍ ແລະ ທົດລອງລູກສອນໄຟຂີປະນາວຸດ ແລະ ວ່າມັນຈະຄວບ
ຄຸມເປັນໄລຍະທີ່ດົນກວ່າ 10 ປີດັ່ງທີ່ຖືກລະບຸໄວ້ໃນຂໍ້ຕົກລົງປີ 2015.
ຄຳເຫັນຂອງຜູ້ນຳ ສະຫະລັດ ໄດ້ມີຂຶ້ນຢູ່ກອງປະຊຸມສຸດຍອດຜູ້ນຳ G7 ໃນປະເທດ
ຝຣັ່ງ.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາກຣົງ ໄດ້ເຊື້ອເຊີນທ່ານ ຊາຣິຟ ເພື່ອການ
ເຈລະຈາໃນສະຖານທີ່ຈັດກອງປະຊຸມສຸດຍອດນັ້ນ ໃນວັນອາທິດທີ່ຜ່ານມາ ດັ່ງກັບ
ຄວາມພະຍາຍາມຂອງທ່ານທີ່ດຳເນີນຕໍ່ມາ ເພື່ອເປັນຕົວແທນໃນການເຈລະຈາ ສະ
ຫະລັດ-ອີຣ່ານ.
ທ່ານ ມາກຣົງ ໄດ້ກ່າວໃນວັນຈັນທີ່ຜ່ານມາວ່າ ທ່ານໄດ້ທຳການສະຫຼຸບ “ຢ່າງລະມັດລະ
ວັງຫຼາຍ” ວ່າ ລັດຖະບານ ວໍຊິງຕັນ ແລະ ເຕຫະຣ່ານ ສາມາດບັນລຸຂໍ້ຕົກລົງນຳກັນໄດ້
ຖ້າທ່ານ ທຣຳ ກັບທ່ານ ຣູຮານີ ໄດ້ພົບປະກັນ. ທ່ານໄດ້ກ່າວວ່າ ຖ້າການເຈລະຈາດັ່ງ
ກ່າວນັ້ນເກີດຂຶ້ນແທ້, ຝຣັ່ງ ຈະ “ສວມບົດບາດ” ພ້ອມກັບຜູ້ລົງນາມປະເທດອື່ນໆໃນຂໍ້
ຕົກລົງປີ 2015 ຄື ອັງກິດ, ຈີນ, ເຢຍຣະມັນ, ຣັດເຊຍ ແລະ ສະຫະພາບ ຢູໂຣບ.