ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່ຍິງລາວ-ອາເມຣິກັນ ຢູ່ນິວຢອກ ພາລູກນ້ອຍ ໄປປະທ້ວງ ເພື່ອໃຫ້ຮຽນຮູ້ ການຕໍ່ສູ້ເພື່ອຄວາມເປັນທໍາ ແຕ່ຍັງເຍົາໄວ


ນາງ ເອໂພຣ ສົມບູນອູ້ມລູກສາວນ້ອຍໄປປະທ້ວງຢູ່ໃກ້ຂົວບຣຸກຄລິນໃນນະຄອນນິວຢອກ ເພື່ອໃຫ້ລູກຮຽນຮູ້ການຕໍ່ສູ້ເພື່ອຄວາມຖືກຕ້ອງ ແຕ່ເຍົາໄວ ໃນວັນທີ 05 ມິຖຸນາ, 2020
ນາງ ເອໂພຣ ສົມບູນອູ້ມລູກສາວນ້ອຍໄປປະທ້ວງຢູ່ໃກ້ຂົວບຣຸກຄລິນໃນນະຄອນນິວຢອກ ເພື່ອໃຫ້ລູກຮຽນຮູ້ການຕໍ່ສູ້ເພື່ອຄວາມຖືກຕ້ອງ ແຕ່ເຍົາໄວ ໃນວັນທີ 05 ມິຖຸນາ, 2020

ຂະນະການປະທ້ວງທີ່ເກີດຂຶ້ນ ຢູ່ໃນຫົວເມືອງຕ່າງໆ ທົ່ວສະຫະລັດ ພາຍຫລັງ ມີການຕາຍຂອງຊາຍເຊື້ອສາຍອາຟຣິກາຄົນນຶ່ງ ຢູ່ຄາມືຂອງຕໍາຫລວດຜິວຂາວ ໃນລັດມິນເນໂຊຕາໃນທ້າຍເດືອນຜ່ານມາ ກໍາລັງດໍາເນີນໄປຢູ່ນີ້ ກໍມີແມ່ຍິງອາເມຣິກັນເຊື້ອສາຍລາວຄົນນຶ່ງ ທີ່ເຊື່ອວ່າການຕໍ່ສູ້ຕ້ານກັບການຈໍາແນກຜິວພັນຢູ່ ໃນສະຫະລັດ ຈະນໍາມາແຫ່ງຄວາມສະເໝີພາບໃຫ້ສັງຄົມນັ້ນ ກໍໄດ້ພາລູກນ້ອຍຂອງຕົນເຂົ້າໄປປະທ້ວງຮ່ວມກັບຫລາຍພັນຄົນຢູ່ໃນນະຄອນນິວຢອກ ຊຶ່ງເປັນ ນະຄອນໃຫຍ່ ທີ່ມີຊື່ສຽງແຫ່ງນຶ່ງຂອງໂລກ ໃນວັນສຸກຜ່ານມານີ້. ໂດຍໄດ້ຮັບຄວາມສະເທືອນໃຈຈາກເຫດການທີ່ເກີດຂຶ້ນ ໃນລັດມິນເນໂຊຕາດັ່ງກ່າວມານັ້ນ, ນາງ ເອໂພຣ ສົມບູນ ທີ່ອາໄສຢູ່ໃນນະຄອນນິວຢອກກໍໄດ້ຈູງເອົາແຂນລູກຊາຍ ນ້ອຍ ອາຍຸ 5 ປີ ແລະອູ້ມເອົາລູກສາວ ອາຍຸ 2 ປີ ໄປຮ່ວມການປະທ້ວງດັ່ງ ກ່າວ ຊຶ່ງນາງເລົ່າສູ່ວີໂອເອຟັງວ່າ:

“We had our masks on, we have our signs. My son made a sign. He wanted to make his own sign, but he copied my sign that says “Black Lives Matter” and he would be really proud of it and we went and we stayed there for a couple of hours until lunch time or over lunch time.”
“ພວກເຮົາພາກັນໃສ່ໜ້າກາກປິດປາກ, ພວກເຮົາມີປ້າຍຂອງພວກເຮົາ. ລູກ ຊາຍຂ້ອຍຢາກເຮັດປ້າຍຂອງລາວເອງ ແຕ່ວ່າລາວກ່າຍເອົາປ້າຍຂອງຂ້ອຍ ທີ່ຂຽນວ່າ “Black Lives Matter” ແລະລາວກາ ມີຄວາມຮູ້ສຶກພູມໃຈກ່ຽວ ກັບມັນແທ້ໆ ແລ້ວພວກເຮົາກໍພາກັນໄປ, ພວກເຮົາຢູ່ຫັ້ນ ປະມານສອງສາມ ຊົ່ວໂມງ ຈົນຮອດຍາມ ກິນເຂົ້າທ່ຽງ ຫລືກາຍຍາມກິນເຂົ້າທ່ຽງໜີ້ ແລ້ວກໍມາ.”

ນາງເວົ້າສູ່ຟັງອີກວ່າ ການໄປປະທ້ວງເພື່ອຄວາມເປັນທໍາແນວນີ້ເປັນສິ່ງທີ່ຖືກ ຕ້ອງ ແລະເປັນການດີ ໃນການສອນລູກສອນຫລານ ໃຫ້ເຂົ້າໃຈເຖິງຄວາມໝາຍ ແລະຄວາມສໍາຄັນຂອງການເຮັດແນວນັ້ນ ຊຶ່ງນາງຊີ້ແຈງດັ່ງນີ້:

““Black Lives Matter. I am 110% supporting that. I think that we need to stop racism. And I see from my window here, where I live, I see the protests, I see marches over the Brooklyn Bridge. And I think it’s beautiful. I went to George Floyd’s memorial a couple days ago in Cadman Plaza. I took my children. And I think that it’s important that we teach our kids of what’s happening right now.”

““ຊີວິດຂອງຄົນດໍາສໍາຄັນ” ຂ້ອຍສະໜັບສະໜຸນຂະບວນການນີ້ 110 ເປີເຊັນ ເລີຍ. ຂ້ອຍຄິດວ່າພວກເຮົາຕ້ອງໄດ້ເຮັດໃຫ້ການຈໍາແນກຜິວພັນຍຸຕິລົງ. ແລະ ຂ້ອຍກໍໄດ້ເຫັນໂດຍແນມອອກຈາກປ່ອງຢ້ຽມຂອງບ່ອນທີ່ຂ້ອຍຢູ່ນີ້, ຂ້ອຍເຫັນ ການປະທ້ວງ. ຂ້ອຍເຫັນການເດີນຂະບວນຜ່ານຂົວບຣຸກຄລິນໄປ. ແລະຂ້ອຍ ຄິດວ່າ ມັນງາມຫລາຍ. ຂ້ອຍໄດ້ໄປບ່ອນໄວ້ອາໄລລະນຶກເຖິງຈອຣຈ໌ ຟລອຍດ໌ ຢູ່ ແຄນແມນ ພລາຊາ (Cadman Plaza) ສອງສາມມື້ຫລັງຫັ້ນ. ຂ້ອຍພາ ລູກຂອງຂ້ອຍໄປ. ແລະຂ້ອຍຄິດວ່າມັນສໍາຄັນຫລາຍ ທີ່ພວກເຮົາຕ້ອງສອນ ລູກຫລານຂອງພວກເຮົາກ່ຽວກັບວ່າມີຫຍັງກໍາລັງເກີດຂຶ້ນຢູ່ໃນເວລານີ້.

ນາງເລົ່າ ຕໍ່ໄປອີກວ່າ:

“I don’t think that kids are ever too young to learn about discrimination, to learn about racism, to learn about what’s happening in our world because they are the future. I am their role model. It’s hard but it takes being open and you know being transparent. Kids are really smart; they see what’s going on. When my kids marches are happening, they know. They know that George Floyd died. They know that someone died and I told them that a black man died, his name is George Floyd. This is incredible to see the all the people out fighting for what’s right. I hope it continues.”

“ຂ້ອຍບໍ່ຄິດຈັກເທື່ອດອກວ່າ ມັນນ້ອຍເກີນໄປສໍາລັບເດັກນ້ອຍ ທີ່ຈະຮຽນຮູ້ກ່ຽວ ກັບການຈໍາແນກ, ທີ່ຈະຮຽນຮູ້ກ່ຽວກັບການແບ່ງແຍກຜິວພັນ, ຮຽນຮູ້ກ່ຽວກັບວ່າ ມີ ຫຍັງເກີດຂຶ້ນຢູ່ໃນໂລກຂອງເຮົານີ້. ເພາະເຂົາເປັນອະນາຄົດ. ຂ້ອຍເປັນຕົວ ຢ່າງໃຫ້ພວກເຂົາ. ມັນຍາກ ແຕ່ວ່າກໍຕ້ອງໄດ້ເປີດໃຈ ແລະມີຄວາມໂປ່ງໃສ. ເດັກນ້ອຍສະຫລາດຫລາຍອີ່ຫລີ. ພວກເຂົາເຫັນວ່າມີຫຍັງກໍາລັງເກີດຂຶ້ນຢູ່. ເມື່ອລູກຂອງຂ້ອຍເຫັນວ່າ ມີການເດີນຂະບວນເກີດຂຶ້ນ ເຂົາຮູ້. ເຂົາຮູ້ວ່າ ຈອຣຈ໌ ຟລອຍດ໌ ຕາຍ. ເຂົາຮູ້ວ່າມີໃຜຄົນນຶ່ງຕາຍ ແລະ ຂ້ອຍບອກເຂົາວ່າ ມີຜູ້ຊາຍຄົນ ຜິວດໍາ ຄົນນຶ່ງຕາຍ ແລະຊື່ລາວ ແມ່ນຈອຣຈ໌ ຟລອຍດ໌. ມັນໜ້າ ເຫລືອເຊື່ອອີ່ຫລີ ທີ່ ເຫັນຜູ້ຄົນພາກັນອອກມາຕໍ່ສູ້ ເພື່ອສິ່ງທີ່ຖືກຕ້ອງ ແລະ ຂ້ອຍຫວັງວ່າ ມັນຈະມີສືບຕໍ່ໄປອີກ.”

ນາງ ເອໂພຣ ສົມບູນພາລູກນ້ອຍ 2 ຄົນໄປປະທ້ວງຢູ່ໃກ້ຂົວບຣຸກຄລິນໃນນະຄອນນິວຢອກ, ວັນທີ 05 ມິຖຸນາ, 2020
ນາງ ເອໂພຣ ສົມບູນພາລູກນ້ອຍ 2 ຄົນໄປປະທ້ວງຢູ່ໃກ້ຂົວບຣຸກຄລິນໃນນະຄອນນິວຢອກ, ວັນທີ 05 ມິຖຸນາ, 2020

ນາງພັນລະນາເຖິງການປະທ້ວງນັ້ນວ່າ ມັນສັນຕິ ແລະປອດໄພຫຼາຍ ຕໍາຫຼວດ ກໍຢືນຍາມຢູ່ຫັ້ນ ແລະກໍມີພະນັກງານສັງຄົມສົງເຄາະ ເອົາໜ້າກາກແຈກຢາຍ ໃຫ້ຜູ້ຄົນ. ແລ້ວຫລາຍໆພັນຄົນລວມທັງຜູ້ໃຫຍ່ ແລະເດັກນ້ອຍ, ທຸກເພດໄວ ແລະ ສີຜິວຕ່າງກໍພາກັນຍ່າງເປັນຂະບວນຂຶ້ນຂົວ Brooklyn ໄປ.

ອ່ານສະຫລຸບຫຍໍ້ກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດຢູ່ລຸ່ມນີ້

Young Lao-American Mother of Two in New York Took Her Children to Join the Protest as a Way to Help them Learn How to Fight for Justice

Being astounded by the death of George Floyd, a young Lao-American mother took her young children to join the protest with thousands of New York City residents as they marched over Brooklyn Bridge last Friday. “I don’t think that kids are ever too young to learn about discrimination, to learn about racism, to learn about what’s happening in our world because they are the future. I am their role model,” said April Soumboun whose daughter is as young as two years. Her five-year-old son was so proud to join the march “as he raised the ‘Black Lives Matter’ sign that he made himself up high”, she added.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG