ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອໍາໄພ, ນັກທຸລະກິດລາວ- ອາເມຣິກັນ ຍັງຈ່າຍເງິນເດືອນ ໃຫ້ພະນັກງານຢູ່ ຂະນະທີ່ລໍຖ້າ ເງິນຊ່ວຍເຫລືອ ຈາກລັດຖະບານ


ທ.ນ. ອໍາໄພ ສີວິໄຊ, ເຈົ້າຂອງບໍລິສັດສະໜອງຊຸດເຟີນີເຈີໃຫ້ແກ່ໂຮງແຮມຕ່າງໆ ທົ່ວສະຫະລັດ
ທ.ນ. ອໍາໄພ ສີວິໄຊ, ເຈົ້າຂອງບໍລິສັດສະໜອງຊຸດເຟີນີເຈີໃຫ້ແກ່ໂຮງແຮມຕ່າງໆ ທົ່ວສະຫະລັດ

ທ້າມກາງການລະບາດຢ່າງໜັກ ຂອງໄວຣັສໂຄໂຣນາ ທີ່ກໍາລັງທໍາລາຍ ເສດຖະກິດຂອງສະຫະລັດຢູ່ນີ້ ທຸລະກິດຂະໜາດນ້ອຍຫລາຍບໍລິສັດ ຈະຕ້ອງໄດ້ເພິ່ງພາລັດຖະບານ ເພື່ອຈ່າຍຄ່າທີ່ຈໍາເປັນໂດຍສະເພາະ ແມ່ນເງິນເດືອນ ຂອງພະນັກງານ ຫລືບໍ່ກໍອາດຕ້ອງໄດ້ໃຫ້ພະນັກງານອອກການເລີຍ ໃນຊ່ວງທີ່ ລັດຕ່າງໆປິດຢູ່ນີ້. ແຕ່ວ່າ ນັກທຸລະກິດອາເມຣິກັນທີ່ເປັນຍິງໜຸ່ມເຊື້ອສາຍລາວ ຄົນນຶ່ງ ໃນນະຄອນລອສແອນເຈລີສ ພະຍາຍາມສືບຕໍ່ຈ່າຍເງິນເດືອນໃຫ້ພະ ນັກງານເຕັມຕາມປົກກະຕິມາໄດ້ເດືອນກວ່າແລ້ວ ໃນຂະນທີ່ລໍຄອຍໄດ້ຮັບເງິນ ຊ່ວຍເຫລືອຈາກລັດຖະບານຢູ່ນີ້. ລາຍລະອຽດຈະເປັນແນວໃດນັ້ນຂໍເຊີນທ່ານ ໄປຮັບຟັງເລື້ອງນີ້ ຈາກບົວສະຫວັນໄດ້ເລີຍ.

ທ້າມກາງການລະບາດຢ່າງໜັກຂອງໄວຣັສໂຄໂຣນາຢູ່ນີ້ ຫລາຍໆ ທ່ານທີ່ເປັນ ເຈົ້າຂອງບັນດາໂຮງຈັກ ໂຮງງານ ແລະທຸລະກິດທີ່ໄດ້ປິດໄວ້ ຕ່າງກໍຄົງຈະທໍາ ການຕັດສິນໃຈລໍາບາກເນາະວ່າ ຈະເອົາຄົນອອກການ ຫລືຫລຸດເງິນເດືອນພະ ນັກງານລົງດີບໍ່ ໃນຂະນະທີ່ບໍ່ມີວຽກຫລື ມີວຽກພຽງໜ້ອຍດຽວໃຫ້ເຂົາເຈົ້າເຮັດຢູ່ ນີ້ ເພື່ອຄວາມຢູ່ລອດຂອງທຸລະກິດຕົນ. ແຕ່ວ່າ ທ່ານນາງອໍາໄພ ສີວິໄຊ, ນັກ ທຸລະກິດຍິງ ໄວ 40 ກວ່າປີທີ່ນໍາເຂົ້າຊຸດເຟີນີເຈີ້ຈາກຈີນແລະຫວຽດນາມເພື່ອ ສະໜອງໃຫ້ແກ່ໂຮງແຮມຕ່າງໆ ຊຶ່ງເອີ້ນວ່າ Hospitality Furniture Supply ທີ່ມີຫ້ອງການຕັ້ງຢູ່ນະຄອນລອສແອນເຈີລີສ ຢູ່ໃນລັດຄາລິຟໍເນຍນັ້ນ ຍັງສືບ ຕໍ່ຮັກສາພະນັກງານທັງໝົດ 13 ຄົນໄວ້ ແລະຈ່າຍເງິນເດືອນໃຫ້ເຂົາເຈົ້າຕາມ ປົກກະຕິ ເຖິງແມ່ນວ່າຈະມີວຽກໃຫ້ພະນັກງານເຮັດໜ້ອຍດຽວກໍຕາມໃນຂະນະ ທີ່ກໍາລັງເຮັດຄໍາຮ້ອງຂໍເອົາການຊ່ວຍເຫລືອຈາກລັດຖະບານພາຍໃຕ້ໂຄງການ ປົກປ້ອງການຈ່າຍເງິນເດືອນຫລື Paycheck Protection Program (PPP) ຢູ່ໃນເວລານີ້. ນັກທຸລະກິດຍິງທີ່ໃຈດີຄົນນີ້ເລົ່າສູ່ຟັງວ່າ:

ຕົວຢ່າງບາງອັນຂອງເຟີນີເຈີທີ່ຜະລິດໂດຍບໍລິສັດຂອງ ທ.ນ. ອໍາໄພ ສີວິໄຊ
ຕົວຢ່າງບາງອັນຂອງເຟີນີເຈີທີ່ຜະລິດໂດຍບໍລິສັດຂອງ ທ.ນ. ອໍາໄພ ສີວິໄຊ

ໂຄງການ PPP ນີ້ ແມ່ນນອນຢູ່ໃນຮ່ວງເງິນປະມານ 2 ພັນ 200 ຕື້ໂດລາທີ່ລັດຖະສະພາສະຫະລັດໄດ້ຮັບຜ່ານ ຢູ່ພາຍໃຕ້ກົດໝາຍທີ່ຊື່ວ່າ Coronavirus Aid, Relief and
Economic Security ຫລື CARES ໃນທ້າຍເດືອນມີນາຜ່ານມາ. ມັນຖືກສ້າງຕັ້ງຂຶ້ນມາ
ເພື່ອຈັດເອົາເງິນຈໍານວນ 350 ຕື້ ໂດລາ ໄວ້ຊ່ວຍເຫລືອທຸລະກິດຂະໜາດນ້ອຍ ທີ່ມີພະ
ນັກງານ 500 ຄົນລົງມາ ເພື່ອ ໃຫ້ເຂົາເຈົ້າສາມາດຈ່າຍເງິນເດືອນພະນັກງານໄດ້ຄືເກົ່າ
ຫລື ຈ້າງພະນັກງານໃໝ່ເພີ້ມ ແລະຈ່າຍຄ່າ ອື່ນໆ ທີ່ຈໍາເປັນໄດ້. ພ້ອມກັນນັ້ນ ກໍຍັງຊ່ວຍ
ເຫລືອ ພວກທີ່ເຮັດວຽກແລະຜູ້ຮັບເໝົາ ຫລືສັນຍາຈ້າງແບບອິດສະຫລະອີກດ້ວຍນັບແຕ່
ວັນທີ 3 ເມສາເປັນຕົ້ນມາ.

ແຕ່ວ່າ ກ່ອນຈະຂໍເງິນຊ່ວຍເຫລືອບັນເທົາທຸກນີ້ໄດ້ ບໍລິສັດຕ້ອງໄດ້ມີບັນຊີທະນາຄານສະ
ເພາະຂອງບໍລິສັດ ແລະຍື່ນເອກະສານທາງອອນລາຍໄປຫາທະນາຄານທີ່ບໍລິສັດຕົນເອງ
ມີບັນຊີທະນາຄານຢູ່ນັ້ນ ແລະຕ້ອງໃຫ້ຂໍ້ມູນ ດັ່ງທີ່ ທ່ານນາງອໍາໄພເລົ່າສູ່ຟັງດັ່ງນີ້:

ອີງຕາມລະບຽບການແລ້ວ ເຈົ້າຂອງທຸລະກິດສາມາດຂໍເອົາເງິນຊ່ວຍເຫລືອປະເພດນີ້ໃນຈໍານວນເທົ່າກັບຈໍານວນເງິນ ຂອງເງິນເດືອນພະນັກງານ 1 ເດືອນທີ່ ບັນທຶກຢູ່ໃນຟອມແຈ້ງພາສີ ຄູນໃຫ້ 2.5 ເພາະວ່າ ທຸລະກິດສາມາດຂໍເອົາເງິນ ຊ່ວຍເຫລືອໃນການຈ່າຍຄ່າແຮງງໄດ້ສໍາລັບ 2 ເດືອນທີ່ມີການປິດເມືອງໄວ້ຍ້ອນ ໄວຣັສໂຄໂຣນາເທົ່ານັ້ນ. ສ່ວນເງິນອີກ 0.5 ຂອງຈໍານວນເງິນເດືອນທັງໝົດນັ້ນ ແມ່ນໃຫ້ໄວ້ໃຊ້ຈ່າຍຄ່ານໍ້າ, ຄ່າໄຟ ແລະຄ່າເຊົ່າຫ້ອງການ ຫລື ຫ້າງຮ້ານຕ່າງໆ. ເງິນທີວ່ານີ້ ແມ່ນເອົາໃຫ້ແຕ່ບໍລິສັດທີ່ຈ່າຍເງິນເດືອນພະນັກງານ ຫລື ກໍາມະກອນ ລວມທັງໝົດບໍ່ເກີນ 1 ແສນໂດລາ ຕໍ່ເດືອນເທົ່ານັ້ນ ຊຶ່ງທ່ານນາງອໍາໄພ ເວົ້າສູ່ ຟັງວ່າເງິນນີ້ກໍບໍ່ພໍຄ່າໃຊ້ຈ່າຍ ຂອງບໍລິສັດໃນປັດຈຸບັນເລີຍ ແຕ່ມັນກໍຍັງດີເພາະ ເງິນ ທີ່ລັດຖະບານຊ່ວຍນີ້ເອີ້ນວ່າ Forgivable loan ຊຶ່ງເຈົ້າຂອງທຸລະກິດ ບໍ່ຕ້ອງ ໄດ້ໃຊ້ໜີ້້ໃຫ້ລັດຖະບານຄືນເລີຍ.

ທ.ນ. ອໍາໄພ ສີວິໄຊ, ເຈົ້າຂອງບໍລິສັດສະໜອງຊຸດເຟີນີເຈີໃຫ້ແກ່ໂຮງແຮມຕ່າງໆ ແລະແມ່
ທ.ນ. ອໍາໄພ ສີວິໄຊ, ເຈົ້າຂອງບໍລິສັດສະໜອງຊຸດເຟີນີເຈີໃຫ້ແກ່ໂຮງແຮມຕ່າງໆ ແລະແມ່

ແຕ່ໃນະຂະນະດຽວກັນມັນກໍມີການປັບໃໝເປັນເງິນຫລາຍເຖິງ 1 ລ້ານໂດລາ, ຖ້າຫາກມີການໃຫ້ຂໍ້ມູນທີ່ບໍ່ເປັນຈິງ ຫລືເອົາເງິນໄປໃຊ້ໃນທາງທີ່ຜິດ ກໍຄືບໍ່ເອົາ ໄປຈ່າຍເງິນເດືອນພະນັກງານແລະຄ່າໃຊ້ຈ່າຍທີ່ຈໍາເປັນດັ່ງທີ່ກ່າວໄວ້ຂ້າງເທິງ ນັ້ນ, ອີງຕາມເວັບໄຊທ໌ຂອງອົງການຄຸ້ມຄອງທຸລະກິດຂະໜາດນ້ອຍຫລື SBA ທີ່ຫຍໍ້ມາຈາກ ຄໍາວ່າ Small Business Administration ຂອງສະຫະລັດ.

ສອງອາທິດກ່ອນທີ່ຈະຍື່ນຂໍເອົາເງິນຊ່ວຍເຫລືອທີ່ວ່ານີ້ ທ່ານນາງອໍາໄພນັກທຸ ລະກິດເຊື້ອສາຍລາວ ທີ່ສະໜອງຊຸດເຟີນິເຈີໃຫ້ແກ່ໂຮງແຮມຕ່າງໆ ຢູ່ທົ່ວສະ ຫະລັດນີ້ກໍເວົ້າວ່າ ທ່ານນາງກໍໄດ້ຮັບເງິນຊ່ວຍເຫຼືອຢູ່ພາຍໃຕ້ໂຄງການ PPP ນີ້ ເຊັ່ນກັນແຕ່ວ່າມັນກໍຍັງບໍ່ພໍຄ່າໃຊ້ຈ່າຍຍ້ອນວ່າບໍ່ໄດ້ຂາຍສິນຄ້າໃນໄລຍະນີ້ ດັ່ງທີ່ທ່ານນາງເລົ່າສູ່ຟັງວ່າ:

ເງິນ 10,000 ໂດລາທີ່ວ່ານີ້ ເປັນເງິນຢູ່ໃນບ້ວງເງິນ 10 ລ້ານໂດລາທີ່ເອີ້ນວ່າ ເງິນຊ່ວຍເຫລືອບັນເທົາທຸກ ແບບສຸກເສີນ ຫລື Emergency Grant ທີ່ທາງ ລັດຖະສະພາສະຫະລັດ ໄດ້ຈັດໄວ້ໃຫ້ຈ່າຍແກ່ ບັນດາທຸລະກິດ ທີ່ມີເງື່ອນໄຂ ເໝາະສົມພາຍໃນບໍ່ເທົ່າໃດວັນ ຫລັງຈາກມັນໄດ້ຮັບອານຸມັດໃນທ້າຍເດືອນມີນາ ຜ່ານມານັ້ນ. ອີງຕາມລາຍງານຂອງ SBA ແລ້ວແມ່ນມີເກືອບຮອດ 1.7 ລ້ານ ບໍລິສັດ ທີ່ໄດ້ຂໍເອົາເງິນຊ່ວຍເຫລືອປະເພດນີ້ ແລະເງິນນີ້ກໍໄດ້ໝົດໄປແລ້ວ ຊຶ່ງ ເວລານີ້ ທາງສະພາສູງຂອງສະຫະລັດກໍໄດ້ຮັບຜ່ານຮ່າງນິຕິກໍາທີ່ຈະຈັດເອົາເງິນ 60 ຕື້ໂດລາທີ່ນອນຢູ່ໃນບ້ວງເງິນສະເໜີໄປອີກ 250 ຕື້ສໍາລັບໂຄງການ PPP ມາໄວ້ສໍາລັບເງິນບ້ວງຊ່ວຍເຫລືອສຸກເສີນນີ້. ປັດຈຸບັນນີ້ ຮ່າງຊຸດ ການໃຫ້ເງິນ ຊ່ວຍເຫລືອບັນເທົາທຸກຈາກຜົນກະທົບຂອງການລະບາດຂອງໄວຣັສໂຄໂຣນານີ້ ກໍາລັງລໍຖ້າການຮັບຮອງຂອງສະພາຕໍ່າຢູ່ກ່ອນ ຈະເອົາໄປໃຫ້ປະທານາທິດບໍດີ ດໍໂນລ ທຣໍາ ເຊັນອະນຸມັດອອກມາ. ຊຶ່ງມັນກໍເປັນການສ້າງຄວາມຫວັງໃຫ້ແກ່ ນັກທຸລະກິດຂະໜາດນ້ອຍຊາວອາເມຣິກັນເຊັ່ນທ່ານນາງອໍາໄພນັ້ນຢູ່.

ຢູ່ໃນລັດຄາລິຟໍເນຍ ຊຶ່ງເປັນລັດທີ່ມີພົນລະເມືອງຫລາຍທີ່ສຸດຂອງສະຫະລັດນັ້ນ ມີຄົນຕິດເຊື້ອນັບມື້ນັບເພີ້ມຂຶ້ນ ແລະເປັນລັດທີ່ມີການຕິດເຊື້ອ ແລະເສຍຊີວິດ ຍ້ອນພະຍາດນີ້ ເປັນອັນດັບສອງຂອງປະເທດ. ໃນລັດດັ່ງກ່າວທີ່ໄດ້ເລີ້ມປິດລັດ ໃນວັນທີ 20 ມີນາເປັນຕົ້ນມາ ປັດຈຸບັນນີ້ ມີຄົນຕິດເຊື້ອຫລາຍ ກວ່າ 45,100 ຄົນ, ເສຍຊີວິດໄປ 1,780 ກວ່າຄົນແລ້ວ. ສະນັ້ນ ເງິນຊ່ວຍເຫລືອທີ່ເອົາໄວ້ ຊ່ວຍ ທຸລະກິດຂະໜາດນ້ອຍໃນລັດດັ່ງກ່າວ ກໍຄືໃນທົ່ວປະເທດ ແມ່ນວິທີການອັນນຶ່ງ ໃນການດໍາເນີນຄວາມພະຍາຍາມຂອງລັດຖະບານເພື່ອຊ່ວຍບັນເທົາຜົນກະທົບ ຂອງການແຜ່ລະບາດຂອງພະຍາດໂຄວິດທີ່ກໍາລັງເຮັດໃຫ້ເສດ ຖະກິດຂອງສະ ຫະລັດ ທີ່ເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກບຊຸດໂຊມລົງຢູ່ນີ້.

XS
SM
MD
LG