ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພົນລະເຮືອນຂອງເຢເມນ ແບກຮັບຄວາມທຸກຍາກລຳບາກ ຂອງບັນຫາຂັດແຍ້ງ ທີ່ທະວີຂຶ້ນນັບມື້


ພວກຊາວເຢເມນ ກວດເບິ່ງຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດຂ້າມຄືນ ໂດຍກຳລັງແນວໂຮມ​ທີ່ນຳພາໂດຍ ຊາອຸດີ ອາຣາເບຍ ທີ່ແນເປົ້າໝາຍໃສ່ທີ່ໝັ້ນຂອງກຸ່ມກະບົດຮູຕີ ໃນນະຄອນຫຼວງຊານາອາ, ວັນທີ 18 ມັງກອນ 2022.
ພວກຊາວເຢເມນ ກວດເບິ່ງຄວາມເສຍຫາຍ ຫຼັງຈາກການໂຈມຕີທາງອາກາດຂ້າມຄືນ ໂດຍກຳລັງແນວໂຮມ​ທີ່ນຳພາໂດຍ ຊາອຸດີ ອາຣາເບຍ ທີ່ແນເປົ້າໝາຍໃສ່ທີ່ໝັ້ນຂອງກຸ່ມກະບົດຮູຕີ ໃນນະຄອນຫຼວງຊານາອາ, ວັນທີ 18 ມັງກອນ 2022.

ໃນຂະນະທີ່ການຕໍ່ສູ້ກັນຢູ່ໃນເຢເມນ ຮ້ອນແຮງຂຶ້ນ ສຳນັກງານດ້ານສິດທິມະນຸດຂອງສະຫະປະຊາຊາດ ເຕືອນທຸກພັກຝ່າຍໃນເຢເມນ ທີ່ກຳລັງສູ້ລົບກັນວ່າ ການໂຈມຕີທີ່ໂຫດຮ້າຍປ່າເຖື່ອນຕໍ່ພົນລະເຮືອນ ແລະເປົ້າໝາຍຕ່າງໆຂອງພົນລະເຮືອນ ອາດຖືວ່າ ເປັນອາຊະຍາກຳສົງຄາມ. ລີຊາ ສໄລນ໌ ລາຍງານມາໃຫ້ວີໂອເອ ຈາກນະຄອນເຈນີວາ ຊຶ່ງໄຊຈະເລີນສຸກ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການໂຈມຕີຕອບໂຕ້ກັບໄປກັບມາໂດຍພັກຝ່າຍຕ່າງໆຂອງເຢເມນທີ່ສູ້ລົບກັນຢູ່ນີ້ ໄດ້ທະວີຂຶ້ນໃນເດືອນນີ້. ການສູ້ລົບກັນໄດ້ໜັກຂຶ້ນ ນັບຕັ້ງແຕ່ພວກກະ ບົດຮູຕີ ທີ່ໜຸນຫຼັງໂດຍອີຣ່ານ ໄດ້ທຳການໂຈມຕີ ດ້ວຍລູກສອນໄຟ ແລະເຮືອ ບິນບໍ່ມີຄົນຂັບ ຫຼືໂດຣນຕິດດ້ວຍລະເບີດ ຕໍ່ສະຫະລັດອາຣັບເອເມີເຣັສ ໃນວັນຈັນອາ​ທິດ​ແລ້ວ ທີ່ໄດ້ສັງຫານສາມຄົນ.

ໃນການຕອບໂຕ້ຄືນສຳລັບການໂຈມຕີເຫຼົ່ານັ້ນ ລັດຖະບານທີ່ໜຸນຫຼັງໂດຍ​ແນວ​ໂຮມທີ່ນຳພາໂດຍ ຊາອຸດີ ອາຣາເບຍ ໄດ້ຖິ້ມລະເບີດໃສ່ເປົ້າໝາຍຕ່າງໆຢູ່ໃນນະຄອນຫຼວງຊານາອາ ຂອງເຢເມນ ອີງຕາມລາຍງານແລ້ວ ພົນລະເຮືອນຢ່າງໜ້ອຍຫ້າຄົນ ຈາກຄອບຄົວດຽວກັນ ໄດ້ຖືກຂ້າຕາຍ. ສຳນັກງານດ້ານສິດທິມະ ນຸດຂອງສະຫະປະຊາຊາດ ກ່າວວ່າ ຕົນຢ້ານວ່າ ຈະມີພົນລະເຮືອນລົ້ມຕາຍຫຼາຍຂຶ້ນຕື່ມ ໃນຂະນະທີ່ການໂຈມຕີທີ່ໂຫດຮ້າຍປ່າເຖື່ອນສືບຕໍ່ຮຸນແຮງຂຶ້ນ ໃນບັນຫາຂັດແຍ້ງທີ່ແກ່ຍາວມາໄດ້ເກືອບເຈັດປີແລ້ວນັ້ນ.

ໂຄສົກດ້ານສິດທິມະນຸດຂອງສະຫະປະຊາດ ທ່ານນາງ ຣາວີນາ ຊາມດາຊານີ ກ່າວວ່າ ພວກຄູ່ປໍລະປັກເປີດສາກໂຈມຕີທາງອາກາດແລະປືນໃຫຍ່ຫຼາຍສິບຄັ້ງໃນສອງສາມວັນຜ່ານມານີ້ ໂດຍເບິ່ງຄືວ່າ ບໍ່ສົນໃຈແຕ່ຢ່າງໃດເລີຍ ຕໍ່ສະຫວັດດີການຂອງພົນລະເຮືອນ.

ທ່ານນາງຊາມດາຊານີ ເວົ້າວ່າ “ການຕໍ່ສູ້ກັນໄດ້ສ້າງຄວາມເສຍຫາຍ ຕໍ່ວັດຖຸຕ່າງໆຂອງພົນລະເຮືອນ ແລະພື້ນຖານໂຄລ່າງທີ່ສຳຄັນ ລວມທັງ ຫຼັກເສົາໂທ ລະຄົມມະນາຄົມທັງຫຼາຍ ແລະອ່າງເກັບນ້ຳ ພ້ອມດ້ວຍໂຮງໝໍໃນນະຄອນຫຼວງຊານາອາ ແລະເມືອງທາອີດຊ (Taizz). ໂດຍ​ທີ່ເຂດແນວໜ້າໄດ້ຫັນປ່ຽນຢ່າງວ່ອງໄວໄປໃນພື້ນທີ່ທີ່ກວ້າງຂວາງ ພົນລະເຮືອນທັງຫຼາຍຍັງໄດ້ປະສົບກັບໄພຂົ່ມຂູ່ຢ່າງບໍ່ຢຸດຢັ້ງ ຂອງລະເບີດຝັງດິນທັງຫຼາຍ.”

ທ່ານນາງຊາມດາຊານີ ອ້າງເຖິງການໂຈມຕີທຳລາຍລ້າງຕິດຕໍ່ກັນ ແລະການໂຈມຕີຕອບໂຕ້ຄືນ ໂດຍກຳລັງປະສົມນຳພາໂດຍຊາອຸດີ ແລະພວກກະບົດຮູຕີ ນັບຕັ້ງແຕ່ເລີ້ມຕົ້ນຂອງປີນີ້. ໃນລະຫວ່າງຊ່ວງນີ້ ພົນລະເຮືອນຢ່າງໜ້ອຍ 11 ຄົນ ອີງຕາມລາຍງານ ໄດ້ຖືກຂ້າຕາຍ ແລະ 12 ຄົນໄດ້ຮັບບາດເຈັບ ແລະໄດ້ສ້າງຄວາມເສຍຫາຍຢ່າງຍິ່ງໃຫຍ່ ຕໍ່ພື້ນຖານໂຄງລ່າງຂອງພົນລະເຮືອນ.

ຕົວເລກທີ່ໄດ້ຖືກເກັບກຳ ໂດຍບັນດາຜູ້ສັງເກດການດ້ານສິດທິມະນຸດ ໄດ້ຊີ້ໃຫ້ເຫັນວ່າ ມີການໂຈມຕີທາງອາກາດ 839 ຄັ້ງ ໂດຍກຳລັງ​ແນວ​ໂຮມ ​ທີ່ນຳພາໂດຍຊາອຸດີ ໃນເດືອນມັງກອນ ເມື່ອທຽບໃສ່ກັບ 1,074 ຄັ້ງຂອງເດືອນທັນວາ. ກຸ່ມກະບົດຮູຕີກ່າວວ່າ ການໂຈມຕີທາງອາກາດໂດຍໂດຣນ 10 ລຳ ຕໍ່ຊາອຸດີອາຣາເບຍ ໃນເດືອນນີ້ ແລະ​ໃນ​ເດືອນ​ທັນ​ວາຜ່ານ​ມາ ໄດ້ສົ່ງໂດຣນ 31 ລຳ ​ພ້ອມ​ທັງ ຍິງລູກສອນໄຟ ແລະປືນ​ຄົກ ໄປໃສ່ຊາອຸດີອາຣາເບຍ. ພວກກະບົດຮູຕີ ນຳໃຊ້ໂດຣນທີ່ບໍ່ແພງ ຕິດດ້ວຍວັດຖຸລະເບີດແລະສົ່ງພວກມັນໄປ​ໂຈມ​ຕີເປົ້າໝາຍທັງຫຼາຍ.

ຫ້ອງການດ້ານສິດທິມະນຸດຂອງສະຫະປະຊາຊາດ ຮຽກຮ້ອງຕໍ່​ພັກທຸກຝ່າຍໃຫ້ຮັບປະກັນການປົກປ້ອງພົນລະເຮືອນ ແລະວັດຖຸຕ່າງໆຂອງພົນລະເຮືອນ. ທ່ານນາງຊາມດາຊານີ ກ່າວວ່າ ອັນນັ້ນແມ່ນຫຼາຍກວ່າການຂໍຮ້ອງ ເພາະວ່າພາຍໃຕ້ກົດໝາຍສານກົນ ພວກເຂົາມີພັນທະຕ້ອງເຮັດແນວນັ້ນ.

ທ່ານນາງຊາມດາຊານີ ກ່າວອີກວ່າ “ຝ່າຍຕ່າງໆທີ່ມີບັນຫາຂັດແຍ້ງກັນ ຕ້ອງເອົາທຸກມາດຕະການ ທີ່ເປັນໄປໄດ້ ເພື່ອຢືນຢັນວ່າ ເປົ້າໝາຍທັງຫຼາຍ ແມ່ນຈຸດປະສົງທາງທະຫານແທ້ຈິງ ແລະໂຈະການໂຈມຕີ ຖ້າມັນຫາກປາກົດວ່າ ເປົ້າໝາຍບໍ່ແມ່ນຈຸດປະສົງທາງທະຫານ ຫຼືວ່າ ການໂຈມຕີນັ້ນ ຈະບໍ່ສົມສ່ວນ. ການບໍ່ເຄົາລົບຕໍ່ຫຼັກການທັງຫຼາຍ ຂອງການຈຳແນກ ແລະຄວາມສົມສ່ວນ ອາດຖືວ່າ ເປັນອາຊະຍາກຳສົງຄາມ.”

ນັບຕັ້ງແຕ່ບັນຫາສົງ​ຄາມ​ກາງເມືອງຂອງເຢເມນ ໄດ້ເລີ້ມຂຶ້ນໃນເດືອນມີນາ 2015 ອົງການສະຫະປະຊາຊາດ ກ່າວວ່າ ປະຊາຊົນຫຼາຍກວ່າ 377,000 ຄົນໄດ້ເສຍຊີວິດ, 60 ເປີເຊັນ ເປັນການ​ເສຍ​ຊີ​ວິດທາງອ້ອມ ເຊັ່ນວ່າ ການຂາດແຄນນ້ຳດື່ມທີ່ປອດໄພ, ພະຍາດ ແລະການອຶດຫິວຮຸນແຮງ.

ເຢເມນສືບຕໍ່ເປັນປະເທດທີ່ມີວິກິດການດ້ານມະນຸດສະທຳທີ່ຮ້າຍແຮງສຸດຂອງໂລກ ໂດຍມີປະຊາຊົນຫຼາຍກວ່າ 20 ລ້ານຄົນ ຫຼື ສອງສ່ວນສາມຂອງປະຊາ ກອນ ຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳ.

ອ່ານລາຍງານນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG