ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

50 ປີ ຫຼັງ​ຈາກ ປ. ນິ​ກ​ສັນ ​ໄປ​ຢ້ຽມ​ຢາມ ຄວາມ​ສຳ​ພັນ ລະ​ຫວ່າງ​ຈີນ ກັບ​ ສ​ຫລ ກໍ​ຍັງເຄັ່ງ​ຄຽດ​​ຢູ່


ແຟ້ມ - ທ່ານ​ເໝົາ ເຈີ ຕຸງ (ຊ້າຍ) ປະ​ທານ​ພັກ​ຄອມ​ມູ​ນິ​ສ​ຈີນ ​ໃນ​ເວ​ລານັ້ນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ຣິ​ເຈີດ ນິກ​ສັນ ຈັບ​ມື​ກັນ ໃນ​ຂະ​ນະ​ທີ່​ພວກ​ທ່ານ​ພົບ​ປະ​ກັນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 21 ກຸມ​ພາ 1972.
ແຟ້ມ - ທ່ານ​ເໝົາ ເຈີ ຕຸງ (ຊ້າຍ) ປະ​ທານ​ພັກ​ຄອມ​ມູ​ນິ​ສ​ຈີນ ​ໃນ​ເວ​ລານັ້ນ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ຣິ​ເຈີດ ນິກ​ສັນ ຈັບ​ມື​ກັນ ໃນ​ຂະ​ນະ​ທີ່​ພວກ​ທ່ານ​ພົບ​ປະ​ກັນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເມື່ອ​ວັນ​ທີ 21 ກຸມ​ພາ 1972.

ໃນ​ຂະ​ນະ​ທີ່​ສົງ​ຄາມ​ເຢັນ​ພວມ​ມີ​ຄວາມ​ເຄັ່ງ​ຕຶງ​ສຸດ​ຂີດ​ຢູ່ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ຣິ​ເຈີດ ນິກ​ສັນ (Richard Nixon) ກໍ​ໄດ້​ບິນ​ໄປ​ຍັງ​ສູນ​ກາງ​ອຳ​ນາດຂອງ​ປະ​ເທດ​ຄອມ​ມູ​ນິ​ສ​ຈີນ ເພື່ອ​ທຳ​ການ​ຢ້ຽມ​ຢາມ​ທີ່ນັ້ນ ຊຶ່ງ​ໃນ​ໄລ​ຍະ​ເວ​ລາ​ຕໍ່​ມາ ກໍ​ຄ່ອຍ​ຫັນ​ປ່ຽນ​ຄວາມ​ສຳ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ ແລະ​ທ່າ​ທີ​ຂອງ​ຈີນ​ຢູ່​ໃນ​ໂລກ ໃນ​ວິ​ທີ​ທີ່​ບໍ່​ສາ​ມາດ​ວາດ​ມະ​ໂນ​ພາບ​ໄດ້​ໃນ​ເວ​ລານັ້ນ.

ຄວາມ​ສຳ​ພັນ​ລະ​ຫວ່າງ​ຈີນ​ແລະ​ສະ​ຫະ​ລັດ ແມ່ນ​ຈະ​ເປັນ​ບັນ​ຫາຍ​ທ້າ​ທາຍ​ເກືອບ​ວ່າ​ໃນ​ທຸກໆ​ເວ​ລາ ແລະ​ຫຼັງ​ຈາກ​ເຄິ່ງ​ສັດ​ຕະ​ວັດ​ທີ່​ຂຶ້ນໆ​ລົງໆ​ມັນ​ກໍ​ຍັງ​ມີຄວາມເຄັ່ງ​ ຄຽດ​ຫຼາຍ​ຂຶ້ນ. ສົງ​ຄາມ​ເຢັນ​ໄດ້​ສິ້ນ​ສຸດ​ລົງ​ມາ​ແຕ່​ດົນ​ນານແລ້ວ ແຕ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ມີ​ຄວາມ​ຢ້ານ​ກົວ​ວ່າ ສົງ​ຄາມ​ເຢັນ​ຮອບ​ໃໝ່ ​ອາດ​ຈະ​ເລີ້ມ​ຂຶ້ນຄືນອີກ.

ເຖິງ​ແມ່ນ​ຈີນ​ໄດ້​ປະ​ຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກ ອາ​ເມ​ຣິ​ກາ​ກໍ​ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ວ່າ ໂລກ​ພາຍ​ໃຕ້​ການ​ນຳ​ພາ ​ຂອງ​ປະ​ເທດປະ​ຊາ​ທິ​ປະ​ໄຕ ທີ່​ໄດ້​ເອົາ​ຊະ​ນະ​ສະ​ຫະ​ພາບ​ໂຊ​ຫວຽດ ອາດຈະ​ໄດ້​ຮັບ​ການ​ທ້າ​ທາຍ​ໂດຍ​ຈີນຊຶ່ງ​ເປັນປະ​ເທດ​ຜະ​ເດັດ​ການ ໃນ​ແບບທີ່​ມີ​ອຳ​ນາດ​ອິດ​ທິ​ພົນ ແລະ​ເຂັ້ມ​ແຂງ​ຂຶ້ນ​ເລື້ອຍໆ.

ທ່ານ​ນາງໂອ​ລີ​ອາ​ນາ ສະ​ກາຍ​ລາ ມາ​ສ​ໂຕ​ຣ (Oriana Skylar Mastro) ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ຈີນທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ສະ​ແຕນ​ຟອດ ກ່າວ​ວ່າ “ຄວາມ​ສຳ​ພັນລະ​ຫວ່າງ​ສະ​ຫະ​ລັດ ກັບ​ຈີນ ແມ່ນ​ມີການ​ໂຕ້​ຖຽງ​ກັນ​ຢູ່​ສະ​ເໝີ ແຕ່​ມັນ​ກໍ​ເປັນ​ສິ່ງ​ຈຳ​ເປັນ. ບາງ​ທີ ເມື່ອ 50 ປີ​ກ່ອນ ເຫດ​ຜົນ​ສ່ວນ​ໃຫຍ່​ກໍ​ແມ່ນ​ເລື້ອງ​ເສ​ດ​ຖະ​ກິດໃນ​ທຸກມື້ນີ້ ແມ່ນ​ໃນ​ເລື້ອງ​ຄວາມ​ໝັ້ນ​ຄົງ. ແຕ່​ຄວາມ​ສຳ​ພັນ​ແມ່ນ​ບໍ່​ເຄີຍ​ມີ ແລະຈະ​ບໍ່​ມີມື້​ທີ່​ງ່າຍ​ເລີຍ.”

ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໃນ​ເວ​ລານັ້ນ ທ່ານ​ຣິ​ເຈີດ ນິກ​ສັນ ​ແລະ​ສ​ະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ແພັດ ນິກ​ສັນ ຢ້ຽມ​ຢາມ​ກຳ​ແພງ​ຍັກ​ເມືອງ​ຈີນ ໃກ້ໆ​ກັບ​ປັກ​ກິ່ງ ເມື່ອ​ວັນ​ທີ 24 ກຸມ​ພາ 1972.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໃນ​ເວ​ລານັ້ນ ທ່ານ​ຣິ​ເຈີດ ນິກ​ສັນ ​ແລະ​ສ​ະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ​ແພັດ ນິກ​ສັນ ຢ້ຽມ​ຢາມ​ກຳ​ແພງ​ຍັກ​ເມືອງ​ຈີນ ໃກ້ໆ​ກັບ​ປັກ​ກິ່ງ ເມື່ອ​ວັນ​ທີ 24 ກຸມ​ພາ 1972.

ປະ​ທາ​ນາ​ທິ​ບໍ​ດີ​ນິກ​ສັນ ເດີນ​ທາງ​ໄປ​ຮອດ​ປັກ​ກິ່ງ​ ໃນ​ຕອນ​ເຊົ້າ​ຂອງ​ລະ​ດູ​ໜາວ​ເມື່ອ 50 ປີ​ກ່ອນໃນ​ວັນ​ຈັນ​ມື້ນີ້. ປ້າຍ​ໂຄ​ສະ​ນາ​ທີ່​ຂຽນ​ດ້ວຍ​ຄຳ​ຂວັນ​ຕ່າງໆ​ເຊັ່ນຄຳວ່າ “ຈັກ​ກະ​ພັດ​ອາ​ເມ​ຣິ​ກາ​ຈົ່ງ​ຈິບ​ຫາຍ” ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ຊຸນ​ລະ​ມຸນວຸ້​ນ​ວາຍຈາກ​ການ​ປະ​ຕິ​ວັດ​ວັດ​ທະ​ນະ​ທຳ​ທີ່​ໄດ້​ສົ່ງ​ພວກ​ປັນ​ຍາ​ຊົນ​ແລະ​ອື່ນໆໄປ​ຍັງ​ເຂດ​ຊົນ​ນະ​ບົດແລະ​ຫຼາຍໆ​ຄົນ​ໄດ້​ຖືກ​ນຳ​ໂຕ​ອອກ​ມາ​ປະ​ຈານ​ຕໍ່​ໜ້າ​ປະ​ຊາຊົນ ຕະ​ຫຼອດ​ທັງ​ການ​ໂຈມ​ຕີ​ຢ່າງ​ໂຫດ​ຮ້າຍ ຫຼື​ຮ້າຍ​ແຮງ​ເຖິງ​ຕາຍ ໃນ​ນາມ​ຂອງການ​ຕໍ່​ສູ້​ລະ​ຫວ່າງ​ຊົນ​ຊັ້ນ.

ການ​ເດີນ​ທາງ​ຂອງ​ທ່ານ​ນິກ​ສັນ ​ໄປ​ຢ້ຽມ​ຢາມ​ໃນ​ປີ 1972 ຊຶ່ງ​ຮວມ​ທັງ​ການ​ພົບ​ປະກັບ​ປະ​ທານ​ເໝົາ ເຈີ ຕຸງ ແລະ​ການ​ໄປ​ຢ້ຽມ​ຢາມ​ກຳ​ແພງ​ຍັກ ໄດ້​ນຳ​ພາ​ໄປ​ສູ່​ການ​ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດໃນ​ປີ 1979 ແລະ​ການ​ຕັດ​ຄວາມສຳ​ພັນ​ຢ່າງ​ເປັນ​ທາງ​ການ​ກັບ​ໄຕ້​ຫວັນ ຊຶ່ງ​ສະ​ຫະ​ລັດ​ໄດ້​ໃຫ້​ການ​ຮັບ​ຮູ້​ໃນ​ຖາ​ນະ​ລັດ​ຖະ​ບານ​ຈີນ ຫຼັງ​ຈາກ​ພວກ​ຄອມ​ມູ​ນິ​ສ​ເຂົ້າ​ກຳ​ອຳ​ນາດ​ຢູ່​ປັກ​ກິ່ງ ໃນ​ປີ 1949.

ນາຍ​ພາ​ສາ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈູ ເອັນ ຫຼາຍ ຂຽນ​ລົງ​ໃນ​ຊີ​ວະ​ປະ​ຫວັດ​ວ່າ ໃນ​ຄວາມ​ຊົງ​ຈຳ​ຂອງ​ລາວ​ແລ້ວ ທ່ານ​ນິກ​ສັນ ກ່າວ​ວ່າ “ການ​ຍື່ນ​ມື​ຂ້າມ​ມະ​ຫາສະ​ໝຸດ​ປາ​ຊີ​ຟິກ​ມານີ້ ແມ່ນ​ເພື່ອມິດ​ຕະ​ພາບ” ໃນ​ຂະ​ນະ​ທີ່​ທ່ານ​ຈັ​ບ​ມື ກັບ​ທ່ານ​ຈູ ຢູ່​ທີ່​ສະ​ໜາມ​ບິນ.

​ສຳ​ລັບທັງ​ສອງ​ຝ່າຍ​ແລ້ວ ມັນ​ແມ່ນ​ມິດ​ຕະ​ພາບ​ທີ່​ເກີດ​ຈາກ​ສະ​ພາບ​ການ ແທນ​ທີ່​ຈະ​ແມ່ນ​ການ​ເປັນ​ພັນ​ທະ​ມິດ​ແບບ​ທຳ​ມະ​ຊາດ.

ຈີນ ແລະ​ສະ​ຫະ​ພາບ​ໂຊ​ຫວຽດ ອະ​ດີດ​ພັນ​ທະ​ມິດ​ຄອມ​ມູ​ນິ​ສ ໄດ້​ແຕກ​ແຍກ​ກັນ ແລະ​ແມ່ນ​ກະ​ທັງ​ປະ​ທະ​ກນ​ຢູ່​ຕາມ​ເຂດ​ຊາຍ​ແດນ​ໃນ​ປີ 1969 ແລະ​ທ່ານ​ເໝົາ​ມອງ​ເຫັນ​ວ່າ ສະ​ຫະ​ລັດ ອາດ​ຈະ​ສາມ​າດ​ເປັນ​ເຄື່ອງ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຈາກ​ການ​ຂົ່ມ​ຂູ່​ໃດໆ​ກໍ​ຕາມ​ຈາ​ກການ​ຮຸກ​ຮານ​ຂອງ​ໂຊ​ຫວຽດ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG