ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວຢາຊີດີທີ່ລອດຊີວິດຍັງສະ ແຫວງຫາຄວາມຍຸຕິທຳຢູ່ຫຼັງຈາກການ ຂ້າລ້າງເຜົ່າພັນຂອງກຸ່ມລັດອິສລາມສິ້ນສຸດລົງໄດ້ 7 ປີແລ້ວ


ແມ່ຍິງຄົນນຶ່ງຈູດທູບໃນພິທີສົ່ງສະການພວກຜູ້ເຄາະຮ້າຍຊາວຢາຊີດີທີ່ຖືກກຸ່ມລັດອິສລາມຂ້າຕາຍ ໃນໝູ່ບ້ານໂຄໂຈ ໃນເຂດຊິນຈາຣຂອງອີຣັກ, ວັນທີ 6 ກຸມພາ 2021.
ແມ່ຍິງຄົນນຶ່ງຈູດທູບໃນພິທີສົ່ງສະການພວກຜູ້ເຄາະຮ້າຍຊາວຢາຊີດີທີ່ຖືກກຸ່ມລັດອິສລາມຂ້າຕາຍ ໃນໝູ່ບ້ານໂຄໂຈ ໃນເຂດຊິນຈາຣຂອງອີຣັກ, ວັນທີ 6 ກຸມພາ 2021.

ນາງລາມີຢາ ຮາຈີ ບາຊາຣ ເມື່ອຕອນອາຍຸ 23 ປີ ໄດ້ພະຍາຍາມຫລົບໜີຈາກການຖືກຈັບກຸມຄຸມຂັງໂດຍກຸ່ມລັດອິສລາມ ຫຼື IS ນັ້ນ ນາງໄດ້ສູນເສຍສາຍຕາຂອງນາງໃນເຫດລະເບີດຝັງດິນແຕກ ແລະຍັງໄດ້ເຮັດໃຫ້ໃບໜ້າຂອງນາງມີບາດແຜນຳດ້ວຍ.

ນາງບາຊາຣ ເມື່ອອາຍຸ 16 ປີ ພວກຫົວຮຸນແຮງລັດອິສລາມໄດ້ບຸກເຂົ້າຖະຫຼົ່ມເມືອງຊິນຈາຣຂອງອີຣັກ ໃນປີ 2014 ໂດຍໄດ້ສັງຫານພວກຜູ້ຊາຍຊົນເຜົ່າຢາຊີດີ ຫຼາຍພັນຄົນ ແລະບັງຄັບພວກຍິງສາວໃຫ້ເປັນຂ້າທາດທາງເພດ. ອົງການສະຫະປະຊາຊາດ ໄດ້ເອີ້ນການໂຈມຕີດັ່ງກ່າວນັ້ຮ ເປັນຂະບວນການຂ້າລ້າງເຜົ່າພັນຕໍ່ຊາວເຄີດທີ່ເປັນກຸ່ມສາສະໜານ້ອຍໆ.

ໃນປັດຈຸບັນນີ້ ນາງໄດ້ດຳລົງຊີວິດຢູ່ໃນເຢຍຣະມັນ ບ່ອນທີ່ນາງໄດ້ຮັບການບຳບັດຢ່າງຕໍ່ເນື່ອງ ນາງບາຊາຣ ໄດ້ກາຍເປັນຜູ້ລົນນະລົງຮຽກຮ້ອງເພື່ອພວກແມ່ຍິງແລະເດັກຍິງຊາວຢາຊີດີທັງຫຼາຍ.

ນາງບາຊາຣ ໄດ້ກ່າວຕໍ່ວີໂອເອ ວ່າ “ເຈັດປີຜ່ານໄປແລ້ວ ແລະຂໍ້ຮຽກຮ້ອງຕ່າງໆຂອງພວກເຮົາແມ່ນຍັງບໍ່ທັນໄດ້ຮັບການຕອບສະໜອງເທື່ອ.” ລາວກ່າວຕໍ່ໄປອີກວ່າ “ເມືອງຊິນຈາຣ ຍັງບໍ່ທັນໄດ້ບູລະນະສ້າງສາຄືນໃໝ່ເພື່ອໃຫ້ພວກຄົນກັບຄືນໄປຢູ່ໄດ້. ພວກຄົນເຂົາເບື່ອໜ່າຍກັບການດຳລົງຊີວິດຢູ່ຕູບຜ້າໃນສູນອົບພະຍົບ. ພວກເດັກຍິງ ແມ່ຍິງ ແລະເດັກນ້ອຍ ຂອງພວກເຮົາຫຼາຍຄົນຍັງບໍ່ໄດ້ຮັບການຊ່ອຍເຫຼືອອອກມາຈາກກຸ່ມດາແອັດຊ (Daesh)” ທີ່ເປັນຄໍາຫຍໍ້ໃນພາສາອາຣັບສຳລັບ ກຸ່ມລັດອິສລາມ.

ໃນປີ 2016 ນາງບາຊາຣ ໄດ້ຮັບລາງວັນ ຊາກາຣອັບວ໌ (Sakharov) ຊຶ່ງສະພາຂອງປະເທດຢູໂຣບ ໄດ້ມອບໃຫ້ແກ່ຜູ້ຄົນ ຫຼື ກຸ່ມຕ່າງໆ ທີ່ຕໍ່ສູ້ເພື່ອສິດທິມະນຸດ.

ເຖິງຢ່າງໃດກໍຕາມ ດິນແດນຂອງກຸ່ມລັດອິສລາມທີ່ເອີ້ນກັນວ່າ ຄາລີເຟຕນັ້ນ ບໍ່ມີອີກຕໍ່ໄປແລ້ວ ກຸ່ມຕໍ່ສູ້ເພື່ອສິດທິທັງຫຼາຍກ່າວວ່າ ມີພວກແມ່ຍິງ ແລະເດັກຍິງຊາວຢາຊີດີເກືອບ 2,600 ຄົນ ຍັງຫາຍສາບສູນຢູ່.

ນາງໄຟຊາ ຄາມາລ ຊູເລມານ ມີອາຍຸພຽງ 12 ປີ ເມື່ອນາງໄດ້ຖືກກຸ່ມລັດອິສລາມຈັບໄປເປັນຂ້າທາດໃນປີ 2014. ນາງໄດ້ຖືກຊ່ອຍອອກມາຈາກກຸ່ມກໍ່ການຮ້າຍດັ່ງກ່າວ ໃນຊີເຣຍ ເມື່ອເດືອນກັນປີ 2019 ໂດຍກອງກຳລັງປະຊາທິປະໄຕຂອງຊີເຣຍ ທີ່ສະຫະລັດໃຫ້ການສະໜັບສະໜຸນ.

ນາງຊູເລມານ ໄດ້ກ່າວວ່າ ສະມາຊິກຄອບຄົວຂອງນາງເຈັດຄົນ ລວມທັງນ້ອງສາວ ແມ່ນຍັງຫາຍສາບສູນຢູ່.

ມີຊາວຢາຊີດີ ປະມານ 200,000 ຄົນຍັງຖືກພັດພາກຈາກຖິ່ນຖານທົ່ວເຂດພາກເໜືອຂອງອີຣັກ ຊຶ່ງຫຼາຍໆຄົນ ອາໄສຢູ່ໃນສູນອົບພະຍົບທີ່ແອອັດ.

ເບິ່ງວີດີໂອເປັນພາສາອັງກິດ

When Lamiya Haji Bashar, 23, was trying to escape Islamic State (IS) captivity, she lost her sight in a landmine explosion that also scarred her face.

Bashar was 16 when IS militants rampaged through the Iraqi town of Sinjar in 2014, killing thousands of Yazidi men and forcing young women into sex slavery. The United Nations has called the onslaught a campaign of genocide against the Kurdish religious minority.

Currently living in Germany where she is undergoing rehabilitation, Bashar has become a vocal advocate for Yazidi women and girls.

FILE - Yazidi women from Iraq, Nadia Murad Basee, left, and Lamiya Haji Bashar, pose with their award after receiving the European Union's Sakharov Prize for human rights at the European Parliament in Strasbourg, France, Dec. 13, 2016.

“Seven years have passed, and our demands haven’t yet been met,” Bashar told VOA. “Sinjar hasn’t been rebuilt to allow people to return. People have been tired of living in tent camps. Many of our girls, women and children haven’t been rescued from Daesh,” she said, using an Arabic acronym for IS.

In 2016, Bashar won the Sakharov Prize, which the European Parliament awards to people or groups that fight for human rights.

Although IS’s so-called caliphate no longer exists, rights groups say there are nearly 2,600 Yazidi women and girls still missing.

FILE - Mourners prepare to bury the remains of Yazidi victims in a cemetery in Sinjar, Iraq, Feb. 6, 2021. 104 Yazidi killed by the Islamic State group six years ago were given a proper burial in a cemetery in Sinjar's Kocho village.

Faiza Kamal Suleiman was only 12 when IS enslaved her in 2014. She was rescued from the terror group in Syria in September 2019 with the help of U.S.-backed Syrian Democratic Forces.

XS
SM
MD
LG