ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະໂຍບາຍສະພາບດິນຟ້າອາກາດແລະດ້ານພະລັງ ງານໄດ້ຫັນປ່ຽນທິດທາງ ພາຍໃຕ້ ລັດຖະບານຂອງ ທ່ານທຣຳ


ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ
ປະທານາທິບໍດີສະຫະລັດ ທ່ານດໍໂນລ໌ ທຣຳ

ໃນເວລາໂຄສະນາຫາສຽງຂອງທ່ານນັ້ນ ທ່ານດໍໂນລ໌ ທຣຳ ສະແດງໃຫ້ເຫັນວ່າ
ທ່ານເປັນຄົນສົ່ງເສີມການຂຸດຄົ້ນນໍ້າມັນເຊື້ອໄຟທໍາມະຊາດ ແລະກໍບໍ່ເຊື່ອວ່າ
ການປ່ຽນແປງຂອງດິນຟ້າອາກາດເປັນຄວາມຈິງ, ແລະນະໂຍບາຍຂອງທ່ານ
ໃນນຶ່ງປີທີ່ຜ່ານມານີ້ ໄດ້ສະທ້ອນໃຫ້ເຫັນເຖິງມຸມມອງເຫຼົ່ານີ້. ນັກຂ່າວ ວີໂອເອ
ສຕີຟ ບາຣາໂກນາ (Steve Baragona ໄດ້ໃຫ້ຂໍ້ສັງເກດກ່ຽວກັບນະໂຍບາຍ
ດ້ານສະພາບດິນ ຟ້າອາກາດ ແລະພະລັງງານໃນປີ 2017 ພາຍໃຕ້ລັດຖະບານ
ຂອງທ່ານທຣຳ ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍ​ອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.


​ລາຍເຊັນອັນທຳອິດຈາກປາຍປາກກາຂອງທ່ານໃນນາມທີ່ປະທານາທິບໍດີນັ້ນ
ທ່ານດໍໂນລ໌ ທຣຳ ໄດ້ຟື້ນຄືນໂຄງການເຈາະທໍ່ນ້ຳມັນທີ່ທ່ານບາຣັກ ໂອບາມາ ໄດ້ຍົກເລີກໄປນັ້ນໃຫ້ກັບມາປະຕິບັດຕໍ່ໄປອີກ.

ມັນເປັນບາດກ້າວເລີ້ມຕົ້ນທີ່ເດີນໄປຕາມທິດສະດີຄອບຄອງດ້ານພະລັງງານໃໝ່
ທີ່ທ່ານທຣຳ ເວົ້າວ່າ ເປັນການປົກປ້ອງຄວາມໝັ້ນຄົງຂອງປະເທດ.

ທ່ານດໍໂນລ໌ ທຣຳ ປະທານາທິບໍດີສະຫະລັດ ກ່າວວ່າ “ໃນຮອບ 40 ປີຜ່ານມາ
ອາເມຣິກາ ຢູ່ໃນສະພາບບອບບາງຕໍ່ລະບອບການປົກຄອງຕ່າງປະເທດ ທີ່ໃຊ້ພະລັງງານເປັນອາວຸດທາງເສດຖະກິດ.”

ບໍ່ພຽງແຕ່ເທົ່ານັ້ນ ເທັກໂນໂລຈີໃໝ່ ໄດ້ຫັນສະຫະລັດ ໃຫ້ປ່ຽນຈາກການເປັນຜູ້ນຳ
ເຂົ້າພະລັງງານລາຍໃຫຍ່ ມາເປັນຜູ້ສົ່ງອອກພະລັງງານຫລາຍທີ່ສຸດ.

ແລະປະທານາທິບໍດີທຣຳ ມີຈຸດປະສົງແນໃສ່ສວຍເອົາຜົນປະໂຫຍດດ້ານນີ້ຢ່າງ
ເຕັມສ່ວນ. ທ່ານໄດ້ກ້າວຂຶ້ນໄປເພື່ອເປີດໂອກາດໃຫ້ສໍາຫລວດບໍ່ຖ່ານຫີນ, ບໍ່ນ້ຳມັນ ແລະອາຍແກັສທຳມະຊາດ ຢູ່ໃນດິນລັດ, ໃຫ້ຜ່ອນຜັນກົດລະບຽບທີ່ເຄັ່ງຄັດຂອງ
ການຜະລິດພະລັງງານ ແລະລົບລ້າງກົດລະບຽບການຕ່າງໆ ທີ່ແນໃສ່ຕ້ານກັບການ
ປ່ຽນແປງຂອງດິນຟ້າອາກາດ.

ໃນນັ້ນແມ່ນຮວມມີ ການຕ່າວປີ້ນຄືນກົດລະບຽບຂອງທ່ານບາຣັກ ໂອບາມາ ຕໍ່ອາຍ
ແກັສເຮືອນແກ້ວ ທີ່ປ່ອຍອອກມາຈາກໂຮງງານຜະລິດໄຟຟ້າຕ່າງໆ.

ທ່ານທຣຳ ກ່າວຕື່ມວ່າ “ບາງເທື່ອມັນອາດບໍ່ມີກົດລະບຽບອັນໃດ ທີ່ຈະທໍາການ
ຂົ່ມຂູ່ຕໍ່ຄົນງານຂຸດຄົ້ນບໍ່ແຮ່, ກໍາມະກອນໃນຂົງເຂດພະລັງງານ ແລະບໍລິສັດຕ່າງໆ
ໄດ້ຫຼາຍເກີນກວ່າການໂຈມຕີ ບີບຮັດອັນນີ້ ຕໍ່ອຸດສາຫະກຳອາເມຣິກັນ.”

ແຕ່ວ່າ ພວກຕໍາໜິນະໂຍບາຍນີ້ ໄດ້ໃຫ້ຂໍ້ສັງເກດວ່າ ສ່ວນຫລາຍລັດຕ່າງໆ ແມ່ນກໍາລັງ
ຢູ່ໃນສະພາບທີ່ຈະກ້າວໄປບັນລຸດເປົ້າໝາຍຕັ້ງຢູ່ໃນລະບຽບກ່ນເຫລົ່ານີ້ ໂດຍທີ່ບໍ່ໄດ້
ບີບຮັດອຸດສາຫະກຳຂອງພວກເຂາເຈົ້າ. ແລະພວກເຂົາເຈົ້າກໍໄດ້ຕັ້ງຄໍາຖາມເຖິງເຫດຜົນ
ຂອງທ່ານທຣໍາ ທີ່ໄດ້ຖອນຕົວອອກຈາກສັນຍາກ່ຽວກັບດິນຟ້າອາກາດໃນນະຄອນປາຣີ.

ທ່ານທຣຳ ກ່າວເພີ້ມອີກວ່າ “ຂໍ້ຕົກລົງນີ້ແມ່ນເລື່ອງການໄດ້ປຽບທາງການເງິນຂອງ
ປະເທດອື່ນຕໍ່ສະຫະລັດ ຫລາຍກວ່າ ການປ່ຽນແປງຂອງດິນຟ້າອາກາດ.”

ໃນຂະນະດຽວກັນ, 2017 ເບິ່ງຄືວ່າ ແມ່ນເປັນປີນຶ່ງຢູ່ໃນ 3 ປີ ທີ່ມີອາກາດຮ້ອນທີ່ສຸດ
ໃນປະວັດສາດ. ພວກນັກວິທະຍາສາດ ໄດ້ເຫັນຫຼັກຖານຂອງການປ່ຽນແປງດິນຟ້າ
ອາກາດ ໃນຄື້ນລົມຄວາມຮ້ອນ, ລົມພາຍຸຕ່າງໆ ແລະສະພາບອາກາດທີ່ຮ້າຍແຮງ
ສຸດອື່ນໆອີກ.

ພວກຕໍາໜິແນວທາງຂອງທ່ານທຣໍາກ່າວວ່າ ຄວາມພະຍາຍາມຂອງທ່ານ ແມ່ນເດີນໄປ
ໃນທິດທາງທີ່ຜິດ.

ທ່ານ ນິໂຄລັສ ເບຍອັງໂກ (Nocholas Bianco) ຈາກສະຖາບັນຊັບພະຍາກອນຂອງ
ໂລກ ຫລື World Resources Institute ໃຫ້ຂໍ້ສັງເກດວ່າ ການເອົາບາດກ້າວຖອຍ
ຫຼັງຂອງຄະນະລັດຖະບານ ດຽວນີ້ ແມ່ນກຳລັງຖືກຕ້ານຄືນຢູ່ສານ.

ທ່ານ ເບຍອັງໂກ (Nocholas Bianco) ກ່າວວ່າ “ພວກເຂົາເຈົ້າຍັງບໍ່ທັນ ປະສົບ
ຜົນສະເລັດເທື່ອ. ແລະພວກເຮົາຄາດຫວັງວ່າຈະເຫັນການຍູ້ຄືນ ໃນປີໜ້ານີ້.”

ຕົວຢ່າງເຊັ່ນມີການຍູ້ຄືນຕໍ່ນະໂຍບາຍດັ່ງກ່າວ ຈາກຫຼາຍໆເມືອງ, ຫລາຍລັດ ແລະຫລາຍທຸລະກິດ. ອະດີດເຈົ້າຄອງນະຄອນນິວຢອກ ທ່ານ ໄມໂກລ ບລູມເບີຄ
(Michael Bloomberg) ຜູ້ຊຶ່ງເປັນປະທານຮ່ວມຂອງກຸ່ມບໍລິສັດເຫລົ່ານີ້ ທີ່ເປັນ
ຕົວແທນຂອງເກືອບວ່າເຄິ່ງນຶ່ງຂອງເສດຖະກິດສະຫະລັດ ໄດ້ໃຫ້ຄໍາໝັ້ນສັນຍາວ່າ
ສະຫະລັດ ຈະເຮັດໃຫ້ບັນລຸເປົ້າໝາຍຂອງຂໍ້ຕົກລົງກ່ຽວກັບອາຍແກັສເຮືອນແກ້ວ
ຂອງຕົນທີ່ຕັ້ງໄວ້ນັ້ນ ເຖິງແມ່ນວ່າທ່ານທຣຳ ຈະຄັດຄ້ານກໍຕາມ.

ທ່ານ ບລູມເບີຄ ກ່າວວ່າ “ຊາວອາເມິຣິກັນ ບໍ່ຕ້ອງການໃຫ້ວໍຊີງຕັນຊ່ວຍ ໃນການ
ປະຕິບັດຕາມສັນຍາປາຣີ. ແລະຊາວອາເມຣິກັນ ກໍຈະບໍ່ປ່ອຍໃຫ້ວໍຊີງຕັນ ຢືນຕັນ
ທາງຂອງເຂົາເຈົ້າໃນການປະຕິບັດເປົ້າໝາຍນີ້ດອກ.”

ການສະຫຼຸບໃນທ້າຍປີ ດ້ວຍໄຟປ່າທີ່ໄໝ້ລາມໄປທົ່ວລັດຄາລີຟໍເນຍ ແລະການຄາດ
ຄະເນວ່າຈະມີການປ່ຽນແປງຂອງດິນຟ້າອາກາດຫຼາຍຂຶ້ນ ແລະການຕໍ່ສູ້ກັນກ່ຽວກັບ
ນະໂຍບາຍດ້ານສະພາບດິນຟ້າອາກາດ ຍັງຈະສືບຕໍ່ຟົດເດືອດຂຶ້ນໃນທົ່ວປະເທດ.


Donald Trump campaigned as a booster of fossil fuels and a skeptic of climate change science, and his policies over the past year have reflected these views. VOA's Steve Baragona has a look at 2017 in climate and energy policy under the Trump administration.

Some of the first strokes of Donald Trump's presidential pen revived two oil pipelines President Obama had canceled.

It was an opening move in a new doctrine of energy dominance that Trump says protects national security.

DONALD TRUMP, US PRESIDENT
"For over 40 years, America was vulnerable to foreign regimes that used energy as an economic weapon."

Yet new technology has transformed the United States from a major energy importer to a major exporter.

And President Trump aims to take full advantage. He moved to open public lands to coal, oil and natural gas exploration, to loosen regulations on energy production and to scrap rules aimed at fighting climate change.

That included undoing President Obama's rules on greenhouse gas emissions from power plants.

DONALD TRUMP, US PRESIDENT
"Perhaps no single regulation threatens our miners, energy workers and companies more than this crushing attack on American industry."

Yet critics note that most states are on track to meet the regulation's goals, without crushing their industries. And they question Trump's reasons for withdrawing from the Paris climate accord.

DONALD TRUMP, US PRESIDENT
"This agreement is less about the climate and more about other countries gaining a financial advantage over the United States."

Meanwhile, 2017 looks to be in the top three warmest years on record. Scientists increasingly see evidence of climate change in heat waves, storms and other extreme weather.

Critics say Trump's efforts are going in the wrong direction.

Nicholas Bianco at the World Resources Institute notes that many of the administration's rollbacks are being challenged in court.

NICHOLAS BIANCO, WORLD RESOURCES INSTITUTE
"They haven't succeeded yet. And we can expect over the next year to see pushback."

Pushback from cities, states and businesses, for instance. Former New York City mayor Michael Bloomberg co-chairs a group of them -- representing roughly half the U.S. economy -- who have pledged that the U.S. will meet its greenhouse gas target in spite of Trump.
MICHAEL BLOOMBERG, FORMER NEW YORK MAYOR
"Americans don't need Washington to meet our Paris commitment. And Americans are not going to let Washington stand in their way of fulfilling it."

And cutting emissions is getting cheaper as the cost of wind and solar power continue to plummet. Renewables now challenge fossil fuels in some areas of the country.

But the Trump administration has proposed changing the rules in electric markets to favor coal.

And Environmental Protection Agency chief Scott Pruitt is planning a debate on climate science itself.

SCOTT PRUITT, EPA CHIEF
"I believe the ability to measure with precision the impact of human activity on the climate is subject to more debate."

But the world's leading scientific societies have concluded that human activity is the leading cause of climate change. Pruitt's views contradict them, Bianco notes.

NICHOLAS BIANCO, WORLD RESOURCES INSTITUTE
"Which is a very sobering thought for an agency, an EPA, that is tasked with protecting public health."

The year ends with wildfires raging across California, and more predicted with climate change; and battles over climate policy continuing to rage across the country.



XS
SM
MD
LG