ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຈີນເບັ່ງກ້າມຂອງຕົນ ຢູ່ເອເຊຍ ໃນປີ 2014 ໂດຍການຢືນຢັນ ອ້າງເອົາກຳມະສິດ ໃນດິນແດນ (ວີດີໂອ ພາສາລາວ)


China's bold steps in 2014 don't always please
please wait

No media source currently available

0:00 0:02:57 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້,

ປີ 2014 ​ເປັນ​ປີ​ທີ່ຈີນເບັ່ງ​ກ້າມຂອງ​ຕົນ​ຢູ່​ໃນ​ເອ​ເຊຍ ໂດຍໄດ້
ຢືນ​ຢັດ​ອ້າງ​ເອົາ​ກຳມະສິດ​ໃນ​ດິນ​ດອນ​ທາງ​ທະ​ເລ ​ແລະ​ດຳເນີນ​
ຄວາມ​ພະຍາຍາມ​ໃໝ່ ​ເພື່ອ​ສະ​ແດງ​ອຳນາດ​ຂອງ​ຕົນ ທັງຢູ່​ໃນ
​ຂົງ​ເຂດ ​ແລະໄກ​ອອກ​ໄປ​ຮອດ​ອາ​ຟຣິກາ. ນອກ​ນັ້ນ ມັນ​ຍັງ​ເປັນ
​ປີ​ທີ່​ຈີນ​ໄດ້​ປະ ເຊີນ​ກັບ​ການ​ທ້າ​ທາຍຫລາຍ​ຂຶ້ນ​ເລື້ອຍໆ ຂະນະ
​ທີ່ປັບຕົວ​ໃຫ້​ເຂົ້າ​ກັບບົດບາດ​ຂອງ​ຕົນ ​ໃນ​ຖານະ​ເປັນ​ກຳລັງ​ໜຶ່ງ​
ທີ່​ພວມ​ໂຜ່​ໂຕ​ຂຶ້ນ​ມາ​ຢູ່​ໃນ​ໂລກ. Bill Ide ມີ​ລາຍ​ງານຈາກ​ປັກ​ກິ່ງ
ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ອາດ​ບໍ່​ມີ​ຫລາຍ​ຄົນ​ທີ່​ສັງ​ເກດ​ເຫັນ ​ແຕ່​ວ່າ​ ​ໂດຍ​ມາດຕະຖານ​ບາງ​ຢ່າງ​ແລ້ວ ​ໃນປີ​ 2014
ຜ່ານມານີ້ ຈີນໄດ້​ລ້ຳ​ໜ້າ​ສະຫະລັດ ກາຍ​ມາ​ເປັນ​ເສດຖະກິດ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແຕ່ວ່າ
ຢູ່​ຈີນ ມີ​ໜ້ອຍ​ຄົນ​ທີ່​ດີ​ໃຈ. ນັກ​ລັດຖະສາດ​ການ​ເມືອງ Wang Yiwei ທີ່​ມະຫາ​ວິທະຍາ​ໄລ
Renmin ​ໃນ​ປັກ​ກິ່ງ ກ່າວ​ວ່າ ຫລາຍໆ​ຄົນ​ໃນ​ປະ​ເທດ​ຈີນ​ເຫັນ​ວ່າ ຕຳ​ແໜ່​ງອັນ​ດັບ​ສູງ​ສຸດ
ນັ້ນ ​ເປັນ​ພາລະ.

ທ່ານ Wang ​ເວົ້າ​ວ່າ “ຈີນ​ບໍ່​ມີ​ຄວາມ​ກະຕືລື​ລົ້ນ ຢາກ​ຈະ​ເປັນ​ນຳ​ເບີ​ໜຶ່ງຫລື​ວ່າ
ນຳ​ເບີ​ສອງ​ດອກ. ​ແມ່ນ​ແຕ່​ຕຳ​ແໜ່​ງນຳ​ເບີ​ສອງ​ນັ້ນ ກໍ​ຍັງ​ໄດ້​ມາ​ໄວ​ໂພດ ​ແລະ
ຈີນ​ກໍ​ຍັງ​ບໍ່​ໄດ້​ກຽມພ້ອມ​ຊ້ຳ ຍ້ອນ​ວິ​ກິດ​ການ​ດ້ານ​ການ​ເງິນ​ຂອງ​ໂລກ​ນັ້ນ. ພວກ​
ຜູ້ນຳ​ຈີນ ຮວມທັງ​ຂ້າພະ​ເຈົ້າ​ນຳ ພາກັນ​ຄິດ​ວ່າ ກ່ວາ​ຈະ​ໄດ້​ຂຶ້ນ​ມາ​ເປັນອັນ​ດັບ
​ສອງ ກໍ​ຄົງ​ຈະ​ດົນ. ​ແຕ່​ມັນ​ກໍ​ເກີດ​ຂຶ້ນ​ໄວ​ຫລາຍ ຈົນ​ພວກ​ເຮົາ​ບໍ່​ພ້ອມ​ສຳ​ຫລັບ​ມັນ.
ນັ້ນເປັນ​ເຫດຜົນທີ່ວ່າ ​ເປັນ​ຫຍັງ​ສາຍ​ພົວພັນ​ຂອງ​ພວກ​ເຮົາ​ກັບຍິ່ປຸ່ນ ຈຶ່ງ​ຂີ້ຮ້າຍ
​ຫລາຍ ໃນ​ເວລາ​ນີ້.”

​ແລະ​ກໍ​ບໍ່​ແມ່ນ​ແຕ່​ກັບ​ຍີ່ປຸ່ນ​ເທົ່າ​ນັ້ນ. ການ​ຕັດສິນ​ໃຈ​ຂອງ​ຈີນ ​ໃນ​ການ​ເອົາ​ຖານ​ເຈ​າະ​ນ້ຳ
ມັນ​ຂະໜາດ​ໃຫຍ່ ​ໄປ​ຕິດ​ຕັ້ງ​ໄວ້ນອກ​ຝັ່ງທະ​ເລ​ຂອງ​ຫວຽດນາມ ກໍ​ໄດ້ສົ່ງ​ຜົນ​ສະທ້ອນ​ກັບ
ໃນ​ທາງ​ລົບ. ນອກ​ນີ້ ປັກ​ກິ່ງຍັງ​ໄດ້​ມີ​ການ​ຜິດ​ຖຽງ​ກັນ​ຫລາຍ​ຂຶ້ນ​ເລື້ອຍໆ ກັບ​ຟີ​ລິບ​ປິນ​ເຊັ່ນ​ກັນ ຍ້ອນ​ການ​ອ້າງ​ເອົາ​ກຳມະສິດ​ໃນ​ເຂດ​ທະ​ເລຈີນໃຕ້.

ວີດີໂອ ພາສາລາວ: ຊາວຫວຽດນາມ ຕໍ່ຕ້ານສິນຄ້າຈີນ:

ບັນຫາ​ຕ່າງໆ​ເຫລົ່າ​ນັ້ນ ​ເນ້ນ​ໃຫ້​ເຫັນ​ເຖິງ​ການ​ທ້າ​ທາຍ​ອັນ​ສະ​ລັບ​ຊັບຊ້ອນ ທີ່​ກຳລັງ​ປະ
ເຊີນ​ໜ້າ​ຈີນ​ຢູ່ ​ໃນ​ຂະນະ​ທີ່ຈີນ​ຮັບ​ເອົາ​ບົດບາດ​ທີ່​ໃຫຍ່​ຂຶ້ນຢູ່​ໃນ​ໂລກ ອິງ​ຕາມນັກ​ລັດຖະ
ສາດ​ການ​ເມືອງ Jia Qingguo ທີ່​ມະຫາວິທະຍາ​ໄລ​ປັກ​ກິ່ງ.

ທ່ານ Jia Qingguo ​ເວົ້າ​ວ່າ “ຈີນ​ແມ່ນ​ທັງ​ປະ​ເທດ​ທີ່​ພັດທະນາ​ແລ້ວ ​ແລະ​ກຳລັງ​ພັດທະນາ ​ເປັນ​ທັງ​ປະ​ເທດ​ທີ່​ຮັ່ງມີ​ກັບ​ທຸກ​ຍາກ ປະ​ເທດ​ທີ່​ອ່ອນ​ແອ​ແລະ​ແຂງ​ແຮງ​ ​
ເປັນ​ປະ​ເທດໃຫຍ່​ພໍ​ປານ​ກາງ ​ແລະ​ເປັນ​ມະຫາ​ອຳນາດ​ນຳ. ລັກສະນະ​ສອງ​ດ້ານ
​ແລະ​ຂັດ​ແຍ້​ງກັນຂອງ​ສະຖານະ​ພາບ​ອັນ​ນີ້ ​ແມ່ນ​ມີ​ຜົນ​ກະທົບຕໍ່​ຜົນ​ປະ​ໂຫຍ​ດ
ຕ່າງໆຂອງ​ຈີນ ​ເພາະວ່າ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ທີ່​ພັດທະນາ​ແລ້ວ ກັບຂອງ
ປະ​ເທດ​ທີ່​ພວມ​ພັດທະນາ ມັນ​ບໍ່​ແມ່ນ​ອັນ​ດຽວ​ກັນ ​ແລະ​ກໍ​ບໍ່​ແມ່ນ​ອັນ​ດຽວ​ກັນ
ຢ່າງ​ສິ້ນ​ເຊີງ.”

ໃນ​ປີ​ນີ້ ​ໃນ​ຂະນະ​ທີ່​ໂລກ​ພາກັນ​ຕີ​ຕົວ​ ອອກ​ຫ່າງ​ຈາກຣັດ​ເຊຍ ສາຍ​ພົວພັນ​ລະຫວ່າງ​ປັກກິ່ງ​
ກັບ​ມອສ​ໂຄ ກັບອົບ​ອຸ່ນ​ຂຶ້ນ. ​ແຕ່​ວ່າ ​ໃນ​ເວລາ​ດຽວ​ກັນ ຈີນ​ກໍຢື່ນມື​ໄປ​ຫາ​ເພື່ອນ​ບ້ານ​ອື່ນໆ
ຢູ່​ໃນ​ຂົງ​ເຂດ ​ແລະ​ກາຍ​ນັ້ນ​ໄປ​ອີກ.

​ຢູ່​ທີ່​ອາ​ຟຣິກາ ຈີນ​ກໍ​ກຳລັງ​ຈັດ​ສົ່ງ​ທະຫານໄປ​ຊ່ວຍ​ໃນ​ໜ່ວຍ​ປະຕິບັດ​ງານຮັກສາສັນຕິພາບ
ຂອງ​ສະຫະ​ປະຊາ​ຊາດ ຕື່ມ​ຂຶ້ນ. ມີ​ທະຫານ​ຈີນ​ເກືອບ 2000 ຄົນ ຢູ່​ໃນ​ຊູ​ແດນ​ໃຕ້ ບ່ອນ​ທີ່
ບໍລິສັດ​ຂອງ​ຈີນ​ມີ​ຜົນ​ປະ​ໂຫຍ​ດ​ໃຫຍ່ໆ ​ໃນ​ດ້ານ​ນ້ຳມັນ. ນອກ​ນັ້ນ ຈີນ​ຍັງ​ເພີ້​ມທະວີ ການ
​ປະກອບສ່ວນຂອງ​ຕົນ​ ​ໃນ​ການຊ່ວຍ​ຕໍ່ສູ້​ກັບ​ເຊື້ອ​ໄວຣັສ ອີ​ໂ​ບ​ລາ ນັ້ນອີກ.

​ໃນ​ດ້ານ​ການ​ພົວພັບກັບ​ສະຫະລັດ​ນັ້ນ ປັກ​ກິ່ງ​ໄດ້​ຕົກລົງ​ກັບ​ວໍ​ຊິງ​ຕັນ ທີ່​ຈະ​ທຳ​ງານ​ຮ່ວມກັນ
​ເພື່ອຕໍ່​ສູ້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ​ຈີ​ນກໍ​ໄດ້​ປະກອບ​ສວ່ນ​ ​ໃນ​ການຊ້ອມ
​ລົບທາງ​ທະ​ເລ​ຮ່ວມ​ກັນກັບ​ສະຫະລັດ ເປັນ​ເທື່ອ​ທຳ​ອິດ ​ໃນ​ປີ​ນີ້.

ຈີນຮ່ວມຊ້ອມລົບ ກັບສະຫະລັດ:

ນັກ​ວິ​ເຄາະ​ຂ່າວ​ການ​ເມືອງ Victor Gao ຈາກ​ສະມາຄົມການ​ສຶກສາ​ສາກົນ​ແຫ່ງ​ຊາດ ຫລື NAT'L ASSOCIATION OF INT'L STUDIES ຂອງຈີນ ກ່າວ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ເຖິງ​ເວລາ​ແລ້ວ ທີ່​ຈີນ​ຈະ​ຕ້ອງຄິດ​ຫາ ແນວ​ຄິດ​ໃໝ່ໆ
ວິທີ​ການ​ໃໝ່ ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ບາງ​ຢ່າງທາງ​ດ້ານ​ການ​ທູດ ທີ່​ພວກ
​ເຮົາ​ກຳລັງ​ເວົ້າ​ເຖິງ​ຢູ່​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ ປະທານ
Xi Jinping ກໍ​ກຳລັງ​ເຮັດ
​ໃນ​ສິ່ງ​ນີ້​ຢູ່. ​ທ່ານກຳລັງ​ຫັນປ່ຽນ​ວິທີ ທີ່ຈີນ​ຈັດ​ຕຳ​ແໜ່​ງ​ໃຫ້​ຕົນ​ເອງ ຢູ່​ໃນ​ໂລກ​ນີ້.”

ໃນ​ຂະນະ​ທີ່ ປະທານ Xi ຢືນຢັນນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ຈີນ ຢູ່​ໃນ​ຕ່າງປະ​ເທ​ດ ກໍ​ມີ​ຄວາມ​ເປັນ​ຫ່ວງ​ຫລາຍ​ຂຶ້ນ​ເລື້ອຍໆ ກ່ຽວ​ກັບ​ການ​ລວມອຳນາດ​ຂອງ​ທ່ານ ຢູ່​ພາຍ​ໃນ​ປະ​ເທດ.

​ໃນ​ເດືອນ​ທັນວານີ້ ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ໄດ້​ກ່າວ​ໃຫ້​ຂໍ້​ສັງ​ເກດ
ວ່າ ອິດ​ທິພົນ​ທີ່​ເພີ້​ມທະວີ​ຂຶ້ນ​ຢ່າງ​ໄວ​ຂອງ​ທ່ານ Xi ນັ້ນ ​ແມ່ນ​ເປັນ​ໄພ​ອັນຕະລາຍຕໍ່​ສິດທິ
ມະນຸດ ​ແລະ​ປຸກ​ຄວາມ​ຮູ້ສຶກ​ຊາດ​ນິຍົມຂອງ​ຊາວ​ຈີນ ໃນ​ທາງ​ທີ່​ສ້າງ​ຄວາມ​ເປັນ​ຫ່ວງໃຫ້ແກ່
ບັນດາ​ປະ​ເທດເພື່ອນບ້ານ​ຂອງ​ຈີນ.

Yearender: China Foreign Policy

China's Bold Steps in 2014 Don't Always Please http://www.voanews.com/content/china-bold-steps-in-2014-dont-always-please/2561765.html

((INTRO:))
[[2014 was a year when China flexed its muscles in Asia, with assertive demonstrations of its territorial claims, and new efforts to project its power both in the region and further off in Africa. It was also a year when China faced growing challenges as it adapts to its role a rising global force. VOA's Bill Ide reports.]]

((NARRATOR))
Few may have noticed, but by some measures this year China surpassed the United States as the world's biggest economy. However, few here are celebrating.

Political scientist Wang Yiwei says many in China see the top position as a burden.

((WANG YIWEI, RENMIN UNIVERSITY (male, in English) ))
"China is not eager to be number one or number two and even number two happened so quickly and China was not prepared for that. Because of the global financial crisis. The Chinese leaders, including myself, thought that number two will take a long time. But it happened so quickly we are not ready for this. That's the reason our relationship with Japan is so bad."

((NARRATOR))
And it's not just Japan. China's decision to park a massive oil rig off Vietnam's coast sparked a backlash. Beijing has seen increasing disputes with the Philippines as well over territorial claims in the South China Sea.

Such problems highlight the complex challenges China faces as it assumes a bigger global role, says Peking University political scientist Jia Qingguo.

((JIA QINGGUO, PEKING UNIVERSITY (male, in Mandarin) ))
"China is both a developed and developing nation. It's a rich and poor nation. It is a weak country and a strong country. It is an average big country and a superpower. This duplicity and contradictory nature of its status has an impact on its interests because the interests of a developed and developing nation are not the same or not entirely the same. "

((NARRATOR))
This year, while the world distanced itself from Russia, relations between Beijing and Moscow warmed. At the same time, China was reaching out to other neighbors in the region and beyond.

China is sending more troops for United Nations peacekeeping missions in Africa. Nearly 2,000 troops are in South Sudan where Chinese companies have major oil interests. It is also increasing its contributions in the fight against Ebola.

Washington and Beijing have agreed to work together to fight climate change and China participated for the first time this year in joint naval exercises with the United States.

Political analyst Victor Gao.

((VICTOR GAO, NAT'L ASSOCIATION OF INT'L STUDIES (male, in English) ))
"I think it is time for China to come up with new ideas, new paradigms, new ways of approaching many of these new challenges in diplomacy that we are talking about. I think President Xi Jinping is doing exactly that, he is changing the way China positions itself in the world.

((NARRATOR))
As Mr. Xi reasserts China's foreign policy abroad, there are increasing worries over his consolidation of power at home. This month U.S. President Barack Obama noted Mr. Xi's rapidly increasing clout poses dangers for human rights, and taps into Chinese nationalism in a way that worries Beijing's neighbors. Bill Ide, VOA News, Beijing.

XS
SM
MD
LG