ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂອນອຳນາດ ໃນອາຟຣິກາ ເມື່ອປີ 2018


ແຜນທີ່ທະວີບອາຟຣິກາ
ແຜນທີ່ທະວີບອາຟຣິກາ

ໃນປີ 2018 ພວກຜູ້ນຳທັງຫຼາຍ ທີ່ພວມກຳຕຳແໜ່ງຢູ່ ໄດ້ສະຫຼະ ອຳນາດຂອງຕົນ ໃນປະເທດອາຟຣິກາໃຕ້ແລະເອທິໂອເປຍ. ປະເທດຊິມບັບເວ ໄດ້ເລືອກເອົາຜູ້ນຳ

ໃໝ່ ລຸນຫຼັງການປົກຄອງມາໄດ້ 37 ປີ ຂອງອະດີດປະທາ ນາທິບໍດີ ຣໍເບີດ ມູກາເບ. ນອກຈາກນັ້ນແລ້ວ ຢູ່ໄລແບເຣຍ ຊິແອຣາ ເລໂອນ ແລະມາລີ ກໍໄດ້ມີການໂອນອຳ
ນາດໃຫ້ກັນຢ່າງສັນຕິ. ແຕ່ວ່າ ໃນຂະນະທີ່ແນວ ໂນ້ມດັ່ງກ່າວ ຖືກມອງກັນວ່າ ເປັນ
ການໃຫ້ກຳລັງໃຈກໍຕາມ ແຕ່ວ່າ ຄວາມຂັດ ແຍ້ງ ກໍແມ່ນຍັງມີຢູ່ ຢູ່ໃນບາງປະເທດ ທີ່ມີພວກຜູ້ນຳທີ່ຢູ່ໃນ​ຕຳ​ແໜ່ງດົນທີ່ສຸດ ຂອງໂລກ ຍັງສືບຕໍ່ກຳອຳນາດຢູ່. ນັກຂ່າວ
ວີໂອເອ ມາຣິອານາ ດີອາໂລ ສົ່ງ ລາຍງານເລື້ອງ ກ່ຽວກັບແນວໂນ້ມດັ່ງກ່າວ ທີ່ໃຫ້
ທັງຄວາມຫວັງ ແລະຄວາມ ກັງວົນໃຈມາ ດັ່ງ ສາລີ ຈະສະເໜີລາຍລະອຽດ ໃນອັນ
ດັບຕໍ່ໄປ.

ປະເທດເອທິໂອເປຍ ໄດ້ມີການປ່ຽນແປງ ດ້ານການເມືອງ ຢ່າງທີ່ບໍ່ເຄີຍ ມີມາກອ່ນ
ໃນປີ 2018 ຕາມຄຳເວົ້າຂອງທ່ານ ຣູເບັນ ບຣິເກັດຕີ ອະດີດເອກ ອັຄຄະລັດຖະທູດ
ສະຫະລັດ ປະຈຳສະຫະພາບອາຟຣິກາ.

ທ່ານ ບຣິເກັດຕີ ທີ່ມະຫາວິທະຍາໄລ ຈອຣ໌​ຈ ວໍຊິງຕັນກ່າວວ່າ “ການຕັດສີນ ໃຈ ແບບເປັນປະຫວັດການ ຂອງອະດີດນາຍົກລັດຖະມົນຕີ ໄຮເລມາຣຽມ ທີ່ສະຫຼະ
ອຳນາດດ້ວຍຄວາມສະໝັກໃຈ ແມ່ນສິ່ງນຶ່ງ ທີ່ບໍ່ເຄີຍມີມາກ່ອນ ໃນປະ ຫວັດສາດ
ຂອງ ເອທິໂອເປຍ ຊຶ່ງແຜ້ວທາງ ໃຫ້ນາຍົກຄົນປັດຈຸບັນ ດອກເຕີ້ ອາບີ ອາເມັດ
ຂຶ້ນແທນ ຜູ້ຊຶ່ງໄດ້ກະທຳການປະຕິຮູບ ທີ່ສຳຄັນຫຼາຍຢ່າງ ທາງດ້ານການເມືອງ
ນັບຕັ້ງແຕ່ ການປ່ອຍນັກໂທດການເມືອງ ໄປຫາການ ນຳພາ ໃນຄວາມພະຍາ
ຍາມ ທີ່ຈະແຕ່ງຕັ້ງປະທານາທິບໍດີແມ່ຍິງຄົນທຳອິດ ໃນປະຫວັດສາດຂອງ ເອທິ
ໂອເປຍ.

ນອກນັ້ນ ປະເທດທີ່ມີພົນລະເມືອງຫຼາຍທີ່ສຸດເປັນອັນດັບທີສອງຂອງອາຟຣິການີ້ ຍັງໄດ້ສ້າງສັນຕິພາບນຳ ກັບປະເທດ ເອຣິເທຣຍ ທີ່ຢູ່ໄກ້ຄຽງ ລຸນຫຼັງ 20 ປີ ແຫ່ງ
ການເປັນປໍລະປັກກັນ.

ແຕ່ວ່າ ກໍໄດ້ມີປະຊາຊົນເກືອບເຖິງນຶ່ງລ້ານຄົນ ທີ່ໄດ້ພັດພາກຈາກບ້ານເຮືອນ ໃນເອທິໂອເປຍຕອນໃຕ້ ນັບຕັ້ງແຕ່ການປະທະກັນ ໄດ້ເກີດຂຶ້ນ ຕັ້ງແຕ່ເດືອນ ເມສາ
ເປັນຕົ້ນມາ ອີງຕາມອົງການຕ່າງໆຂອງສະຫະປະຊາຊາດ.

ທີ່ຊິມບັບເວ ການລາອອກດ້ວຍການບັງຄັບຂອງປະທານາທິບໍດີ ຣໍເບີດ ມູກາເບ ໃນ
ທ້າຍປີ 2017 ໄດ້ແຜ້ວທາງໃຫ້ມີການເລືອກຕັ້ງໃນປີນີ້.

ທ່ານ ແຄັນ ໂອປາໂລ ອາຈານຊ່ອຍດ້ານການເມືອງອາຟຣິກາທີ່ມະຫາວິທະຍາ ໄລ
ຈອ​ຣ໌​ຈ ທາວ​ນ໌ (Georgetown) ກ່າວວ່າ “ມັນບໍ່ໄດ້ເປັນແບບປະຊາທິປະ ໄຕ ແຕ່ມັນ
ກໍເປັນການຂ້າມຜ່ານ. ບໍ່ວ່າມັນຈະແມ່ນການຂ້າມຜ່ານອັນໃດ ມັນກໍ ຈະດີກວ່າທີ່​ພັກ Zanu-PF ໄດ້ເຕັ້ນຂ້າມຜ່ານຫຼາຍຂັ້ນຕອນຊຶ່ງເຮັດໃຫ້ມັນເບິ່ງ ຄືວ່າ ເປັນການຂ້າມ
ຜ່ານແບບປະຊາທິປະໄຕ.”

ໄຊຊະນະຂອງການເລືອກຕັ້ງເປັນຂອງປະທານາທິບໍດີເອເມີສັນ ແອັມນັງກາວາ ຊຶ່ງເປັນພັນທະມິດກັບທ່ານມູກາເບມາຍາວນານ ເຮັດໃຫ້ເກີດຄວາມສົງໄສບາງ ຢ່າງ
ວ່າ ອັນນີ້ເປັນການປ່ຽນແປງທີ່ແທ້ຈິງຈາກພວກ​ທີ່​ເຄີຍ​ປົກ​ຄອງ​ມາ​ກ່ອນຫຼືບໍ່.

ທ່ານ ໂອປາໂລກ່າວວ່າ “ຂ້າພະເຈົ້າຄິດວ່າ ດັ່ງທີ່ພວກເຮົາໄດ້ເຫັນໃນ ໂມຊຳ ບິກ ແລະອັງໂກລານັ້ນ ການປ່ຽນແປງອັນໃດກໍແມ່ນດີ ເພາະວ່າຕາມປົກກະຕິ ແລ້ວ ພວກ
ຜູ້ປົກຄອງຊຸດໃໝ່ ເຂົາເຈົ້າຈະຢາກເປັນໂຕຂອງຕົນເອງ ເພາະສະນັ້ນ ພວກເຂົາເຈົ້າ
ຈຶ່ງຈະນຳໃຊ້ການປະຕິຮູບ ດັ່ງທີ່ພວກທ່ານໄດ້ເຫັນໃນອັງໂກລາ ຊຶ່ງອາດຈະບໍ່ເປັນໄປ
ດ້ວຍດີ ກັບລະບອບກ່ອນໜ້ານັ້ນ.”

ໃນຂະນະທີ່ ປີການກຳລັງຈະສິ້ນສຸດລົງຢູ່ນີ້ ຄວາມສົນໃຈ ກໍແມ່ນຫັນມາສູ່ສາ ທາລະ
ນະລັດ ປະຊາທິປະໄຕຄອງໂກ ຊຶ່ງຈະມີການເລືອກຕັ້ງ ໃນວັນທີ 23 ທັນວານີ້ ຊຶ່ງທ່ານ Michael O’Hanlon ຈາກສະຖາບັນບຣຸກກິງສ໌ ໃນວໍຊິງ ຕັນກ່າວວ່າ “ຖ້າທຸກສິ່ງທຸກ
ຢ່າງເປັນໄປດ້ວຍດີ ຂ້າພະເຈົ້າຄິດວ່າ ມັນກໍຈະສົ່ງ ເສີມໃຫ້ກ້າວໜ້າຕໍ່ໄປຢ່າງໃຫຍ່
ເພາະວ່າ ດ່ັງທີ່ຂ້າພະເຈົ້າມອງເຫັນຫັ້ນ ມັນ ຈະປະສົມກັບແນວໂນ້ມທີ່ບໍ່ຂີ້ຮ້າຍປານ
ໃດ ກັບ ໄນຈິເຣັຍ ເຄັນຍາແລະແທນ ຊາເນຍ.

ໃນຂະນະທີ່ແນວໂນ້ມໄປສູ່ປະຊາທິປະໄຕ ພວມຖືກສົ່ງເສີມຢູ່ນີ້ ພວກປະເທດ ທັງ
ຫຼາຍ ເຊັ່ນຄອງໂກ ບຣາຊາວີລ Equatorial Guinea ກາເມຣູນ ອູການ ດາ ແລະຊູ
ດານ ກໍຈະເປັນທີ່ຢູ່ອາໄສຂອງອະດີດປະທານາທິບໍດີຕ່າງໆ ທີ່ໄດ້ ຮັບໃຊ້ມາຍາວ
ນານທີ່ສຸດ ໃນອາຟຣິກາ. ສ່ວນໃນກໍລະນີຂອງປະທານາທິບໍດີ Equatorial Guinea
ທ່ານ ທິອໍໂດໂຣ ໂອບຽງ ງົວມາບາໂຊໂກ ແລ້ວ ປີ 2019 ກໍຈະເປັນປີທີ 40 ຂອງການ
ກຳອຳນາດຂອງເພິ່ນ.

In 2018, sitting leaders relinquished power in South Africa and Ethiopia. Zimbabwe elected a new leader after 37 years of rule by former President Robert Mugabe. Peaceful power transitions were also seen in Liberia, Sierra Leone, and Mali. But while many find those trends encouraging, the opposite is also true in countries where some of world's longest serving leaders continue to hold power. VOA Correspondent Mariama Diallo reports on the overall trends that are sparking both hope and worry.]]

Ethiopia saw unprecedented political change in 2018, says Reuben Brigety, former U.S. ambassador to the African Union.

Reuben Brigety - George Washington University
"The historic decision of former Prime Minister Hailemariam to voluntarily relinquish power is something that's never happened in Ethiopian history before [and] paved the way for the entrée of current Prime Minister Dr. Abiy Ahmed, who's made a series of important political reforms; from release of political prisoners to leading the effort to appoint the first female president in Ethiopian's history."

The 2nd most populous country in Africa also made peace with its neighbor Eritrea after 20 years of hostility.
But nearly one million people have been displaced in southern Ethiopia since clashes erupted there in April, according to U.N. agencies.

In Zimbabwe, the forced resignation of President Robert Mugabe in late 2017 paved the way for elections this year. Ken Opalo, assistant professor of African Politics at Georgetown University.
Ken Opalo - Georgetown University
"It wasn't democratic but it was a transition. Any transition is better than no transition especially when it's done constitutionally, which Zanu-PF jumped through a lot of hoops to make it look like it was a democratic transition."

The elections were won by President Emerson Mnangagwa, a longtime ally of Mugabe making some wonder if this was a real transition from the old guard.

Ken Opalo - Georgetown University
"I think as we are seeing in Mozambique and Angola any transition is good because a new set of rulers typically want to be their own man and woman, so they'll implement reforms as you are seeing in Angola that may not go well with the previous regime."

As the year draws to an end, attention turns to the Democratic Republic of Congo's which will hold elections on December 23rd. Michael E. O'Hanlon of the Brookings Institution in Washington.

Michael O'Hanlon - Brookings Institution
"If those go possibly well, I think this is a huge boost forward because that would be combined as I see it with not so bad trends with Nigeria, Kenya, Tanzania."

While trends for democracy are encouraging, countries like Congo Brazzaville, Equatorial Guinea, Cameroon, Uganda, and Sudan are home to some of the longest serving presidents in Africa. In the case of Equatorial Guinea's president, Theodoro Obiang Nguema Mbasogo, 2019 will mark his 40th year in power.
XS
SM
MD
LG