ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝຣັ່ງ ລະນຶກເຖິງການໂຈມຕີ ກໍ່ການຮ້າຍ ໃນນະຄອນຫຼວງ ປາຣີ ຄົບຮອບໜຶ່ງປີ


Year After November Paris Attacks: A Fearful and Scarred Nation
please wait

No media source currently available

0:00 0:01:48 0:00

ໃນວັນອາທິດທີ່ຫາກໍຜ່ານມານີ້, ປະເທດ ຝຣັ່ງ ໄດ້ລະນຶກເຖິງວັນຄົບຮອບໜຶ່ງປີຂອງການ ໂຈມຕີກໍ່ການຮ້າຍທີ່ໂຫດຮ້າຍທີ່ສຸດຂອງພວກເຂົາເຈົ້າ, ເຊິ່ງເປັນການໂຈມຕີຄັ້ງໜຶ່ງຈາກ ຫຼາຍໆຄັ້ງຂອງພວກຫົວຮຸນແຮງ ຈີຮາດ ທີ່ໄດ້ສ້າງຄວາມເຈັບປວດຕໍ່ປະເທດດັ່ງກ່າວ ໃນ ຫຼາຍເດືອນຜ່ານມາ. ການໂຈມຕີປະສານງານກັນໃນທົ່ວນະຄອນຫຼວງ ປາຣີ ໃນວັນທີ 13 ເດືອນພະຈິກປີກາຍນີ້ ໄດ້ເຮັດໃຫ້ 130 ຄົນເສຍຊີວິດ ແລະ ບາດເຈັບອີກນຳນວນຫຼວງ ຫຼາຍ. ຈຳນວນຄົນທີ່ເສຍຊີວິດສູງສຸດແມ່ນຢູ່ໂຮງສະແດງຄອນເສີດ Bataclan, ບ່ອນທີ່ ນັກຮ້ອງເພງ ຣັອກ Sting ໄດ້ໄປສະແດງຄອນເສີດໃນວັນເສົາທີ່ຜ່ານມາ ດ້ວຍເງິນທີ່ຫາ ໄດ້ຈາກງານດັ່ງກ່າວ ແມ່ນຈະຖືກມອບໃຫ້ສະມາຄົມຂອງຜູ້ໄດ້ຮັບເຄາະຮ້າຍ. ນັກຂ່າວວີ ໂອເອ Lisa Bryant ມີລາຍງານຈາກນະຄອນຫຼວງຂອງປະເທດ ຝຣັ່ງ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ມັນເຖິງເວລາສະແດງອີກຄັ້ງໜຶ່ງແລ້ວ ທີ່ໂຮງສະແດງຄອນເສີດ Bataclan. ໂຮງດັ່ງກ່າວ ໄດ້ເປີດໃຊ້ຄືນດ້ວຍການສະແດງຄອນເສີດ ຂອງນັກຮ້ອງ Sting ແລະ ລວມດາລານັກ ຮ້ອງທີ່ປະກອບມີນັກ ຮ້ອງສັນຊາດ ເຊເນກາລ ທ້າວ Youssou N’Dour.

ແລະ ການປ່ຽນແປງໂສມໜ້າໃໝ່ ໄດ້ຊ່ວຍປ່ຽນສະຖານະການ ຈາກການໂຈມຕີກໍ່ການ ຮ້າຍໃນປີກາຍນີ້ ຢູ່ສະຖານທີ່ດັ່ງກ່າວ ທີ່ໄດ້ເຮັດໃຫ້ 90 ຄົນເສຍຊີວິດ.

ທ້າວ Salim Djeghloul ຜູ້ອາໄສຢູ່ນະຄອນຫຼວງ ປາຣີ ກ່າວວ່າ “ຂ້ອຍເສຍໃຈຫຼາຍທີ່ ສຸດ ກ່ຽວກັບ ການໂຈມຕີດັ່ງກ່າວ ເພາະຂ້ອຍຮູ້ຈັກພວກ ພະນັກງານຫໍ Bataclan. ແລະ ຂ້ອຍກໍມັກບັນຍາກາດຢູ່ຫັ້ນ.”

ໂດຍທົ່ວໄປແລ້ວ, ນະຄອນຫຼວງ ປາຣີ ແມ່ນໄດ້ກັບຄືນສູ່ສະພາບ ປົກກະຕິ. ການທາສີຕໍ່ ຕ້ານການກໍ່ການຮ້າຍໃສ່ຝາ ແລະ ການຊຸມ ນຸມປະທ້ວງແມ່ນເລື່ອງໃນອະດີດ.

ຈຸດອື່ນໆທີ່ຖືກໂຈມຕີກໍ່ການຮ້າຍແມ່ນໄດ້ເປີດໃຫ້ບໍລິການຄືນ ແລະ ຕົກແຕ່ງໃໝ່. ແຕ່ ຮອຍແປ້ວຂອງຄວາມຮູ້ສຶກຈາກປີກາຍນີ້ ແລະ ການໂຈມຕີດ້ວຍລົດບັນທຸກໃນເດືອນກໍ ລະກົດທີ່ຜ່ານມາ ທີ່ໄດ້ ເຮັດໃຫ້ເດັກນ້ອຍ ພ້ອມກັບຜູ້ໃຫຍ່ຫຼາຍຄົນເສຍຊີວິດໃນເມືອງ Nice ນັ້ນ ແມ່ນຍັງຄົງເຫຼືອຢູ່.

ທ່ານ Dominique Szepielak ນັກຈິດຕະວິທະຍາ ກ່າວວ່າ “ລັດທິ ກໍ່ການຮ້າຍແມ່ນ ຊົ່ວຮ້າຍຫຼາຍ ເພາະວ່າມັນສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນ ຂອງປະຊາຊົນ. ກ່ອນໜ້າ ນີ້, ເຈົ້າຍ່າງຢູ່ຫົນທາງ ແລະ ເຫັນຕາເວັນ ແລະ ໄປຮ້ານກິນດື່ມ, ແຕ່ຕອນນີ້ປະຊາຊົນ ມີຄວາມລະມັດລະວັງ ກ່ຽວກັບ ໝົດທຸກຢ່າງ.”

ຜູ້ອາໄສຢູ່ນະຄອນຫຼວງ ປາຣີ ທ້າວ Stephane Dantier ມີຮ້ານອາ ຫານຢູ່ຟາກທາງ ຈາກສະຖານທີ່ທີ່ຕົກເປັນເປົ້າໝາຍຂອງພວກ ຈີຮາດ ສອງແຫ່ງ.

ທ້າວ Stephane ເຈົ້າຂອງຮ້ານອາຫານນັ້ນກ່າວວ່າ “ຫຼັງຈາກການໂຈມ ຕີແລ້ວ, ປະ ຊາຊົນໃນໝູ່ບ້ານໄດ້ເຕົ້າໂຮມກັນເຮັດຫຼາຍຢ່າງນຳກັນ. ມັນເປັນສິ່ງທີ່ດີຫຼາຍ. ແຕ່ແລ້ວ ການ ໂຈມຕີໃນເມືອງ Nice ຊໍ້າພັດໄດ້ເປີດບາດແຜຄືນອີກ.”

ວັນອາທິດແລ້ວນີ້, ທ້າວ Stephane ໄດ້ໄປຮ່ວມໄຕ້ໂຄມໄຟເຈ້ຍກັບ ປະຊາຊົນ ປາຣີ ໃນ ການລະນຶກເຖິງພວກຜູ້ຖືກເຄາະຮ້າຍ. ລາວກ່າວ ວ່າ, ມັນຈະເປັນເວລາທີ່ຍາວນານ, ກ່ອນທີ່ຊຸມຊົນແຫ່ງນີ້ຈະຫາຍດີ ແລະ ກ້າວໜ້າຕໍ່ໄປ.

On Sunday, France marks the one-year anniversary of one of its deadliest terrorist attacks, one of several Jihadist strikes that have traumatized the nation in recent months.The coordinated attacks across Paris last November 13 killed 130 people and injured scores of others.The deadliest toll was at the city's Bataclan concert hall, where rock singer Sting gives a concert Saturday with proceeds going to victims' associations.For VOA, Lisa Bryant reports from the French capital.

((NARRATOR))
It is showtime again at the Bataclan.The concert hall is reopening with a Sting concert and an all-star lineup that includes Senegalese singer Youssou N'Dour.

And a major facelift that helps turn the page on last year's terrorist attacks here that killed 90 people.

Salim Djeghloul remembers happier times.

((SALIM DJEGHLOUL, PARISIAN))((IN FRENCH, w English voiceover))
"I am really upset about the attacks because I know the Bataclan staff.And I liked the atmosphere."

((NARRATOR))
In many ways, Paris is back to normal.The anti-terror graffiti and rallies are in the past.

Other spots where the terrorists struck are reopened and refurbished.But the emotional scars remain from last year and July's truck attack that killed children as well as adults in Nice.

((DOMINIQUE SZEPIELAK, PSYCHOLOGIST))((in English))
"Terrorism is very terrible because it touches the confidence of people. Before, you are in the street and see the sun and go in the [cafe], but now you have people who can be careful about everything."

((NARRATOR))
Parisian Stephane Dantier has a restaurant across the street from two of the places the jihadists targeted.

((STEPHANE DANTIER, RESTAURANT OWNER))((IN FRENCH w English voiceover))
"After the attacks, the neighborhood mobilized to do many things.It was great.But the Nice attack reopened the wounds."

((NARRATOR))
Sunday, Dantier will join Parisians in lighting paper lanterns in memory of the victims.It will be a long time, he says, before this neighborhood heals and moves on.

XS
SM
MD
LG