ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນອກຈາກການປ່ຽນແປງຂອງດິນຟ້າອາກາດ ແລ້ວ ຍັງມີໂຄວິດ-19 ສ້າງບັນຫາເພີ້ມອີກ ໃນປີ 2020


ພາບຖ່າຍໃນວັນທີ 30 ທັນວາ, 2019, ທີ່ໜອງໃຫ້ໂດຍກ້ອງການບໍລິການດັບເພີງໃນເຂດຊົນນະບົດ NSW ສະແດງໃຫ້ເຫັນວ່າ ພວກນັກດັບເພີງກໍາລັງດັບໄຟເພື່ອປ້ອງກັນບ້ານເຮືອນໃນເຂດອ້ອມແອ້ງເມືອ Charmhaven, ລັດ New South Wales ໃນອັອສເຕຣເລຍ
ພາບຖ່າຍໃນວັນທີ 30 ທັນວາ, 2019, ທີ່ໜອງໃຫ້ໂດຍກ້ອງການບໍລິການດັບເພີງໃນເຂດຊົນນະບົດ NSW ສະແດງໃຫ້ເຫັນວ່າ ພວກນັກດັບເພີງກໍາລັງດັບໄຟເພື່ອປ້ອງກັນບ້ານເຮືອນໃນເຂດອ້ອມແອ້ງເມືອ Charmhaven, ລັດ New South Wales ໃນອັອສເຕຣເລຍ

ເຖິງແມ່ນວ່າໂຄວິດ-19 ຈະເປັນບັນຫາຄອບງຳສໍາລັບປີ 2020 ກໍຕາມ ແຕ່ການປ່ຽນແປງຂອງດິນຟ້າອາກາດກໍບໍ່ໄດ້ຢຸດຢັ້ງເລີຍ. Steve Baragona ນັກຂ່າວຂອງວີໂອເອ ໄດ້ເບິ່ງຄືນກ່ຽວກັບຄວາມຄືບໜ້າ ແລະໄພພິບັດໃນປີທີ 5 ນັບຕັ້ງແຕ່ມີສັນຍາປາຣີທີ່ເປັນຂີດໝາຍຂອງອົງການສະຫະປະຊາຊາດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ຊຶ່ງບົວສະຫວັນຈະນໍາເອົາລາຍ ລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.

ໃນປີ 2020, ໄຟໄໝ້ປ່າໄດ້ທໍາລາຍສະຖິຕິ ນັບແຕ່ລັດຄາລິຟໍເນຍໄປຈົນເຖິງ ເຂດໄຊເບີເຣຍ. ມະຫາສະໝຸດອັດລັງຕິກໄດ້ກໍ່ໃຫ້ເກີດພາຍຸເຮີລິເຄນຫຼາຍກ່ວາເກົ່າ ເທົ່າທີ່ເຄີຍໄດ້ບັນທຶກໄວ້.

ປີ 2020 ຈະເປັນປີທີ່ຮ້ອນທີ່ສຸດ ຫລືບໍ່ກໍເປັນປີທີ່ຮ້ອນຫລາຍເປັນອັນດັບສອງເທົ່າທີ່ມີການບັນທຶກມາ.

ໃນຂະນະທີ່ຄວາມຮ້ອນຂອງໂລກໄດ້ສູງຂຶ້ນ, ການເຄື່ອນໄຫວໄປມາໃນໂລກກໍໄດ້ຕົກວູບລົງໄປພ້ອມກັບ ໂຄວິດ-19. ການແຜ່ລະບາດຂອງໄວຣັສໂຄໂຣນາໄດ້ ເຮັດໃຫ້ຖະໜົນຫົນທາງເປົ່າແປນ ແລະການເດີນທາງ ທາງອາກາດກໍໄດ້ຢຸດລົງ. ສິ່ງດັ່ງກ່າວໄດ້ເຮັດໃຫ້ການປ່ອຍອາຍຄາບອນທີ່ເຮັດໃຫ້ໂລກຮ້ອນເອົ້ານັ້ນຫລຸດ ລົງ 7 ເປີເຊັນ. ແຕ່ທ່ານແດນ ລາຊັອຟ (Dan Lashof), ຜູ້ອຳນວຍການສະຖາບັນຊັບພະຍາກອນໂລກກ່າວວ່າອັນນັ້ນ ມັນບໍ່ມີຫຍັງທີ່ຈະເປັນໜ້າສະເຫຼີມສະ ຫຼອງກັນເລີຍ.

ທ່ານກ່າວດັ່ງນີ້:
"ມັນເປັນທີ່ຈະແຈ້ງແລ້ວວ່າ ມີການຫຼຸດຜ່ອນການປ່ອຍອາຍພິດທີ່ພວກເຮົາໄດ້ເຫັນໃນປີ 2020 ຍ້ອນໂຄວິດ ນັ້ນບໍ່ແມ່ນວິທີທີ່ຖືກຕ້ອງໃນການຫຼຸດຜ່ອນການປ່ອຍອາຍພິດລົງເລີຍ. ບໍ່ຕ້ອງສົງໄສຫຍັງເລີຍກ່ຽວກັບເລື່ອງນັ້ນ. ແລະການປ່ຽນ ແປງເກືອບທັງໝົດນີ້ ແມ່ນອາດຈະຕ່າວປີ້ນໄດ້ຢ່າງວ່ອງໄວ ເມື່ອເສດຖະກິດຟື້ນ ຕົວຄືນມາອີກ.”

ອາຈານ ໄມໂຄ ເກີຣາດ (Michael Gerrard), ທີ່ມະຫາວິທະຍາໄລ ໂຄລອມ ເບຍ (Columbia) ກ່າວວ່າ ຈະຕ້ອງມີການປ່ຽນແປງໃນທົ່ວໂລກ. ບາງປະເທດ ແມ່ນກ້າວຂຶ້ນໄປເຮັດເຊັ່ນນັ້ນແລ້ວໃນປີນີ້.

ອາຈານເກີຣາດ (Gerrard), ກ່າວຜ່ານທາງ Skype ດັ່ງນີ້:
"ເຫດການທາງນະໂຍບາຍດ້ານສະພາບດິນຟ້າອາກາດທີ່ສຳຄັນທີ່ສຸດຂອງປີທີ່ຜ່ານມາ ອາດຈະແມ່ນການທີ່ປະທານປະເທດສີ ຂອງຈີນ ປະກາດເປົ້າໝາຍຂອງຈີນທີ່ຈະເຮັດໃຫ້ການປ່ອຍອາຍພິດອອກເທົ່າກັບສູນໃນປີ 2060. ມີຫລາຍປະ ເທດ ໃນທະວີບຢູໂຣບ ກໍໄດ້ເພີ້ມຂີດຄວາມພະຍາຍາມດ້ານດິນຟ້າອາກາດ ຂອງເຂົາເຈົ້າເຊັ່ນກັນ. ສະນັ້ນ ມີຫລາຍປະເທດທີ່ເຫລືອຈາກນັ້ນ ຢູ່ໃນໂລກ ກໍເຄື່ອນໄຫວໄປຕາມທິດທາງນີ້."

ທ່ານກ່າວວ່າ ສະຫະລັດພາຍໃຕ້ປະທານາທິບໍດີດໍໂນລ ທຣຳໄດ້ກ້າວເດີນໄປໃນທິດທາງກົງກັນຂ້າມ ໂດຍການຜ່ອນຜັນກົດລະບຽບດ້ານສິ່ງແວດລ້ອມ ແລະການຊຸກຍູ້ການຜະລິດນໍ້າມັນເຊື້ອໄຟຈາກຊາກພືດຊາກສັດ.

ແຕ່ ທ່ານເວົ້າວ່າ ການທີ່ທ່ານໂຈ ໄບເດັນໄດ້ຊະນະທ່ານທຣໍາໃນເດືອນພະຈິກຜ່ານມານັ້ນ ແມ່ນເປັນຂີດໝາຍຂອງທິດທາງໃໝ່.

ອາຈານເກີຣາດ (Gerrard) ໃຫ້ຄໍາເຫັນຜ່ານທາງ Skype ອີກວ່າ:
“ບໍ່ມີຫຍັງຕ້ອງຖາມອີກເລີຍ, ທ່ານໄບເດັນ, ປະທານາທິບໍດີເລືອກຕັ້ງໃໝ່ ຈະຕ່າວປີ້ນຄືນຢ່າງສິ້ນເຊີງ ແບບ 180 ອົງສາຈາກສິ່ງທີ່ປະທານາທິບໍດີທຣໍາໄດ້ເຮັດໄປນັ້ນແນ່ນອນເລີຍ.”

ທ່ານໄບເດັນໄດ້ເຮັດໃຫ້ການຕໍ່ສູ້ກັບການປ່ຽນແປງຂອງດິນຟ້າອາກາດເປັນບູລິມະສິດອັນນຶ່ງຂອງທ່ານ. ແຕ່ລັດຖະສະພາທີ່ມີການແບ່ງແຍກກັນນັ້ນ ອາດຈະວາງຂອບເຂດຈຳກັດວ່າໃຫ້ທ່ານສາມາດເຮັດໄດ້ຫລາຍປານໃດໃນການຄວບຄຸມການປ່ອຍອາຍພິດອອກມາ.

ລັດຕ່າງໆ ອາດຈະກ້າວຕໍ່ໄປໄດ້ຫລາຍກວ່າ. ດັ່ງທີ່ຜູ້ປົກຄອງລັດຄາລີຟໍເນຍໄດ້ເຮັດໃນປີນີ້, ໂດຍໄດ້ສັ່ງໃຫ້ຍຸຕິການຂາຍລົດທີ່ໃຊ້ພະລັງງານໂດຍນໍ້າມັນໃນປີ 2035.

ທະນາຄານ ແລະນັກລົງທຶນກໍ່ເຫັນດີນໍາຂໍ້ຈໍາກັດເຊື້ອໄຟທີ່ມາຈາກຊາກພືດ ແລະ ສັດເຊັ່ນກັນໃນປີນີ້. ບັນດາທະນາຄານໃຫຍ່ໆ ກ່າວວ່າ ພວກເຂົາເຈົ້າຈະບໍ່ລົງທຶນໃນໂຄງການນໍ້າມັນ ແລະອາຍແກັສ ໃນມະຫາສະໝຸດອາກຕິກ (Arctic). ແລະທະນາຄານກາງຂອງສະຫະລັດ ໄດ້ຮຽກຮ້ອງໃຫ້ມີການກະທຳກ່ຽວກັບສະພາບອາກາດເປັນຄັ້ງທຳອິດ, ອີງຕາມຂໍ້ສັງເກດຂອງທ່ານ ລາຊັອຟ (Lashof).

ທ່ານລາຊັອຟ (Lashof) ຈາກສະຖາບັນຊັບພະຍາກອນໂລກກ່າວຜ່ານທາງ Skype ດັ່ງນີ້:
"ແນວຄິດທີ່ວ່າ ການປ່ຽນແປງຂອງດິນຟ້າອາກາດ ເຮັດໃຫ້ເກີດໄພຂົ່ມຂູ່ຢ່າງຮ້າຍແຮງຕໍ່ລະບົບການເງິນຂອງສະຫະລັດນັ້ນ ໄດ້ກາຍເປັນກະແສທົ່ວໄປ ຢ່າງ ສິ້ນເຊີງແລ້ວ, ແລະປີ 2020 ນີ້ ກໍ່ເປັນປີທີ່ເປັນແນວນັ້ນແທ້ໆ."

2020 ແມ່ນເປັນຂີດໝາຍຄົບຮອບ 5 ປີ ຂອງສັນຍາປາຣີຂອງອົງການສະຫະ ປະຊາຊາດເພື່ອຕ້ານກັບການປ່ຽນແປງຂອງດິນຟ້າອາກາດ. ແຕ່ເລຂາທິການໃຫຍ່ອົງການສະຫະປະຊາຊາດ, ທ່ານແອນໂຕນິໂອ ກູແຕເຣັສ (Antonio Guterres) ກ່າວວ່າ ໂລກບໍ່ໄດ້ຫຍັບໃກ້ເຂົ້າກັບເປົ້າໝາຍທີ່ຜູ້ນຳຕ່າງໆ ໄດ້ຕັ້ງໄວ້ ເພື່ອຈະຍຸຕິພາວະໂລກຮ້ອນທີ່ເປັນອັນຕະລາຍນັ້ນເລີຍ.

ທ່ານກູແຕເຣັສ (Guterres) ກ່າວດັ່ງນີ້:
"ຳໝັ້ນສັນຍາທີ່ໄດ້ໃຫ້ໄວ້ຢູ່ປາຣີນັ້ນ ແມ່ນສາມາດເຮັດໄດ້ຢ່າງພຽງພໍທີ່ຈະກ້າວໄປເຖິງຈຸດນັ້ນໄດ້ຫລາຍ, ແລະແມ່ນແຕ່ຄຳໝັ້ນສັນຍາເຫຼົ່ານັ້ນ ບໍ່ສາມາດປະຕິບັດໄດ້ຄົບຖ້ວນຢູ່ກໍຕາມ."

ຄວາມຮ້ອນຂອງໂລກໄດ້ສືບຕໍ່ເພີ່ມຂຶ້ນໃນປີ 2020, ແລະພວກນັກວິທະຍາສາດກ່າວວ່າ ເວລາກຳລັງຈະໝົດແລ້ວ ທີ່ຈະເຮັດໃຫ້ມັນຫລຸດລົງໄດ້.

ອ່ານແລະເບິ່ງວີດິໂອກກ່ຽວກັບຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG