ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ແຂວງ​ຊຽງ​ຂວາງ ​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ ຈີນ ລົງ​ທຶນ​ພັດ​ທະ​ນາ​ເຂດ​ມໍ​ລ​ະ​ດົກ​ໂລກ​ທົ່ງ​ໄຫ​ຫີນ ​ເປັນ​ສູນ​ກາງ​ການ​ທ່ອງ​ທ່ຽວ


ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູບ​ຢູ່​ຕາດ ກວງ​ຊີ, ແຂວງຫຼວງ​ພະ​ບາງ. 14 ເມ​ສາ 2019. (Photo by Manan VATSYAYANA / AFP)
ນັກ​ທ່ອງ​ທ່ຽວ​ຖ່າຍ​ຮູບ​ຢູ່​ຕາດ ກວງ​ຊີ, ແຂວງຫຼວງ​ພະ​ບາງ. 14 ເມ​ສາ 2019. (Photo by Manan VATSYAYANA / AFP)

ທາງ​ການ​ແຂວງ​ຊຽງ​ຂວາງ​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ ຈີນ ລົງ​ທຶນ​ພັດ​ທະ​ນາ​ເຂດ​ມໍ​ລະ​ກົກ​ໂລກ​ທົ່ງ​ໄຫ​ຫີນ​ເປັນ​ສູນ​ກາງ​ການ​ທ່ອງ​ທ່ຽວທາງ​ປະ​ຫວັດ​ສາດ​ເພື່ອ​ຮອ​ງ​ຮັບ​ນັກ​ທ່ອງ​ທ່ຽວ​ລາວ ແລະ ຕ່າງ​ຊາດ​ໃຫ້​ໄດ້ຫຼາຍ​ຂຶ້ນ.

ນັກ​ທຸ​ລະ​ກິດ​ລາວ​ໃນ​ພາກ​ບໍ​ລິ​ການ ແລະ ທ່ອງ​ທ່ຽວ​ເປີດ​ເຜີຍ​ວ່າ​ທາງ​ການ​ແຂວງ​ຊຽງ​ຂວາງ​ໄດ້​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ເອ​ກະ​ຊົນ​ຈີນ ດຳ​ເນີນ​ການ​ສຶກ​ສາ​ສຳຫຼວດ​ເຂດ​ມໍ​ລະ​ດົກ​ໂລກທົ່ງ​ໄຫ​ຫີນ​ເມື່ອບໍ່​ດົນ​ມານີ້​ໂດຍ​ມີ​ເປົ້າ​ໝາຍ​ເພື່ອ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ທີ່​ຈະ​ພັດ​ທະ​ນາ​ເຂດ​ມໍ​ລ​ະ​ດົກ​ໂລກ​ທົ່ງ​ໄຫ​ຫີນ​ໃຫ້​ເປັນ​ສູນ​ກາງ​ກາ​ນ​ທ່ອງ​ທ່ຽວ​ທາງ​ປະ​ຫວັດ​ສາດ​ທີ່​ເຊື່ອມ​ຕໍ່​ກັບ​ເມືອງ​ມໍ​ລະ​ດົກ​ໂລກຫຼວງ​ພະ​ບາງ ໂດຍ​ແນ​ໃສ່​ການ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ໃຫ້​ໄດ້ຫຼາຍ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ​ນັ້ນ ກໍ​ຄື​ເປົ້າ​ໝາຍ​ທີ່​ສຳ​ຄັນ​ເພາະ​ສາ​ມາດ​ເດີນ​ທາງ​ມາ​ລາວ​ໄດ້​ຢ່າງ​ສະ​ດວກວ່ອງ​ໄວ​ໂດຍ​ລົດ​ໄຟ​ລາວ-ຈີນ ໂດຍ​ການ​ສຶກ​ສາ​ສຳຫຼວດ​ຈະ​ແລ້ວ​ສຳ​ເລັດ​ໃນ​ທ້າຍ​ປີ 2023 ແລະ ເລີ່ມ​ດຳ​ເນີນ​ການ​ພັດ​ທະ​ນາ​ໃນ​ຕົ້ນ​ປີ 2024 ເພື່ອ​ໃຫ້​ສຳ​ເລັດ​ສົມ​ບູນ​ພາຍ​ໃນ 3 ປີ​ໂດຍບໍ່​ກະ​ທົບ​ຕໍ່​ເຂດ​ມໍ​ລະ​ດົກ​ໂລກ​ທົ່​ງ​ໄຫ​ຫີນ​ແຕ່​ຢ່າງ​ໃດ ເພາະ​ໄດ້​ມີ​ການ​ແບ່ງ​ພື້ນ​ທີ່​ພັດທະ​ນາ​ເປັນ 4 ເຂດ​ດ້ວຍ​ກັນ ດັ່ງ​ທີ່​ນັກ​ທຸ​ລະ​ກິດ​ລາວ​ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ

“ເຂດ​ທີ 1 ແມ່ນ​ເຂດ​ໃຈ​ກາງ​ເປັນ​ສະ​ຖານ​ທີ່​ຕັ້ງ​ຂອງ​ໄຫ​ຫີນ​ມໍ​ລະ​ດົກ​ໂລກ​ຊຶ່ງ​ຕ້ອງ​ຮັກ​ສາ​ສະ​ພາບ​ເດີມ​ໄວ້, ເຂດ​ທີ 2 ແມ່ນ​ເຂດ​ອ້ອມ​ຮອບ​ເຂດ​ໃຈ​ກາງ​ຊຶ່ງ​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ກິດ​ຈະ​ກຳ​ບາງ​ອັນ​ໄດ້​ແຕ່ບໍ່​ໃຫ້​ກໍ່​ຄວາມ​ເສຍ​ຫາຍ​ຕໍ່​ສະ​ພາບ​ແວດ​ລ້ອມ​ໃນ​ຂອບ​ເຂດ​ນັ້ນ, ເຂດ​ທີ 3 ເອີ້ນ​ວ່າ​ເຂດ​ກັນ​ຊົນ ຊຶ່ງ​ອະ​ນຸ​ຍາດ​ໃຫ້​ມີ​ການ​ປູກ​ສ້າງ​ເພື່ອ​ຮັບ​ຮອງ​ການ​ພັດ​ທະ​ນາ​ໃຫ້​ແກ່​ການ​ທ່ອງ​ທ່ຽວ​ສຳ​ລັບ​ເຂດ​ທີ 4 ເຂດ​ຄຸ້ມ​ຄອງ ຊຶ່ງ​ສາ​ມາດ​ອະ​ນຸ​ຍາດ​ໃຫ້​ມີ​ການ​ປູກ​ສ້າງ​ທີ່​ຢູ່​ອາ​ໄສ​ໄດ້.”

ທາງ​ການ​ແຂວງ​ຊຽງ​ຂວາງ​ຄາດ​ໝາຍ​ວ່າ​ການ​ອະ​ນຸ​ຍາດ​ໃຫ້​ບໍ​ລິ​ສັດ​ເອ​ກະ​ຊົນ​ຈີນ​ລົ​ງ​ທຶນ​ພັດ​ທະ​ນາ​ໃນ​ພື້ນ​ທີ່ໆ​ຕໍ່​ເນື່ອງ​ກັບ​ເຂດ​ມໍ​ລະ​ດົກ​ໂລກ​ທົ່ງ​ໄຫ​ຫີນ​ດັ່​ງ​ກ່າວນີ້​ຈະ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ຈີນ​ເດີນ​ທາງ​ເຂົ້າ​ມາ​ແຂວງ​ຊຽງ​ຂວາງບໍ່​ຕ່ຳ​ກວ່າ 3 ແສນ​ຄົນ​ໃນ​ແຕ່​ລະ​ປີຫຼືຫຼາຍກວ່າ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ທີ່​ເດີນ​ທາງ​ມາ​ທີ່​ທົ່ງ​ໄຫ​ຫີນ​ໃນ​ໄລ​ຍະ​ທີ່​ຜ່ານ​ມານີ້​ເຖິງ 3 ເທົ່າ​ເພາະ​ການ​ລົງ​ທຶນ​ຂອງ​ຈີນ​ດັ່ງ​ກ່າວ​ຈະ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ແລະ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​ໃຫ້​ດີ​ຂຶ້ນ​ດ້ວຍ ໃນ​ຂະ​ນະ​ທີ່​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ໄລ​ຍະ​ຜ່ານ​ມາ​ທີ່​ດຳ​ເນີນ​ການ​ໂດຍ​ທາງ​ການ​ແຂວງ​ຊຽງ​ຂວາງ​ນັ້ນ​ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້​ທັງ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ການ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ດ້ວຍ​ນັ້ນ​ຍິ່ງ​ເຮັດ​ໃຫ້​ສະ​ພາບ​ການ​ທ່ອງ​ທ່ຽວ​ຕ້ອງ​ຕົກ​ຕ່ຳ​ລົງ​ໄປ​ອີກ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ໃນ​ແຂວງຊຽງ​ຂວາງ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ຄາດ​ວ່າ 3 ເດືອນ​ທ້າຍ​ປີ​ນັກ​ທ່ອງ​ທ່ຽວ​ຈະ​ເຂົ້າ​ມາ​ທ່ອງ​ທ່ຽວ​ແຂວງ​ຊຽງ​ຂວາງ​ຈະ​ໄດ້​ປະ​ມານ​ແສນ​ຄົນ ຖ້າ​ເອົາ​ແຜນ 5 ປີມັນ​ຈະ​ບໍ່​ບັນ​ລຸ​ຍ້ອນ​ວ່າ​ປີ 2021 ຕໍ່​ຕົ້ນ​ປີ 2022 ນັ້ນ​ໂຄວິ​ດ​ລະ​ບາດ​ລະ​ແມ່ນ​ນັກ​ທ່ອງ​ທ່ຽວບໍ່​ໄດ້​ມາ ຖ້າ​ເອົາ​ປີ​ໃດ​ປີ​ນັ້ນ​ລະ​ແມ່ນ​ບັນ​ລຸ​ເພາະ​ວ່າ 5 ປີ​ປະ​ມານ 6 ແສນ​ຄົນ​ເດ​ຖື​ວ່າ​ມັນ 2 ປີເຮົ​ຖິ້ມ​ໄປ​ຊື່ໆ ບໍ່​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ ແລະ ລັດ​ຖະ​ບານ​ກະ​ປະ​ກາດ​ປິດ​ປະ​ເທດ​ລະ​ນັກ​ທ່ອງ​ທ່ຽວ​ກະ​ບໍ່​ໄປ​ບໍ່​ມາ​ແລ້ວ​ກະ​ເຮັດ​ໃຫ້​ວຽກ​ງານ​ທ່ອງ​ທ່ຽວ​ຢຸດ​ຊະ​ງັກ.”

ທັງ​ນີ້​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ໄດ້​ວາງ​ເປົ້າ​ໝາຍ​ຈະ​ດຶງ​ເອົາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ໃຫ້​ໄດ້​ກວ່າ 2 ລ້ານ 7 ແສນ​ຄົນ ແລະ ສ້າງ​ລາຍ​ຮັບ​ໃນ​ພາກ​ທຸ​ລະ​ກິດ​ບໍ​ລິ​ການ​ໃຫ້​ໄດ້​ກວ່າ 400 ລ້ານ​ໂດ​ລາ​ໃນ​ປີ​ທ່ອງ​ທ່ຽວ​ລາວ 2024 ໃນ​ນີ້​ກໍ​ຄາດ​ວ່າ​ຈະ​ເປັນ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນຫຼາຍກວ່າ 1 ລ້ານ​ຄົນ​ຊຶ່ງ​ສ່ວນ​ໃຫຍ່​ຈະ​ເດີນ​ທາງ​ມາ​ລາວ​ໂດຍ​ລົດ​ໄຟ​ລາວ-ຈີນ​ທີ່​ເຊື່ອມຕໍ່​ລະ​ຫວ່າງ​ນະ​ຄອນຫຼວງວຽງ​ຈັນ​ກັບ​ເມືອງ​ຄຸນ​ໝິງ​ແຂວງ​ຢຸ່ນ​ໜານ​ນັ້ນ ຊຶ່ງ​ຖ້າ​ຫາກ​ພິ​ຈາ​ລະ​ນາ​ຈາກ​ຄວາມ​ສະ​ດວກ ແລະ ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ທາງ​ລວມ​ເຖິງ​ສະ​ພາບ​ຕົວ​ຈິງ​ທີ່​ມີ​ຊາວ​ຈີນ​ໃຊ້​ບໍ​ລິ​ການ​ລົດ​ໄຟ​ລາວ-ຈີນ​ໂດຍ​ສະ​ເລ່ຍ​ເຖິງ 4,889 ຄົນ​ໃນ​ແຕ່​ລະ​ວັນ​ນັ້ນ​ຍ່ອມຈະເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ລັດ​ຖະ​ບານ​ລາວ​ຈະ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ຢ່າງ​ເປັນ​ຮູບ​ປະ​ທຳ.

ຫາກ​ແຕ່​ບັນ​ຫາ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ກະ​ກຽມ​ຄວາມ​ພ້ອມ​ຕ່າງໆ​ເພື່ອ​ຮອງ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ໃນ​ປີທ່ອງ​ທ່ຽວ​ລາວ 2024 ກໍ​ຄື​ການ​ຂາດ​ແຄນ​ງົບ​ປະ​ມານ​ຢ່າງ​ໜັກ​ໜ່ວງ​ຂອງ​ລັດ​ຖະ​ລາວ​ທີ່​ເຮັດ​ໃຫ້​ບໍ່​ມີ​ງົບ​ປະ​ມານ​ຕອບ​ສະ​ໜອງ​ໃຫ້​ກັບ​ບັນ​ດາ​ແຂວງ​ໃນ​ທົ່ວ​ປະ​ເທດ ເພື່ອ​ໃຊ້​ໃນ​ການ​ພັ​ດ​ທະ​ນາ​ປັບ​ປຸງ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ກັບ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ.

XS
SM
MD
LG