ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ສີ ຈິ້ນຜິງ ລໍ້ໃຈ ບັນດາຜູ້ນຳ ໃນຢູໂຣບ ດ້ວຍເງິນ ແຕ່ ອີຢູ ຈະອ່ອນຂໍ້ ໃຫ້ຈີນຫຼືບໍ່?


ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ແລະນາຍົກລັດຖະມົນຕີ ທ່ານນາງ ແອງເກີລາ ເມີໂກ ໄດ້ຈັດກອງປະຊຸມ ຖະແຫລງຂ່າວຮ່ວມ ຢູ່ທີ່ທຳນຽບປະທານາທິບໍດີ Elysee ໃນນະຄອນປາຣີ, ວັນທີ 26 ມີນາ 2019.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ ມາຄຣົງ, ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ ແລະນາຍົກລັດຖະມົນຕີ ທ່ານນາງ ແອງເກີລາ ເມີໂກ ໄດ້ຈັດກອງປະຊຸມ ຖະແຫລງຂ່າວຮ່ວມ ຢູ່ທີ່ທຳນຽບປະທານາທິບໍດີ Elysee ໃນນະຄອນປາຣີ, ວັນທີ 26 ມີນາ 2019.

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ໄດ້​ພົບ​ປະ​ກັບ​ຜູ້​ນຳ​ຂອງ​ປະ​ເທດ​ຝ​ຣັ່ງ ແລະ
ເຢຍ​ຣະ​ມັນ ​ໃນ​ອາ​ທິດນີ້ ແລະ​ກໍ​ໄດ້​ລົງ​ນາມ​ ໃນ​ຂໍ້​ຕົກ​ລົງ​ທີ່​ມີ​ກຳ​ໄລ​ສູງ ​ຫຼາຍໆ​ສະ​ບັບ
ໃນ​ຄ​ວາມ​ພະ​ຍາ​ຍາມ ເພື່ອ​ຢາກ​ຈະ​ສ້າງ​ມິດ​ຕະ​ພາບທີ່​ດີ ກັບສະ​ຫະ​ພາບ​ຢູ​ໂຣບ.
ພວກ​ນັກ​ວິ​ເຄາະເວົ້າວ່າ ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ​ ແມ່ນ​ແນ​ໃສ່ເພື່ອ​ຢາກໃຫ້​ສະ​ຫະ
​ພາບ ຢູ​ໂຣບ ​ຫຼຸດ​ຜ່ອນ​ຂໍ້​ຈຳ​ກັດ​ຮັດ​ແຄບ ​ຕໍ່​ການ​ຄ້າ ​ແລະ​ການ​ລົງ​ທຶນ​ຂອງ​ຈີນ ແຕ່​ກໍ
​ບໍ່ມີ​ທ່າ​ທາງວ່າ ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ ຂອງ​ທ່ານ​ສີ ຈະ​ເຮັດ​ໃຫ້ ການຕັດ​ສິນ​ໃຈ
​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ​ອ່ອນ​ລົງ​ແຕ່​ປະ​ການ​ໃດ.

ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຢູ​ໂຣບ​ຂອງ​ທ່ານ​ສີ ແມ່ນ​ຮວມ​ທັງ​ການ​ຢຸດ​ແວ່ ທີ່​ປະ​ເທດ
​ອີ​ຕາ​ລີ ໂມ​ນາ​ໂຄ ແລະ​ຝ​ຣັ່ງ. ແຕ່​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ​ເຢ​ຍ​ຣະ​ມັນ ທ່ານ​ນາງ​ແອ​ງ​ເກີລາ
ເມີ​ໂກ ແລະ​ຫົວ​ໜ້າ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ຊັງ​ຄ​ລອດ ຈັງ​ເກີ ໄດ້​ເດີນ​ທາງ​ໄປ​ນະ​ຄອນ
​ຫຼວງ​ປາ​ຣີ ເພື່ອ​ພົບ​ປະ​ກັບ ​ທ່ານ​ສີ.

ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ, ຊ້າຍ, ແລະນາຍົກລັດຖະມົນຕີ ອີຕາລີ ທ່ານ ກຸຍເຊັບເປ ຄອນຕີ (Giuseppe Conte) ຈັບມືກັນ ຫຼັງຈາກໄດ້ລົງນາມ ໃນບັນທຶກຂໍ້ຕົກລົງ ໃນການສະໜັບສະໜຸນແກ່ ໂຄງການລິເລີ້ມ "ແລວທາງແລະເສັ້ນທາງ" ຂອງຈີນ, ຢູ່ທີ່ທຳນຽບ Villa Madama ຂອງໂຣມ, ວັນທີ 23 ມີນາ 2019.
ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ, ຊ້າຍ, ແລະນາຍົກລັດຖະມົນຕີ ອີຕາລີ ທ່ານ ກຸຍເຊັບເປ ຄອນຕີ (Giuseppe Conte) ຈັບມືກັນ ຫຼັງຈາກໄດ້ລົງນາມ ໃນບັນທຶກຂໍ້ຕົກລົງ ໃນການສະໜັບສະໜຸນແກ່ ໂຄງການລິເລີ້ມ "ແລວທາງແລະເສັ້ນທາງ" ຂອງຈີນ, ຢູ່ທີ່ທຳນຽບ Villa Madama ຂອງໂຣມ, ວັນທີ 23 ມີນາ 2019.

ໂດຍ​ທົ່ວ​ໄປ​ແລ້ວ ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ ການ​ຢ້ຽມ​ຢາມ​ຂອງ​ຜູ້​ນຳ​ຈີນ​ໄດ້​ເຮັດ​ໃຫ້​
ບັນ​ຍາ​ກາດ​ໂດຍ​ລວມ ໃນ​ຄວາມ​ສຳ​ພັນ​ລ​ະ​ຫວ່າງ​ ສະ​ຫະ​ພາບ​ຢູ​ໂຣບ​ແລະ​ຈີນ ດີ​ຂຶ້ນ
ແຕ່​ປະ​ຕິ​ກິ​ລິ​ຍາ​ຕອບ​ໂຕ້​ຂອງ​ຢູ​ໂຣບ ແລະ​ການກວດ​ກາ​ກ່ຽວ​ກັບ​ບໍ​ລິ​ສັດ​ຈີນ ຕະ​ຫຼອດ​ທັງ
​ການ​ລົງ​ທຶນ​ຂອງ​ພວກ​ເຂົາ ຄື​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ.

“ສະ​ຫະ​ພາບ​ຢູ​ໂຣບຈະ​ບໍ່​ອ່ອນ​ທ່າ​ທີ​ຂອງ​ຕົນ​ລົງ ກ່ຽວ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ
​ທີ່​ສຳ​ຄັນ​ສຸດຄື​ການ​ມີ​ຄວາມ​ສຳ​ພັນ​ ທາງ​ດ້ານ​ເສດ​ຖະ​ກິດ​ ສະ​ໜອງ​ຕອບ​ຊຶ່ງກັນ ​ແລະ​
ກັນ ທີ່​ຮວມ​ທັງ​ການ​ບີບ​ບັງ​ຄັບ​ ໃຫ້​ໂອນ​ເທັກ​ໂນ​ໂລ​ຈີ ແລະ​ເຄົາ​ລົບ​ຕໍ່ມາດ​ຕະ​ຖານ ທີ່​
ອີງ​ໃສ່​ປະ​ຊາ​ຄົມ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ ເຖິງ​ແມ່ນ​ວ່າ​ ໄດ້​ມີ​ການສະ​ແດງ​ອອກ​ ຊຶ່ງ​
ມິດ​ຕະ​ພາບ ແລະ​ການ​ຕົກ​ລົງ​ຂະ​ໜາດ​ໃຫຍ່ ໃນ​ລະ​ຫວ່າງ​ການເດີນ​ທາງ​ໄປ​ຢ້ຽມ​ຢາມ ​
ທະ​ວີບ​ດັ່ງ​ກ່າວ​ຂອງ​ທ່ານ​ສີ”
ນັ້ນ​ຄື​ຄວາມ​ເຫັນ​ຂອງ ​ທ່ານ​ສຸຣາບ ກຸບ​ຕາ ເຈົ້າ​ໜ້າ​ທີ່​
ອະ​ວຸ​ໂສ​ຂອງ​ສະ​ຖາ​ບັນ​ການ​ສຶກ​ສາ ຈີນ-ອາ​ເມ​ຣິ​ກາ ທີ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມນັ້ນ ທ່ານ​ສີ ໄດ້​ລົງ​ນາມ​ໃນ 29 ຂໍ້​ຕົກ​ລົງ​ ທີ່​ມີ
​ມູນ​ຄ່າ 2.8 ຕື້​ໂດ​ລາກັບ​ປະ​ເທດ​ອີ​ຕາ​ລີ ແລະ​ໄດ້​ສັ່ງ​ຊື້​ເຮືອ​ບິນ​ອາຍ​ພົ່ນ 300 ລຳ​ ຈາກ
​ບໍ​ລິ​ສັດ​ແອ​ບັ​ສ ໃນ​ມູນ​ຄ່າ 34 ຕື້​ໂດ​ລາ ໃນ​ປະ​ເທດ​ຝ​ຣັ່ງ ຊຶ່ງ​ເປັນຈຳ​ນວນ​ເທົ່າໆ​ ກັນ​ກັບ
​ເຮືອ​ບິນ​ຈາກ​ບໍ​ລິ​ສັດ​ໂບອີ້ງ ທີ່​ທ່ານ​ໄດ້​ຊື້​ນຳ​ສະ​ຫະ​ລັດ ໃນລະ​ຫວ່າງ ​ການ​ເດີນ​ທາງ​ໄປ​
ຢ້ຽມ​ຢາມ​ປະ​ເທດ​ຈີນ ໃນ​ປີ 2017 ຂອງ​ປະ​ທາ​ນາ​ທິບໍ​ດີ ດໍ​ໂນ​ລ ທ​ຣຳ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG