ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ລາວ ມີ​ຄຳ​ສັ່ງ​ໃຫ້​ກວດ​ສອບ​ຄືນ ສາ​ເຫດທີ່ພາໃຫ້​ເຂື່ອນ​ເຊ​ປຽນ-ເຊ​ນ້ຳ​ນ້ອຍ ​ແຕກ ຮວມ​ທັງ​ເຂື່ອນອື່ນໆ​ທັງ​ໝົດ​ໃນ​ລາວ


ຮູບ​ພາບ​ເມືອງ​ສະ​ໜາມ​ໄຊ
ຮູບ​ພາບ​ເມືອງ​ສະ​ໜາມ​ໄຊ

ນາ​ຍົກ​ລັດ​ຖະ​ມົນ​ຕີລາວ​ຢືນ​ຢັນ​ວ່າ ຄະ​ນະ​ສະ​ເພາະ​ກິດ​ທີ່​ລັດ​ຖະ​ບານ​ແຕ່ງ​ຕັ້ງ​ເພື່ອ​ໃຫ້​ຮັບ​ຜິດ​ຊອບ​ໃນ​ການກວດ​ສອບ​ທຸກ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ ໃນ​ທົ່ວ​ປະ​ເທດ​ລາວ​ນັ້ນ ມີ​ຜູ້​ຊ່ຽວ​ຊານ​ຈາກ​ຕ່າງ​ປະ​ເທດ​ຮ່ວມ​ດ້ວຍ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຢືນ​ຢັນ​ວ່າ ຄະ​ນະ​ສະ​ເພາະ​ກິດ​ທີ່​ລັດ​ຖະ​ບານ​ລາວ​ໄດ້ແຕ່ງຕັ້ງ​ຂຶ້ນ​ມາ ​ເພື່ອ​ໃຫ້​ຮັບ​ຜິດ​ຊອບ​ໃນ​ການກວດສອບ ທຸກ​ໂຄງ​ການ​ເຂື່ອນ​ໄຟ​ຟ້າ ທັງ​ໂຄງ​ການ​ກໍ່​ສ້າງ​ເ​ສັດ​ແລ້ວ ແລະ​ໂຄງ​ການ​ທີ່​ກຳ​ລັງ​ກໍ່​ສ້າງ ຫຼືໂຄງ​ການ​ທີ່​ກຳ​ລັງ​ຈະ​ກໍ່​ສ້າງ ໃນ​ທົ່ວ​ປະ​ເທດ​ນັ້ນ ເປັນ​ຄະ​ນະ​ສະ​ເພາະ​ກິດ ທີ່​ມີ​ຜູ້​ຊ່ຽວ​ຊານ​ຈາກ​ຕ່າງ​ປະ​ເທດ ຮ່ວມ​ຢູ່​ດ້ວຍ ສະ​ນັ້ນ ຈຶ່ງ​ໝັ້ນ​ໃຈ​ໄດ້​ວ່າ ການກວດສອບ​ທຸກ ໂຄງ​ການເຂື່ອນ​ໄຟ​ຟ້າ ໃນ​ລາວ ຈະ​ດຳ​ເນີນ​ໄປ​ຢ່າງ​ໄດ້​ມາດ​ຕະ​ຖານ​ສາກົນ ໃນ​ທຸກ​ໆ​ດ້ານ.

​ທັງ​ນີ້​ໂດຍ​ລັດ​ຖະ​ບານລາວ ໄດ້​ເຊີນຄະ​ນະ​ຜູ້​ຊ່ຽວ​ຊານ​ຂອງ​ຄະ​ນະ​ກຳ​ມະ​ການ​ສາ​ກົນ​ວ່າ
ດ້ວຍ​ເຂື່ອນ​ຂະ​ໜາດ​ໃຫຍ່ (ICOLD)ເຂົ້າຮ່ວມ​ໃນ​ຄະ​ນະ​ສະ​ເພາະ​ກິດ​ເພື່ອ​ການ
ກວດ​ສອບເຂື່ອນ ​ໄຟ​ຟ້າ​ໃນ​ລາວ ນັບ​ຕັ້ງ​ແຕ່ເດືອນ​ສິງ​ຫາ 2018 ເປັນ​ຕົ້ນ​ມາ ໂດຍ​ຄະ​ນະ​
ດັ່ງ​ກ່າວ ກໍ​ໄດ້ເດີນ​ທາງ​ໄປ​ເກັບ​ກຳ​ຂໍ້​ມູນ​ໃນ​ເຂດ​ທີ່​ຕັ້ງ​ຂອງ​ເຂື່ອນ​ເຊ​ປຽນ-ເຊນ້ຳ ນ້ອຍ
ໃນ​ແຂວງ​ອັດ​ຕະ​ປື​ມາ​ແລ້​ວຄັ້ງ​ນັ້ນ ທັງ​ກໍ​ຍັງ​ຈະ​ສືບ​ຕໍ່​ກ​ານ​ເກັບ​ກຳ​ຂໍ້​ມູນ​ແລະ​ສືບ​ສວນ ​
ສອບ​ສວນຫາ​ສາ​ເຫດ​ທີ່​ເຮັດ​ໃຫ້​ເຂື່ອນ​ເຊ​ປຽນ-ເຊນ້ຳ​ນ້ອຍ ແຕກ​ໃຫ້​ໄດ້​ໄວ​ທີ່​ສຸດ ຮວມທັງ
​ຈະ​ດຳ​ເນີນ​ການກວດ​ສອບ​ທຸກ​ໂຄງ​ການ​ເຂື່ອນ​ໃນ​ລາວ​ຢ່າງ​ລະ​ອຽດດ້ວຍ ດັ່ງ​ທີ່​ທ່ານ​
ທອງ​ລຸນ ຢືນ​ຢັນ​ວ່າ: “​ເຊ​ປຽນ-​ເຊນ້ຳ​ນ້ອຍ ກະ​ໄດ້​ເຊີນຊ່ຽວ​ຊານ​ຕ່າງ​ປະ​ເທດ​ມາ​ຮ່ວມ
​ພິ​ສູດ ມາ​ຮ່ວມກວດ​ກາ ມາ​ຮ່ວມ​ຂະ​ບວນ​ການ​ຕ່າງໆ​ແລ້ວ ແຕ່​ວ່າ ຂ້າ​ພະ​ເຈົ້າໄດ້ມີ​
ຄຳ​ສັ່ງໄປແລ້ວວ່າທຸກ​ເຂື່ອນ​ຢູ່​ໃນ​ທົ່ວ​ປະ​ເທດ​ເຮົາ​ນີ້ ແມ່ນຊິ​ໄດ້ກວດຄືນ​ໝົດ ນອກ​ນັ້ນ
​ເຂື່ອນ​ນ້ອຍໆ 15 ເມກກ​າວັດ ລົງ​ມາ​ນີ້ ທີ່​ແຂວງ​ຕ່າງ​ໆ ອະ​ນຸ​ຍາດ​ໃຫ້​ເຮັດ ກໍຊິ​ໄປ
​ກວດ​ຄືນ ຖ້າ​ບໍ່​ໄດ້​ມາດ​ຕະ​ຖານ ເຮັດ​ໃໝ່ ຜູ້​ລົງ​ທຶນ​ຕ້ອງ​ຮັບ​ຜິດ​ຊອບ.”

ຊຶ່ງ​ກ່ອນ​ໜ້າ​ນີ້ ທ່ານ​ວິ​ທູນ ເພີ້ມ​ພົງ​ສາ​ຈະ​ເຣີນ ຜູ້​ອຳ​ນວຍ​ການ​ເຄືອ​ຂ່າຍ​ພະ​ລັງ​ງານເພື່ອ
​ລະ​ບົບ​ນິ​ເວດທຳ​ມະ​ຊາດ ໃນ​ລຸ່ມ​ແມ່​ນ້ຳ​ຂອງຢືນ​ຢັນ​ວ່າ ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ
​ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ແລ​ະສາ​ກົນ ໃນ​ປັດ​ຈຸ​ບັນນີ້
​ມີ​ເປົ້າ​ໝາຍ​ເພື່ອ​ຮຽກ​ຮ້ອງ​ຂໍ​ໃຫ້​ລັດ​ຖະ​ບານ​ລາວ​ພິ​ຈາ​ລະ​ນາ​ທົບ​ທວນ​ຄືນ​ກ່ຽວ​ກັບ​
ໂຄງ​ການເຂື່ອນ​ໄຟ​ຟ້າເຊ​ປຽນ-​ເຊນ້ຳ​ນ້ອຍ ເພາະ​ເປັນ​ໂຄງ​ການ ​ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ
​ຕໍ່​ສິ່ງ​ແວດ​ລ້ອ​ມທຳ​ມະ​ຊາດ ແລະຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ
ໃນ​ແຂວງ​ອັດ​ຕະ​ປື ຢ່າງກວ້າ​ງຂວາງ ແລະ​ຍັງ​ເປັນ​ໂຄງ​ການທີ່​ບໍ່​ໄດ້​ສ້າງ​ຜົນ​ປະ​ໂຫຍດ
ຢ່າງ​ຄຸ້ມ​ຄ່າ ໃນ​ທາງ​ເສດ​ຖະ​ກິດໃຫ້​ແກ່​ປະ​ເທດ​ລາວອີກ​ດ້ວຍ ເພາະ​ພະ​ລັງ​ງານ​ໄຟ​ຟ້າ
ສຳ​ລອງ ທີ່​ເກີນ​ຄວາມ​ຕ້ອງ​ການ​ຂອງ​ໄທ​ ເຖິງ 39 ເປີ​ເຊັນ ໃນ​ປັດ​ຈຸ​ບັນ ເຮັດ​ໃຫ້​ໄທ
ບໍ່​ຈຳ​ເປັນ​ຕ້ອງ​ຮັບ​ຊື້​ໄຟ​ຟ້າ​ຈາກເຂື່ອນ​ເຊ​ປຽນ ແລະ​ໂຄງ​ການ​ເຂື່ອນ​ອື່ນໆ​ໃນ​ລາວ
ໄປ​ຈົນ​ກວ່າ ຈະ​ເຖິງ​ປີ 2027 ນັ້ນ​ເອງ.

ທ່ານ​ວິ​ທູນ ຢືນ​ຢັນ​ວ່າ ອົງ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ແລະ​ສາ​ກົນ
​ໄດ້​ສະ​ແດງ​ການ​ຄັດ​ຄ້ານ​ຕໍ່​ໂຄງ​ການເຂື່ອນ​ ເຊ​ປຽນ-​ເຊນ້ຳ​ນ້ອຍ ມາ​ໂດຍຕະ​ຫຼອດ
ເພາະ​ເຊື່ອ​ວ່າ​ຈະ​ສົ່ງ​ຜົນ​ກະ​ທົບຕໍ່​ສັງ​ຄົມ ແລະ​ສິ່ງ​ແວດ​ລ້ອມ ໃນ​ລາວ​ຢ່າງກວ້າງ​ຂວາງ
ເພາະ​ເປັນ​ການ​ຜະ​ລິດ​ໄຟ​ຟ້າ ດ້ວຍ​ການ​ຜັນ​ນ້ຳ​ຈາກເຊ​ປຽນ ລົງ​ໄປ​ຍັງ​ເຊນ້ຳ​ນ້ອຍ
ແລ້ວ​ກໍ​ປ່ອຍ​ລົງ​ເຊກອງ ໄປ​ສູ່​ແມ່​ນ້ຳ​ຂອງ​ຕາມ​ລຳ​ດັບ​ນັ້ນ ເປັນ​ການ​ເພີ້ມ​ປະ​ລິ​ມານ​ນ້ຳ
​ຈາກ​ລະ​ດັບ​ທຳ​ມະ​ຊາດ​ຂອງ​ແມ່​ນ້ຳ​ແຕ່​ລະ​ສາຍ ທີ່​ມີ​ລະ​ບົບ​ນິ​ເວດ​ວິ​ທະ​ຍາ​ຕ່າງ​ກັນ
ຫາກ​ແຕ່​ວ່າ ການ​ຄັດ​ຄ້ານ​ກໍ​ບໍ່​ເປັນ​ຜົນ ສະ​ນັ້ນ ຈຶ່ງ​ເຮັດ​ໃຫ້​ບໍ່​ໝັ້ນ​ໃຈ ຕໍ່​ຂະ​ບວນ​ການ​
ການກວດ​ສອບ​ເຂື່ອນ​ໃນ​ລາວ​ດັ່ງ​ກ່າວ.

ແຕ່ຢ່າງ​ໃດ​ກໍ​ຕາມ ທ່ານ​ຄຳ​ມະ​ນີ ອິນ​ທິ​ລາດ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ພະ​ລັງ​ງານ
ແລະ​ບໍ່​ແຮ່ ໃຫ້​ການ​ຢືນ​ຢັນ​ວ່າ​ລັດ​ຖະ​ບານ​ລາວ​ໄດ້​ມອບ​ໝາຍ​ໃຫ້​ກະ​ຊວງ​ພະ​ລັງ​ງານ​
ແລະ​ບໍ່​ແຮ່ ເປັນ​ເຈົ້າ​ການ​ທີ່​ສົມ​ທົບ​ດ້ວຍ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​
ສິ່ງ​ແວດ​ລ້ອມ ກະ​ຊວງວິ​ທະ​ຍາ​ສາດ​ແລະ​ເທັກ​ໂນ​ໂລ​ຈີ ແລະ​ບັນ​ດາ​ຜູ້​ຊ່ຽວ​ຊານ​
ຈາກ​ສາ​ກົນ ໄດ້​ແນໃສ່ການ​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ສັງ​ຄົມ​ເພື່ອ​ຮັບ​ປະ​ກັນ​ການ​ບໍ​ລິ​
ຫານ​ນ້ຳ​ແລະ​ຄວ​ບຄຸມມາດ​ຕະ​ຖານ​ກໍ່​ສ້າງ​ໂດຍ​ຄະ​ນະ​ສະ​ເພາະ​ກິດ​ຊຸດ​ນີ້ ກໍ​ຍັງ​ມີ
​ອຳ​ນາດ​ອອກ​ຄຳ​ສັ່ງ​ໃຫ້​ແກ້​ໄຂ​ການ​ອອກ​ແບບ​ກໍ່​ສ້າງ​ເຂື່ອນ​ໃຫ້​ໄດ້ມາດ​ຕະ​ຖານ​ສາ​ກົນ​
ຢ່າງ​ແທ້​ຈິງ ທັງ​ຍັງ​ມີ​ອຳ​ນາດ​ອອກ​ຄຳ​ສັ່ງໃຫ້​ໂຈະ​ຊົ່ວ​ຄາວ ໃນ​ການ​ພິ​ຈາ​ລະ​ນາ​ອະ​ນຸ​ມັດ​
ບັນ​ດາ​ໂຄງ​ການ​ເຂື່ອນໃໝ່​ອີກ​ດ້ວຍ.

XS
SM
MD
LG