ອົງການອະນຸລັກສິ່ງແວດລ້ອມທຳມະຊາດ ໃນລຸ່ມແມ່ນ້ຳຂອງແລະເກົາຫລີໃຕ້ຮ່ວມກັນ
ຮຽກຮ້ອງໃຫ້ 2 ບໍລິສັດເກົາຫລີໃຕ້ຕ້ອງສະແດງຄວາມຮັບຜິດຊອບ ຕໍ່ກໍລະນີເຂື່ອນ
ເຊປຽນ-ເຊນໍ້ານ້ອຍໃນລາວແຕກນັ້ນ.
ທ່ານນາງ ເປຣມຣືດີ ດາວເຣືອງ ຜູ້ປະສານງານ ໂຄງການຟື້ນຟູລະບົບນິເວດໃນເຂດພູມີ
ພາກລຸ່ມແມ່ນ້ຳຂອງຫຼື TERRA ໃຫ້ການຢືນຢັນວ່າ ອົງການອະນຸລັກສິ່ງແວດລ້ອມທຳ
ມະຊາດ ໃນລຸ່ມແມ່ນ້ຳຂອງໄດ້ຮ່ວມກັບອົງການພາກປະຊາຊົນ ໃນເກົາຫລີໃຕ້ ເພື່ອຮຽກ
ຮ້ອງຂໍໃຫ້ 2 ບໍລິສັດເອກະຊົນເກົາຫລີໃຕ້ທີ່ຮ່ວມລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ
-ເຊນໍ້ານ້ອຍໃນລາວ ຊຶ່ງກໍຄືບໍລິສັດ SK ວິສະວະກຳ-ກໍ່ສ້າງ ກັບບໍລິສັດ Western
Power ຈໍາກັດນັ້ນຈະຕ້ອງສະແດງຄວາມຮັບຜິດຊອບຕໍ່ກໍລະນີເຂື່ອນເຊປຽນ-ເຊນໍ້າ
ນ້ອຍແຕກແລະໄດ້ສົ່ງຜົນກະທົບຢ່າງໜັກໜ່ວງ ຕໍ່ປະຊາຊົນລາວຢູ່ໃນເມືອງສະໜາມ
ໄຊ, ແຂວງອັດຕະປື ນັບແຕ່ວັນທີ 23 ກໍລະກົດ 2018 ເປັນຕົ້ນມານັ້ນ.
ການເຄື່ອນໄຫວດັ່ງກ່າວນັບວ່າ ເປັນບາດກ້າວທໍາອິດ ທີ່ຈະຂະຫຍາຍໄປສູ່ການກົດດັນ
ໃນລະດັບຊາດ ທັງໃນເກົາຫລີໃຕ້, ປະເທດໄທ ແລະ ສປປ ລາວ ພາຍໃຕ້ເປົ້າໝາຍ
ເພື່ອຮ້ອງຂໍໃຫ້ລັດຖະບານທັງ 3 ປະເທດຫັນມາໃຫ້ຄວາມສໍາຄັນ ກັບຄວາມຮັບຜິດ
ຊອບຕໍ່ສັງຄົມຂອງຜູ້ລົງທຶນໃນໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃນລາວ
ເພາະຜ່ານມານັ້ນ ທັງສອງບໍລິສັດເອກະຊົນຂອງເກົາຫລີໃຕ້ນີ້ ຍັງບໍ່ທັນໄດ້ສະແດງ
ຄວາມຮັບຜິດຊອບຕໍ່ຜົນກະທົບທີ່ເກີດຂຶ້ນຢ່າງເທົ່າທີ່ຄວນ ແຕ່ດ້ວຍການເອົາຈິງເອົາ
ຈັງຂອງພາກປະຊາສັງຄົມໃນເກົາຫລີໃຕ້ ທີ່ມີຕໍ່ເຂື່ອນແຕກໃນລາວ ຈຶ່ງເຮັດໃຫ້ມີການ
ເຄື່ອນໄຫວໃນເກົາຫລີໃຕ້ເປັນປະເທດທໍາອິດ ແລະຫລັງຈາກນັ້ນ ຈຶ່ງຈະເຄື່ອນໄຫວ
ໃນໄທ ແລະລາວຕໍ່ໄປ ດັ່ງທີ່ທ່ານນາງເປຣມຣືດີ ຢືນຢັນວ່າ:
ຄືຕອນນີ້ ທຸກບໍລິສັດນະຄະ ເຣົາຍັງຄິດວ່າ ງຽບໝົດ ກໍເຣົາຄົງຈະທໍາໄປພ້ອມໆກັນນະຄະ
ກໍຕ້ອງຍອມຣັບວ່າ ເນື່ອງຈາກທາງເກົາຫລີ ກໍຄຶກຄັກກວ່າເຣົານະຄະ ກໍກຣະບວນການ
ທໍາງານຂອງຝ່າຍຕ່າງໆ ທີ່ພະຍາຍາມຈະເຂົ້າຣ່ວມ ໃນການດູແລ ໃນການຕຣວດສອບ
ເນ່ຍ ຂ້ອນຂ້າງຄຶກຄັກ ເພາະສະນັ້ນ ເຣົາກໍຮູ້ສຶກວ່າ ເຣີ້ມຈາກເກົາຫລີ ກໍໄດ້.
ທ່ານນາງ ເປຣມຣືດີ ຢືນຢັນອີກດ້ວຍວ່າ ການໃຫ້ຂໍ້ມູນກ່ຽວກັບເຂື່ອນແຕກໃນລາວ 2
ບໍລິສັດເອກະຊົນເກົາຫລີໃຕ້ໃນໄລຍະຜ່ານມາ ຍັງແຕກຕ່າງກັນອີກດ້ວຍ ໂດຍທາງ
ການບໍລິສັດ SK ວິສະວະກຳ ແລະກໍ່ສ້າງ ຊຶ່ງເປັນຜູ້ຮັບຜິດຊອບໃນການກໍ່ສ້າງເຂື່ອນ
ເຊປຽນນັ້ນໄດ້ໃຫ້ຂໍ້ມູນວ່າພາຍຸເຂດຮ້ອນເຊິນຕິງ ເປັນຕົ້ນເຫດເຮັດໃຫ້ເຂື່ອນແຕກ.
ສ່ວນບໍລິສັດ Western Power ຈໍາກັດກັບໃຫ້ຂໍ້ມູນວ່າສາເຫດສໍາຄັນທີ່ເຮັດໃຫ້
ເຂື່ອນແຕກກໍຄືການກໍ່ສ້າງທີ່ບໍ່ໄດ້ມາດຕະຖານ.
ສ່ວນ ທ່ານ ວິທູນ ເພີ່ມພົງສາຈະເລີນ ຜູ້ອຳນວຍການເຄືອຂ່າຍພະລັງງານເພື່ອລະບົບນິ
ເວດທຳມະຊາດໃນ ລຸ່ມແມ່ນໍ້າຂອງ ທີ່ໄດ້ເຂົ້າຮ່ວມການເຄື່ອນໄຫວໃນຄັ້ງນີ້ດ້ວຍ ຊຶ່ງໄດ້
ມີຂຶ້ນໃນວັນທີ 19 ກັນຍາ 2018 ຢູ່ຕໍ່ໜ້າສໍານັກງານໃຫຍ່ຂອງບໍລິສັດ SK ວິສະວະກຳ-
ກໍ່ສ້າງຈໍາກັດ ທີ່ກຸງໂຊລນັ້ນໃຫ້ການຢືນຢັວ່າການເຄື່ອນໄຫວດັ່ງກ່າວຍັງມີເປົ້າໝາຍເພື່ອ
ຮຽກຮ້ອງຂໍໃຫ້ລັດຖະບານລາວພິຈາລະນາທົບທວນຄືນກ່ຽວກັບໂຄງການເຂື່ອນໄຟຟ້າ
ເຊປຽນ-ເຊນ້ຳນ້ອຍ ເພາະເປັນໂຄງການທີ່ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ
ແລະ ຊີວິດການເປັນຢູ່ຂອງປະຊາຊົນລາວຢູ່ໃນແຂວງອັດຕະປືຢ່າງກວ້າງຂວາງ ແລ້ວກໍ
ຍັງເປັນໂຄງການທີ່ບໍ່ໄດ້ສ້າງຜົນປະໂຫຍດຢ່າງຄຸ້ມຄ່າໃນທາງເສດຖະກິດໃຫ້ແກ່ປະເທດ
ລາວອີກດ້ວຍ ເນື່ອງຈາກວ່າພະລັງງານໄຟຟ້າສຳຮອງທີ່ເກີນຄວາມຕ້ອງການຂອງໄທ
ເຖິງ 39 ເປີເຊັນໃນເວລານີ້ ເຮັດໃຫ້ໄທ ບໍ່ຈຳເປັນຈະຕ້ອງຮັບຊື້ໄຟຟ້າຈາກເຂື່ອນເຊ
ປຽນ-ເຊນໍ້ານ້ອຍຂອງ ລາວ ແຕ່ຢ່າງໃດ ຊຶ່ງລວມເຖິງໂຄງການເຂື່ອນອື່ນໆທີ່ກຳລັງກໍ່
ສ້າງຢູ່ໃນລາວໄປຈົນເຖິງປີ 2027 ນັ້ນເອງ.
ກ່ອນໜ້ານີ້ ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານແລະບໍ່ແຮ່
ໃຫ້ການຢືນຢັນວ່າ ການແຕກຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍເກີດຈາກການກໍ່ສ້າງ
ທີ່ບໍ່ໄດ້ມາດຕະຖານ ໂດຍທາງການລາວ ຈໍດໍາເນີນການ ສືບສວນ ສອບສວນ ເພື່ອຮວບ
ຮວມພະຍານຫລັກຖານຕ່າງໆ ສໍາລັບໃຊ້ປະກອບ ການດໍາເນີນມາດຕະການຕ່າງໆ
ເພື່ອເອົາຜິດກັບ ຜູ້ລົງທຶນໃນໂຄງການຕໍ່ໄປ.
ໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ເປັນການຮ່ວມລົງທຶນ ລະຫວ່າງບໍລິສັດ SK
ວິສະວະກຳ-ກໍ່ສ້າງ ແລະ ບໍລິສັດ Western Power ຈາກເກົາຫຼີໃຕ້, ພ້ອມດ້ວຍວິສາຫະ
ກິດຖືຫຸ້ນຂອງລັດຖະບານລາວ ແລະບໍລິສັດໄຟຟ້າຣາດຊະບູລີ (ມະຫາຊົນ) ຈາກໄທ
ໃນສັດສ່ວນ 26 ເປີເຊັນ, 24 ເປີເຊັນ, 25 ເປີເຊັນ ແລະ25 ເປີເຊັນຕາມລຳດັບຂອງ
ມູນຄ່າລົງທຶນ 10,020 ລ້ານໂດລາ ກໍາໜົດກໍ່ສ້າງແລ້ວເສັດໃນປີ 2019 ກໍາລັງຕິດຕັ້ງ
410 ເມກາວັດ ໂດຍ 90 ເປີເຊັນ ຈະສົ່ງຂາຍໃຫ້ໄທ ຕະຫລອດອາຍຸສໍາປະທານ 27 ປີ
ແລະ 10 ເປີເຊັນ ຂາຍໃຫ້ລັດວິສາຫະກິດໄຟຟ້າລາວ.