ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂື່ອນໄຊຍະບູລີ ໃກ້ຈະສຳເລັດແລ້ວ ໂດຍ ນຳໃຊ້ເທັກນິກ ທັນສະໄໝ ເຂົ້າໃນການກໍ່ສ້າງ


ການກໍ່ສ້າງເຂື່ອນໄຊຍະບູລີ ຄືບໜ້າແລ້ວ 94 ເປີເຊັນ ຂອງແຜນການ ໂດຍກຸ່ມບໍລິສັດຜູ້ລົງທຶນ ບໍລິສັດໄຊຍະບູລີ
ພາວເວີຣ໌ ຈຳກັດ.
ການກໍ່ສ້າງເຂື່ອນໄຊຍະບູລີ ຄືບໜ້າແລ້ວ 94 ເປີເຊັນ ຂອງແຜນການ ໂດຍກຸ່ມບໍລິສັດຜູ້ລົງທຶນ ບໍລິສັດໄຊຍະບູລີ ພາວເວີຣ໌ ຈຳກັດ.

ການກໍ່ສ້າງເຂື່ອນໄຊຍະບູລີ ຄືບໜ້າໄປແລ້ວ 94 ເປີເຊັນຂອງແຜນການ ໂດຍກຸ່ມບໍລິສັດ
ຜູ້ລົງທຶນ ຢືນຢັນວ່າ ໄດ້ນຳໃຊ້ເທັກນິກ ທີ່ເປັນມິດຕໍ່ສິ່ງແວດລ້ອມເຂົ້າໃນ ການກໍ່ສ້າງທີ່
ລວມເຖິງ ການອະນຸລັກສັດນ້ຳດ້ວຍ.

ທ່ານເຣວັດ ສຸວັນນະກິດຕິ ຮອງປະທານກຳມະການຜູ້ຈັດການ ບໍລິສັດໄຊຍະບູລີ
ພາວເວີຣ໌ ຈຳກັດ ໃຫ້ການຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ເທິງແນວແມ່ນ້ຳຂອງ
ໄດ້ຄືບໜ້າແລ້ວ 94 ເປີເຊັນ ຂອງແຜນການ ໃນປັດຈຸບັນນີ້ ຈຶ່ງໝັ້ນໃຈວ່າ ການກໍ່ສ້າງ
ເຂື່ອນ ຈະແລ້ວສຳເລັດ ແລະສາມາດຜະລິດກະແສໄຟຟ້າ ເພື່ອສົ່ງຂາຍໃຫ້ກັບ ການ
ໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (EGAT) ໄດ້ນັບຈາກທ້າຍປີ 2019 ເປັນຕົ້ນໄປຈົນ
ເຖິງປີ 2048 ຊຶ່ງຈະເຮັດໃຫ້ລັດຖະບານລາວ ໄດ້ຮັບຜົນປະໂຫຍດຕອບແທນ ຈາກຄ່າ
ສຳປະທານ ກັບສ່ວນແບ່ງຈາກການຖືຮຸ້ນໃນໂຄງການ ຄິດເປັນມູນຄ່າສະເລ່ຍ 135
ລ້ານໂດລາຕໍ່ປີ ໃນຕະຫຼອດອາຍຸສຳປະທານ 29 ປີ.

ທ່ານເຣວັດ ຢືນຢັນວ່າ ການກໍ່ສ້າງເຂື່ອນໄຊຍະບູລີ ໄດ້ນຳໃຊ້ເທັກນິກ ທີ່ທັນສະໄໝ
ແລະໄດ້ມາດຕະຖານສາກົນ ຈຶ່ງເປັນໂຄງການນຶ່ງ ທີ່ໄດ້ມີການປ້ອງກັນ ຜົນກະທົບຕໍ່
ສິ່ງແວດລ້ອມທຳມະຊາດ ແລະສັດນ້ຳໃນແມ່ນ້ຳຂອງ ໄດ້ດີທີ່ສຸດໃນໂລກ ດັ່ງທີ່ ທ່ານ
ເຣວັດ ໄດ້ໃຫ້ການອະທິບາຍວ່າ:

“ເວລານີ້ ເຮົາສາມາດເວົ້າໄດ້ເຕັມສ່ວນ ວ່າ ທາງປາຜ່ານຂອງໂຮງໄຟຟ້າໄຊຍະບູລີ
ນີ້ ດີທີ່ສຸດໃນໂລກ ເຮົາຈະມີປ່ອງຫຼາຍປ່ອງໃຫ້ປາເລືອກຜ່ານໄດ້ ຕາມຄວາມພໍໃຈ
ແລ້ວກໍອີກຢ່າງນຶ່ງ ກໍຄືທີ່ນີ້ ຈະເປັນແຫ່ງທຳອິດ ຂອງເອເຊຍທີ່ມີ ລິຟຕ໌ (Lift) ສຳລັບ
ຍົກປາ ໂດຍເຮົາປ້ຳນ້ຳເຂົ້າໄປລໍ້ປາໃຫ້ເຂົ້າມາໃນລະບົບຂອງໂຮງໄຟຟ້າ ແລ້ວກໍຈະ
ຊັກນຳຜ່ານເຂົ້າມາຈົນກວ່າ ຈະເຖິງຈຸດລວມປາ ເມື່ອເຖິງຈຸດລວມນີ້ ເຮົາກໍຈະມີ ລິຟຕ໌
ຍົກປາຂຶ້ນໄປ ແລ້ວກໍປ່ອຍອອກທາງຄອງ ດ້ານເໜືອນ້ຳໃຫ້ປາລອຍອອກໄປໄດ້.”

ໂຄງການເຂື່ອນໄຟຟ້າ ໄຊຍະບູລີ ໄດ້ນຳໃຊ້ເທັກນິກ ທີ່ທັນສະໄໝ ແລະໄດ້ມາດຕະຖານສາກົນ ຈຶ່ງເປັນໂຄງການນຶ່ງ ທີ່ໄດ້ມີການປ້ອງກັນ ຜົນກະທົບຕໍ່ ສິ່ງແວດລ້ອມທຳມະຊາດ ແລະສັດນ້ຳໃນ ແມ່ນ້ຳຂອງ ໄດ້ດີທີ່ສຸດໃນໂລກ.
ໂຄງການເຂື່ອນໄຟຟ້າ ໄຊຍະບູລີ ໄດ້ນຳໃຊ້ເທັກນິກ ທີ່ທັນສະໄໝ ແລະໄດ້ມາດຕະຖານສາກົນ ຈຶ່ງເປັນໂຄງການນຶ່ງ ທີ່ໄດ້ມີການປ້ອງກັນ ຜົນກະທົບຕໍ່ ສິ່ງແວດລ້ອມທຳມະຊາດ ແລະສັດນ້ຳໃນ ແມ່ນ້ຳຂອງ ໄດ້ດີທີ່ສຸດໃນໂລກ.

ໂຄງການເຂື່ອນໄຟຟ້າ ໄຊຍະບູລີ ຈະສາມາດຜະລິດພະລັງງານໄຟຟ້າໄດ້ 1,285
ເມກາວັດ ໂດຍໃນນີ້ ຈະສົ່ງຂາຍໃຫ້ກັບການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ 1,225
ເມກາວັດ ຫຼືຄິດເປັນພະລັງງານໄຟຟ້າ ສະເລ່ຍ 6,929 ລ້ານກິໂລວັດ/ໂມງຕໍ່ປີ ແລະ
ຄິດເປັນມູນຄ່າການສົ່ງອອກພະລັງງານໄຟຟ້າເຖິງ 15,000 ລ້ານບາດ ໃນແຕ່ລະປີ
ຫຼືຫຼາຍກວ່າ 435,000 ລ້ານບາດ ໃນຕະຫລອດໄລຍະ 29 ປີ ສ່ວນກະແສໄຟຟ້າ ທີ່
ເຫຼືອອີກໃນປະລິມານ 60 ເມກາວັດນັ້ນ ຈະຂາຍໃຫ້ລັດວິສາຫະກິດໄຟຟ້າລາວ (EDL)
ເພື່ອຕອບສະໜອງການຊົມໃຊ້ ພາຍໃນປະເທດລາວ.

ໂຄງການກໍ່ສ້າງເຂື່ອນ ໄຊຍະບູລີ ມີມູນຄ່າການລົງທຶນ ລວມເຖິງ 4,000 ລ້ານ ໂດລາ
ໂດຍເປັນການຮ່ວມທຶນລະຫວ່າງ 4 ບໍລິສັດຈາກປະເທດໄທ ຄື ກຸ່ມບໍລິສັດ ຊ.ການຊ່າງ
ຈຳກັດ (ມະຫາຊົນ), ບໍລິສັດ ນະທີ ຊີນເນີຣ໌ຈີ ຈຳກັດ, ບໍລິສັດຜະລິດໄຟຟ້າຈຳກັດ
(ມະຫາຊົນ) ແລະບໍລິສັດ ພີທີ ຄອນສະຕຣັກຊັນ ແອນ ອີຣິເກຊັນ ຈຳກັດ ໂດຍຖືຫຸ້ນ
ລົງທຶນ ໃນສັດສ່ວນ 57.5 ເປີເຊັນ, 25 ເປີເຊັນ, 12.5 ເປີເຊັນ ແລະ 5 ເປີເຊັນ ຕາມ
ລຳດັບ.

ການກໍ່ສ້າງເຂື່ອນໄຊຍະບູລີ ຄືບໜ້າໄປແລ້ວ 94 ເປີເຊັນຂອງແຜນການ.
ການກໍ່ສ້າງເຂື່ອນໄຊຍະບູລີ ຄືບໜ້າໄປແລ້ວ 94 ເປີເຊັນຂອງແຜນການ.

ແຕ່ຢ່າງໃດກໍຕາມ ໂຄງການເຂື່ອນໄຊຍະບູລີ ກໍຖືກຄັດຄ້ານຈາກເຄືອຂ່າຍອົງການ
ອະນຸລັກສິ່ງແວດລ້ອມທຳມະຊາດ ຢ່າງກວ້າງຂວາງ ເນື່ອງຈາກເປັນໂຄງການ ທີ່
ກໍ່ສ້າງເທິງແນວແມ່ນ້ຳຂອງ ຈຶ່ງເຮັດໃຫ້ມີຄວາມຢ້ານກົວວ່າ ຈະສົ່ງຜົນກະທົບ ທັງຕໍ່
ສັດນ້ຳ ແລະດິນຕະກອນ ທີ່ເປັນທັງແຫລ່ງອາຫານຂອງສັດນ້ຳ ແລະເປັນປຸຍທີ່ອຸດົມ
ສົມບູນ ສຳລັບການປູກພືດສະບຽງອາຫານ ໃນລຸ່ມແມ່ນ້ຳຂອງດ້ວຍ.

ທາງດ້ານ ທ່ານອານຸພາບ ວົງລະຄອນ ຮອງກຳມະການຜູ້ຈັດການ ບໍລິສັດໄຊຍະບູລີ
ພາວເວີຈຳກັດ ໄດ້ໃຫ້ການຢືນຢັນວ່າ ເຂື່ອໄຟຟ້າໄຊຍະບູລີ ເປັນເຂື່ອນ ແບບນ້ຳໄຫລ
ຜ່ານທີ່ບໍ່ມີການກັກເກັບນ້ຳ ແຕ່ຢ່າງໃດ ແລະມີປະຕູນ້ຳ ເພື່ອໃຫ້ປາ ສາມາດຂຶ້ນ-ລົງ
ໄດ້ຢ່າງສະດວກ ອີກທັງຍັງມີປ່ອງທາງແລ່ນເຮືອກວ້າງ 12 ແມັດ ຍາວ 700 ແມັດ ທີ່
ສາມາດຮອງຮັບເຮືອຂົນສົ່ງສິນຄ້າຂະໜາດ 500 ໂຕນ ໄດ້ຕະຫຼອດປີ.

ສ່ວນທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການ ກະຊວງພະລັງງານ ແລະບໍ່ແຮ່
ຢືນຢັນວ່າ ເຂື່ອນໄຟຟ້າໄຊຍະບູລີ ຈະປະກອບສ່ວນ ຢ່າງສຳຄັນເຂົ້າໃນແຜນການ
ພັດທະນາພະລັງງານໃນລາວ ໂດຍໃນປີ 2021 ລາວ ຈະມີເຂື່ອນໄຟຟ້າ ເຖິງ 100
ໂຄງການ ມີກຳລັງຕິດຕັ້ງລວມຫຼາຍກວ່າ 13,000 ເມກາວັດ ທີ່ສາມາດຜະລິດໄຟຟ້າ
ໄດ້ 67,000 ລ້ານກິໂລວັດ/ໂມງ ໃນນີ້ເປັນແຫລ່ງຜະລິດໄຟຟ້າທີ່ມີຢູ່ແລ້ວ 46 ໂຄງການ
ມີກຳລັງຕິດຕັ້ງ 6,444 ເມກາວັດ ຜະລິດໄຟຟ້າໄດ້ 35,000 ລ້ານກິໂລວັດ/ໂມງ ສ່ວນທີ່
ກຳລັງກໍ່ສ້າງ 54 ໂຄງການ ມີກຳລັງຕິດຕັ້ງ 6,618 ເມກາວັດ ຜະລິດກະແສໄຟຟ້າໄດ້
32,000 ລ້ານກິໂລວັດ/ໂມງ ຕໍ່ປີ.

XS
SM
MD
LG