ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ກູ້​ໄພ​ ແລະ ​ຄົ້ນ​ຫາ​ຜູ້​ທີ່​ສູນ​ຫາຍ ​ຈາກ​ໄພ​ນ້ຳ​ຖ້ວມ ໃນ​ເມືອງ​ສະໜາມ​ໄຊ ​ດຳ​ເນີນ​ໄປ​ ຢ່າງຍາກ​ລຳບາກ


ເຫດນ້ຳຖ້ວມຈາກເຂື່ອນແຕກທີ່ເມືອງ​ສະໜາມ​ໄຊ ແຂວງອັດຕະປື.
ເຫດນ້ຳຖ້ວມຈາກເຂື່ອນແຕກທີ່ເມືອງ​ສະໜາມ​ໄຊ ແຂວງອັດຕະປື.

ການ​ກູ້​ໄພ​ແລະ​ການ​ຄົ້ນ​ຫາ​ຜູ້​ທີ່​ສູນ​ຫາຍ​ຈາກ​ໄພ​ນ້ຳ​ຖ້ວມ ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ-​ເຊນ້ຳ​ນ້ອຍ​ແຕກ​ນັ້ນ ດຳ​ເນີນ​ໄປ​ໄດ້​ຢ່າງຍາກ​ລຳບາກ ​ເພາະ​ທົ່ວ​ເມືອງ​ສະໜາມ​ໄຊ ​ເຕັມ​ໄປດ້ວຍ​ຂີ້ຕົມ ທີ່​ທັງ​ເລິກ​ແລະ​ກວ້າງ ຊົງຣິດ ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ພົນ​ຈັດຕະວາ ຜາ​ລົມ ລິນ​ທອງ ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງ ກອງທັບ​ປະຊາຊົນ​ລາວ
ຖະ​ແຫຼ​ງວ່າ ການ​ກູ້​ໄພ​ແລະ​ການ​ຄົ້ນ​ຫາ​ຜູ້​ທີ່​ສູນຫາຍ​ຈາກ​ໄພ​ນ້ຳ​ຖ້ວມ ທີ່​ເກີດ​ຈາກເຂື່ອນ
​ເຊ​ປຽນ-​ເຊນ້ຳ​ນ້ອຍ​ແຕກ ນັບ​ຕັ້ງ​ແຕ່ ວັນ​ທີ 23 ກໍລະກົດ 2018 ​ເປັນ​ຕົ້ນ​ມາ ສາມາດ​
ດຳ​ເນີນ​ການ​ໄປ​ໄດ້​ຢ່າງ​ຍາກ​ລຳບາກ​ຫຼາຍ ​ເພາະວ່າ ພື້ນ​ທີ່​ປະສົບ​ໄພ ໃນ​ທົ່ວ​ເຂດເມືອງ
​ສະໜາມ​ໄຊ ​ແຂວງ​ອັດ​ຕະປື ນັ້ນ​ເຕັມ​ໄປ​ດ້ວຍ​ຂີ້ຕົມ​ທີ່​ມີ​ທັງ​ປະລິມານ​ຢ່າງ​ໜາ​ແໜ້ນ ​
ເປັນ​ບໍລິ​ເວນ​ກວ້າງ​ແລະ​ມີ​ຄວາມ​ເລິກ​ເກີນ​ກວ່າ​ລະດັບ 1 ​ແມັດ​ອີກ​ດ້ວຍ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ ກໍ​ຍັງ​ເຮັດ​ໃຫ້ການ​ກູ້​ໄພ​ແລະ​ການ​ຄົ້ນ​ຫາ​ຜູ້​ສູນຫາຍ
ສາມາດ​ດຳ​ເນີນ​ການ​ໄດ້​ຢ່າງ​ຊັກຊ້າ ​ໂດຍ​ເຖິງ​ແມ່ນວ່າ ກອງທັບ​ສິງກະ​ໂປ ຈະ​ໃຫ້ການ
​ຊ່ວຍ​ເຫຼືອ ດ້ວຍ​ການ​ນຳ​ໃຊ້​ເຄື່ອງ SCAN ທີ່​ທັນ​ສະ​ໄໝ​ເພື່ອ​ກວດ​ຫາ​ຜູ້​ສູນຫາຍ​ທີ່​ເຂດ
​ເມືອງສະໜາມ​ໄຊ ກໍ​ຕາມ ​ແຕ່ດ້ວຍປະລິມານ​ຂີ້ຕົມ​ທີ່​ຫຼວງ​ຫຼາຍ​ແລະ​ເລິກ ດັ່ງກ່າວ
ຈຶ່ງ​ເຮັດ​ໃຫ້​ບໍ່​ສາມາດ​ນຳ​ໃຊ້ SCAN ​ໄດ້​ຢ່າງ​ມີ​ປະສິດທິພາບ ດັ່ງທີ່ພົນ​ຈັດຕະວາຜາ​ລົມ
​ໄດ້​ໃຫ້ການ​ອະທິບາຍ​ວ່າ: “ຄຽງ​ຂ້າງ​ກັບ​ໜ່ວຍ​ເກັບ​ກູ້​ຂອງ​ກອງທັບ​ປະຊາຊົນ​ລາວ
ຍັງ​ມີ​ໜ່ວຍ​ເກັບ​ກູ້​ຂອງ​ປະ​ເທດ​ສິງກະ​ໂປ ກໍ​ໄດ້​ເຮັດ​ວຽກ ດ້ວຍ​ຄວາມ​ຕັ້ງ​ໜ້າ​ຫ້າວຫັນ
ມີ​ເຄື່ອງ SCAN ​ໃຊ້​ເທັກ​ໂນ​ໂລຈີ​ທັນ​ສະ​ໄໝ ​ແຕ່ວ່າ ເຄື່ອງ SCAN ບໍ່​ໄດ້ ເພ​າະ​ວ່າ
ມັນ​ມີ​ຂີ້ຕົມ ​ແຕ່​ເພິ່ນ​ກະ​ໄດ້​ໃຊ້​ຕຳລາ​ຂອງ​ກອງທັບປະຊາຊົນ​ລາວ ຖື​ວ່າ ​ໄດ້​ໃຊ້​ອິນ​ຊີ
ທັງ​ຫ້າ​ເພື່ອ​ຄົ້ນ​ຄວ້າ​ເອົາ​ບົດຮຽນ​ຂອງ​ກອງທັບປະຊາຊົນ​ລາວ ​ເພິ່ນ​ກໍ​ເຮັດ​ວຽກ
​ດ້ວຍ​ຄວາມ​ຕັ້ງໜ້າ ຫ້າ​ວຫັນ.”

​ພົນ​ຈັດຕະວາ ຜາ​ລົມ ຢືນຢັນ​ດ້ວຍ​ວ່າ ໜ່ວຍ​ກູ້​ໄພ​ຂອງ​ກອງທັບປະຊາຊົນ​ລາວ
ທີ່​ປະກອບ​ດ້ວຍ​ກຳລັງ​ພົນ 585 ຄົນ ​ແລະ​ນັກ​ກູ້​ໄພ 17 ຄົນ ຂອງ​ກອງທັບ​ສິງກະ​ໂປ
ຈະ​ຍັງ​ສືບ​ຕໍ່​ການ​ຮ່ວມ​ມື​ເຂົ້າ​ໃນ​ການ​ດຳ​ເນີນການກູ້​ໄພ ​ແລະ​ການ​ຄົ້ນ​ຫາ​ຜູ້​ສູນຫາຍ​
ຈາກ​ໄພ​ນ້ຳ​ຖ້ວມ ​ໃນ​ເຂດເມືອງສະໜາມ​ໄຊ ຕໍ່​ໄປ ​ເນື່ອງ​ຈາກ​ຍັງ​ມີ​ຜູ້​ສູນຫາຍ​ອີກ​ເຖິງ
98 ຄົນ ຫຼັງ​ຈາກ ການ​ກູ້​ໄພ ​ໃນ​ຊ່ວງ​ວັນ​ທີ 24 ກໍລະກົດ - 12 ສິງຫາ 2018 ​ໄດ້​ຄົ້ນ​ພົບ
​ຜູ້​ທີ່​ເສຍ​ຊີວິດ​ແລ້ວ 38 ຄົນ ​ໃນ​ນີ້​ຮວມ​ເຖິງ​ຜູ້​ປະສົບ​ໄພ 5 ຄົນ ທີ່​ເສຍ​ຊີວິດ ຢູ່​ໂຮງໝໍ
​ໃນ​ແຂວງ​ອັດ​ຕະປືດ້ວຍ.

ທາງ​ດ້ານ ທ່ານ​ບຸນ​ໂຮມ ພົມມະ​ສານ ​ເຈົ້າເມືອງສະໜາມ​ໄຊ ​ໃຫ້ການ​ຢືນຢັນ​ວ່າ
ໄພ​ນ້ຳຖ້ວມ ຄັ້ງ​ໃຫຍ່ ທີ່​ເກີດ​ຈາກ​ເຂື່ອນ​ເຊ​ປຽນ-​ເຊນ້ຳ​ນ້ອຍ​ແຕກ ນັບ​ແຕ່​ຕອນ
​ກາງຄືນ​ຂອງ​ວັນ​ທີ 23 ກໍລະກົດ 2018 ​ເປັນ​ຕົ້ນ​ມາ ​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ
​ລາວ 2,717 ຄອບຄົວ ທີ່ຢູ່​ເຂດ 13 ບ້ານ ​ຂອງເມືອງສະໜາມ​ໄຊ ​ໃນ​ນີ້​ມີ 1,617
ຄອບຄົວ ​ຫຼື 7,095 ຄົນ ​ໃນ 6 ບ້ານ ທີ່​ໄດ້​ຮັບ​ຜົນ​ກະທົບຢ່າງ​ໜັກ ກໍ​ຄື ບ້ານ​ໃໝ່
ບ້ານ​ທ່າ​ຫີນ ບ້ານ​ທ່າແສ​ງຈັນ ບ້ານ​ຫີນ​ລາດ ບ້ານ​ສະໝອງ ​ແລະ​ບ້ານ​ແທ​ໃຫຍ່ ​
ໂດຍ​ທາງ​ການ​ເມືອງ​ສະໜາມໄຊ ​ໄດ້​ມອບ​ເງິນ ຊ່ວຍ​ເຫຼືອ​ເບື້ອງ​ຕົ້ນ​ໃຫ້​ແລ້ວ
ຄອບຄົວ​ລະ 5 ​ແສນ​ກີບ ​ແລະ​ໄດ້​ສ້າງ​ທີ່ພັກ​ເຊົາ​ຊົ່ວຄາວ ​ໃຫ້​ກັບ​ທຸກ​ຄອບຄົວແລ້ວ.

ສ່ວນ​ການ​ສ້າງ​ບ້ານ​ພັກ​ຊົ່ວຄາວ ​ແລະ​ການຈັດ​ສັນທີ່ຢູ່​ອາ​ໄສ​ຢ່າງ​ຖາວອນ​ໃຫ້​ຜູ້​ປະສົບ​
ໄພ ທີ່​ບໍ່​ຕ້ອງການ​ຈະ​ກັບ​ຄືນ​ໄປ​ຢູ່ ບ້ານ​ເດີມນັ້ນ ທາງ​ການ​ແຂວງ​ອັດ​ຕະປື ກໍ​ໄດ້​ເລືອກ​
ເອົາ​ພື້ນ​ທີ່​ໃນ​ເຂດ​ບ້ານ​ໜອງ​ບົກ ບ້ານຕໍ​ມໍ​ຍອດ ​ແລະ​ບ້ານ​ດົງ​ບາດ ​ໂດຍ​ໄດ້​ແບ່ງ​ທີ່​ດິນ
​ອອກ​ເປັນ 2 ຈຸດ ຄື​ເຂດ​ປຸກ​ສ້າງ​ຊົ່ວ​ຄາວ ມີ​ເນື້ອ​ທີ່ 4 ​ເຮັກຕາ ​ເພື່ອ​ຈັດ​ໃຫ້​ປະຊາຊົນລາວ
ຢູ່​ຊົ່ວ​ຄາວ​ໄປ​ກ່ອນ ​ໂດຍ​ມີ​ສິ່ງ​ອຳນວຍ​ຄວາມ​ສະດວກ​ຕ່າງໆ​ເຊັ່ນ ສຸກສາລາ ບໍ່​ນ້ຳ​ບາ​
ດານ ​ແລະ​ວິດ​ຖ່າຍ ​ເປັນ​ຕົ້ນ ສ່ວນ​ເຂດ​ປຸກ​ສ້າງ​ທີ່ຢູ່​ອາ​ໄສ​ຢ່າງ​ຖາວອນ​ນັ້ນ ຈະ​ມີ​ເນື້ອ​ທີ່
50 ​ເຮັກຕາ ຊຶ່ງ​ຈະ​ມີ​ການ​ກໍ່ສ້າງ​ວັດ ສຸກສາລາ ​ໂຮງຮຽນ ສະໜາມກິລາ ​ແລະ​ອື່ນໆ
​ໂດຍ​ຈະຈັດສັນ​ແລະ​ປຸກ​ສ້າງ​ທີ່ຢູ່​ອາ​ໄສ ຂະໜາດ 20 x 40 ​ແມັດ ​ໃຫ້​ແຕ່​ລະ​ຄອບຄົວ.

ທ້າງ​ດ້ານ ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ຢືນຢັນ​ວ່າ ລັດຖະບານ​ລາວ​ມອບ
​ໝາຍ​ໃຫ້​ຄະນະ​ສະ​ເພາະ​ກິດ ​ແກ້​ໄຂ​ໄພພິບັດ​ລະດັບ​ຊາດ ຊຶ່ງ​ມີ ທ່ານ​ສອນ​ໄຊສີ​ພັນ​ດອນ
ຮອງ​ນາຍົກ ລັດຖະມົນຕີ ​ເປັນ​ປະທານ​ນັ້ນ ​ເປັນ​ພາກສ່ວນ​ຮັບຜິດຊອບ​ໃນ​ການ​ແຕ່ງ​ຕັ້ງ
​ຄະນະ​ດຳ​ເນີນ​ການ​ປະ​ເມີນ​ຜົນ​ເສຍ​ຫາຍ​ແລະ​ຜົນ​ກະທົບ​ຂອງ​ໄພພິບັດ​ຄັ້ງ​ນີ້ ຮວມທັງ​
ຕັ້ງ​ຄະນະ​ສ້າງ​ແຜນ​ຟື້ນ​ຟູ ​ໄພພິບັດ ​ໃນ​ໄລຍະ​ສະ​ເພາະ​ໜ້າ ​ແລະ​ໄລຍະ​ຍາວ​ດ້ວຍ.

ທັງ​ນີ້ ​ໂດຍ​ຈະ​ຮຽກຮ້ອງ​ເອົາ​ຄ່າເສຍ​ຫາຍ​ຈາກ​ກຸ່ມ​ລົງທຶນ​ໃນ​ເຂື່ອນເຊ​ປຽນ-​ເຊນ້ຳ​ນ້ອຍ
ຄື ​ບໍລິສັດ SK ວິສະວະ​ກຳ ​ແລະ​ກໍ່ສ້າງ​ຂອງເກົາຫຼີໃຕ້, ວິສາຫະກິດ​ຖື​ຫຸ້ນ​ຍຂອງ​ລັດຖະ
ບານ​ລາວ ບໍລິສັດ Western Power ຈາກ​ເກົາຫຼີ​ໃຕ້ ​ແລະ​ກຸ່ມ​ບໍລິສັດ​ໄຟຟ້າຣາຊບູຣີ
ຈຳກັດ (ມະຫາຊົນ) ຂອງ​ໄທ​ ທີ່​ຮ່ວມ​ທຶນ​ກັນ ​ໃນ​ສັດ​ສ່ວນ 26 ​ເປີ​ເຊັນ, 24 ​ເປີ​ເຊັນ -
25 ​ເປີ​ເຊັນ - 25 ​ເປີ​ເຊັນ ຂອງ​ມູນ​ຄ່າ​ຮວມ 1,020 ລ້ານ​ໂດ​ລາ ​ໂດຍ​ມີ​ອາຍຸ​ສຳ​ປະທານ
27 ປີ ນັບ​ຈາກ​ປີ 2019.

XS
SM
MD
LG