ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາປະເທດ ໃນໂລກ ໄດ້ທຳຄວາມກ້າວໜ້າ ໃນເປົ້າໝາຍ ດ້ານສາທາລະນະສຸກ ບາງສ່ວນ


ທ່ານນາງ Hilda Heine, ປະທານາທິບໍດີ ຂອງ ເກາະ Marshall, ກ່າວຄຳປາໄສ ຕໍ່ຄະນະລະດັບສູງ ການອະພິປາຍ ກ່ຽວກັບ ຜົນສຳເລັດ ຂອງເປົ້າໝາຍ ການພັດທະນາ ແບບຍືນຍົງ ຂອງສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ, ວັນທີ 21 ເມສາ 2016.
ທ່ານນາງ Hilda Heine, ປະທານາທິບໍດີ ຂອງ ເກາະ Marshall, ກ່າວຄຳປາໄສ ຕໍ່ຄະນະລະດັບສູງ ການອະພິປາຍ ກ່ຽວກັບ ຜົນສຳເລັດ ຂອງເປົ້າໝາຍ ການພັດທະນາ ແບບຍືນຍົງ ຂອງສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່ ສະຫະປະຊາຊາດ, ວັນທີ 21 ເມສາ 2016.

ຫຼາຍກວ່າ 60 ເປີເຊັນ ຂອງປະເທດຕ່າງ​ໆໃນໂລກ ແມ່ນຄາດກັນວ່າ ຈະບັນລຸບາງສ່ວນ
ຂອງເປົ້າໝາຍດ້ານສາທາລະນະສຸກຂອງເຂົາເຈົ້າ ໃນເປົ້າໝາຍການພັດທະນາ ແບບ
ຍືນຍົງ ພາຍ​ໃນປີ 2030 ຂອງສະຫະປະຊາຊາດ ຫຼື Sustainable Development
Goals
. ໂດຍປະກອບມີ ການຫລຸດຜ່ອນ ການເສຍຊີວິດຂອງແມ່ ແລະ ເດັກ ໃນເວລາ
ຕັ້ງຄັນ ແລະ ການເສຍຊີວິດ ຈາກມາເລເຣຍ. ເຖິງຢ່າງໃດກໍຕາມ ໜ້ອຍກວ່າ 5 ເປີເຊັນ
ແມ່ນຄາດການໄວ້ວ່າຈະປະສົບ ເປົ້າໝາຍ ຂອງພວກເຂົາເຈົ້າ ໃນການຫລຸດຈຳນວນ
ຂອງພວກເດັກນ້ອຍ ທີ່ມີນ້ຳໜັກເກີນ ການຕິດແປດ ຂອງໂຣກປອດແຫ້ງ ແລະ ການ
ເສຍຊີວິດຍ້ອນອຸບັດ​ຕິ​ເຫດລົດຕຳກັນ.

ຂ່າວດັ່ງກ່າວ ມີຂຶ້ນໃນບົດລາຍງານ ທີ່ໄດ້ຖືກພິມເຜີຍແຜ່ ໃນວັນພຸດມື້ນີ້ ໂດຍວາລະສານ
The Lancet ຂອງອັງກິດ ທີ່ໄດ້ທຳການວິເຄາະໃນດ້ານສາທາລະ ນະສຸກ ທີ່ກ່ຽວພັນກັບ
ເປົ້າໝາຍການພັດທະນາແບບຍືນຍົງ ພາຍ​ໃນປີ 2030 ໃນ 188 ປະເທດ. 17 ເປົ້າໝາຍ
ທີ່ກວ້າງຂວ້າງແລະຫຼາກຫຼາຍ ທີ່ນຳພາໂດຍ ອົງການສະຫະປະຊາຊາດ ແມ່ນເພັ່ງເລັງໃສ່
ການປັບປຸງດ້ານສາທາລະນະສຸກ ແລະ ການສຶກສາ, ການຍຸຕິຄວາມທຸກຍາກ ການຕໍ່ສູ້
ກັບການປ່ຽນແປງຂອງດິນຟ້າອາກາດ ການເຮັດໃຫ້ເມືອງຕ່າງໆຢູ່ໄດ້ຢ່າງຍືນຍົງ ແລະ
ການປົກປ້ອມະຫາ ສະໝຸດ ແລະ ປ່າໄມ້. ພວກເຂົາເຈົ້າໄດ້ຮັບຮອງເອົາ ຢູ່ທີ່ກອງປະຊຸມ
ສຸດຍອດ ສະຫະປະຊາຊາດ ໃນປີ 2015.

ສິງກະໂປ ໄອຊະແລນ ແລະ ສະວີເດັນ ເປັນປະເທດທີ່ປະຕິບັດໄດ້ດີທີ່ສຸດ ໃນເປົ້າໝາຍ
ຕ່າງໆ ທີ່ພົວພັນໃນດ້ານສາທາລະນະສຸກ. ໂຊມາເລຍ ສາທາລະນະລັດ ອາຟຣິກາກາງ
ແລະ ອັຟການິສຖານ ໄດ້ຖືກຈັດອັນດັບຢູ່ຕ່ຳທີ່ສຸດ. ປະເທດໃນເຂດ Nordic ແລະ
ປະເທດໃນທະວີບຢູໂຣບ ພ້ອມກັບ ອອສເຕຣເລຍ ການາດາ ເກາະ Antigua ແລະ
Barbuda ໄດ້ຖືກຈັດ ໃຫ້ຢູ່ໃນພວກ 20 ປະ​ເທດສູງສຸດ. ສ່ວນສະຫະລັດ ຕິດອັນດັບທີ
24.

ບົດລາຍງານ ຊຶ່ງໄດ້ຮັບທຶນສະໜັບສະໜູນ ຈາກມູນນິທິ Bill and Melinda Gates
ຂອງສະຫະລັດ ໄດ້ກ່າວວ່າ ການຄົ້ນພົບນີ້ ຄວນຊ່ອຍໃຫ້ຈັດຮູບຮ່າງຂອງນະໂຍບາຍ
ຕ່າງໆ ເພື່ອທີ່ຈະແກ້ໄຂຄວາມທ້າທາຍຕ່າງໆໃນດ້ານສາທາ ລະນະສຸກ​ ທີ່​ມີ​ມາ​ເປັນ
​ເວລາ​ດົນ​ນານ ແລະ ກຳລັງຈະປາກົດ​ໂຕຂຶ້ນນັ້ນ.

ທ່ານ ດຣ. Christopher Murray ຜູ້ອຳນວຍການສະຖາບັນ ການປະເມີນຜົນດ້ານ
ສາທາລະນະສຸກ ແລະ ເປັນອາຈານສອນ ດ້ານສາທາລະນະສຸກຂອງໂລກ ຢູ່ທີ່
ມະຫາວິທະຍາໄລ ຂອງລັດ Washington ເປັນຜູ້ນຳພາຂຽນບົດລາຍງານ.

ດຣ. Murray ກ່າວໃນວາລະສານ Lancet ວ່າ “ຈີນ ກຳປູ​ເຈຍ ​ແລະ​ຫຼາຍໆ ປະ​ເທດ
ທີ່ມີ​ລາຍ​ໄດ້​ພໍ​ປານ​ກາງ​ແລະໃນ​ລະດັບ​ຕ່ຳ​ນັ້ນ ສົມຄວນທີ່​ຈະ​ຖືກ​ຮັບ​ຮູ້ ​ໃນ​ການ​ປັບປຸງ
​ຊີວິດ​ປະຊາຊົນ​ຂອງ​ຕົນ​ໃຫ້​ດີ​ຂຶ້ນ ຊຶ່ງ​ເປັນ​ຫລັກ​ຖານ​ກ່ຽວ​ກັບ​ການປັບປຸງ​ ທີ່​ໜ້າ​ປະ​ທັບ​ໃຈ
​ໃນ​ການ​ເສຍ​ຊີວິດ​ຂອງ​ພວກ​ເດັກນ້ອຍ​ທີ່​ມີ​ອາຍຸ​ຕ່ຳ​ກວ່າ 5 ປີ ການ​ເສຍ​ຊີວິດ ​ຂອງ​ພວກ
​ທາລົກ​ທີ່​ເກີ​ດ​ໃໝ່ ການ​ສັກ​ຢາ​ວັກ​ຊີ​ນປ້ອງ​ກັນ ການ​ເສຍ​ຊີວິດ​ຂອງ​ຜູ້​ເປັນ​ແມ່ ​ແລະ
​ການ​ເສຍ​ຊີວິດ​ຍ້ອນມາເລເຣຍ.

ບົດລາຍ​ງານ​ດັ່ງກ່າວ​ນີ້ ​ແມ່ນ​ກະກຽມ​ລ່ວງ​ໜ້າ​ໃສ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ຄັ້ງທີ 72 ຂອງ
ອົງການ​ສະຫະ​ປະຊາ​ຊາດຊຶ່ງ​ຈະ​ເລີ້ມຂຶ້ນທີ່​ນະຄອນ​ນິວຢອກໃນ​ທ້າຍ​ເດືອນ​ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG