ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນໍ້າກິນ, ນໍ້າໃຊ້ທີ່ເປື້ອນ ກໍເຮັດໃຫ້ຄົນໃນໂລກ ເຈັບປ່ວຍ ແລະເສຍຊີວິດ ຄືກັນກັບ ໄວຣັສ ໂຄໂຣນາ


ແມ່ຍິງຢູ່ໃນບ້ານ ແຄສມີເຣຍໄປຕັກເອົານໍ້າຢູ່ໃນແມ່ນໍ້າສາຍນໍ້ານຶ່ງ ໃນແຂວງ Srinagar ຢູ່ເຂດແຄສເມຍ ທີ່ຄວບຄຸມໂດຍອິນເດຍ (ພາບຖ່າຍໃນວັນທີ 22 ມີນາ, 2017)
ແມ່ຍິງຢູ່ໃນບ້ານ ແຄສມີເຣຍໄປຕັກເອົານໍ້າຢູ່ໃນແມ່ນໍ້າສາຍນໍ້ານຶ່ງ ໃນແຂວງ Srinagar ຢູ່ເຂດແຄສເມຍ ທີ່ຄວບຄຸມໂດຍອິນເດຍ (ພາບຖ່າຍໃນວັນທີ 22 ມີນາ, 2017)

ໂຄວິດ (COVID)-19 ຫລື ໄວຣັສໂຄໂຣນາ ບໍ່ແມ່ນເປັນໄພຂົ່ມຄູ່ຕໍ່ສຸຂະພາບ ອັນດຽວເທົ່ານັ້ນ ຢູ່ໃນໂລກນີ້. ອົງການອະນາໄມໂລກເວົ້າວ່າ ນໍ້າທີ່ປົນເປື້ອນ ໄປດ້ວຍມົນລະພິດ ເຮັດໃຫ້ຄົນເຄິ່ງລ້ານຄົນເສຍຊີວິດໄປ ຍ້ອນພະຍາດຖອກ ທ້ອງ ໃນແຕ່ລະປີ. ມີຄົນ ເສຍຊີວິດຍ້ອນການເຈັບປ່ວຍພະຍາດທີ່ເຊື່ອມໂຍງ ກັບສຸຂະອະນາໄມ ທີ່ບໍ່ດີ, ຮັກສາຄວາມສະອາດບໍ່ພຽງພໍ ຫລືນໍ້າເປື້ອນ. ດັ່ງທີ່ Mike O’Sullivan ລາຍງານມາ ມີອົງການກຸສົນອົງການນຶ່ງໃນລັດຄາລິຟໍເນຍ ກໍາລັງແກ້ໄຂບັນຫານີ້ຢູ່ໃນມາລາວີ ຊຶ່ງເປັນປະເທດນຶ່ງທີ່ນອນຢູ່ໃນຫຼາຍໆ ປະ ເທດທີ່ທຸກຈົນທີ່ສຸດຢູ່ໃນທະວີບອາຟຣິກາ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ອົງການອະນາໄມໂລກ ເວົ້າວ່າ ນໍ້າທີ່ບໍ່ສະອາດ, ການຂາດສຸຂະອະນາໄມ ແລະ ການຮັກສາຄວາມສະອາດບໍ່ໄດ້ດີ ແມ່ນເຊື່ອມໂຍງໃສ່ກັບການເສຍຊີວິດ ຂອງຄົນໃນໂລກຢູ່ 4 ເປີເຊັນ ແລະເຮັດໃຫ້ຄົນເປັນພະຍາດທີ່ພາໃຫ້ສຸຂະພາບ ອ່ອນເພຍຢູ່ 6 ເປີເຊັນ ຊຶ່ງລວມທັງ ໂຣກອະຫິວາ, ໂຣກເຈັບທ່ອງບິດ ແລະ ໂຣກໄຂ້ໄທ ຟອຍ ຫລືໄຂ້ໝາກເຫລືອງ.

ອົງການກຸສົນຫລາຍແຫ່ງ ລວມທັງ ກຸ່ມອາສາສະໝັກກຸ່ມນຶ່ງທີ່ຕັ້ງຢູ່ໃນລັດ ຄາລິຟໍເນຍກໍາລັງໃຫ້ການຊ່ວຍເຫລືອແກ່ຄົນໃນດ້ານນີ້ຢູ່.

ທ່ານ ເຄີດ ດາລິນ (Kurt Dahlin), ຈາກອົງການນໍ້າສ້າງສໍາລັບອາຟຣິກາ ຫລື Water Wells for Africa ກ່າວຜ່ານທາງສະໄກພ໌ (Skype) ວ່າ:
“ນີ້ຄື ດອກສະຫວ່ານ ທີ່ມີຄວາມຍາວປະມານ 4 ນິ້ວ ຫລື 10 ຊັງຕີແມັດ. ມັນເປັນເຄື່ອງຕັດດິນດາກ.”

ໂດຍການວ່າຈ້າງຄົນເຈາະນໍ້າສ້າງບາດານໃນທ້ອງຖິ່ນ, ອົງການນໍ້າສ້າງ ສໍາ ລັບ ອາຟຣິກາໄດ້ຂຸດນໍ້າສ້າງ 230 ໜ່ວຍ ຢູ່ໃນໝູ່ບ້ານຕ່າງໆ ຂອງມາລາວີ ຊຶ່ງເປັນປະເທດບໍ່ມີທາງອອກສູ່ທະເລ ຢູ່ໃນເຂດຕາເວັນອອກສຽງໃຕ້ຂອງທະ ວີບອາຟຣິກາ. ກຸ່ມດັ່ງກ່າວ ໄດ້ຊອກເຫັນບ່ອນທີ່ຈະໃນຂຸດນໍ້າສ້າງໃນອະນາຄົດ ອີກ 30 ແຫ່ງ.

ທ່ານດາລີນ ກໍາລັງເຮັດວຽກ ໃຫ້ແກ່ອົງການສາສະໜາ ອົງການນຶ່ງ ຢູ່ໃນປີ 1994 ເມື່ອທ່ານໄດ້ເຫັນວິທີທີ່ຊາວອາຟຣິກາຢູ່ໃນເຂດຊົນນະບົດໄປຕັກເອົານໍ້າ ຂອງເຂົາເຈົ້າຢູ່ນັ້ນ.

ທ່ານດາລີນ ກ່າວຜ່ານທາງສະໄກພ໌ (Skype) ຕໍ່ໄປວ່າ:
“ເຖິງແມ່ນວ່າ ເຈົ້າຈະມີແມ່ນໍ້າຢູ່ໃນທ້ອງຖິ່ນທີ່ຢູ່ໃກ້ໆຫັ້ນກໍຕາມ, ມັນກໍຖືກສັດ ສາວາສິ່ງ ແລະສັດລ້ຽງທັງຫລາຍເຮັດໃຫ້ມີມົນລະພິດ. ພວກສັດເຫລົ່ານັ້ນ ພາກັນໄປອາບນໍ້າ, ກິນນໍ້າ ແລະອາບນໍ້າແຊ່ຫລິ້ນຢູ່ໃນຫັ້ນ. ມັນເປັນຈຸດທີ່ມີນໍ້າ ບ່ອນດຽວເທົ່ານັ້ນຂອງພວກສັດ. ສະນັ້ນ ແຫລ່ງນໍ້າທີ່ເປີດໄວ້ໃຫ້ແກ່ທຸກຄົນ ແມ່ນປົນເປື້ອນໄປດ້ວຍມົນລະພິດ.”

ມາລາວີ ເປັນປະເທດນຶ່ງທີ່ນອນຢູ່ໃນຈໍານວນປະເທດ ທີ່ທຸກຈົນທີ່ສຸດຢູ່ໃນ ທະວີບອາຟຣິກາ ແຕ່ທ່ານ ດາລີນ ກໍເວົ້າວ່າ ຄົນໃນປະເທດນັ້ນ ເປັນທີ່ຮູ້ກັນດີ ວ່າເປັນຄົນໃຈດີ.

ທ່ານດາລີນ ກ່າວຜ່ານທາງສະໄກພ໌ (Skype) ເພີ້ມອີກວ່າ:
“ທີ່ຈິງແລ້ວ, ຄໍາຂວັນຂອງພວກເຂົາເຈົ້າກໍຄື, ພວກເຮົາເປັນໝາກຫົວໃຈອັນ ອົບອຸ່ນ ຂອງທະວີບອາຟຣິກາ. ແລະພວກເຮົາເຮັດໃຫ້ໄດ້ແບບນັ້ນແທ້ໆ. ພວກເຮົາໄດ້ພົບຄົນທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ຫລາຍທີ່ສຸດເທົ່າທີ່ທ່ານຈະສາ ມາດວາດພາບໄວ້.”

ທ່ານເວົ້າວ່າ ຄົນພາກັນສ້າງຕັ້ງປະຊາຄົມຂຶ້ນ ເພື່ອເຮັດໃຫ້ນໍ້າສ້າງໃຊ້ການໄດ້, ຊຶ່ງເປັນພາກສ່ວນທີ່ສໍາຄັນທີ່ສຸດ ສໍາລັບປະຊາຄົມແຕ່ລະບ່ອນ.

ທ່ານດາລີນ ກ່າວເພີ້ມອີກວ່າ:
“ສະນັ້ນ, ພວກເຮົາມີຜູ້ນໍາສໍາຄັນຢູ່ 5 ຄົນ, ເປັນຜູ້ນໍາຜູ້ຊາຍ ແລະ ມີຜູ້ນໍາທີ່ ເປັນແມ່ຍິງຢູ່ 5 ຄົນ ຊຶ່ງບໍ່ແມ່ນແຕ່ເພື່ອຈຸດປະສົງ ດ້ານຄຸນນະພາບເທົ່ານັ້ນ ແຕ່ພວກເຮົາ ຕ່າງກໍຮູ້ຈັກອິດທິພົນຂອງແມ່ຍິງດີຢູ່ແລ້ວ ແລະ ພວກເຂົາເຈົ້າ ເປັນຄົນຕົ້ນຕໍ ທີ່ໄປຕັກເອົານໍ້າມາ, ສະນັ້ນ ຖ້າຫາກສິ່ງນີ້ຫັກ ພວກເຂົາເຈົ້າ ກໍຈະເປັນຜູ້ຮັບປະ ກັນວ່າ ມັນຈະຖືກແປງຄືນມາໃຫ້ດີອີກ.”

ທ່ານກ່າວສະຫລຸບວ່າ ໃນຫລາຍກວ່າ 20 ປີຜ່ານມາ ນໍ້າສ້າງທີ່ໄດ້ເຮັດຂຶ້ນ ກ່ອນ ໜ້ານັ້ນ ເກືອບໝົດທຸກໜ່ວຍກໍຍັງໃຊ້ໄດ້ຢູ່.

ກຸ່ມຂອງທ່ານດາລີນ ເປັນອົງການນຶ່ງໃນຫລາຍໆອົງການທີ່ສະໜອງນໍ້າສະອາດ ໃຫ້ປະຊາຄົມໃນທ້ອງຖິ່ນ ຊຶ່ງເປັນການແກ້ໄຂວິກິດການທາງສຸຂະພາບໃຫຍ່ອັນ ອື່ນໆ ຂອງໂລກອີກດ້ວຍ.

ອ່ານກ່ຽວກັບລາຍງານເພີ້ມເປັນພາສາອັງກິດ

COVID-19, or coronavirus, is not the only health threat in the world. The World Health Organization says contaminated water causes half a million deaths each year from diarrhea. Many more die from illnesses linked to poor sanitation, inadequate hygiene or dirty water. A California charity is addressing the problem in one of Africa’s poorest countries, Malawi, as Mike O’Sullivan reports

The World Health Organization says unclean water, poor hygiene and bad sanitation are linked to 4 percent of all deaths in the world, and six percent of debilitating illnesses, including cholera, dysentery and typhoid.

Many charities are helping, including one group of volunteers based in California.

Kurt Dahlin, Water Wells for Africa:

Employing local drillers, Water Wells for Africa has dug 230 wells in villages in Malawi, a landlocked country in southeast Africa. The group has identified 30 other sites for future wells.

Dahlin was working for a faith-based organization in 1994 when he saw how rural Africans got their water.

Kurt Dahlin, Water Wells for Africa:
“Even if you have a local river nearby, it’s polluted by wild animals, livestock. They wash in it, they drink it, they bathe in it. It’s their only point of water. So every open source of water is contaminated.”

Malawi is one of Africa’s poorest nations, but Dahlin says its people are known as warm-hearted.

Kurt Dahlin, Water Wells for Africa, MANDATORY COURTESY: By Skype:
“In fact, their slogan is, we’re the warm heart of Africa. And they really live up to that. We found the most hospitable people you could imagine.”

He says local people form committees to keep the wells operating, a crucial component for each community plan.

Kurt Dahlin, Water Wells for Africa:

“So we get five key leaders, male leaders, and five female leaders, not only for quality purposes, but we all know the power of women, and they’re the primary water collectors, so this thing breaks down, they’re going to make sure that it gets fixed.”

He says after more than 20 years, most of the earliest wells still work.

Dahlin’s group is one of many organizations providing clean water to local communities, addressing the world’s other major health crisis.

ເບິ່ງວີດິໂອກ່ຽກັບລາຍງານນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG