ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຸ້ນ ໃນຕະຫຼາດໂລກ ຕົກລາຄາ ຍ້ອນ ພວກນັກລົງທຶນ ກົງວົນໃຈ


ໜ້າຈໍ ສະແດງໃຫ້ເຫັນ ດັດຊະນີຮຸ້ນຂອງໂລກ ທີ່ຮົງກົງ
ໜ້າຈໍ ສະແດງໃຫ້ເຫັນ ດັດຊະນີຮຸ້ນຂອງໂລກ ທີ່ຮົງກົງ
ລາຄາຮຸ້ນໃນຕະຫລາດໂລກ ໄດ້ຕົກຮວບລົງ​ໃນ​ວັນ​ສຸກ​ວານ​ນີ້
​ໃນ​ຂະນະ​ທີ່​ບັນດາ​ຜູ້​ລົງທຶນ ​ມີ​ຄວາມເປັນ​ຫ່ວງ​ ກ່ຽວ​ກັບຄວາມ
ເປັນ​ໄປ​ໄດ້​ທີ່​ຈະ​ມີການຊັກຊ້າລົງຂອງຕະຫຼາດຢູ່ໃນບັນດາປະ
ເທດພຸ່ງພົ້ນໃໝ່.

ດັດຊະນີ​ຮຸ້ນ ທີ່ສຳຄັນໆ ຂອງສະຫະລັດ ໄດ້ຕົກລາຄາປະມານ
2 ເປີ​ເຊັນ​ໃນ​ວັນ​ສຸກ​ວານ​ນີ້ ​ເປັນ​ມື້​ທີ​ສອງລຽນຕິດ. ດັດຊະນີຮຸ້ນ
ທີ່ກຸງ Paris ​ແລະນະຄອນ Frankfurt ຕົກລາຄາ​ປະມານ 2.5
​ເປີ​ເຊັນ ​ແລະຮຸ້ນຢູ່ໃນຕະຫຼາດເອ​ເຊຍສ່ວນ ໃຫຍ່ແລ້ວກໍຕົກລາ
ຄາຄື​ກັນ​.

ບັນດາ​ນັກວິ​ເຄາະ ກ່າວ​ວ່າ ພວກ​ນັກ​ລົງທຶນ​ໄດ້​ພາກັນ​ເປັນ​ຫ່ວງ ກ່ຽວ​ກັບ​ການ​ຕົກ​ລາຄາ
ລົງຢ່າງຫຼວງຫຼາຍຂອງເງິນຕາຢູ່​ໃນບັນດາປະເທດ​ທີ່ມີ​ເສດຖະກິດພຸ່ງ ພົ້ນໃໝ່ ຫລາຍໆ
ປະເທດ ຮວມ​ທັງ​ເທີ​ກີ ຣັດ​ເຊຍ ອາ​ຟຣິກາ​ໃຕ້ ​ແລະ​ອາ​ເຈັນ​ຕີ​ນາ ​ແລະ​ມີລາຍ​ງານໃນ​ວັນ​ພະຫັດຜ່ານມານີ້ວ່າ ການ​ຜະ​ລິດ​ຂອງຈີນຊັກຊ້າລົງ.

​ຍິ່ງໄປກວ່ານັ້ນ ບັນດາ​ຜູ້​ຊື້ຂາຍ​ຈໍານວນ​ນຶ່ງ ພາກັນເປັນ​ຫ່ວງ ​ກ່ຽວ​ກັບການ​ຍຸຕິ ການ​ກະ​ຕຸກຊຸກຍູ້ຕໍ່ເສດຖະກິດ​ຂອງ​ໂລກ ​ໂດຍ​ສະ​ເພາະ​ຢູ່​ໃນສະຫະລັດ ​ຊຶ່ງເປັນ ປະເທດທີ່ມີເສ
​ຖະກິດໃຫຍ່​ສຸດ​ຂອງ​ໂລກ. ບັນດາພວກກຳນົດນະໂຍບາຍທີ່​ທະ ນາຄານກາງ​ສະຫະລັດ
​ໄດ້​ເລີ້ມ​ລຸດຜ່ອນ ການ​ສະໜັບສະໜຸນ​ໂດຍ​ກົງ​ຂອງ​ເຂົາ​ເຈົ້າ​ຕໍ່​ເສດຖະກິດອາ​ເມຣິກັນ ​ໃນ
​ເດືອນ​ນີ້ ​ແລະ​ອາດ​ຈະ​ລຸດລົງ​ໄປ​ຕື່ມອີກ ​ເວລາ​ເຂົາ​ເຈົ້າ​ພົບ​ປະກັນ​ອີກ ໃນອາທິດ​ໜ້າ.

ບັນດາ​ຜູ້​ຊ່ຽວຊານ​ດ້ານ​ການ​ເງິນ​ບາງຄົນ ກ່າວ​ວ່າ ຄວາມ​ເປັນ​ຫ່ວງ​ກໍ​ຄືໃນ​ຂະນະ​ທີ່​ມີ
ການຕັດການ​ກະ​ຕຸກຊຸກຍູ້​ເສດຖະກິດ ຢູ່ໃນສ່ວນໃຫຍ່ຂອງບັນດາປະເທດທີ່ ຈະເລີນ
ແລ້ວ ອັດຕາດອກ​ເບ້ຍຈະ​ສູງ​ຂື້ນ​ ໃນສະຫະລັດ ຢູ​ໂຣບ ​ແລະ​ຍີ່​ປຸ່ນ ​ແລະ​ການ​ລົງທຶນ​ຢູ່ທີ່​
ນັ້ນ ກໍຈະຄ່ອຍໆ​ເພີ້​ມຂື້ນ ຊຶ່ງນັ້ນຈະສ້າງຄວາມເສຍຫາຍ ໃຫ້ແກ່​ເສດຖະກິດ​ບັນດາປະ
ເທດພຸ່ງພົ້ນໃໝ່.
XS
SM
MD
LG