ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

RCEP ທີ່​ເປັນສັນຍາ​ການ​ຄ້າ​ເສລີ ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ຄາດ​ວ່າຈະ​ບວກ​​ທຸ​ລະ​ກິດ ​ໃສ່​ກັບ​ການ​ທູດ


ທ່ານ Nguyen Xuan Phuc (ຊ້າຍ) ນາ​ຍົກ​ຫວຽດ​ນາມ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ Tran Tuan Anh ຕົບ​ມື​ຂະ​ນະ​ທີ່​ນັ່ງຢູ່​ຂ້າງ​ຈໍ​ໂທ​ລະ​ພາບທີ່ມີນາ​ຍົກ Li Keqiang ຂອງ​ຈີນ ແລະ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ຄ້າ Zhong Shan ຍົກ​ສັນ​ຍາ RCEP ຂຶ້ນ, ທີ່ຮາ​ໂນ່ຍ, ຫວຽດ​ນາມ, ວັນ​ທີ 15 ພະ​ຈິກ, 2020.
ທ່ານ Nguyen Xuan Phuc (ຊ້າຍ) ນາ​ຍົກ​ຫວຽດ​ນາມ ແລະ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ Tran Tuan Anh ຕົບ​ມື​ຂະ​ນະ​ທີ່​ນັ່ງຢູ່​ຂ້າງ​ຈໍ​ໂທ​ລະ​ພາບທີ່ມີນາ​ຍົກ Li Keqiang ຂອງ​ຈີນ ແລະ​ລັດ​ຖະ​ມົນຕີ​ກະ​ຊວງ​ການ​ຄ້າ Zhong Shan ຍົກ​ສັນ​ຍາ RCEP ຂຶ້ນ, ທີ່ຮາ​ໂນ່ຍ, ຫວຽດ​ນາມ, ວັນ​ທີ 15 ພະ​ຈິກ, 2020.

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ສັນຍາ​ການ​ຄ້າ​ເສລີ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫລື RCEP ອາດ​ຈະ​ຊ່ວຍບັນດາ​ວິ​ສາ​ຫະກິດ​ໃນ​ເອ​ເຊຍ​ທີ່​ເພິ່ງ​ພາ​ອາ​ໄສ​ການ​ສົ່ງ​ອອກ ​ແລະ ອາດ​ຈະ​ເປັນ​ການ​ທູດ​ທີ່​ດີໄດ້.

ສັນຍາ​ການ​ຄ້າ​ດັ່ງກ່າວ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນວັນ​ທີ 1 ມັງກອນຜ່ານ​ມາ​ນີ້.

​ຢູ່ໃນໄທ, ທ່ານ​ນາງປ​ຣະ​ໄພ​ພັນ ມາ​ນັດ​ທັນ​ຢາ (Prapaipan Manathanya) ມີຄວາມຫວັງສູງ ສໍາລັບສິ່ງທີ່ສັນຍາການຄ້າມີຫມາຍຄວາມສຳ​ລັບບໍລິສັດຂອງທ່ານນາງ. ໃນ​ຖາ​ນະ​ເປັນ​ຜູ້​ອໍາ​ນວຍ​ການບໍ​ລິ​ຫານ​ບໍ​ລິ​ສັດ​ສົ່ງ​ເຂົ້າ​ອອກ​ຂອງໄທ, CM Premium Rice, ທ່ານນາງ​ຄາດ​ວ່າ​ສັນ​ຍາ​ການ​ຄ້ານີ້​ຈະ​ເພີ່ມ "ຄວາມ​ໄດ້​ປຽບໃນການ​ແຂ່ງ​ຂັນ​" ການ​ສົ່ງ​ອອກ​ຂອງ​ທ່ານ​ນາງ​ເພີ້ມ​ຂຶ້ນ ເນື່ອງ​ຈາກ​ວ່າ​ຕະ​ຫຼາດ​ທີ່​ສໍາ​ຄັນ​ຂອງ​ຈີນ, ຍີ່​ປຸ່ນ​ແລະ​ເກົາ​ຫຼີ​ໃຕ້ ​ຈະ​ຍົກ​ເວັ້ນ​ພາ​ສີຂາ​ເຂົ້າ. ໄທ​ເປັນ​ນຶ່ງ​ໃນ 15 ປະ​ເທດ​ທີ່​ປະກອບ​ເປັນ RCEP.

ທ່ານນາງກ່າວວ່າ "ແນ່ນອນຈະມີຂໍ້ໄດ້ປຽບເຊັ່ນການສ້າງໂອກາດໃນການແຂ່ງ ຂັນສໍາລັບຜະລິດຕະພັນຂອງໄທ ແລະອະນຸຍາດໃຫ້ຜູ້ນໍາເຂົ້າໄດ້ຮັບສິນຄ້າລາ ຄາຖືກກວ່າ ຈາກການຍົກເວັ້ນພາສີ, ເຊິ່ງອາດຈະເຮັດໃຫ້ພວກເຂົາເຈົ້າມີ ກໍາໄລຫຼາຍ ຫຼືຂາຍສິນຄ້າທີ່ມີລາຄາຖືກກວ່າ.”

RCEP ລວມມີ​ປະ​ເທດ​ໃນສະມາຄົມ​ປະຊາ​ຊາດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ຫລືອາ​ຊຽນທີ່​ມີ 10 ປະ​ເທດ ພ້ອມ​ທັງ ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອອ​ສເ​ຕຣ​ເ​ລຍ ​ແລະ ນິວຊີ​ແລນ. ຂໍ້​ຕົກລົງ​ດັ່ງກ່າວ​ຈະ​ຫຼຸດ​ອັດຕາ​ພາສີ​ສິນຄ້າ​ລົງ​ຫຼາຍ​ກວ່າ 90 ເປີ​ເຊັນ. ນັ້ນກໍ​ໝາຍ​ຄວາມ​ວ່າ ຜູ້​ສົ່ງ​ອອກ​ຈະ​ຊ່ວຍ​ປະ​ຢັດ​ເງິນ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໄປ​ປະ​ເທດ​ອື່ນ, ລວມ​ທັງ​ຕະ​ຫລາດ​ຈີນ​ທີ່​ໃຫຍ່​ຫລວງນັ້ນ​ອີກ​ດ້ວຍ. ​ເສດຖະ ກິດ​ຂອງ​ອິນ​ໂດ​ເນ​ເຊຍ ​ແລະຫວຽດນາມ ​ແມ່ນ​ເພິ່ງ​ພາອາ​ໄສ ຕໍ່ສົ່ງ​ອອກ​ຢ່າງ​ຫຼວງ​ຫຼາຍ.

ສ່ວນ​ຢູ່​ໃນ​ກຳ​ປູ​ເຈຍນັ້ນ ທ່ານຊອງ ຊາ​ຣອນ (Song Saron), ຫົວໜ້າຜູ້ ບໍລິຫານ ຫລື CEO ຂອງບໍ​ລິ​ສັດສົ່ງເຂົ້າອອກ Amru Rice ຂອງກຳປູເຈຍ ກ່າວວ່າຂໍ້ຕົກລົງການຄ້າດັ່ງກ່າວ ຈະຊ່ວຍໃຫ້ບໍລິສັດຂອງທ່ານຂະຫຍາຍທຸລະ ກິດປຸງແຕ່ງສິນຄ້າຈາກເຂົ້າ ແລະ ມັນຕົ້ນໄດ້ຫຼາຍຂຶ້ນ. ທ່ານຄາດວ່າຈະຈັດສົ່ງ ໝີ່, ແປ້ງ ແລະນ້ໍາມັນຈາກ​ເຂົ້າ​ຮຳ​ເຂົ້າໄປ​ຂາຍ.

ທ່ານຊອງ ຊາ​ຣອນ (Song Saron) ກ່າວວ່າ "ພວກເຮົາຕ້ອງຊອກຫາເທັກໂນ ໂລຈີເພື່ອປຸງແຕ່ງຜະລິດຕະພັນເພື່ອຮັບປະກັນວ່າມັນມີຄຸນນະພາບຄືກັນກັບ ຂອງປະເທດເພື່ອນບ້ານ". "ພວກເຮົາຈະພະຍາຍາມ [ເຮັດຜະລິດຕະພັນ] ເພື່ອແຂ່ງຂັນໃນກອບຂອງການ​ຍົກ​ເວັ້ນພາສີ."

ການ​ສຶກສາ​ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ​ທີ່​ເປັນ​ຜູ້​ໃຫ້​ເງິນ​ກູ້​ດອກ​ເບ້ຍ​ຕ່ຳ ກ່າວ​ວ່າ RCEP ຈະ​ເພີ່ມ​ລາຍ​ຮັບ​ຕົວ​ຈິງ​ຂອງ​ໂລກ​ຂຶ້ນ ​ເຖິງ 186 ຕື້​ໂດ​ລາ​ ​ແຕ່​ວ່າ​ ເງິນ​ທັງ​ໝົດນັ້ນ ມີ​ແຕ່ 21 ຕື້​ໂດ​ລາ ຢູ່​ໃນ​ເຂດເອ​ເຊຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG