ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂລກ ສະ​ແດງປະຕິກິລິຍາ ຕອບ​ໂຕ້ການ​ກະ​ທຳຂອງຣັດເຊຍ ຕໍ່ຢູເຄຣນ


ຜູ້ຊາຍຄົນນຶ່ງຖືປ້າຍສະໜັບສະໜູນຢູເຄຣນ ໃນການປະທ້ວງ ຢູ່ຕໍ່ໜ້າສະຖານທູດຣັດເຊຍ ໃນນະຄອນເບີລິນ ປະເທດເຢຍຣະມັນ ວັນທີ 22 ກຸມພາ 2022.
ຜູ້ຊາຍຄົນນຶ່ງຖືປ້າຍສະໜັບສະໜູນຢູເຄຣນ ໃນການປະທ້ວງ ຢູ່ຕໍ່ໜ້າສະຖານທູດຣັດເຊຍ ໃນນະຄອນເບີລິນ ປະເທດເຢຍຣະມັນ ວັນທີ 22 ກຸມພາ 2022.

ລັດຖະບານຢູ່ໃນທົ່ວໂລກໄດ້ຕອບໂຕ້ຕໍ່ຣັດເຊຍ ທີ່ຮັບຮູ້ຕໍ່ບັນດາເຂດແບ່ງແຍກ ​ດິນ​ແດນ ທາງພາກຕາເວັນອອກຂອງຢູເຄຣນວ່າ ເປັນລັດເອກກະລາດ ດ້ວຍ ການປະນາມ ຈາກຫຼາຍໆປະເທດ ກ່ຽວ​ກັບການເຄື່ອນໄຫວ​ນີ້ ແລະຮຽກຮ້ອງໃຫ້ແກ້ໄຂ​ວິ​ກິດ​ການ​ໂດຍທາງການທູດ.

ເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະປະຊາຊາດ ທ່ານນາງລິນດາ ໂທມັສ ກຣິນຟຽລ ໄດ້ກ່າວໃນຕອນແລງວັນຈັນທີ່ຜ່ານມາວ່າ “ພວກເຮົາຕ້ອງ ເຮັດໃຫ້ເປັນທີ່​ຈະແຈ້ງວ່າ ການໂຈມຕີຢູເຄຣນແມ່ນການໂຈມຕີຕໍ່ອະທິປະໄຕ ຂອງທຸກໆປະເທດສະມາຊິກສະຫະປະຊາຊາດແລະກົດບັດສະຫະປະຊາຊາດ ແລະຈະໄດ້​ຮັບການຕອບໂຕ້ຢ່າງໄວ ແລະ ​ມີ​ຜົນຮ້າຍແຮງ ທີ່ຈະຕິດຕາມມາ. ພວກເຮົາຍັງສືບຕໍ່ເຊື່ອວ່າ ໂຕະການທູດເປັນພຽງບ່ອນດຽວ ​ບ່ອນທີ່​ປະ​ເທດ​ທີ່ມີຄວາມຮັບຜິດຊອບ ແກ້ໄຂບັນ​ຫາ​ທີ່ແຕກຕ່າງ​ກັນ​ຂອງ​ພວກເຂົາເຈົ້າ.”

ໂຄສົກຄົນນື່ງ ຂອງເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣສ ໄດ້ກ່າວວ່າ ຜູ້ນຳສະຫະປະຊາຊາດໄດ້ພິຈາລະນາ​ວ່າ ການຕັດສິນໃຈຂອງຣັດເຊຍ “ບໍ່​ສອດ​ຄ່ອງກັບຫລັກການ” ​ຢູ່​ໃນກົດບັດສະຫະປະຊາຊາດ ແລະລະເມີດ​ຕໍ່ອະທິປະໄຕຂອງຢູເຄຣນ.

ກະຊວງຕ່າງປະເທດຂອງເທີກີ ໄດ້ອອກຖະແຫຼງການສະ​ບັບ​ນຶ່ງໃນຕອນເຊົ້າວັນອັງຄານວານນີ້ ​ເອີ້ນການປະຕິບັດຂອງຣັດເຊຍວ່າ “ເປັນການລະເມີດທີ່​ຈະແຈ້ງຕໍ່ຄວາມ​ເປັນ​ເອກ​ກະ​ພາບ​ທາງ​ດ້ານການເມືອງຂອງຢູເຄຣນ ອະທິປະໄຕ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຢູ​ເຄ​ຣນ.”

ຢູ່ປາຣີ ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານຊັງ ເລີ ດຣຽນ ໄດ້ປະນາມການ ເຄື່ອນໄຫວຂອງຣັດເຊຍ ແລະກ່າວວ່າ ຈະພົບກັບການລົງໂທດ.

ຫົວໜ້ານະໂຍບາຍ​ການ​ຕ່າງ​ປະ​ເທດ​ຂອງສະຫະພາບຢູໂຣບ ທ່ານໂຈເ​ຊັຟ ບໍແຣລ ກ່າວວ່າ ສະຫະ​ພາບ​ງໍຢູໂຣບ ຈະບໍ່​ທຳການລົງໂທດຢ່າງເຕັມທີ່ໃນເວລານີ້​ເທືີ່ອ ແຕ່ຈະວາງມາດຕະການເພື່ອຕອບໂຕ້ຕໍ່ການປະກາດຂອງປະ ທານາທິບໍດີຣັດເຊຍ ທ່ານວລາດີເມຍ ປູຕິນ ໃນວັນຈັນທີ່ຜ່ານມາ.

ລັດຖະມົນຕີອັງກິດ ທ່ານບໍຣິສ ຈອນສັນ ໄດ້ປະກາດມາດຕະການ “ລົງ​ໂທດທີ່​ແຂງ​ຂັນ” ຖ້າຫາກຣັດເຊຍບຸກລຸກຢູເຄຣນແລະໄດ້ຮ້ອງການປະຕິບັດຂອງປູຕິນ ວ່າ “ລະເມີດຢ່າງ​ເປີດ​ແປນ” ​ຕໍ່ອະທິປະໄຕ​ຂອງຢູເຄຣນ.

ເອກອັກຄະລັດຖະທູດຈີນ ທ່ານຊັງ ຈຸນ ປະຈຳສະຫະປະຊາຊາດ ​ຮຽກຮ້ອງໃຫ້ທຸກພັກຝ່າຍພາກັນ​ໃຊ້​ຄວາມຢັບຢັ້ງ ແລະ “ຊອກຫາການແກ້ໄຂທີ່ມີເຫດຜົນ.”

ກະຊວງຕ່າງປະເທດອີຣ່ານ ຍັງໄດ້ຮຽກຮ້ອງໃຫ້ໃຊ້​ຄວາມຢັບຢັ້ງ ໃນຂະນະທີ່ຖີ້ມໂທດ​ໃສ່ “ການເຂົ້າແຊກແຊງ ແລະການ​ທ້າ​ທາຍ​ເກາະ​ຜິດ ຂອງເນໂ​ຕ້ ແລະໂດຍສະເພາະສະຫະລັດ” ທີ່ເຮັດໃຫ້ສະຖານະການມີ​ຄວາມ​ສະ​ຫລັບ​ຊັບຊ້ອນຢູ່ໃນຂົງເຂດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG