ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຕິ​ກິ​ລິ​ຍາ​ຂອງ​ໂລກ ຕໍ່​ການ​ເລືອກ​ຕັ້ງ​ ຢູ່​ໄຕ້​ຫວັນ


ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ​ຫຼາຍ ຈິງ ເຕ້ ຫຼື​ວິ​ລ​ລຽມ​ຫຼາຍ ​ຮອງ​ປະ​ທາ​ນາ​ທິ​ບໍ​ດິ​ໄຕ້​ຫວັນ ພາ​ກັນ​ຮ້ອງ​ໂຮ ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ ທີ່​ທ່ານ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທ​ິ​ບໍ ໃນ​ວັນ​ເສົາ​ວານນີ້ ທີ່​ນະ​ຄອນ​ໄທ​ເປ ວັນ​ທີ 13 ມັງ​ກອນ 2024.
ບັນ​ດາ​ຜູ້​ສະ​ໜັບ​ສະ​ໜຸນ​ທ່ານ​ຫຼາຍ ຈິງ ເຕ້ ຫຼື​ວິ​ລ​ລຽມ​ຫຼາຍ ​ຮອງ​ປະ​ທາ​ນາ​ທິ​ບໍ​ດິ​ໄຕ້​ຫວັນ ພາ​ກັນ​ຮ້ອງ​ໂຮ ສະ​ແດງ​ຄວາມ​ດີ​ອົກ​ດີ​ໃຈ ທີ່​ທ່ານ​ໄດ້​ຊະ​ນະ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທ​ິ​ບໍ ໃນ​ວັນ​ເສົາ​ວານນີ້ ທີ່​ນະ​ຄອນ​ໄທ​ເປ ວັນ​ທີ 13 ມັງ​ກອນ 2024.

ຕໍ່​ໄປ​ນີ້​ແມ່ນປະ​ຕິ​ກິ​ລິ​ຍາ​ ຈາກ​ບັນ​ດາ​ຜູ້​ນຳ​ຂອງ​ຕ່າງ​ປະ​ເທດ ແລ​ະ​ເຈົ້າ​ໜ້າ​ທີ່​ຈຳ​ນວນ​ນຶ່ງ ຕໍ່​ຜົນ​ຂອງ​ການ​ເລືອກ​ຕັ້ງ​ຂອງ​ໄຕ້​ຫວັນ ​ໃນວັນ​ເສົາວານນີ້ ທີ່​ໄດ້​ຮັບ​ໄຊ​ຊະ​ນະ​ໂດຍ​ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ​ຫຼື DPP ຂອງ​ທ່ານ​ຫຼາຍ ຈິງ ເຕ້. ພັກ​ຂອງ​ທ່ານ​ຫຼາຍ ແມ່ນຢາກ​ໃຫ້​ໄຕ້​ຫວັນ​ຮັກ​ສາ​ຄວາມ​ເປັນ​ເອກ​ກະ​ລັກ​ຂອງ​ຕົນ​ ແລະ​ປະ​ຕິ​ເສດ​ຕໍ່​ການ​ອ້າງ​ກຳ​ມະ​ສິດ​ເອົາ​ເຂດ​ນ້ຳ​ແດນ​ດິນ​ຂອງ​ຈີນ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ຫ້ອງ​ການ​ຮັບ​ຜິດ​ຊອບ​ກິດ​ຈະ​ການ​ໄຕ້​ຫວັນ​ຂອງ​ຈີນ

ຫ້ອງ​ການ​ຮັບ​ຜິດ​ຊອບ​ກິດ​ຈະ​ການ​ໄຕ້​ຫວັນ​ຂອງ​ຈີນ ກ່າວ​ວ່າ ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ທ່ານ​ຫຼາຍ ຈະ​ບໍ່​ພາ​ໃຫ້​ມີ​ການ​ປ່ຽນ​ແປງ ​ຕໍ່​ພື້ນ​ຖານ​ຂອງ​ສະ​ຖາ​ນະ​ພາບ​ ໃນ​ຄວາມ​ສຳ​ພັນ​ຂ້າມ​ຊ່ອງ​ແຄບແຕ່​ປະ​ການ​ໃດ.

ໃນ​ຖະ​ແຫຼງ​ການ​ທີ່​ພິມ​ເຜີຍ​ແຜ່​ໂດຍ​ອົງ​ການ​ຂ່າວ​ຊິນ​ຫົວ ຂອງ​ທາງ​ການ​ຈີນນັ້ນ ທ່ານ​ເຈນ ບິນ​ຫົວ ໂຄ​ສົກ​ຂອງ​ຫ້ອງ​ການ​ດັ່ງ​ກ່າວ​ເວົ້າ​ວ່າ ຜົນ​ຂອງ​ການ​ເລືອກ​ຕັ້ງ​ສ​ະ​ແດງ​ໃຫ້​ເຫັນ​ວ່າ ພັກ​ປະ​ຊາ​ທິ​ປະ​ໄຕ​ກ້າວ​ໜ້າ ບໍ່ສາ​ມາດ​ເປັນ​ຜູ້​ຕາງ​ໜ້າ​ຫາງ​ສຽງ​ມະ​ຫາ​ຊົນ​ຫຼັກ​ຂອງ​ເກາະ​ດັ່ງ​ກ່າວ.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ

ພວກ​ເຮົາ​ບໍ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ຄວາມ​ເປັນ​ເອກ​ກະ​ລາດ…” ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ກ່າວ ເມື່ອ​ມີ​ການ​ຖາມ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍາ ໃນ​ການ​ເລືອກ​ຕັ້ງ​ມື້​ວານນີ້. ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ກ່ອນ​ການ​ປ່ອນ​ບັດ​ເລີ້ມ​ຂຶ້ນ ວໍ​ຊິງ​ຕັນ​ໄດ້​ເຕືອນ​ວ່າ “ມັນ​ຈະ​ເປັນ​ສິ່ງ​ທີ່​ຮັບ​ເອົາ​ບໍ່​ໄດ້” ຕໍ່ “ປະ​ເທດ​ໃດ​ກໍ​ຕາມ” ທີ່​ຈະ​ແຊກ​ແຊງ​ໃນ​ການ​ເລືອກ​ຕັ້ງ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັງ​ກິດ ທ່ານ​ເດ​ວິດ ຄາ​ເມ​ຣອນ

ທ່ານ​ຄາ​ເມ​ຣອນ​ໄດ້​ສະ​ແດງ​ຄວາມ​ດີ​ໃຈ ​ໃນ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ທ່ານ​ຫຼາຍ ແລະ​ກ່າວ​ວ່າ ທ່ານ​ຫວັງ​ວ່າ​ໄຕ້​ຫວັນ​ແລະ​ຈີນ ຈະ​ຟື້ນ​ຟູ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຫາ​ທາງ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ດ້ວຍ​ສັນ​ຕິ​ວິ​ທີ.

“ການ​ເລືອກ​ຕັ້ງ​ໃນ​ມື້ນີ້ ແມ່ນ​ຫຼັກ​ຖານ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ປະ​ຊາ​ທິ​ປະ​ໄຕ​ແບບ​ມີ​ຊີ​ວິດ​ຊີ​ວາ​ຂອງ​ໄຕ້​ຫວັນ” ທ່ານ​ຄາ​ເມ​ຣອນ​ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະບັບ​ນຶ່ງ. “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ທັງ​ສອງ​ຝ່າຍ​ຈະ​ຮື້​ຟື້ນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ໃໝ່​ອີກ ເພື່ອ​ແກ້​ໄຂ​ຄວາມ​ແຕກ​ຕ່າງ​ດ້ວຍ​ສັນ​ຕິ​ວິ​ທີ​ ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ຫາ​ລື​ໃນ​ທ້າງ​ສ້າງ​ສັນ ໂດຍ​ປາ​ສະ​ຈາກ​ການ​ຂົ່ມ​ຂູ່​ຫຼື​ການ​ໃຊ້​ກຳ​ລັງ​ຫຼື​ການບັງ​ຄັບ​.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ນາງ​ໂຢ​ໂກະ ກາ​ມີ​ກາ​ວະ

​ຍີ່​ປຸ່ນ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່​ການ​ໄດ້​ຮັບ​ເລືອກ​ຂອງ​ທ່ານ​ຫຼາຍ ແລະ​ການ​ລົງ​ຄະ​ແນນ​ສຽງ​ທີ່​ດຳ​ເນີນ​ໄປ​ດ້ວຍ​ຄວາມ​ລາບ​ລື່ນ ລັດ​ຖະ​ມົນຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ ທ່ານ​ນາງ​ໂຢ​ໂກະ ກາ​ມີ​ກາ​ວະ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ.

“ພວກ​ເຮົາ​ຫວັງ​ວ່າບັນ​ຫາ​ກ່ຽວ​ກັບ​ໄຕ້​ຫວັນ ຈະ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນ​ຕິ​ວິ​ທີ ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ຫາ​ລື ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ຢູ່​ໃນ​ຂົງ​ເຂດ ຖະ​ແຫຼງ​ການ​ກ່າວ.

“ສຳ​ລັບ​ຍີ່​ປຸ່ນ​ແລ້ວ ໄຕ້​ຫວັນ​ແມ່ນ​ພາ​ຄີ​ ແລະ​ເພື່ອ​ນ​ມິດ​ທີ່​ສຳ​ຄັນ ຊຶ່ງ​ມີ​ຫຼັກ​ຄຸນ​ຄ່າ​ພື້ນ​ຖານ​ຮ່ວມ​ກັນ ແລະ​ມີ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ທາງ​ດ້ານ​ເສດ​ຖະ​ກິດ ແລະ​ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ກັບ​ປະ​ຊາ​ຊົນ” ຖະ​ແຫຼງ​ການ​ກ່າວ ຊຶ່ງ​ໄດ້​ຢ້ຳ​ເຖິງ​ທ່າ​ທີ​ຕາມ​ປົກ​ກະ​ຕິ​ຂອງ​ຍີ່​ປຸ່ນ​ກ່ຽວ​ກັບ​ໄຕ້​ຫວັນ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຣັດ​ເຊຍ

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ນາງ​ມາ​ຣີ​ອາ ຊັກ​ກາ​ໂຣ​ວາ ໄດ້​ໃຫ້​ຄວາມ​ເຫັນ​ຫຼັງ​ຈາກ​ການ​ປ່ອນ​ບັດ ໂດ​ຍ​ກ່າວ​ວ່າ ມົ​ສ​ກູ​ຈະ​ສືບ​ຕໍ່​ຖື​ວ່າ​ໄຕ້​ຫວັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG