ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

WHO ຊຸກຍູ້ ໃຫ້​ຫ້າມ​​ ໂຄສະນາ​​ແລະສົ່ງ​ເສີມ ຢາສູບ ໃນວັນບໍ່ສູບຢາໂລກ (ວີດິໂອ)


ພວກນັກເຄຶ່ອນໄຫວປຸກລະດົມໃຫ້ຄົນເຊົາສູບຢາ ພາກັນແຕ່ງ ຊຸດ ເປັນຜີ ແລະກອກຢາ ເນຶ່ອງໃນວັນຂີດໝາຍບໍ່ສູບຢາຂອງໂລກ
ພວກນັກເຄຶ່ອນໄຫວປຸກລະດົມໃຫ້ຄົນເຊົາສູບຢາ ພາກັນແຕ່ງ ຊຸດ ເປັນຜີ ແລະກອກຢາ ເນຶ່ອງໃນວັນຂີດໝາຍບໍ່ສູບຢາຂອງໂລກ
ມື້​ນີ້ວັນ​ສຸກ​ທີ 31 ພຶດສະພາ ​ແມ່ນວັນ​ບໍ່​ສູບຢາ​ໂລກ ​ແລະ​ຂໍ້ຄວາມ​
ຈາກ​ອົງການ​ອະ​ນາ​ໄມ​ໂລກ ຫຼື WHO ​ໄປ​ຍັງ​ລັດຖະບານ​ຕ່າງໆ​
ໃນ​ທົ່ວ​ໂລກ ​ກໍ​ຄື ​ຫ້າມ​ບໍ່ໃຫ້​ມີ​ການ​ໂຄສະນາ​ ​ສົ່ງ​ເສີມ ​ແລະອຸ​ບປະ
ຖໍາຢາສູບ. ນັ້ນ​ກໍ​ເພື່ອ​ພະຍາຍາມ​ແ​ລະ​ປ້ອງ​ກັນ​ ບໍ່​ໃຫ້ເດັກນ້ອຍ​
ຮຽນ​ສູບຢາ ​ແລະ​ຊຸກຍູ້​ພວກ​ທີ່​ສູບຢາ​ໃຫ້​ເຊົາ​ສູບ. Carol Pear
son ຜູ້​ສື່​ຂ່າວ​ວີໂອ​ເອ ລາຍ​ງານ​ວ່າ ຢາສູບ​ໄດ້​ເອົາ​ຊີວິດ​ພວກ​ຄົນ​
ໄປ ​ເກືອບ​ຫົກ​ລ້ານ​ຄົນ ​ໃນແຕ່ລະ​ປີ ​ແລະ​ຈໍ​າ ນວນ​ຜູ້​ເສຍ​ຊີວິດ​
ຈາກ​ການ​ສູບຢານັ້ນ ກໍ​ຄາດ​ວ່າ​ ມີ​ແຕ່​ຈະ​ເພີ່ມ​ຂຶ້ນ​ໄປ​ເລື້ອຍໆ.
ທອງ​ປານ​ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ເບິ່ງວີດີໂອພາສາອັງກິດ ກ່ຽວກັບລາຍງານ:

WHO Urges Countries to Ban Tobacco Advertising, Promotion and Sponsorship.
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ

ນັ້ນ​ແມ່ນ​ສຽງ​ຂອງ​ນາງ Terrie Hall ຜູ້​ເຄີຍ​ສູບຢາ​ມາ​ກ່ອນ ລູກຫຼານ ຂອງ​ລາວ​ຈະ​ບໍ່​ມີ​
ວັນ​ຮູ້​ໄດ້​ວ່າ​ ລາວ​ມີ​ສຽງເວົ້າ​ແນວ​ໃດ​ ກ່ອນ​ທີ່​ລາວ​ຈະ​ເປັນໂຣກມະເຮັງ. ນາງ Hall ​ເປັນ​
ສ່ວນນຶ່ງ​ໃນ​ການ​ປຸກລະດົມຊຸດ​ໃໝ່ ຂອງສູນ​ກາງ​ຄວບ​ຄຸມພະ​ຍາດ​ສະຫະລັດ ຫຼື CDC
ທີ່ນໍາເອົາເລຶ່ອງ ລາວ​ຂອງພວກ​ທີ່​ເຄີຍ​ສູບຢາ​ມາ​ກ່ອນ​ນັ້ນ ອອກ​ມາ​ເຜີຍ​ແຜ່.

Bill Busse ກໍ​ເປັນ​ຜູ້ນຶ່ງ​ທີ່​ເຄີຍ​ສູບຢາ​ມາ​ກ່ອນ​.

Bill Busse ​ເວົ້າ​ວ່າ: “​ເ​ມື່ອປີຜ່ານມາ ໝໍ​ຕ້ອງ​ໄດ້​ຕັດຂາ​ຊ້າຍ​ຂ້ອຍ​ອອກ ຍ້ອນ​
ເລືອດ​ໄຫຼວົນບໍ່​ໄດ້​ດີ. ຫຼັງຈາກ​ຜ່າ​ຕັດ​ແລ້ວ ຂ້ອຍ​ກົ້ມ​ເບິ່ງ ກໍ​ບໍ່​ເຫັນ​ຕີນ​ຂ້ອຍ​
ອີກແລ້ວ ນັ້ນຫຼະຄື​ມື້​ທີ່ຂ້ອຍ​ເຊົາ​ສູບຢາ.”


ການ​ປຸກ​ລະດົມ​ດັ່ງກ່າວ​ນີ້ ​ແມ່ນ​ໄດ້​ສ້າງ​ໃຫ້​ເກີດ​ຄວາມ​ສົນ​ໃຈ​ຄືນ​ອີກ​ໃນ​ການ​ເຊົາ​ສູບຢາ
ອິງ​ຕາມ Dr. Thomas Frieden ປະ​ຈໍາ​ສູນ​ກາງ​ຄວບ ຄຸມພະ​ຍາດ ຫຼື CDC

Dr. Thomas ​ເວົ້າ​ວ່າ: “ການ​ເຊົາ​ສູບຢາ​ກໍ​ຄື​ສິ່ງ​ດຽວ​ທີ່​ມີ​ປະສິດທິ​ຜົນ​ທີ່​ສຸດ ທີ່​ເຮົາ​
ສາມາດ​ເຮັດ​ໄດ້​ ເພື່ອ​ປັບປຸງ​ສຸຂະພາບ​ຂອງ​ເຮົາ​ໃຫ້​ດີ​ຂຶ້ນ.”


​ແຕ່​ມັນ​ກໍ​ຍາກຫຼາຍ. ຄື​ມີພຽງ 10 ​ເປີ​ເຊັນເທົ່າ​ນັ້ນຂອງ​ຜູ້​ສູບຢາ ທີ່​ພາກັນ​ເຊົາ​ສູບຢາ ​ໃນ​
ປີນຶ່ງໆ ອິງ​ຕາມ​ທ່ານນາງ Joanna Cohen ຈາກ​ໂຮງຮຽນ​ສາທາລະນະ​ສຸກຂອງມະຫາ
ວິທະຍາ​ໄລ Johns Hopkins ​ລັດ Maryland ທີ່ເວົ້າ​ຕໍ່​ວີ​ໂອ​ເອ ຜ່ານ Skype ວ່າ:

“ ການ​ໃຊ້​ຢາ​ ຫຼືສູບຢາ ຄື​ການເສບຕິດ​ຢ່າງ​ນຶ່ງ ແລະມັນ​ເປັນຄວາມ​ປະພຶດ​ຂອງ​
ມະນຸດ​ທີ່​ສັບສົນຫຼາຍສົມຄວນ. ສະ​ນັ້ນ​ ລອງຄິດ​ຫາ​ຄວາມ​ປະພຶດ​ຢ່າງ​ໃດ​ຢ່າງ​ນຶ່ງ​
ໃນ​ຕົວ​ທ່ານເອງ​ເບິ່ງ ທີ່​ທ່ານຢາກ​ປ່ຽນ. ມັນ​ກໍ​ບໍ່​ແມ່ນ​ເລຶ່ອງງ່າຍ​ເລີຍ.”


ດ້ວຍ​ເຫດນີ້ ສູນກາງ CDC ຈຶ່ງ​ບອກ​ພວກ​ສູບຢາ​ທັງຫຼາຍ ​ໃຫ້​ພາກັນ​ປຶກສາ​ໝໍ ​ຂໍຄວາມ​
ຊ່ວຍ​ເຫຼືອ ຄື Bill Busse ນັ້ນ.

ລາວເ​ວົ້າວ່າ: “​ໃນ​ບັ້ນ​ສຸດ​ທ້າຍ​ແລ້ວ ພວກ​ນາຍໝໍ​ຂອງ​ຂ້ອຍ​ ກໍຊ່ວຍ​ໃຫ້​ຂ້ອຍ​
ເຊົາ​ສູບຢາ​ໄດ້. ນອກຈາກຕັດຂາ​ຂ້ອຍແລ້ວ ໝໍ​ຍັງ​ໄດ້ສັ່ງ​ຢາ​ໃຫ້​ຂ້ອຍ ​ແລະ​
ໃຫ້​ຄໍາ​ປຶກສາແນະນໍາ.”


ນັ້ນ​ຄື​ຂໍ້ຄວາມ ​ທີ່​ສູນ​ກາງ​ຄວບ​ຄຸມພະ​ຍາດ ຫຼື CDC ຢາກ​ໃຫ້​ພວກ​ຄົນ​ໄດ້​ຮູ້ໄວ້. Dr.
JeffCain ​ເປັນຫົວໜ້າ​ສະ​ຖາ​ບັນ​ໝໍ​ປະ​ຈໍາ​ຄອບຄົວອາເມຣິກັນ ຫຼື AAFP.

Dr. Cain ​ເວົ້າ​ວ່າ: “ປັດຈຸບັນ​ນີ້ ເຂົາ​ເຈົ້າ​ມີ​ຢາ​ຊະນິດ​ຕ່າງໆ​ ທີ່​ສາມາດ​ຊ່ວຍ​ໃຫ້
ເຊົາ​ຢາໄດ້​ຢ່າງສໍາ​ເລັດ​ຜົນ ເຖິງ​ສອງ​ເທົ່າຕົວ. ນອກ​ເໜືອ​ຈາກ​ນັ້ນ​ແລ້ວ​ ເຂົາ​ເຈົ້າ
ຍັງສາມາດ​ເຊື່ອມໂຍງ​ພວກ​ຄົນ​ເຈັບ​ ​ເຂົ້າກັບ​ຊັບ​ພະຍາກອນ​ຕ່າງໆ​ທີ່​ມີ​ຢູ່ ໃນ​ປະ
ຊາ​ຄົມ ທີ່​ພວກ​ເຂົາ​ເຈົ້າສາມາດ​ໄດ້​ຮັບ​ນັ້ນ.”


ລັດ​ຖະບານ​ສະຫະລັດ​ໄດ້​ເຕືອນ​ປະຊາຊົນ ​ກ່ຽວ​ກັບ​ຜົນ​ກະທົບ​ ທີ່​ເປັນ​ອັນຕະລາຍ​ຂອງ​
ຢາສູບນັ້ນ​ ມາ​ໄດ້ 50 ປີ​ແລ້ວ. ປະ​ເທດ​ອື່ນໆ​ກໍ​ພາກັນເຮັດແບບ​ດຽວ​ກັນ​ນີ້ ​ເຊັ່ນ​ປະ​ເທດ​
ໄທ ​ທີ່ບັງຄັບ​ໃຫ້​ມີຮູບທີ່ໜ້າຢ້ານ ​ເຕືອນຢູ່​ຊອງຢາ. ສ່ວນ​ປະ​ເທດ​ເທີ​ກີແລະຣັດ​ເຊຍກໍໄດ້
ຮັບ​ຜ່ານກົດໝາຍຄວບ​ຄຸມ​ຢາສູບ​ທີ່​ເຄັ່ງ​ຄັດ ຊຶ່ງ​ຢູ່ຣັດ​ເຊຍ​ນັ້ນ ​ແມ່ນ​ຈະ​ເລີ່​ມມີ​ຜົນ​ບັງຄັບ​
ໃຊ້​ໃນເດືອ​ນມິຖຸນານີ້. ທ່ານ​ນາງ Joanna Cohen ​ເວົ້າ​ວ່າ ສໍາລັບຣັດ​ເຊຍ​ນັ້ນ​ ເຫດຜົນ
ສ່ວນ​ນຶ່ງ​ກໍ​ແມ່ນ ຍ້ອນຄ່າ​ໃຊ້​ຈ່າຍ​ສູງຫຼາຍ ​ໃນການ​ຮັກສາ​ສຸຂະພາບ​.

ທ່ານນາງ Joanna ​ເວົ້າ​ວ່າ: “ປະຊາຊົນ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ເສຍ​ຊີວິດ​ແຕ່​ຍັງ
ໜຸ່ມຫຼາຍ ຄື​ໄວ​ເກີນ​ກວ່າ​ ທີ່​ຄວນ​ຈະ​ເປັນ."


ອົງການ​ອະນາ​ໄມ​ໂລກ ຫຼື WHO ​ເວົ້າ​ວ່າ ສີ່​ໃນ​ຫ້າຄົນ​ໃດ​ ທີ່ເສຍ​ຊີວິດ ຍ້ອນພະຍາດ​ທີ່​
ພົວພັນ​ກັບ​ການ​ສູບຢາ​ນັ້ນ ​ແມ່ນ​ຢູ່​ໃນ​ພວກ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ຕໍ່າ ​ແລະປານ​ກາງ.
ພວກປະ​ເທດ​ເຫຼົ່ານີ້ ​ມີ​ພາລະ​ແບກ​ຫາບທີ່ໃຫຍ່ຫຼວງ ​ຍ້ອນພະຍາດ​ດັ່ງ​ກ່າວ​ນີ້​ ແລະ​ການ​
ເສຍ​ຊີວິດ​ກ່ອນໄວອັນ​ຄວນ​. ອິງ​ຕາມ WHO ນັ້ນ ​ປະ​ເທດ​ເຫຼົ່ານີ້ ​ແມ່ນບ່ອນ​ທີ່ອຸດສາ
ຫະກໍາ​ຢາສູບ​ພະຍາຍາມ ສະ​ແຫວ​ງຫາ​ຜູ້​ສູບຢາ​ລາຍ​ໃໝ່ໆ.
XS
SM
MD
LG