ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ບັນດາຜູ້ນຳໂລກ ຈະເຊັນ ຂໍ້ຕົກລົງ ກ່ຽວກັບ ດິນຟ້າອາກາດ ຄັ້ງປະຫວັດສາດ


World Leaders to Sign Climate Accord
please wait

No media source currently available

0:00 0:02:03 0:00

ບັນດາ​ຜູ້ນຳ​ຈາກຫລາ​ຍ​ເຖິງ 170 ປະ​ເທດ ມີ​ກຳນົດ​ທີ່​ຈະ​ໄປ​ເຕົ້າ​ໂຮມ​ກັນ​ຢູ່ທີ່​ສຳນັກ​ງານ ໃຫຍ່ອົງການສະຫະ​ປະຊາ​ຊາດ ​ໃ​ສ​ນະຄອນ New York ​ໃນ​ວັນ​ສຸກ​ມື້​ນີ້ ​ເພື່ອ​ເຊັນ​ຂໍ້​ຕົກ ລົງ Paris ກ່ຽວ​ກັບການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດສີ່​ເດືອນ​ຫລັງ​ຈາກ​ຂໍ້​ຕົກ​ລົງດັ່ງກ່າວ ​ໄດ້​ເລີ້ມມີ​ການເຈລະຈາ​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ດກ່່າວວ່າ ພິທີ​ລົງ​ນາມ​ໃນ​ວັນ​ສຸກ​ມື້​ນີ້ ຈະ​ເປັນຂີດໝາຍຄັ້ງ​ ທຳ​ອິດ​ຂອງ​ການ​ທູດ​ໂລກ ​ເພາະວ່າ ບໍ່​ມີເວລາ​ໃດ​ໃນ​ປະຫວັດສາດທີ່​ມີ​ຫລາຍ​ປະ​ເທດ​ລົງ​ ນາມ​ຂໍ້​ຕົກລົງໃນ​ທຳນອງ​ນີ້.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ແລະອີກຫລາຍກວ່າ 60 ປະທານາທິບໍດີ ນາຍົກລັດຖະມົນຕີ ແລະເຈົ້າໜ້າທີ່ຂັ້ນສູງກວ່າ 130 ປະເທດເຕົ້າໂຮມກັນທີ່ ນະຄອນ New York.
ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານ Ban Ki-moon ແລະອີກຫລາຍກວ່າ 60 ປະທານາທິບໍດີ ນາຍົກລັດຖະມົນຕີ ແລະເຈົ້າໜ້າທີ່ຂັ້ນສູງກວ່າ 130 ປະເທດເຕົ້າໂຮມກັນທີ່ ນະຄອນ New York.

ພິທີລົງ​ນາມ​ອາດ​ເຮັດ​ໃຫ້​ຂໍ້​ຕົກລົງດັ່ງກ່າວ​ ຢູ່​ໃນເສັ້ນທາງໄປ​ສູ່​ການຈັດຕັ້ງປະຕິບັດ​ຢ່າງ​ ວ່ອງ​ໄວ ກ່ອນກຳນົດ​ເສັ້ນ​ຕາຍ​ທີ່​ໄດ້​ວາງໄວ້​ໃນ​ປີ 2020 ​ເຖິງ​ແມ່ນ​ວ່າ​ຍັງ​ຈະ​ຜ່ານຂັ້ນຕອນ​ການ​ດຳ​ເນີນ​ນະ​ໂຍບາຍ​ພາຍ​ໃນ​ປະ​ເທດ ລະຫວ່າງ​ບັນດາ​ປະ​ເທດທີ່​ລົງ​ນາມ.

ລັດຖະມົນຕີ​ຕ່າງປະ​ເທດສະຫະລັດ ທ່ານ John Kerry ຈະ​ເປັນ​ຜູ້ຕາງໜ້າ​ສະຫະລັດ ​ ​ເຂົ້າຮ່ວມ​ພິທີລົງ​ນາມ.

ການຳໃຊ້ຄືນພະລັງງານເຊັ່ນວ່າ ແສງຕາເວັນ ລົມ ແລະ ເຄື່ອນໄຟຟ້າ.
ການຳໃຊ້ຄືນພະລັງງານເຊັ່ນວ່າ ແສງຕາເວັນ ລົມ ແລະ ເຄື່ອນໄຟຟ້າ.

ຂໍ້​ຕົກລົງ​ນີ້ ​ແມ່ນ​ໝາກຜົນ​ຂອງ​ກອງ​ປະຊຸມ ​ໃນ​ເດືອນ​ທັນວາ ຢູ່​ນະຄອນຫລວງ Paris ​ແລະ​ເປັນ​ຄວາມ​ກ້າວໜ້າ​ທີ່​ສຳຄັນ ​ຂອງການເຈລະຈາ ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ຢູ່​ໃນ​ທົ່ວ​ ໂລກ. ຄວາມ​ພະຍາ​ຍາມ​ເທື່ອ​ກ່ອນ ທີ່​ຈະ​ບັນລຸ​ຂໍ້​ຕົກລົງ​ ໃນ​ປີ 2009 ​ໄດ້​ປະສົບ​ກັບ​ອຸບ ປະສັກ ຍ້ອນ​ການ​ບໍ່​ລົງ​ຮອຍ​ກັນ​ ລະຫວ່າງບັນດາ​ປະ​ເທດທີ່​ຮັ່ງມີແລະ​ທຸ​ກຈົນ ກ່ຽວ​ກັບ ວ່າບົດບາດ​ຂອງເຂົາ​ເຈົ້າ​ ຈະ​ກະທຳຢ່າງ​ໃດ​ໃນ​ການ​ຕໍ່​ສູ້​ກັບ​ການ​ປ່ຽ​ນ​ແປງ​ຂອງດິນຟ້າ​ ອາກາດ.

ຂໍ້ຕົກລົງທີ່ຈະຈຳກັດອຸນຫະພູມບໍ່ໃຫ້ເພີ້ມຂຶ້ນເກີນ 2 ອົງສາ.
ຂໍ້ຕົກລົງທີ່ຈະຈຳກັດອຸນຫະພູມບໍ່ໃຫ້ເພີ້ມຂຶ້ນເກີນ 2 ອົງສາ.

ພາຍ​ໃຕ້​ຂໍ້​ຕົກລົງ Paris ນີ້ ບັນດາ​ປະ​ເ​ທດຮັ່ງ​ມີ​ຈະ​ສະ​ເໜີ​ສະໜັບສະໜູນ​ດ້ານ ການ​ເງິນ ໃຫ້ແກ່​ບັນດາປະ​ເທດທີ່​ທຸກ​ຈົນ ​ເພື່ອ​ຊ່ວຍ​ຫລຸດຜ່ອນ ການ​ປ່ອຍ​ແກັສ ​ເຮື​ອນ​ແກ້ວຂອງ ​ເຂົາ​ເຈົ້າ​ແລະ​ປັບ​ໂຕ​ເຂົ້າກັບການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ. ຈຳນວນ​ເງິນ​ໂດ​ລາ​ທີ່​
ແທ້​ຈິງ​ນັ້ນ​ບໍ່​ໄດ້​ກຳ​ນົດກັນ​ຢູ່​ໃນ​ຂໍ້​ຕົກ​ລົງ​ແຕ່ກໍ​ໄດ້​ເປີ​ດກ້ວາງ ປະຕູສຳລັບ​ປະ​ເທດ​ທີ່​ມີ​ ເສດຖະກິດພຸ່ງ​ພົ້ນ​ໃໝ່ ​ຄື​ດັ່ງ​ຈີນ ​ເພື່ອ​ປະກອບສ່ວນ​ເຂົ້າ ຮ່ວມ ເຖິງ​ແ​ມ່ນວ່າ​ບໍ່​ໄດ້​ມີ​ການ​ ບັງຄັບໃຫ້ຕ້ອງ​ໄດ້​ປະຕິບັດກໍ​ຕາມ.

ຂໍ້ຕົກລົງວາງເສັ້ນທາງໄປສູ່ການຫລຸດຜ່ອນແກັສເຮືອນແກ້ວ ທີ່ເປັນຜົນກະທົບຕໍ່ຄວາມອົບອຸ່ນ.
ຂໍ້ຕົກລົງວາງເສັ້ນທາງໄປສູ່ການຫລຸດຜ່ອນແກັສເຮືອນແກ້ວ ທີ່ເປັນຜົນກະທົບຕໍ່ຄວາມອົບອຸ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG