ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳໂລກ ໃຫ້ຄວາມເຫັນແບບ ປະສົມປະສານ ຕໍ່ຄວາມວຸ້ນວາຍ ຢູ່ລັດຖະສະພາ


ໜັງສືພິມອີຕາລີໜ້າທຳອິດ ວັນພະຫັດ ວັນທີ 7 ມັງກອນ 2021 ພາດຫົວເລື້ອງວ່າ "ຈຸດຈົບ" “ສຽງປືນປະຊາທິປະໄຕ” ແລະ "ສະຫະລັດ ວັນລັດຖະປະຫານ” ແລະ "ໂຈມຈີສະພາສະຫະລັດ."
ໜັງສືພິມອີຕາລີໜ້າທຳອິດ ວັນພະຫັດ ວັນທີ 7 ມັງກອນ 2021 ພາດຫົວເລື້ອງວ່າ "ຈຸດຈົບ" “ສຽງປືນປະຊາທິປະໄຕ” ແລະ "ສະຫະລັດ ວັນລັດຖະປະຫານ” ແລະ "ໂຈມຈີສະພາສະຫະລັດ."

ມີປະຕິກິລິຍາ ແບບປະສົມປະສານ ກ່ຽວກັບຄວາມຕື່ນຕົກໃຈ ຄວາມໂສກເສົ້າ ແລະການເຍາະເຍີ້ຍ ຍັງໄດ້ຍິນຢູ່ຕໍ່ມາຈາກທົ່ວໂລກ ກ່ຽວກັບການບຸກເຂົ້າໄປໃນຕຶກລັດຖະສະພາສະຫະລັດ ໂດຍພວກສະໜັບສະໜູນ ປະທານາທິບໍດີ ດໍໂນລ ທຣໍາ ທີ່ໂກດແຄ້ນກ່ຽວກັບ
ເສຍໄຊໃນການເລືອກ ຕັ້ງປະທານາທິບໍດີເມື່ອເດືອນ ພະຈິກທີ່ຜ່ານມາ.

ປະທານາທິບໍດີເອມມານຸຍແອລ ມາກຣົງ (Emmanuel Macron) ແຫ່ງຝຣັ່ງ ໄດ້ກ່າວຢູ່
ໃນການສົ່ງວີດີໂອ ຜ່ານທາງທວິດເຕີໃນຕອນແລງວັນພຸດທີ່ຜ່ານມາ ນີ້ວ່າ “ສິ່ງທີ່ເກີດຂຶ້ນ
ມື້ນີ້ຢູ່ວໍຊິງຕັນ ດີຊີ ບໍ່ແມ່ນອາເມຣິກາ. ພວກເຮົາເຊື່ອໝັ້ນ ໃນຄວາມເຂັ້ມແຂງ ຂອງປະຊາ
ທິປະໄຕຂອງພວກເຮົາ. ພວກເຮົາເຊື່ອໝັ້ນໃນ ຄວາມເຂັ້ມແຂງຂອງປະຊາທິປະໄຕຂອງ
ຊາວອາເມຣິກັນ.

ນາຍົກລັດຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ (Narendra Modi) ກ່າວວ່າ ທ່ານຮູ້
ສຶກ “ກັງວົນ” ທີ່ເຫັນການຈາລະຈົນ ແລະຄວາມຮຸນແຮງໃນວໍຊິງ ຕັນ ຢູ່ໃນຖະແຫຼງການທີ່
ນຳອອກເຜີຍແຜ່ໂດຍບັນຊີທວິດເຕີຂອງທ່ານ. ຄວາມ ເປັນລະບຽບຮຽບຮ້ອຍ ແລະການ
ໂອນອຳນາດ ຢ່າງສັນຕິ ຕ້ອງດຳເນີນຕໍ່ໄປ. ຂັ້ນຕອນປະຊາທິປະໄຕຈະບໍ່ສາມາດໃຫ້ຖືກ
ທຳລາຍໄດ້ໂດຍຜ່ານການປະທ້ວງ ທີ່ຜິດກົດໝາຍ.

ກະຊວງຕ່າງປະເທດໄຕ້ຫວັນ ໄດ້ສະແດງຄວາມເສຍໃຈກ່ຽວກັບຄວາມຮຸນແຮງ ຢູ່ໃນ
ຖະແຫຼງການໃນວັນພະຫັດວານນີ້. ກະຊວງດັ່ງກ່າວເວົ້າວ່າ ຕົນໄດ້ສົ່ງຄຳ ເຕືອນສຸກ
ເສີນໄປຫາຊາວໄຕ້ຫວັນ “ໃຫ້ມີຄວາມລະມັດລະວັງຫຼາຍຂຶ້ນແລະເອົາ ໃຈໃສ່ ຕໍ່ເລື້ອງ
ຄວາມປອດໄພ” ກ່ຽວກັບການຫ້າມອອກນອກບ້ານ ທີ່ວາງອອກໂດຍພວກເຈົ້າໜ້າທີ່
ທ້ອງຖິ່ນ ໃນນະຄອນຫຼວງວໍຊິງຕັນ. ໂຄສົກກະຊວງຕ່າງປະເທດປາກິສຖານ ທ່ານຊາ
ຮິດ ຮາຟຣິສ ຊາວດຣີ (Zaheed Hafeez Choudhri) ກ່າວຕໍ່ບັນດານັກຂ່າວໃນວັນ
ພະຫັດວານນີ້ວ່າ ລັດຖະບານກຳລັງຕິດຕາມເບິ່ງເຫດການຢູ່ວໍຊິງຕັນຢ່າງໃກ້ຊິດ. ທ່ານ
ຊາວດຣີ ກ່າວວ່າ “ພວກເຮົາຫວັງວ່າ ໃນບໍ່ຊ້ານີ້ສະພາບການຈະເປັນປົກກະຕິ ແລະຈະບໍ່
ມີຜົນກະທົບໃດໆຕໍ່ຂັ້ນຕອນໃນການໂອນອຳນາດ.

ທ່ານຊາຣີມານ ລັອກແມນ (Shariman Lockman) ເຈົ້າໜ້າທີ່ອາວຸໂສດ້ານ ນະໂນບາຍ
ຕ່າງປະເທດ ແລະວິເຄາະສຶກສາຄວາມປອດໄພ ກັບສະຖາບັນຍຸດທະສາດ ແລະສຶກສາ
ຕ່າງປະເທດ ຢູ່ໃນມາເລເຊຍ ກ່າວຕໍ່ ວີໂອເອວ່າ ການຈາລະຈົນ “ບໍ່ເຮັດໃຫ້ອາເມຣີກາ
ຢູ່ແສງສະຫວ່າງທີ່ດີສຸດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG