ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ຜູ້​ນຳ​ໂລກ​ເຕົ້າ​ໂຮມ​ກັນ ສ​ຳ​ລັບ​ການ​ເຈ​ລ​ະ​ຈາ​ດ້ານ​ສະ​ພາບ​ອາ​ກາດ ພາຍ​ໃຕ້ການ​ປົກ​ຄຸມ​ຂອງວິ​ກິດ​ການ​ຕ່າງໆ


ທ່ານ ໄຊ​ມອນ ສ​ຕ​ຽ​ລ, ຫົວ​ໜ້າ​ດ້ານ​ສະ​ພາບ​ອາ​ກາດ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສຸດຍອດ COP27 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເມືອງ ຊາມ-ອາ​ລ​-ເຊກ, ປະ​ເທດ ອີ​ຈິບ, 6 ພະ​ຈິກ 2022.
ທ່ານ ໄຊ​ມອນ ສ​ຕ​ຽ​ລ, ຫົວ​ໜ້າ​ດ້ານ​ສະ​ພາບ​ອາ​ກາດ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ກ່າວ​ຄຳ​ປາ​ໄສ​ຢູ່ກອງ​ປະ​ຊຸມ​ສຸດຍອດ COP27 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເມືອງ ຊາມ-ອາ​ລ​-ເຊກ, ປະ​ເທດ ອີ​ຈິບ, 6 ພະ​ຈິກ 2022.

ບັນ​ດາ​ຜູ້​ນຳ​ໂລກ​ທີ່​ກຳ​ລັງ​ປະ​ຊຸມ​ກັນ​ໃນ​ວັນ​ຈັນ​ມື້ນີ້​ສຳ​ລັບ​ການ​ເຈ​ລະ​ຈາ​ດ້ານ​ສະ​ພາບ​ອາ​ກາດ ​ໃນ​ປະ​ເທດ ອີ​ຈິບ ແມ່ນ​ກຳ​ລັງ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນ​ເພື່ອ​ຕັດ​ການ​ປ່ອຍ​ອາຍ​ພິດ​ຢ່າງ​ຫຼວງ​ຫຼາຍ ແລະ ການ​ສະ​ໜັບ​ສະ​ໜູນ​ດ້ານ​ການ​ເງິນ​ສຳ​ລັບ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ທີ່​ຖືກ​ທຳ​ລາຍ​ໂດຍ​ຜົນ​ກະ​ທົບ​ຂອງ​ອຸນ​ຫະ​ພູມ​ທີ່​ສູງ​ຂຶ້ນ​ແລ້ວ​ນັ້ນ.

ກອງ​ປະ​ຊຸມ​ສຸດຍອດ​ສະ​ພາບ​ອາ​ກາດ COP27 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ບ່ອນຕາ​ກອາ​ກາດແຄມທະ​ເລ​ແດງ​ຂອງ​ເມືອງ ຊາມ-ອາ​ລ-ເຊກ ໄດ້​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ຫຼາຍ​ປະ​ເທດ​ໃນ​ທົ່ວ​ໂລກ ​ກຳ​ລັງ​ປະ​ເຊີນ​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ​ ທີ່​ຮຸ​ນ​ແຮງ​ຂຶ້ນ​ຢ່າງ​ຍິ່ງທີ່​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ເສຍ​ຊີ​ວິດ​ໃນ​ປີນີ້​ປີ​ດຽວແລະ ສູນ​ເສຍ​ເງິນ​ຫຼາຍ​ພັນ​ລ້ານ​ໂດ​ລາ.

ຢູ່​ພິ​ທີ​ເປີດກອງ​ປະ​ຊຸມ​ໃນ​ວັນ​ອາ​ທິດ​ວານນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່ COP27 ໄດ້​ຮຽກ​ຮ້ອງ​ລັດ​ຖະ​ບານ​ທັງຫຼາຍ​ໃຫ້​ປ​ະ​ຕິ​ບັດ​ຕາມ​ຄວາມ​ພະ​ຍາ​ຍາມ​ຕ່າງໆ ​ເພື່ອ​ຕໍ່​ສູ້​ກັບ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ເຖິງ​ແມ່ນ​ຈະ​ມີ​ວິ​ກິດ​ການ​ດ້ານ​ເສດ​ຖະ​ກິດ ​ທີ່​ເຊື່ອມ​ໂຍງ​ກັບ​ສົງ​ຄາມ​ຂອງ ຣັດ​ເຊຍ ໃນ ຢູ​ເຄ​ຣນ, ວິ​ກິດ​ການ​ດ້ານ​ພະ​ລັງ​ງານ, ພາ​ວະ​ເງິນ​ເຟີ້​ສູງ​ຂຶ້ນ ແລະ ໂຣກ​ລະ​ບາດ ໂຄວິດ-19 ທີ່​ຍັງ​ຄົງ​ຢູ່​ກໍ່​ຕາມ.

ເຈົ້າ​ໜ້າ​ທີ່​ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ລະ​ດັບ​ສູງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ ໄຊ​ມອນ ສ​ຕຽ​ລ ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ “ຄວາ​ມ​ຢ້ານ​ກົວ​ແມ່ນ​ບູ​ລິ​ມະ​ສິດ​ອື່​ນ​ຈະ​ມີ​ຄວາມ​ສຳ​ຄັນ​ກວ່າ.”

ທ່ານ​ໄດ້​ກ່າວ​ວ່າ “ຄວາມ​ຢ້ານ​ກົວ​ກໍ​ແມ່ນ​ວ່າ​ພວກ​ເຮົາ​ຈະ​ສູນ​ເສຍ​ອີກມື້​ນຶ່ງ, ອີກ​ອາ​ທິດ​ນຶ່ງ, ອີງ​ເດືອນ​ນຶ່ງ, ອີກ​ປີ​ນຶ່ງ ເພາະ​ວ່າ​ພ​ວກ​ເຮົາ​ຈະ​ສູນ​ເສຍ​ມັນ​ອີກ​ຕໍ່​ໄປ​ບໍ່​ໄດ້.”

ໂລກ​ຕ້ອງ​ຕັດ​ການ​ປ່ອຍ​ອາຍ​ແກັ​ສ​ເຮືອນ​ແກ້ວ 45 ເປີ​ເຊັນ ​ພາຍ​ໃນ​ປີ 2030 ເພື່ອ​ຈຳ​ກັດ​ຄວາມ​ຮ້ອນ​ຂອງ​ໂລກ 1.5 ອົງ​ສາ​ແຊລຊຽສ໌ ເໜືອ​ລະ​ດັບ​ທ້າຍ​ສັດ​ຕະ​ວັດ​ທີ 19.

ແຕ່​ແນວ​ໂນ້ມ​ໃນ​ປັດ​ຈຸ​ບັນ​ຈະ​ເຫັນ​ອາຍ​ພິດ​ຄາ​ບອນ​ເພີ່ມ​ຂຶ້ນ 10 ເປີ​ເຊັນ​ພາຍ​ໃນ​ທ້າຍ​ທົດ​ສະ​ວັດ ແລະ ອາຍ​ຮ້ອນ​ຢູ່​ໜ້າ​ໂລກ​ເພີ່ມ​ຂຶ້ນ 2.8 ອົງ​ສາ​ແຊ​ລ​ຊຽສ໌, ອີງ​ຕາ​ມການ​ຄົ້ນ​ພົບ​ ທີ່​ຖືກ​ເປີດ​ເຜີຍ​ເມື່ອ​ສອງ​ສາມ​ວັນ​ທີ່​ຜ່າ​ນ​ມາ.

ໃນ​ພຽງ 29 ຈາກ 194 ປະ​ເທດ​ເທົ່າ​ນັ້ນ ​ທີ່​ໄດ້​ສະ​ເໜີການ​ປັບ​ປຸງ​ແຜນ​ການ​ສ​ະ​ພາບ​ອາ​ກາດ, ດັ່ງ​ທີ່​ຖືກ​ຮຽກ​ຮ້ອງ​ຢູ່​ການ​ເຈ​ລະ​ຈາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ນະ​ຄອນຫຼວງ ກ​ລາ​ສ​ໂກ ປະ​ເທດ ສ​ກັອດ​ແລນ ເມື່ອ​ປີ​ກາຍນນີ້, ອີງ​ຕາມ​ການ​ກ່າວ​ຢ້ຳ​ຂອງ​ທ່ານ ສ​ຕຽ​ລ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG