ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນດາຜູ້ນຳຂອງໂລກ ເຕົ້າໂຮມກັນ ໃນ ນິວຢອກ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ວ່າດ້ວຍ ດິນຟ້າອາກາດ


Iໃນພາບນີ້ ທີ່ໄດ້ເປີດເຜີຍ ໂດຍເວັບໄຊຂອງທາງການ ສຳນັກງານປະທານາທິບໍດີ ສະແດງໃຫ້ເຫັນ ປະທານາທິບໍດີ ອີຣ່ານ ທ່ານຮາສຊານ ຣູຮານີ ກຳລັງກວດແຖວ ໜ່ວຍທະຫານກຽດຕິຍົດ ຢູ່ທີ່ ສະໜາມບິນ ເມຣາບາດ ໃນຂະນະທີ່ເດີນທາງອອກໄປຈາກນະຄອນຫລວງ ເຕຫະຣ່ານ, ຂອງອີຣ່ານ.
Iໃນພາບນີ້ ທີ່ໄດ້ເປີດເຜີຍ ໂດຍເວັບໄຊຂອງທາງການ ສຳນັກງານປະທານາທິບໍດີ ສະແດງໃຫ້ເຫັນ ປະທານາທິບໍດີ ອີຣ່ານ ທ່ານຮາສຊານ ຣູຮານີ ກຳລັງກວດແຖວ ໜ່ວຍທະຫານກຽດຕິຍົດ ຢູ່ທີ່ ສະໜາມບິນ ເມຣາບາດ ໃນຂະນະທີ່ເດີນທາງອອກໄປຈາກນະຄອນຫລວງ ເຕຫະຣ່ານ, ຂອງອີຣ່ານ.

ບັນດາຜູ້ນຳຂອງໂລກ ກຳລັງເຕົ້າໂຮມກັນ ຢູ່່ທີ່ນະຄອນ ນິວຢອກ ໃນວັນຈັນມື້ນີ້ ສຳລັບ
ກອງປະຊຸມສຸດຍອດຂອງອົງການສະຫະປະຊາຊາດ ວ່າດ້ວຍການ ປ່ຽນແປງຂອງດິນ
ຟ້າອາກາດ ໃນຂະນະທີ່ ບັນດານັກວິທະຍາສາດ ເຕືອນວ່າ ຕ້ອງໃຫ້ເອົາມາດຕະການ
ທີ່ແຮງກ້າຫຼາຍຂຶ້ນ ເພື່ອບັນລຸເປົ້າໝາຍ ໃນການຫລຸດຜ່ອນຜົນກະທົບທັງຫຼາຍທັງປວງ.

ບັນດາປະທານາທິບໍດີ ແລະນາຍົກລັດຖະມົນຕີຈາກທົ່ວໂລກ ປະມານ 60 ທ່ານ ແມ່ນ
ມີກຳນົດຈະກ່າວຄຳປາໄສໃນງານດັ່ງກ່າວ ຕະຫຼອດວັນ ກ່ຽວກັບ ຫົວຂໍ້ທີ່ປະກອບດ້ວຍ
ການຫັນປ່ຽນຈາກຖ່ານຫີນ ໄປສູ່ແຫຼ່ງພະລັງງານທີ່ທົດແທນໄດ້ ເພື່ອປ້ອງກັນ ແລະຮັບ
ມືກັບ ໄພພິບັດທັງຫຼາຍ ແລະ ການເງິນດ້ານ ດິນຟ້າອາກາດ.

ສ່ວນປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຈະບໍ່ຢູ່ໃນກຸ່ມບັນດາຜູ້ນຳ ທັງຫຼາຍ
ເຫຼົ່ານັ້ນ ທີ່ກຳລັງຈະເຂົ້າຮ່ວມໃນກອງປະຊຸມສຸດຍອດ. ທ່ານຈະໃຊ້ເວ ລາໃນວັນຈັນ
ມື້ນີ້ ເພື່ອເຂົ້າຮ່ວມ ກອງປະຊຸມ ກ່ຽວກັບເລື້ອງ ການປະຫັດປະຫານສາສະໜາ ຂອງ
ຊົນກຸ່ມນ້ອຍ ໂດຍສະເພາະ ພວກທີ່ນັບຖືສາສະໜາ ຄຣິສຕຽນ ກ່ອນໜ້າການຈັດ
ການເຈລະຈາຕ່າງຫາກ ກັບບັນດາຜູ້ນຳຈາກ ປາກິສຖານ ໂປແລນ ນິວຊີແລນ
ສິງກະໂປ ອີຈິບ ແລະເກົາຫຼີໃຕ້.

ເລຂາທິການໃຫຍ່ ສະຫະປະຊາຊາດ ທ່ານແອນໂຕນີໂອ ກູແຕເຣັສ ໄດ້ຫາ ທາງທີ່ຈະ
ຍົກໃຫ້ເຫັນເຖິງຄວາມສຳຄັນ ຂອງກອງປະຊຸມສຸດຍອດ ວ່າດ້ວຍສະ ພາບດິນຟ້າ
ອາກາດ ແລະ ທ້າທາຍບັນດາຜູ້ນຳທັງຫຼາຍ ໃຫ້ “ນຳມາແຜນການ ຕ່າງໆທີ່ເປັນຮູບ
ປະທຳ” ແລະ ບໍ່ພຽງແຕ່ “ການກ່າວຄຳປາໄສທີ່ສວຍສົດງົດ ງາມ” ເທົ່ານັ້ນ.

ກ່ອນໜ້າງານຂອງວັນຈັນມື້ນີ້ ອົງການສະຫະປະຊາຊາດ ໄດ້ເປີດເຜີຍລາຍງານ ສະບັບ
ນຶ່ງ ທີ່ຮວບຮວມໂດຍ ອົງການອຸຕຸນິຍົມວິທະຍາໂລກ ສະແດງໃຫ້ເຫັນ ວ່າ ມີພາວະການ
ປ່ອຍມົນລະຜິດສານຄາບັອນເພີ່ມ​ຂຶ້ນ, ລະດັບນ້ຳທະເລສູງ ຂຶ້ນ, ອຸນຫະພູມທີ່ຮ້ອນຂຶ້ນ
ທົ່ວໂລກ ແລະ ແມ່ນ້ຳນ້ຳກ້ອນໃນຂົ້ວໂລກ ຫລຸດນ້ອຍຖອຍລົງ.

ບົດລາຍງານນີ້ ກ່າວວ່າ ອຸນຫະພູມຂອງໂລກ ສຳລັບຊ່ວງໄລຍະປີ 2015 ຫາ ທ້າຍປີ
2019 ໂດຍສະເລ່ຍແລ້ວ ແມ່ນຢູ່ໃນພາວະທີ່ຈະ “ຮ້ອນທີ່ສຸດ ທຽບເທົ່າຊ່ວງໄລຍະ
ໃດໆ ທີ່ໄດ້ຖືກບັນທຶກໄວ້” ຊຶ່ງຢູ່ໃນລະດັບ 1.1 ອົງສາເກີນລະດັບ ກ່ອນຍຸກສະໄໝ
ອຸດສາຫະກຳ.

ສັນຍາກ່ຽວກັບດິນຟ້າອາກາດຂອງປາຣີ ປີ 2015 ທີ່ໄດ້ຖືກລົງນາມຮັບຮອງ ເອົາໂດຍ
186 ປະເທດ ຊຶ່ງຮຽກຮ້ອງໃຫ້ເອົາມາດຕະການເພື່ອປ້ອງກັນ ບໍ່ໃຫ້ ອຸນຫະພູມ ຂອງ
ໂລກສູງຂຶ້ນເກີນ 2 ອົງສາ ແລະໂດຍຫລັກການແລ້ວ ໃຫ້ຢູ່ ພາຍໃນລະດັບ 1.5 ອົງສາ
ດ້ວຍການຕັດການປ່ອຍແກັສເຮືອນແກ້ວລົງ. ສະຫະລັດ ເປັນປະເທດນຶ່ງ ທີ່ປ່ອຍແກັສ
ເຮືອນແກ້ວທີ່ຫຼາຍທີ່ສຸດຂອງໂລກ ໄດ້ປະກາດວ່າ ພາຍໃຕ້ການນຳພາຂອງປະທານາ
ທິບໍດີ ທຣຳ ນັ້ນຕົນຈະ ຖອນໂຕອອກຈາກສັນຍາດັ່ງກ່າວ. ການຕັດສິນໃຈຂອງ
ສະຫະລັດ ກໍບໍ່ໄດ້ຍຸຕິ ການເອົາມາດຕະການ ກ່ຽວກັບ ດິນຟ້າອາກາດຢູ່ໃນລະດັບຂັ້ນ
ລັດ, ຂັ້ນທ້ອງ​ຖິ່ນ ແລະ ພາກເອກກະຊົນ.

ບົດລາຍງານ ເຕື່ອນວ່າ ເພື່ອທີ່ຈະສາມາດບັນລຸເປົ້າໝາຍ ໃຫ້ຢູ່ໃນລະດັບ 2 ອົງສາ
ໄດ້ນັ້ນ “ລະດັບຄວາມທະ​ເຍີ​ທະ​ຍານ ຕ້ອງໃຫ້ມີເຖິງສາມເທົ່າ.”

ບັນ​ຫາຕ່າງໆຂອງໂລກ ເຊັ່ນວ່າ ຄວາມເຄັ່ງຕຶງ ລະຫວ່າງ ສະຫະລັດ ແລະ ອີຣ່ານ,
ບັນຫາຂັດແຍ້ງໃນ ອັຟການິສຖານ, ເຢເມນ, ຊີເຣຍ ແລະ ແຄວ້ນ ແຄັສເມຍ, ການເພີ້ມ
ສູງຂຶ້ນໃນຄວາມສະເໝີພາບ ແລະ ການບໍ່ຍອມຮັບຄວາມ ຄິດເຫັນ, ຄວາມເຊື່ອຖື ທີ່
ແຕກຕ່າງທັງຫຼາຍເຫຼົ່ານີ້ ຈະເປັນຫົວຂໍ້ການ​ສົນ​ທະ​ນາ ໃນຂະນະທີ່ ກອງປະຊຸມສະມັດ
ຊາໃຫຍ່ ສະຫະປະຊາຊາດ ຈະເລີ້ມຕົ້ນຂຶ້ນໃນ ວັນອັງຄານມື້ອື່ນນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG