ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາ ຜູ້ນຳໂລກ ຈະຫາລື ກ່ຽວກັບ ສິ່ງທ້າທາຍ ຂອງໂລກ ໃນກອງປະຊຸມ ສປຊ


World Leaders Gather at UN to Discuss Global Challenges
please wait

No media source currently available

0:00 0:02:13 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ບັນດາ​ຜູ້ນຳ​ໂລກ​ທັງຫຼາຍ ​ແມ່ນ​ກຳລັງ​ທີ່ຈະ​ມາ​ລວມຕົວ​ກັນ​ເປັນ​ຈຳນວນ​ທີ່​ຫຼາຍ​ທີ່​ສຸດຢູ່ ອົງການ​ສະຫະ​ປະຊາຊາດ. ປະທານາ ທິບໍດີ ​ແລະ ນາຍົກລັດຖະມົນຕີ ຫຼາຍ​ກວ່າ 150 ຄົນຈະ​ເຂົ້າ​ຮ່ວມໃນ​ກອງ​ປະຊຸມ​ສະມັ​ດຊາ​ໃຫຍ່​ໃນ​ປີ​ນີ້ ​ເຊິ່ງກໍ​ຍັງ​ຈະ​ເປັນ​ການສະ​ເຫຼີ​ມສະຫຼອງ​ວັນ​ຄົບຮອບ 70 ປີ​ຂອງ​ອົງການ​ສະຫະ​ປະຊາ​ຊາດ. ນັກ​ຂ່າວ​ວີ​ໂອ​ເອ Magaret Besheer ລາຍ​ງານ​ວ່າ​ ​ວິ​ກິດ​ການ​ຕ່າງໆ​ແມ່ນມີຫຼາຍເກີນໄປ ​ສຳ​ລັບ​ບັນດາ​ຜູ້ນຳ​ຈະ​ນຳ​ມາ​ປຶກສາ​ຫາລື​ກັນ. ຕໍ່ໄປ ພຸດ​ທະ​ສອນ ​ຈະນຳເອົາລາຍ​ລະອຽດ​ ສຳລັບ​ລາຍ​ງານ​ນີ້ ​ມາສະ​ເໜີ​ທ່ານ.

ພະ​ສັນຕະປາປາ Francis ​ຈະໄດ້ເດີນທາງ​ມາ​ຮອດ​ສຳນັກງານ​ໃຫຍ່​ ສະຫະ​ປະຊາ​ຊາດ ​ໃນ​ວັນ​ທີ 25 ກັນ​ຍາ​ມື້​ນີ້, ພຽງ​ບໍ່​ເທົ່າ​ໃດ​ຊົ່ວໂມງ ກ່ອນ​ການ​ເປີດ​ກອງ​ປະຊຸມ​ສຸດຍອດ​ ຕໍ່ຕ້ານຄວາມທຸ​ກ ຍາກ​ຄັ້ງ​ຍິ່ງ​ໃຫຍ່.

ພະ​ອົງຈະ​ກ່າວ​ຕໍ່​ບັນດາພະນັກງານ ສະຫະ​ປະຊາ​ຊາດ ​ແລະ ພົບປະເປັນການສ່ວນ​ຕົວ​ກັບ​ເລ​ຂາ​ທິກ​ານ​ໃຫຍ່ທ່ານ Ban Ki-moon, ຜູ້ທີ່ເຄີຍ​ໄດ້​ພົບກັບ​ພະ​ອົງມາ​ກ່ອນແລ້ວ​ 3 ຄັ້ງ ​ໃນ​ນະຄອນ Vatican.

ທ່ານ Ban Ki-moon ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ “ພວກ​ເຮົາ​ໄດ້ປຶກສາ​ຫາລື​ກັນ​ໃນ​ຫຼາຍ​ບັນຫາ, ລວມມີ ການ​ລົບ​ລ້າງ​ຄວາມທຸ​ກຍາກ ​ແລະການ​ຍົກຍ້າຍ​ຖິ່ນ​ຖານ, ບັນຫາ​ອົບ​ພະຍົບ, ​ໃນ​ຄັ້ງ​ທີ່​ຜ່ານ​ມາ, ​ແລະ ທີ່ສຳຄັນ​ສຸດ, ກໍຄືການ​ປ່ຽນ​ແປງ​ຂອງ​ດິນຟ້າອາ​ກາດ.”

ພະ​ສັນຕະປາປາ ຫຼັງ​ຈາກ​ນັ້ນ​ກໍ​ຈະ​ໃຫ້ການ​ປາ​ໄສ​ທີ່​ມີ​ຄວາມ​ມຸ່ງ​ຫວັງ​ທີ່​ສຸດ​ໃນ​ຫໍ​ສະມັດຊາ​ໃຫຍ່.

ທ່ານ Carne Ross, ທີ່​ປຶກສາ​ດ້ານ​ການ​ທູດ​ໄດ້​ກ່າວ​ວ່າ “ຢ່າງ​ໜ້າ​ມະຫັດສະຈັນ, ພະ​ອົງ​ເບິ່ງ​ຄື​ວ່າ ໄ​ດ້ປະກົດ​ເປັນ​ກະບອກ​ສຽງ​ອັນ​ແທ້​ຈິງ​ຂອງອຳນາດແຫ່ງ​ສິນ​ທຳ​ຂອງ​ໂລກ ກ່ຽວ​ກັບ​ສິ່ງ​ຕ່າ​ງໆ ​ຄື​ອົບ​ພະຍົບ ​ແລະ ການປ່ຽນ​ແປງຂອງສະພາບ​ອາກາດ​. ຫຼາຍໆ​ຄົນ​ຈະ​ຕ້ອງແນມ​ເບິ່ງ​ພະ​ອົງ ​ແລະ ສິ່ງ​ທີ່​ພະ​ອົງ​ຈະ​ກ່າວ ​ກ່ຽວ​ກັບ​ສະຖານະ​ການ​ຂອງ​ໂລກ.”

​ແລ້ວ​ມັນກໍ​ຈະ​ເປັນ​ການ​ເລີ່​ມຕົ້ນ​ວຽກ​ງານ​ຢ່າງ​ຈິງ​ຈັງ​ ກັບ​ບັນຫາ​ທີ່​ຫຍຸ້ງຍາກ​ທີ່​ສຸດຂອງ​ໂລກ.

ທ່ານ Richard Gowan ຈາກ​ມະຫະວິທະຍາ​ໄລ ​ໂຄ​ລຳ​ເບຍ​ ກ່າວ​ວ່າ “ມັນຈະ​ຕ້ອງ​ມີ​ການສະ​ແດງ​ຄວາມ​ຍິນ​ດີ ​ຕໍ່​ຕົນ​ເອງ​ຢ່າງ​ຫຼວງ​ຫຼາຍ ກ່ຽວ​ກັບ​ຂໍ້​ຕົກລົງ​ ນິ​ວ​ເຄລຍ ກັບ ອີ​ຣ່ານ ​ແຕ່​ສິ່ງ​ດັ່ງກ່າວ​ນັ້ນ​ຈະ​ຖື​ກຄອບ​ງຳ​ໂດຍ​ວິ​ກິດ​ການ​ດ້ານ​ມະນຸດສະ​ທຳ​ໃນ ​ຢູ​ໂຣບ ​ແລະ ການສືບ​ຕໍ່​ມີ​ອຳ ນາດ​ຂອງ​ພວກ​ລັດ ອິສລາມ ​ໃນ​ຕາ​ເວັນອອກ​ກາງ.”

​ໃນ​ວັນ​ທີ 30 ກັນຍາ, ຈະ​ມີ​ກອງ​ປະ​ຊຸ​ມລະດັບ​ສູງ​ກ່ຽວ​ກັບ​ວິ​ກິດ​ການ​ອົບ​ພະຍົບ​ໃນ ຢູ​ໂຣບ. ທ່ານ​ເລຂາທິິການ​ໃຫຍ່​ກ່າວ​ວ່າ ທ່ານ​ຫວັງ​ທີ່​ຈະ​ລະດົມ​ການ​ຕອບ​ຮັບ​ທີ່ມີ​ເມ​ດຕາ​ກະ​ລຸ​ນາ ​ແລະ ມີ​ປະສິດທິ​ຜົນ.

ພວກອົບພະຍົບສ່ວນໃຫຍ່ແມ່ນເປັນຊາວ ຊີເຣຍ ທີ່ພາກັນຫຼົບໜີສົງຄາມກາງເມືອງທີ່ແກ່ ຍາວມາໄດ້ເກືອບຫ້າປີແລ້ວນັ້ນ.

ການເພີ່ມ​ຂຶ້ນ​ຂອງການ​ສະໜັບສະໜູນທາງ​ດ້ານ​ການ​ທະຫານ​ຂອງ ຣັດ​ເຊຍ ​ໃຫ້​ແກ່ ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad, ​ໄດ້ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ ກັບ​ວໍ​ຊິງ​ຕັນ. ປະທານາທິບໍດີ Vladimir Putin, ຜູ້​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ເກືອບ ໜຶ່ງ​ທົດ​ສະ​ວັດ​ແລ້ວນັ້ນ, ອາດ​ຈະ​ນຳເອົາ​ແຜນ​ຍຸດ​ທະ​ສາດ​ໃໝ່​ກ່ຽວ​ກັບ​ ຊີ​ເຣຍ ມາໃນກອງ ປະຊຸມ, ​ແຕ່​ວ່າ​ມັນ​ອາດ​ຈະ​ບໍ່​ເປັນ​ສິ່ງ​ຖືກໃຈ​ສຳລັບ​ທຸກໆ​ຄົນ.

ທ່ານ Gowan ກ່າວ​ວ່າ “​ແຕ່​ມັນ​ມີ​ການແບ່ງ​ແຍກ​ເຊິ່ງ​ເປັນ​ຮາກ​ຖານ​ສຳຄັນ​ກັບ ສະຫະລັດ ​ແລະ ​ຢູ​ໂຣບ ກ່ຽວ​ກັບ ທ່ານ Assad, ​ແລະ ການ​ສືບ​ຕໍ່​ສະໜັບສະໜູນ​ທ່ານ Assad ຂອງມອສໂກ, ດັ່ງນັ້ນມັນກໍຈະເປັນຄືການແຕກຫັກລົງທາງດ້ານ ການທູດ ແທນທີ່ຈະເປັນຄວາມ ກ້າວໜ້າ.”

ປະທານາທິບໍດີ ໂອບາມາ ຈະເປັນປະທານໃນກອງປະຊຸມກ່ຽວກັບ ການປາບປາມລັດທິ ກໍ່ການຮ້າຍ.

ທ່ານນາງ Samantha Power, ເອກອັກຄະລັດຖະທູດ ສະຫະລັດ ປະຈຳສະຫະປະຊາ ຊາດກ່າວວ່າ “ທ່ານປະທານາທິບໍດີຈະດຳເນີນການ ປະຊຸມ ເພື່ອຄົ້ນຫາວິທີຕໍ່ ຕ້ານລັດທິຫົວຮຸນແຮງ, ເພື່ອກວດສອບສິ່ງທີ່ ບັນດາພັນທະມິດໄດ້ປະສົບຄວາມ ສຳເລັດ ແລະ ຫາບ່ອນທີ່ມີຊ່ອງຫວ່າງ.”

ກອງປະຊຸມສະມັດຊາໃຫຍ່ທີ່ຈັດຂຶ້ນໃນປີນີ້ ອາດເປັນຄັ້ງທີ່ຍິ່ງໃຫຍ່ ກວ່າທີ່ເຄີຍມີມາ, ທັງໃນແງ່ຂອງບັນດາຜູ້ນຳ ແລະບັນຫາທ້າທາຍຕ່າງໆ.

XS
SM
MD
LG