ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນດາ ຜູ້ນຳໂລກ ສະແດງຄວາມຜິດຫວັງ ທີ່ ສຫລ ຖອນໂຕ ຈາກຂໍ້ຕົກລົງປາຣີ


World Leaders Criticize US Withdrawal from Paris Agreement
please wait

No media source currently available

0:00 0:02:06 0:00

ບັນດາ​ຜູ້ນຳ​ໂລກ ​ແລະ​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ ​ໄດ້​ພາກັນສະ​ແດງ”​ຄວາມ​ຜິດ​ຫວັງ
ກ່ຽວກັບການ​ຕັດສິນ​ໃຈ​ ຂອງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລທຣໍາ ທີ່​ຈະ​ຖອນ
ໂຕ ອອກ​ຈາກຂໍ້​ຕົກລົງດິນ​ຟ້າ​ອາກາດ​ປາຣີ ຊຶ່ງ​ເປັນຄວາມ​ພະຍາຍາມ​ຂອງທົ່ວ​ໂລກ​
ເພື່ອ​ຮັບ​ມື​ກັບ​ຜົນ​ກະທົບຈາກການ​ປ່ຽນ​ແປງຂອງດິນ​ຟ້າ​ອາກາດ.

ບັນດາ​ຜູ້ນຳ​ເຢຍຣະມັນ ຝຣັ່ງ ​ແລະ​ອີ​ຕາ​ລີ ຢູ່​ໃນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ສຳຄັນ​ຂ້ອນ
ຂ້າງ​ສູງ​ເປັນ​ພິ​ເສດ ​ໄດ້​ອອກ​ຖະ​ແຫລ​ງກາ​ນຮ່ວມ​ ​ສະ​ແດງ “ຄວາມ​ຜິດ​ຫວັງ” ກ່ຽວ​ກັບ
ການ​ຕັດສິນ​ໃຈດັ່ງກ່າວ.

“ພວກ​ເຮົາ​ເຊື່​ອໝັ້ນຢ່າງ​ໜັກ​ແໜ້ນວ່າ ​ຂໍ້​ຕົກລົງນີ້​ບໍ່​ສາມາດ​ທີ່​ຈະເຈລະຈາ​ຄືນ​ໃໝ່​ໄດ້” ​
ນັ້ນຄື​ຄຳ​ເວົ້າຂອງພວກ​ຜູ້ນຳ​ທັງ​ສາມ ທີ່​ກ່າວ​ຕື່ມວ່າ​ ເພື່ອ​ໃຫ້​ຢຸດ​ເຊົ້າ​ໃນ​ສິ່ງ​ທີ່ຜູ້ນຳ​ສະ
ຫະລັດ​ເຊື່ອວ່າ ທ່ານ​ສາ​ມາດເຈລະຈາ​ຄືນໃໝ່​ໄດ້ ​ທີ່​ຈະນຳ​ເອົາ​ສະຫະລັດ ​ກັບ​ຄືນເຂົ້າ
ຮ່ວມຂໍ້​ຕົກລົງ​ປາຣີ. ປະທານາທິບໍດີ​ທຣໍາ ກ່າວຢູ່​ໃນ​ຄຳປະກາດ​ກ່ຽວ​ກັບການ​ຖອນ​ໂຕ
​ຂອງ​ສະຫະລັດວ່າ ​ທ່ານແມ່ນ​ເປີດກວ້າງ​ “ຕໍ່​ການ​ເຈລະຈາ ທີ່​ຈະກັບ​ຄືນ​ເຂົ້າຮ່ວມ​ຂໍ້
ຕົກລົງ​ປາ​ຣີ.”

ທ່ານ Jean-Claude Juncker ປະທານ​ຄະນະ​ກຳມາທິການ​ຢູ​ໂຣບ ກ່າວ​ຕໍ່​ກອງ​ປະຊຸມສະຫະພັນ​ນາຍ​ຈ້າງ​ເຢຍຣະມັນ ​ທີ່​ນະຄອນ Berlin ວ່າ “​ອາ​ເມຣິ ກັນ ​ບໍ່​ສາ
ມາດທີ່​ຈະ​ອອກ​ຈາກ​ການ​ຕົກລົງ​ໄດ້” ໂດຍ​ກ່າວ​ຕື່ມ​ວ່າ “​ມັນ​ໃຊ້​ເວລາ​ສາມ​ຫາ​ສີ່​ປີ”
ທີ່ຈະ​ຖອນໂຕອອກ.

Trump to Pull US Out of Paris Climate Accord
please wait

No media source currently available

0:00 0:02:18 0:00

ທ່ານນາງ Hua Chunying ​ໂຄສົກ​ກະຊວງ​ຕ່າງປະ​ເທດ​ຈີນ ກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ
ການ​ຍຶດໝັ້ນຂອງຈີນໃນຂໍ້​ຕົກລົງ​ປາຣີ ​ແມ່ນ “​ເປັນຄວາ​ມຮັບຜິດຊອບ​ທີ່​ແບກ​ຫາບ​
ໂດຍ​ຈີນ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ມີ​ຄວາມ​ຮັບຜິດຊອບ​ທີ່​ສຳຄັນ.” ​ໃນ ການຖະ​ແຫຼງ​
ຕໍ່ພວກ​ນັກ​ຂ່າວ ​ໃນ​ວັນ​ສຸກ​ມື້​ນີ້​ ທີ່​ນະຄອນ​ປັກ​ກິ່ງ ​ໂຄສົກ​ຍິງຜູ້ນີ້ ຍັງກ່າວ​ວ່າ “ພວກ
​ເຮົາ​ຄິດ​ວ່າ​ຂໍ້​ຕົກລົງ​ປາຣີ ສະທ້ອນ​ໃຫ້​ເຫັນວ່າ ​ເປັນ​ຂໍ້​ຕົກລົງທີ່​ກວ້າງຂວາງ​ທີ່​ສຸດ
ຂອງ​ປະ​ຊາ​ຄົມ​ສາກົນ ທີ່​ກ່ຽວພັນ​ກັບ ​ການ​ລຶບ​ລ້າງ ການ ປ່ຽນ​ແປງ ​ແລະ​ພັກ​ຝ່າຍ
ຕ່າງໆ​ຄວນ​ຖະໜຸຖະໜ​ອມ ຜົນ​ຂອງ​ຄວາມ​ພະຍາຍາມທີ່​ໄດ້​ມາດ້ວຍ​ຄວາມຍາກ
ລຳບາກ​.”

ຈີນເປັນ​ປະ​ເທດ​ທີ່​ສ້າງ​ມົນ​ລະ​ພິດລາຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແລະ​ສະຫະລັດ​ຢູ່​ໃນ
ອັນ​ດັບສອງ. ປະທານາທິບໍ​ດີ​ທຣໍາກ່າວ​ວ່າ ສະຫະລັດ​ໄດ້ “ຖອນ​ໂຕອອກ​” ຈາກຂໍ້​
ຕົກລົງ​ທີ່​ທ່ານ​ກ່າວ​ວ່າ ບັງຄັບ​ໃຫ້ສະຫະລັດ​ຮັບ​ເອົາ​ຄວາມ​ຮັບຜິດຊອບ​ທີ່​ມີ​ມູນ​ຄ່າ​
ຫລາຍ​ພັນ​ລ້ານ​ໂດ​ລາ ​ແລະ​ສູນ​ເສຍວຽກ ຫລາຍ​ລ້ານ​ວຽກ. ທ່ານ​ອະທິບາຍ​ວ່າ​ ຂໍ້​
ຕົກລົງ​ນີ້ “ບໍ່​ເປັນ​ທຳ​ຫຼາຍ” ​ສຳລັບ​ສະຫະລັດ ​ແລະໃຫ້​ຜົນ​ປະໂຫຍ​ດ ​ແກ່​ບັນດາ​ຜູ້​
ສ້າງ​ມົນລະ​ພິດ​ອື່ນໆ ​ເຊັ່ນວ່າ​ຈີນ ​ແລະ​ອິນ​ເດຍ. ​

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

World Climate React
please wait
Embed

No media source currently available

0:00 0:02:26 0:00

XS
SM
MD
LG