ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ນຳ​ໂລກ ຕົກ​ລົງ ທີ່​ຈະ​ຖອຍ​ຈາກ ​ການ​ແຊກ​ແຊງ ​ໃນ​ປະ​ເທດ ລີ​ເບຍ


ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ​ທ່ານ​ນາງ ແອນ​ເຈີ​ລາ ເທີ​ໂກ​ລ, ຂວາ, ທັກ​ທາຍ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໃນ​ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ ລີ​ເບຍ, ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 19 ມັງ​ກອນ, 2020.
ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ​ທ່ານ​ນາງ ແອນ​ເຈີ​ລາ ເທີ​ໂກ​ລ, ຂວາ, ທັກ​ທາຍ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໃນ​ກອງ​ປະ​ຊຸມ​ສຸດຍອດ ກ່ຽວ​ກັບ ລີ​ເບຍ, ນະ​ຄອນຫຼວງ ເບີ​ລິນ, ເຢຍ​ຣະ​ມັນ. 19 ມັງ​ກອນ, 2020.

ບັນ​ດາ​ຜູ້​ນຳ​ໂລກ​ໄດ້​ຕົກ​ລົງ​ກັນ​ໃນ​ວັນ​ອາ​ທິດ​ວານນີ້ ເພື່ອ​ເຄົາ​ລົບ​ການ​ຫ້າມລຳ​ລຽງ​ອາ​ວຸດ​ ແລະ ຖອຍ​ອອກ​ຈາກ​ການ​ແຊກ​ແຊງ​ໃນ​ປະ​ເທດ ລີ​ເບຍ, ບ່ອນ​ທີ່ກອງ​ກຳ​ລັງ​ຕ່າງໆ​ຈາກ​ສອງ​ລັດ​ຖະ​ບານ​ຄູ່​ແຂ່ງ​ ກຳ​ລັງ​ຕໍ່​ສູ້​ກັນ​ຍາດ​ອຳ​ນາດ.

ບັນ​ດາ​ຜູ້​ນຳ​ໂລກ 12 ທ່ານ​ພ້ອມ​ກັບ​ທູດ​ພິ​ເສດ​ລະ​ດັບ​ສູງ​ຈາກ​ສະ​ຫະ​ພາບ ຢູ​ໂຣບ, ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ສະ​ຫະ​ພາບ ອາ​ຟ​ຣິ​ກາ, ແລະ ສັນ​ນິ​ບາດ​ຊາດ ອາ​ຣັບ, ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ນຶ່ງວັນ​ໃນ​ນະ​ຄອນຫຼວງ ເບີ​ລິນ ປະ​ເທດ ເຢຍ​ຣະ​ມັນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ​ນາງ ແອນ​ເຈີ​ລາ ເມີ​ໂກ​ລ, ເຈົ້າ​ພາບກອງ​ປະ​ຊຸມ​ສຸດຍອດ​ໄດ້​ກ່າວ​ໃນ​ການ​ສະຫຼຸບ​ງານ​ວ່າ “ພວກ​ເຮົາ​ສາ​ມາດ​ທີ່​ຈະ​ເຫັນ​ວ່າ ທຸກ​ຄົນ​ໄດ້​ຕົກ​ລົງ​ກັນ​ວ່າ ການ​ຫ້າມ​ລຳ​ລຽງ​ອາ​ວຸດ​ແມ່ນ​ຈຳ​ເປັນ​ຕ້ອງ​ໄດ້​ຖືກ​ເຄົາ​ລົບ ແລະ ການ​ຫ້າມ​ລຳ​ລຽງ​ອາ​ວຸດ ຕ້ອງ​ຖືກ​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ​ກວ່າໃນ​ເມື່ອ​ກ່ອນ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ເຫັນ​ໄດ້​ຊັດ​ແຈ້ງໃນ​ສາມ​ສາມ​ວັນ​ທີ່​ຜ່ານ​ມາ​ວ່າ ມັນ​ບໍ່​ມີ​ໂອ​ກາດ​ສຳ​ລັບ​ການ​ແກ້​ໄຂ​ບັນ​ຫາ​ທາງ​ທະ​ຫານ, ເຊິ່ງ​ມັນ​ມີ​ແຕ່​ຈະ​ຂະ​ຫຍາຍ​ຄວາມ​ທຸ​ກ​ທໍ​ລະ​ມານ​ໃຫ້​ປະ​ຊາ​ຊົນ​ເທົ່າ​ນັ້ນ.”

ບັນ​ດາ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ໄດ້​ຕົກ​ລົງ​ກັນ​ວ່າ ການ​ສະ​ຫງົບ​ເສິກ​ນຶ່​ງ​ອາ​ທິດ​ໃນ ລີ​ເບຍ ຕ້ອງ​ກາຍ​ເປັນ​ການ​ຢຸດ​ຍິງ​ທີ່​ຍາວ​ກວ່ານີ້. ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າ ທຸກ​ຝ່າຍ​ຕ້ອງ​ທຳ​ການ​ກົດ​ດັນ​ຕໍ່​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ກັນ​ໃນ ລີ​ເບຍ. ດ້ວຍຫຼາຍ​ປະ​ເທດ​ແຕກ​ຕ່າງ​ກັນ​ສະ​ໜັບ​ສະ​ໜູນ​ແຕ່​ລະ​ຝ່າຍ​ໃນ​ ລີ​ເບຍ ນັ້ນ, ມັນ​ໄດ້​ກາຍ​ເປັນ​ຄວາມ​ເປັນ​ຫ່ວງ​ຍິ່ງ​ຂຶ້ນ​ວ່າ ລີ​ເບຍ ຈະ​ກາຍ​ເປັນ ຊີ​ເຣຍ ອີກ​ປະ​ເທດ​ນຶ່ງ.

ທ່ານ ກູ​ເຕ​ເຣັ​ສ ໄດ້​ກ່າວ​ວ່າ “ຈົນ​ຮອດ​ດຽວນີ້, ພວກ​ເຮົາ​ໄດ້​ຂະ​ຫຍາຍ​ຄວາມ​ເຄັ່ງ​ຕຶງ​ຂອງຄວາມ​ຂັດ​ແຍ້ງ​ໃນ ລີ​ເບຍ ດ້ວຍ​ການ​ແຊກ​ແຊງ​ຂອງ​ຕ່າງ​ປະ​ເທດ​ບາງ​ປະ​ເທດ. ຄວາມ​ເຄັ່ງ​ຕຶງ​ດັ່ງ​ກ່າວ​ນັ້ນ ແມ່ນ​ໄດ້​ກາຍ​ເປັນ​ອັນ​ຕະ​ລາຍ​ຢ່າງ​ຍິ່ງ.”

ໃນ​ຂະ​ນະ​ທີ່​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ໄດ້​ຕົກ​ລົງ​ກັນ ເພື່ອບໍ່​ໃຫ້​ຂະ​ຫຍາຍ​ການ​ສະ​ໜັບ​ສະ​ໜູນ​ທາງ​ທະ​ຫານ​ຂອງ​ເຂົາ​ເຈົ້​າ ​ສຳ​ລັບ​ຄູ່​ແຂ່ງ​ດັ່ງ​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້, ມັນ​ກໍ​ຍັງ​ບໍ່​ຊັດ​ເຈນ​ວ່າ ເມື່ອ​ໃດ​ເຂົາ​ເຈົ້າ​ຈະ​ຖອນ​ການ​ສະ​ໜັບ​ສະ​ໜູນ​ໃນ​ປັດ​ຈຸ​ບັນ​ຂອງ​ເຂົາ​ເຈົ້າ. ທ່ານ​ນາງ ເມີ​ໂກ​ລ ໄດ້​ກ່າວ​ວ່າ “ນັ້ນ​ແມ່ນ​ຄຳ​ຖາມ​ສຳ​ລັບ​ການ​ຢຸດ​ຍິງ​ທີ່​ແທ້​ຈິງ.”

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ໄມ​ຄ໌ ພອມ​ພຽວ ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ ລີ​ເບຍ ຍຶດ​ເອົາ​ໂອ​ກາດ​ເພື່ອ​ໃຊ້ການ​ໄກ່​ເກ່ຍ​ທີ່​ນຳ​ໜ້າ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ທຳ​ການຕັດ​ສິນ​ ກ່ຽວ​ກັບ ອະ​ນາ​ຄົດ​ສຳ​ລັບ​ເຂົາ​ເຈົ້າ​ເອງ ທີ່​ປາ​ສະ​ຈາກ​ຄວາມ​ຮຸນ​ແຮງ​ເຊິ່ງ​ຖືກ​ກະ​ຕຸ້ນ​ໂດຍ​ຝ່າຍ​ທີ່​ຢູ່​ພາຍນອກ.

ທ່ານ​ ພອມ​ພຽວ​ ໄດ້​ກ່າວ​ວ່າ ມັນ​ຍັງ​ມີ​ຄຳ​ຖາມ​ຕ່າງໆ ກ່ຽວ​ກັບ ການ​ຫ້າມ​ລຳ​ລຽງ​ອາ​ວຸດ ​ຈະ​ຖືກ​ຕິດ​ຕາມ​ຢ່າງມີ​ປະ​ສິດ​ທິ​ຜົນໄດ້​ຫຼາຍ​ຊໍ່ໃດ, ແຕ່​ທ່ານ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ໃນ​ແງ່ບວກ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ທີ່​ມີ​ລະ​ດັບ​ຕ່ຳ​ລົງ​ໃນ ລີ​ເບຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG