ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສລີພາບ ດ້ານຂ່າວສານ ໃນໂລກ ຫຼຸດລົງ ສູ່ລະດັບ ຕໍ່າສຸດ (ວີດິໂອ)


ແຜນທີ່ ສິດເສລີພາບ ດ້ານຂໍ້ມູນ ຂ່າວສານ ໃນໂລກ ທີ່ວາງສະແດງ ຢູ່ໃນຫໍພິພິດຕະພັນຂ່າວສານສະຫະລັດ ຫລື Newseum ທີ່ນະຄອນຫລວງວໍຊິງຕັນ.
ແຜນທີ່ ສິດເສລີພາບ ດ້ານຂໍ້ມູນ ຂ່າວສານ ໃນໂລກ ທີ່ວາງສະແດງ ຢູ່ໃນຫໍພິພິດຕະພັນຂ່າວສານສະຫະລັດ ຫລື Newseum ທີ່ນະຄອນຫລວງວໍຊິງຕັນ.
ກຸ່ມປົກປ້ອງສິດທິມະນຸດລະດັບນໍາໜ້າກຸ່ມນຶ່ງ ທີ່ຕັ້ງຢູ່ໃນສະ
ຫະລັດເວົ້າວ່າ ຈໍາ ນວນຜູ້ຄົນ ທີ່ດໍາລົງຊີວິດຢູ່ໃນສັງຄົມ ທີ່
ມີສິດເສລີພາບດ້ານຂໍ້ມູນຂ່າວສານຢ່າງເຕັມສ່ວນ ໄດ້ຫລຸດ
ລົງສູ່ລະດັບຕໍ່າສຸດ ໃນຮອບນຶ່ງທົດສະວັດກວ່າໆ.

ຢູ່ໃນບົດລາຍງານທີ່ພິມເຜີຍແຜ່ໃນວັນພຸດວານນີ້ ອົງການ
Freedom House ໄດ້ເນັ້ນວ່າ ການຫລຸດລົງໂດຍທົ່ວໄປ ແມ່ນເນື່ອງຈາກການຈໍາກັດຮັດແຄບໃໝ່ດ້ານຂ່າວສານຢູ່
ໃນປະເທດມາລີ ຊຶ່ງເປັນປະເທດທີ່ປະສົບໄພສົງຄາມຢູ່ໃນ ພາກຕາເວັນຕົກຂອງທະວີບອາຟຣິກາ ພ້ອມທັງກົດລະບຽບໃໝ່ ຢູ່ປະເທດ Greece ແລະບາງເຂດຂອງອາເມຣິກາລາຕິນ.

ບົດລາຍງານ ວ່າດ້ວຍສິດເສລີພາບໃນດ້ານຂ່າວສານຫຼື Freedom of the Press ປີ 2013 ເວົ້າວ່າ ພວກນັກວິເຄາະຍັງສືບຕໍ່ມອງເຫັນ “ການດໍາເນີນ ຄວາມພະຍາຍາມ
ເພີ້ມຂຶ້ນ” ຂອງລັດຖະບານຜະເດັດການຕ່າງໆຢູ່ທົ່ວໂລກທີ່ ຈະບີບຄັ້ນ ບໍ່ໃຫ້ມີ
ການສົນທະນາດ້ານການເມືອງຢ່າງເປີດເຜີຍ. ບົດລາຍງານ ດັ່ງກ່າວໄດ້ເອົາ
ການດໍາເນີນຄວາມພະຍາຍາມປາບປາມເສລີພາບໃນດ້ານຂ່າວສານໄປຕິດ
ພັນໃສ່ປະຕິກິລິຍາສະທ້ອນກັບຢ່າງແຮງຂອງອໍານາດຜະເດັດການທີ່ຕໍ່ຕ້ານ
ການລຸກຮືຂຶ້ນ “ໃນລະດູບານໃໝ່ຂອງອາຣັບ” ຫລື “Arab Spring” ໃນປີ
2011 ຢູ່ໃນເຂດພາກເໜືອຂອງທະວີບອາຟຣິກາ ແລະພາກຕາເວັນອອກ
ກາງ. ເອກະສານຂອງອົງການ Freedom House ຍັງໄດ້ອ້າງເຖິງການກົດ
ດັນຕໍ່ ພວກນັກຂ່າວປະຊາຊົນ ທີ່ໃຊ້ເຄື່ອງມືຂ່າວສານສັງຄົມ “ແບບໃໝ່” .


ຊຶ່ງລວມ ທັງການອອກຄໍາເຫັນໃນອິນເຕີແນັດຫລື microblogs, ເຄືອຂ່າຍສັງຄົມຫລື
social networks ແລະໂທລະສັບມືຖື. ບົດລາຍງານ ດັ່ງກ່າວເວົ້າວ່າ ລັດຖະບານຜະເດັດ
ການໄດ້ໃຊ້ມາດຕະການກົດດັນຕ່າງໆ ຊຶ່ງລວມມີການຈັບຜູ້ຂຽນຄໍາເຫັນລົງໃນອິນເຕີ
ແນັດໃສ່ຄຸກ ແລະສະກັດກັ້ນບໍ່ໃຫ້ຄົນເຂົ້າອ່ານເນື້ອ ໃນຂ່າວໃນເວັບໄຊ ແລະການບໍລິການ
ດ້ານການສົ່ງຂໍ້ຄວາມໃນໄລຍະທີ່ມີການ ເກີດຄວາມວຸ້ນວາຍທາງການເມືອງ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

XS
SM
MD
LG