ທະນາຄານໂລກຄາດວ່າ ເສດຖະກິດລາວໃນປີ 2014 ນີ້ ຈະ
ຂະຫຍາຍຕົວລົດຕ່ຳລົງ ເມື່ອທຽບໃສ່ປີ 2013 ໂດຍມີສາເຫດ
ສຳຄັນມາຈາກການຂາດເງິນທຶນພາຍໃນ ແລະການສົ່ງອອກ
ສິນຄ້າໄປຕ່າງປະເທດທີ່ຕົກຕ່ຳລົງ.
ທ່ານ Ulrich Zachau ຜູ້ອຳນວຍການປະຈຳພູມມິີພາກເອເຊຍ
ຕະເວັນອອກສຽງໃຕ້ຂອງທະນາຄານໂລກ ໄດ້ໃຫ້ການຄາດໝາຍ
ວ່າເສດຖະກິດໂດຍລວມຂອງ ສປປ ລາວ ໃນຕະຫລອດປີ 2014 ນີ້
ຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 7.2 ເປີເຊັນ ຊຶ່ງລົດລົງຈາກ 8.1 ເປີເຊັນ ໃນປີ 2013 ໂດຍມີສາເຫດທີ່ສຳຄັນ ມາຈາກບັນຫາຂາດແຄນທາງດ້ານງົບປະມານລາຍຈ່າຍ
ຂອງລັດຖະບານລາວ ຈົນຕ້ອງມີການໂຈະແຜນການລົງທຶນຂອງພາກລັດຖະບານໃນ 254 ໂຄງການ ແລະກໍໄດ້ສົ່ງຜົນກະທົບຕໍ່ເນື່ອງ ເຖິງໜ່ວຍທຸລະກິດພາຍໃນປະເທດ ທີ່ມີ
ການພົວພັນກັບບັນດາໂຄງການພັດທະນາຕ່າງໆ ຂອງລັດຖະບານລາວດັ່ງກ່າວ.
ພ້ອມກັນນີ້ ການຊະລໍຕົວທາງເສດຖະກິດໃນປະເທດຄູ່ຄ້າທີ່ສຳຄັນຂອງລາວ ໂດຍສະເພາະ ແມ່ນຈີນ ແລະໄທນັ້ນ ກໍນັບເປັນອີກສາເຫດໜຶ່ງທີ່ສຳຄັນ ເນື່ອງຈາກວ່າໄດ້ສົ່ງຜົນກະທົບ ເຮັດໃຫ້ປະເທດຄູ່ຄ້າຂາຍໄດ້ພາກັນນຳເຂົ້າສິນຄ້າຈາກລາວ ໄດ້ຕ່ຳກວ່າລະດັບຄາດໝາຍ ທັງຍັງຈະເຮັດໃຫ້ລາວ ຕ້ອງປະເຊີນກັບການຂາດດຸນການຄ້າຕ່າງປະເທດເພີ້ມຂຶ້ນ ຈາກ 2,393 ລ້ານດອນລາໃນປີ 2013 ເປັນ 2,461 ລ້ານ
ດອນລາໃນປີນີ້ ອີກດ້ວຍ.
ແຕ່ຢ່ງໃດກໍຕາມ ທະນາຄານໂລກກໍຄາດໝາຍວ່າ ເສດຖະກິດ
ລາວຈະຂະຫຍາຍຕົວຂຶ້ນໃນອັດຕາສະເລ່ຍ 7.9 ເປີເຊັນໃນປີ
2015 ທັງກໍຍັງຈະຂະຫຍາຍຕົວເພີ້ມຂຶ້ນເຖິງ 9.1 ເປີເຊັນໃນປີ
2016 ອີກດ້ວຍ ຊຶ່ງກໍສອດຄ້ອງກັບການຄາດໝາຍ ຂອງລັດຖະ
ບານລາວ ທີ່ໄດ້ວາງເປົ້າໝາຍຈະຊຸກຍູ້ການພັດທະນາເສດຖະກິດ
ໃຫ້ຂະຫຍາຍຕົວເພີ້ມຂຶ້ນ ໃນອັດຕາສະເລ່ຍບໍ່ຕ່ຳກວ່າ 8 ເປີເຊັນ
ໃນແຜນການປີ 2014-2015 ຫາກແຕ່ວ່າການທີ່ຈະຮັບປະກັນ
ໄດ້ຢ່າງຄັກແນ່ວ່າ ເສດຖະກິດຂອງລາວຈະຂະຫຍາຍຕົວໃນອັດຕາດັ່ງກ່າວໄດ້ນັ້ນ ກໍຈຳເປັນທີ່ຈະຕ້ອງລະດົມການທຶນທັງຈາກພາຍໃນ ແລະຕ່າງປະເທດໃຫ້ໄດ້ຫຼາຍກວ່າ 33,000 ຕື້ກີບ ຫຼື 32 ເປີເຊັນ ຂອງ GDP ຕະຫລອດແຜນການ.
ໂດຍຈາກຄວາມຕ້ອງການເງິນທຶນດັ່ງກ່າວນີ້ ລັດຖະບານລາວ ກໍຄາດໝາຍວ່າຈະສາມາດ
ປະກອບສ່ວນດ້ວຍການລົງທຶນ ໃນພາກລັດໄດ້ ໃນມູູນຄ່າລວມ 3,300 ຕື້ກີບ ຫຼືຄິດເປັນ
10 ເປີເຊັນ ຂອງຄວາມຕ້ອງການທັງໝົດເທົ່ານັ້ນ ສ່ວນທີ່ເຫຼືອຈຶ່ງຕ້ອງລະດົມ ການລົງທຶນ ຈາກພາກເອກະຊົນລາວ ແລະຕ່າງຊາດໃຫ້ໄດ້ບໍ່ນ້ອຍກວ່າ 18,200 ຕື້ກີບ ລວມເຖິງການຂໍຄວາມຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດໃຫ້ໄດ້ 5,000 ຕື້ກີບ ແລະເພີ້ມວົງເງິນສິນເຊື່ອ ໃນລະບົບທະນາຄານພາຍໃນປະເທດ ໃຫ້ໄດ້ 6,500 ຕື້ກີບຕາມລຳດັບ.
ແຕ່ຢ່າງໃດກໍຕາມ ການພັດທະນາເສດຖະກິດທີ່ຂະຫຍາຍຕົວເພີ້ມຂຶ້ນ ໃນລະຍະທີ່ຜ່ານ
ມາ ກໍໄດ້ເຮັດໃຫ້ລະດັບລາຍຮັບ ແລະສະພາບຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ຢູ່
ໃນເຂດຕົວເມືອງກັບເຂດຊົນນະບົດ ມີຄວາມແຕກໂຕນກັນຫຼາຍຂຶ້ນນັບມື້ດ້ວຍເຊັ່ນກັນ
ດັ່ງທີ່ທ່ານສີວັນ ອຸດທະຈັກ ສະມາຊິກສະພາແຫ່ງຊາດຈາກເຂດແຂວງຈຳປາສັກ ໄດ້ຖະ
ແຫລງຊີ້ແຈງວ່າ:
“ຄວາມທຸກຍາກຂອງປະຊາຊົນຢູ່ໃນເຂດຊົນນະບົດຫ່າງໄກສອກຫລີກ ຖ້າທຽບ
ໃສ່ຢູ່ຕົວເມືອງເຫັນວ່າ ຍັງມີຄວາມຜິດໂຕນກັນຫຼາຍ ຈາກສະພາບດັ່ງກ່າວນັ້ນ
ພວກເຮົາເຫັນວ່າ ລູກຫລານຂອງປະຊາຊົນ ທີ່ທຸກຍາກແມ່ນຂາດການສຶກສາ
ຮ່ຳຮຽນໝາຍຄວາມວ່າ ລູກຫລານທີ່ຢູ່ໃນໄວອາຍຸໄດ້ຮ່ຳຮຽນ ກໍໄດ້ອອກຈາກ
ໂຮງຮຽນ.”
ທັງນີ້ໂດຍຈະເຫັນໄດ້ຢ່າງຊັດເຈນຈາກກໍລະນີຂອງເຂດນະຄອນຫລວງວຽງຈັນ ທີ່ປະຊາຊົນ
ມີລາຍໄດ້ສະເລ່ຍເຖິງ 27 ລ້ານກີບ ຫຼືປະມານ 3,346 ດອນລາຕໍ່ຄົນໃນປັດຈຸບັນນີ້ ຫາກແຕ່
ວ່າສຳຫລັບປະຊາຊົນໃນແຂວງຜົ້ງສາລີ ກັບຍັງຄົງມີລາຍໄດ້ສະເລ່ຍພຽງ 6 ລ້ານກີບ ຫຼື
745 ດອນລາຕໍ່ຄົນເທົ່ານັ້ນ ໃນຂະນະທີ່ອັດຕາຄວາມຍາກຈົນຂອງປະຊາຊົນລາວໃນແຂວງດັ່ງກ່າວ ກໍຍັງສູງກວ່າ 45 ເປີເຊັນ ຂອງປະຊາກອນທັງໝົດໃນເວລາວນີ້. ເພາະສະນັ້ນ
ຈຶ່ງເປັນການຍາກຢ່າງຍິ່ງທີ່ແຂວງຜົ້ງສາລີ ຈະສາມາດລົບລ້າງບັນຫາຄວາມຍາກຈົນໄດ້
ຕາມເປົ້າໝາຍທີ່ລັດຖະບານລາວໄດ້ກຳນົດໄວ້ ໃນປີ 2015 ນັ້ນເອງ.