ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສດຖະກິດ​ ໃນ​ລາວ ຈະ​ຂະຫຍາຍຕົວ​ ເພີ້​ມຂຶ້ນ ບໍ່ເກີນ 6.4 ເປີເຊັນ ໃນປີ 2015


ຄະນະ​ຜູ້​ຊ່ຽວຊານ ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ (ADB) ​ເຊື່ອ​ວ່າ ​ເສດຖະກິດ​ໃນ​ລາວ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7.3 ​ເປີ​ເຊັນ ​ໃນ​ປີ 2016.
ຄະນະ​ຜູ້​ຊ່ຽວຊານ ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ (ADB) ​ເຊື່ອ​ວ່າ ​ເສດຖະກິດ​ໃນ​ລາວ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7.3 ​ເປີ​ເຊັນ ​ໃນ​ປີ 2016.

ນັກ​ເສດຖະສາດ​ຂອງ​ທະນາຄານ​ໂລກ ຄາດ​ວ່າ​ເສດຖະກິດ
​ໃນ​ລາວ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍບໍ່​ເກີນ
6.4 ​ເປີ​ເຊັນ ​ໃນ​ປີ 2015 ຊຶ່ງ​ຜົນ​ເປັນ​ຈາກການ​ຕົກ​ຕ່ຳ ​ໃນ​
ພາກ​ການ​ສົ່ງ​ອອກ ​ແລະ ລະ​ບົບສິນ​ເຊື່ອ​ພາຍ​ໃນ.


ທ່ານ Axel Van Trotsenburg ນັກ​ເສດຖະສາດ ​ແລະ ຮອງ​ປະທານ ບໍລິຫານ​ທະນາຄານ​ໂລກ ປະຈຳ​ພາກ​ພື້ນ​ເອ​ເຊຍ-ປາຊີ​ຟິກ ຖະ​ແຫລ​ງຄາດ​ການ​ວ່າ ​ເສດຖະກິດ
​ຂອງ​ລາວ​ໃນ​ປີ 2015 ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ບໍ່​ເກີນ 6.4 ​ເປີ​ເຊັນ​ເມື່ອ​ທຽບ​ໃສ່​ປີ
2014 ​ໂດຍ​ມີ​ສາ​ເຫດ​ສຳຄັນ​ມາ​ຈາກ​ການ​ຕົກ​ຕ່ຳລົງ ​ໃນ​ພາກ​ການ​ສົ່ງ​ສິນຄ້າ​ອອກ​ໄປ​
ຕ່າງປະ​ເທດ ​ເນື່ອງ​ຈາກ ລະດັບ​ຄວາມ​ຕ້ອງການ​ສິນຄ້າ ທີ່​ຕ່ຳລົງ​ໃນ​ທົ່ວ​ໂລກ ທີ່​ສົມທົບ
​ດ້ວຍ​ການ​ຕົກ​ຕ່ຳ​ ຂອງ​ການ​ປ່ອຍ​ສິນ​ເຊື່ອ ​ໃນ​ລະບົບ​ທະນາຄານ ​ໃນ​ທົ່ວ​ປະ​ເທດ​ລາວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສປປ ລາວ ກໍ​ນັບ​ເປັນ​ປະ​ເທດ​ໜຶ່ງ ທີ່​ເສດຖະກິດ​ມີ​ການ​ຂະຫຍາຍຕົວ​
ເພີ້​ມຂຶ້ນ ​ໃນ​ອັດຕາ​ທີ່​ສູງ ​ເມື່ອ​ທຽບ​ກັບປະ​ເທດສ່ວນ​ໃຫຍ່ ​ໃນ​ພາກ​ພື້ນ​ເອ​ເຊຍ​-ປາຊີ​ຟິກ
ດ້ວຍ​ກັນ ​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ການ​ທີ່ ສປປ ລາວ ຍັງ​ມີ​ຊັບພະຍາກອນ​ທຳ​ມະ​ຊາດ
​ແລະ ​ແຫ​ລ່ງນ້ຳທຳ​ມະ​ຊາດ ທີ່​ພັດທະນາ​ເປັນ​ພະລັງງານ​ໄຟຟ້າ​ໄດ້​ເຖິງ 30,000 ​ເມ​ກາວັດ ​
ໃນ​ທົ່ວ​ປະ​ເທດ​ເປັນຕົ້ນ.

ທ່ານ Axel Van Trotsenburg ນັກ​ເສດຖະສາດ ​ແລະ ຮອງ​ປະທານ ບໍລິຫານ​ ທະນາຄານ​ໂລກ ປະຈຳ​ພາກ​ພື້ນ​ເອ​ເຊຍ-ປາຊີ​ຟິກ ຖະ​ແຫລ​ງຄາດ​ການ​ວ່າ ​ເສດຖະກິດ ​ຂອງ​ລາວ​ໃນ​ປີ 2015 ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ບໍ່​ເກີນ 6.4 ​ເປີ​ເຊັນ.
ທ່ານ Axel Van Trotsenburg ນັກ​ເສດຖະສາດ ​ແລະ ຮອງ​ປະທານ ບໍລິຫານ​ ທະນາຄານ​ໂລກ ປະຈຳ​ພາກ​ພື້ນ​ເອ​ເຊຍ-ປາຊີ​ຟິກ ຖະ​ແຫລ​ງຄາດ​ການ​ວ່າ ​ເສດຖະກິດ ​ຂອງ​ລາວ​ໃນ​ປີ 2015 ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ບໍ່​ເກີນ 6.4 ​ເປີ​ເຊັນ.

ທ່ານ Trotsenburg ຢືນຢັນ​ວ່າ ການ​ຂະຫຍາຍຕົວ​ທາງ​
ເສດຖະກິດ​ຂອງ​ລາວ ຈະ​ດີ​ຂຶ້ນ​ ໃນ​ປີ 2016 ສອດ​ຄ້ອງ​ກັບ
​ການ​ຄາດໝາຍ​ຂອງ ທ່ານ​ສົມ​ດີ ດວງ​ດີ ລັດຖະມົນຕີ​ວ່າການ
ກະຊວງ​ແຜນການ ​ແລະ​ ການ​ລົງທຶນ ທີ່​ໄດ້​ຢືນຢັນ​ວ່າ ​
ເສດຖະກິດ​ຂອງ​ລາວ​ ຈະ​ຂະ​ຫຍາ​ຍເພີ້​ມຂຶ້ນ ບໍ່​ຕ່ຳ​ກວ່າ 7.5
​ເປີ​ເຊັນ ​ໃນ​ແຜນການ​ປີ 2015-2016 ຊຶ່ງ​ກໍ​ຈະ​ເຮັດ​ໃຫ້​ຍອດ​
ຜະລິດ​ຕະພັນ​ພາຍ​ໃນ (GDP) ມີ​ມູນ​ຄ່າ​ລວມ​ເຖິງ 14,080
ລ້ານ​ໂດ​ລາ ​ແລະ ຖົວ​ສະ​ເລ່ຍ​ເປັນ​ລາຍ​ໄດ້ ​ຂອງ​ປະຊາຊົນ​ລາວ
ປະມານ 2,040 ​ໂດ​ລາ ຕໍ່​ຄົນ​ໃນ​ປີ 2016 ​ແຕ່​ການ​ທີ່​ຈະ​ບັນລຸ
​ເປົ້າໝາຍ​ດັ່ງກ່າວ​ໄດ້​ນັ້ນ ກໍ​ຈະ​ຕ້ອງ​ເຮັດ​ໃຫ້​ພາກ​ກະສິກຳ​
ຂະຫຍາຍຕົວ 3.1 ​ເປີ​ເຊັນ ອຸດສາຫະກຳ 8.7 ບໍລິການ 9
​ເປີ​ເຊັນ ​ແລະ ພາສີ 8.1 ​ເປີ​ເຊັນ.

ແຕ່​ຢ່າງ​ໃດ​ກໍ​ຕາມ ຄະນະ​ຜູ້​ຊ່ຽວຊານ ຂອງ​ທະນາຄານ​ພັດທະນາ​ເອ​ເຊຍ (ADB) ​ເຊື່ອ​ວ່າ ​ເສດຖະກິດ​ໃນ​ລາວ ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7.3 ​ເປີ​ເຊັນ ​ໃນ​ປີ 2016
​ໂດຍ​ເປັນ​ຜົນ​ຈາກ​ປັດ​ໄຈ ​ໃນຫຼາຍດ້ານ ​ເປັນຕົ້ນ​ແມ່ນ​ການ​ທີ່​ລາວ ​ເປັນ​ສະມາຊິກ​ໃນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ທີ່​ຈະ​ມີ​ຜົນ​ນັບ​ແຕ່​ວັນ​ທີ 31 ທັນ​ວາ 2015 ນີ້​ເປັນຕົ້ນ​ໄປ ຊຶ່ງ​ຈະ​ມີ​ສ່ວນ​ຢ່າງ​ສຳຄັນ​ໃນ​ການ​ດຶງ​ເອົາ​ການ​ລົງທຶນ ຈາກ​ຕ່າງປະ​ເທດ​ໃຫ້​ເຂົ້າມາ​ໃນ​ລາວຫຼາຍຂຶ້ນ ​ໂດຍ​ໃນ​ນີ້ ກໍ​ລວມ​ເຖິງ​ພາກ​ບໍລິການ ພາກ​ການ​ທ່ອງ​ທ່ຽວ ​ແ​ລະ ພາກ​ພະລັງງານ​ທີ່​ມີ​ການ​ສ້າງ​ເຂື່ອນ​ຜະລິດ​ໄຟຟ້າຫຼາຍຂຶ້ນ ນັບ​ມື້​ອີກ​ດ້ວຍ.

ກ່ອນ​ໜ້າ​ນີ້ ກະຊວງ​ແຜນການ ​ແລະ ການ​ລົງທຶນ​ລາຍ​ງານ​ວ່າ ​ໃນ​ແຜນການ​ປະຈຳ​ປີ 2014-2015 ນີ້ ລັດຖະບານ​ລາວ ​ໄດ້​ວາງ​ເປົ້າໝາຍ​ການ​ພັດ​ທະນາ​ເສດຖະກິດ ​ໃຫ້​ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍ 7.5 ​ເປີ​ເຊັນ ​ແຕ່​ການ​ທີ່​ຈະ​ຮັບປະກັນ​ໄດ້​ຢ່າງ​ຄັກ​ແນ່​ວ່າ ​ເສດຖະກິດ​ຂອງ​ລາວ ຈະ​ຂະຫຍາຍຕົວ​ໃນ​ອັດຕາ​ດັ່ງກ່າວ​ໄດ້​ຢ່າງ​ແທ້​ຈິງນັ້ນ ກໍ​ຈະ​ຕ້ອງ​ລະດົມ​ການ​ລົງທຶນ​ໃຫ້​ໄດ້ຫຼາຍກວ່າ 39,690 ຕື້​ກີບ ຫຼື 32 ​ເປີ​ເຊັນ ຂອງ GDP ຕະຫລອດ​ປີ.

ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ຄາດ​ວ່າ ຈະ​ສາມາດ​ປະ​ກອບ​ສ່ວນ​ ດ້ວຍ​ການ​ລົງທຶນ
​ໃນ​ພາກ​ລັດຖະບານ​ໄດ້ ​ໃນ​ມູນ​ຄ່າ​ລວມພຽງ 3,300 ຕື້​ກີບ ຫຼື ​ບໍ່​ເຖິງ 1​0 ​ເປີ​ເຊັນ​ເທົ່າ​ນັ້ນ
ສ່ວນ​ທີ່​ເຫຼືອ ກໍ​ຈະ​ຕ້ອງ​ລະດົມ​ຈາກ​ການ​ລົງທຶນ​ຂອງ​ເອກະ​ຊົນ​ລາວ ​ແລະ ຕ່າງ​ຊາດ ​ໃຫ້​ໄດ້​
ບໍ່​ນ້ອຍ​ກວ່າ 18,200 ຕື້​ກີບ ລວມການ​ຂໍ​ຄວາມ​ຊ່ວຍ​ເຫຼືອ ຈາກ​ຕ່າງປະ​ເທດ ​ແລະ ​ເພີ້ມ
ວົງ​ເງິນ​ສິນ​ເຊື່ອ ​ໃນ​ປະ​ເທດ​ໃຫ້​ໄດ້​ເຖິງ 18,190 ຕື້​ກີບອີກ​ດ້ວຍ.

ທາງ​ດ້ານ ທ່ານ​ຄຳ​ເຜີຍ ບຸດ​ດາ​ວຽງ ​ເຈົ້າ​ແຂວງໆ​ເຊ​ກອງ ​ໄດ້​ໃຫ້​ທັດສະນະ​ວ່າ ການ​ພັດທະນາ​
ໃນ​ລະຍະ​ທີ່​ຜ່ານ​ມາ ​ເຮັດ​ໃຫ້​ສະພາບ​ຊີວິດ​ການ​ເປັນ​ຢູ່ ຂອງ​ປະຊາຊົນ​ລາວ​ຢູ່​ໃນ​ເຂດ​
ຕົວ​ເມືອງ ກັບ​ເຂ​ດຊົນນະບົດ ມີ​ຄວາມ​ແຕກ​ໂຕນ​ກັນຫຼາຍຂຶ້ນນັບ​ມື້ ດັ່ງ​ທີ່​ທ່ານ​ໄດ້​ໃຫ້
ການ​ອະທິບາຍ​ເຖິງ ສະພາບ​ການ​ພັດທະນາ​ໃນ​ເຂດ​ແຂວງ​ເຊ​ກອງ ວ່າ:

“ບັນຫາ​ເສົ້ນທາງ​ຄົມມະນາຄົມ ຖ້າ​ທຽບ​ໃສ່​ການ​ຄາດໝາຍ​ທີ່​ໄດ້​ກຳ​ນົດວ່າ ​ເສັ້ນ
ທາງ​ແຕ່​ແຂວງ​ຫາ​ເມືອງ ສາມາດ​ທຽວ​ໄດ້ ຫຼືວ່າ​ປູຢາງ ອັນ​ນີ້​ບໍ່​ທັນ​ບັນລຸ​ໄດ້ ອັນ​ສອງ ​
ເຫັນ​ວ່າ ລະດັບ​ຄວາມ​ຮັບ​ຮູ້​ເຂົ້າ​ໃຈ ຂອງ​ພະນັກງານ ຂອງ​ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​
ສອກ​ຫລີກ ການ​ເຂົ້າ​ເຖິງ​ຂໍ້​ມູນ-ຂ່າວສານ​ນີ້ ກະ​ຍັງ​ນ້ອຍ ທົ່ວ​ແຂວງ​ນີ້ ຄອບຄົວ​
ທັງ​ໝົດ​ມີ 19,824 ຄອບຄົວ ​ແຕ່​ໃນ​ນັ້ນຄອບຄົວ ທີ່​ຍັງ​ທຸກ​ຍາກຢູ່ ມີ 3,449 ຄອບຄົວ
ຖ້າ​ທຽບ​ອັນ​ຕາ​ສ່ວນ​ຕາມ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ 9 ຂອງ​ພັກ ພວກ​ເຮົາ​ອາດ​
ຈະ​ບໍ່​ບັນລຸ.”

ໂດຍ​ຈະ​ເຫັນ​ໄດ້​ຈາກ​ເຂດ​ນະຄອນຫຼວງວຽງ​ຈັນ ທີ່​ປະຊາຊົນ​ມີ​ລາຍ​ໄດ້​ສະ​ເລ່ຍ​ເຖິງ 35
ລ້ານ​ກີບ ຫຼື 4,390 ​ໂດ​ລາຕໍ່​ຄົນ ​ແຕ່​ປະຊາຊົນ​ທີ່​ແຂວງ​ເຊ​ກອງ ກັບ​ຍັງ​ມີ​ລາຍ​ໄດ້​ສະ​ເລ່ຍ
10 ລ້ານ​ກີບ ຫຼື 1,330 ​ໂດ​ລາ​ຕໍ່​ຄົນ ​ເທົ່າ​ນັ້ນ.

XS
SM
MD
LG