ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຕາມການທຳນາຍແມ່ນວ່າ ສະພາບຄວາມຮ້ອນຂອງໂລກ ຈະເຮັດໃຫ້ ມີຄົນທຸກຍາກ ຫຼາຍຂຶ້ນຕື່ມອີກ 100 ລ້ານຄົນ


ເງົາຂອງແມ່ ແລະເດັກ ໄດ້ຖືກສ່ອງໃສ່ ແຜ່ນສັງກະສີ ຢູ່ໃນບ້ານ Marikana ຂອງເຂດຕັ້ງຖິ່ນຖານໃໝ່ Nkaneng ໃນເມືອງ Rustenburg ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນ Johannesburg, ປະເທດອາຟຣິກາໃຕ້, ວັນທີ 15 ສິງຫາ 2013.
ເງົາຂອງແມ່ ແລະເດັກ ໄດ້ຖືກສ່ອງໃສ່ ແຜ່ນສັງກະສີ ຢູ່ໃນບ້ານ Marikana ຂອງເຂດຕັ້ງຖິ່ນຖານໃໝ່ Nkaneng ໃນເມືອງ Rustenburg ທາງພາກຕາເວັນຕົກສຽງເໜືອ ຂອງນະຄອນ Johannesburg, ປະເທດອາຟຣິກາໃຕ້, ວັນທີ 15 ສິງຫາ 2013.

ທະນາຄານໂລກ ຫຼື World Bank ເຕືອນວ່າ ສະພາບຄວາມ
ຮ້ອນຂອງໂລກ ຈະກົດດັນ ປະຊາກອນ ຈຳນວນ 100 ລ້ານຄົນ
ຕື່ມອີກ ໃຫ້ເປັນຄົນທຸກຍາກ ທົ່ວໂລກ ໃນໄລຍະ 15 ປີຂ້າງໜ້າ
ຖ້າປາດສະຈາກມາດຕະການຕໍ່ເນື່ອງ ເພື່ອຫລຸດຜ່ອນອຸນຫະພູມ
ທີ່ກຳລັງສູງຂຶ້ນ ໂດຍບັນດາປະເທດທີ່ພັດທະນາແລ້ວ.

ໃນບົດລາຍງານ ທີ່ໄດ້ເປີດເຜີຍ ໃນວັນອາທິດວານນີ້ ທະນະຄານ
ໂລກ ໄດ້ຮຽກຮ້ອງ ໃຫ້ “ພັດທະນາສະພາບອາກາດແບບວ່ອງໄວ
ແບບສ່ວນລວມ ແລະ ແບບສະຫຼຽວສະຫຼາດ ໂດຍພ້ອມພຽງກັນ ລົດການປ່ອຍຄວັນພິດ”
ທີ່ແນເປົ້າໝາຍໃສ່ ການປົກປ້ອງພວກ
ສິ່ງທີ່ອາໄສໂລກ ທີ່ອ່ອນແອທີ່ສຸດ.

ເດັກນ້ອຍຜູ້ຊາຍ ທີ່ເຫັນວ່າ ກຳລັງກິນ ເມັດເຂົ້າ couscous ແຫ້ງ ໃນບ້ານ Goudoude Diobe, ໃນຂົງເຂດ Matam ພາກຕາເວັນອອກສຽງເໜື້ອ ຂອງປະເທດເຊເນກາລ.
ເດັກນ້ອຍຜູ້ຊາຍ ທີ່ເຫັນວ່າ ກຳລັງກິນ ເມັດເຂົ້າ couscous ແຫ້ງ ໃນບ້ານ Goudoude Diobe, ໃນຂົງເຂດ Matam ພາກຕາເວັນອອກສຽງເໜື້ອ ຂອງປະເທດເຊເນກາລ.

ບົດລາຍງານທີ່ ມີຫົວຂໍ້ຊື່ວ່າ "ຄື້ນສັ່ນສະເທືອນ: ການຄຸ້ມຄອງຜົນກະທົບ ຕໍ່ຄວາມ
ຍາກຈົນ ຈາກສະພາບອາກາດທີ່ປ່ຽນແປງ ຫຼື Shockwaves: Managing the Impacts of Climate Change on Poverty,"
ໄດ້ອອກມາກ່ອນໜ້າ ກອງປະຊຸມ
ສຸດຍອດຂອງໂລກ ກ່ຽວກັບສະພາບອາກາດທີ່ປ່ຽນແປງ ທີ່ຈະໄດ້ເປີດຂຶ້ນ ໃນວັນທີ 30
ພະຈິກປີນີ້ ຢູ່ທີ່ນະຄອນຫຼວງ Paris.

ນອກຈາກບົດລາຍງານແລ້ວ ຫຼັງຈາກນັ້ນ ອົງການສະຫະປະຊາຊາດ ຍັງກ່າວເຕືອນວ່າ
ການສະໝັກໃຈ ໃຫ້ຄຳໝັ້ນສັນຍາ ທີ່ຈະຕັດການປ່ອຍຄວັນພິດລົງ ຈາກບັນດາປະເທດ
ອຸດສາຫະກຳນັ້ນ ແມ່ນບໍ່ໄປໃສເລີຍ ບໍ່ໃກ້ພໍທີ່ຈະປ້ອງກັນ ວິກິດການທີ່ກຳລັງປາກົດຂຶ້ນຢູ່.

ການແນະນຳຕ່າງໆ ໃນປັດຈຸບັນນີ້ ແມ່ນຮຽກຮ້ອງ ໃຫ້ເອົາມາດຕະການທົ່ວໂລກ ທີ່ແນ
ເປົ້າໝາຍໃສ່ ການຈຳກັດອຸນຫະພູມ ໃຫ້ເພີ້ມຂຶ້ນພຽງ 2 ອົງສາ Celcius ໃນສັດຕະວັດນີ້.

ແຕ່ບົດລາຍງານ ໂຄງການສະພາບແວດລ້ອມຂອງອົງການສະຫະປະຊາຊາດ ສະບັບວັນ
ສຸກຜ່ານມາ ລາຍງານວ່າ ການໃຫ້ຄຳໝັ້ນສັນຍາທີ່ມີຢູ່ແລ້ວນັ້ນ ຖ້າປະຕິບັດຕາມແລ້ວ
ຈະສົ່ງຜົນໃຫ້ ຫລຸດຜ່ອນໄດ້ພຽງ 1 ສ່ວນ 3 ຈາກທີ່ຕ້ອງການ ພາຍໃນປີ 2030 ເພື່ອຮັກ
ສາໄວ້ ເປົ້າໝາຍໄລຍະຍາວທີ່ວາງເອົາໄວ້ນັ້ນ.

XS
SM
MD
LG