ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວຽກ​ງານ ກ່ຽວ​ກັບ ການ​ສ້າງ​ກ້ອງ​ສ່ອງວິ​ທະ​ຍຸ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ໄດ້​ເລີ່ມ​ຂຶ້ນ​ແລ້ວ​ ໃນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ


ກ້ອງ​ສ່ອງວິ​ທະ​ຍຸ​ຢູ່​ຫໍ​ເບິ່ງ​ດາວ ພາກ​ສ໌ (Parkes Observatory) ໃກ້​ກັບ​ເມືອງ ພາກ​ສ໌, ປະ​ເທດ ອອ​ສ​ເຕ​ຣ​ເລຍ, 15 ກໍ​ລະ​ກົດ 2019.
ກ້ອງ​ສ່ອງວິ​ທະ​ຍຸ​ຢູ່​ຫໍ​ເບິ່ງ​ດາວ ພາກ​ສ໌ (Parkes Observatory) ໃກ້​ກັບ​ເມືອງ ພາກ​ສ໌, ປະ​ເທດ ອອ​ສ​ເຕ​ຣ​ເລຍ, 15 ກໍ​ລະ​ກົດ 2019.

ໃນເຂດ​ຊົນ​ນະ​ບົດ​ຂອງພື້ນ​ທີ່ຫ່າງ​ໄກ​ສອກຫຼີກ​ຂອງ​ລັດ​ອອ​ສ​ເຕ​ຣ​ເລຍຕາ​ເວັນ​ຕົກ, ວຽກ​ງານ​ແມ່ນ​ໄດ້​ເລີ່ມ​ຂຶ້ນແລ້ວ​ ກ່ຽວ​ກັບ ການ​ເຮັດ​ກ້ອງ​ວິ​ທະ​ຍຸ​ສ່ອງ​ດາວ ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ບັນ​ດາ​ນັກ​ດາ​ລາ​ສາດ ​ກ່າວ​ວ່າ ກ້ອງ Square Kilometre Array ຈະ​ມີ​ຄວາມ​ສາ​ມາດ​ໃນ​ການ​ຄົ້ນ​ຫາ​ດາວ​ຕ່າງໆ​ ສຳ​ລັບສັນ​ຍານ​ຂອງສິ່ງ​ມີ​ຊີ​ວິດ​ທີ່​ສະຫຼາດ ແລະ ຟັງ​ຫາ​ປະ​ຫວັດ​ຢ້ອນ​ກັບ​ຄືນ​ໄປ​ຕອນ​ເລີ່ມ​ຕົ້ນ​ຂອງຈັກ​ກ​ກະ​ວານ. ນີ້​ແມ່ນ​ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ສາ​ກົນ. ນັກ​ຂ່າວ​ວີ​ໂອ​ເອ ຟິ​ລ ເມີ​ເຊີ ມີ​ລາຍ​ງານ​ຈາກ​ນະ​ຄອນ ຊິດ​ນີ, ປະ​ເທດ ອອ​ສ​ເຕ​ຣ​ເລຍ, ເຊິ່ງ​ພຸດ​ທະ​ສ​ອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ເວ​ລາຫຼຽວ​ເຫັນ​ທຳ​ອິດ, ນີ້​ອາດ​ເປັນ​ການ​ປູກ​ຕົ້ນ ຄ​ຣິ​ສ​ມາ​ສ ໃນ​ເຂດ​ຊົນ​ນະ​ບົດ​ຂອງ ອອ​ສ​ເຕຣ​ເລຍ. ແຕ່​ເຈົ້າ​ກຳ​ລັງ​ເບິ່ງ​ໃນ​ສິ່ງ​ທີ່​ບາງ​ຄົນ​ເອີ້ນ​ວ່າ​ເປັນ​ຄວາ​ມ​ພະ​ຍາ​ຍາມ​ດ້ານ​ວິ​ທະ​ຍາ​ສາດ​ທີ່​ໃຫຍ່​ທີ່​ສຸດ​ເທົ່າ​ທີ່​ເຄີຍ​ມີ​ມາ​ຂອງມວນ​ມະ​ນຸດ.

ວິ​ດີ​ໂອ​ຈາກສະ​ຖາ​ບັນ​ການ​ສຶກ​ສາ​ວິ​ທະ​ຍາ​ສາດ ອອ​ສ​ເຕ​ຣ​ເລຍ ໄດ້​ອະ​ທິ​ບາຍ ກ່ຽວ​ກັບ ວິ​ທີ​ທີ່​ເສົາ​ສັນ​ຍານ 130,000 ອັນ ແລະ ຈານ​ດາວ​ທຽມ 200 ອັນ​ຈະ​ສ້າງ​ໂຄງ​ການ​ກ້ອງ Square Kilometre Array ຫຼື SKA. ມັນ​ຈະ​ປະ​ກອບ​ມີ​ກ້ອງ​ສ່ອງ​ດາວ​ຍັກ​ສອງ​ອັນ ແລະ ກ້ອງ​ສ່ອງ​ດາວ​ທີ່​ລະ​ອຽດ​ອ່​ອນ​ທີ່​ສຸດ ​ຢູ່​ຫໍ​ເບິ່ງ​ດາວ​ໃນ ອອ​ສ​ເຕ​ຣ​ເລຍ ແລະ ອາ​ຟ​ຣິ​ກາ​ໃຕ້.

ດ້ວຍ​ການ​ຟັງ ແລະ ເບິ່ງ​ເລິກ​ເຂົ້າ​ໄປ​ໃນ​ອະ​ວະ​ກາດ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຫວັງ​ວ່າ​ ໂຄງ​ການ​ດັ່ງ​ກ່າວ​ຈະ​ສາ​ມາດ​ຊ່ວຍ​ຕອບ​ຄຳ​ຖາມ​ພື້ນ​ຖານ​ບາງ​ອັນ ຄື: ພວກເຮົາແມ່ນ​ຜູ້​ດຽວ​ທີ່​ຢູ່​ໃນ​ຈັກ​ກະ​ວານ​ບໍ? ດາວດວງ​ທຳ​ອິດ​ເປັ່ງ​ແສງ​ອອກ​ມາ​ໄດ້​ແນວ​ໃດ? ແລະ ແມ່ນ​ຫຍັງ​ແທ້​ທີ່​ເປັນ “ພະ​ລັງ​ງານ​ມືດ” ເຊິ່ງແມ່ນ​ປາ​ກົດ​ການ​ລຶກ​ລັບ​ທີ່​ປາ​ກົດ​ວ່າ ​ໄດ້​ແຍກ​ຈັກ​ກະ​ວານ​ອອກ​ຈາກ​ກັນ?

ບັນ​ດາ​ນັກ​ຊ່ຽວ​ຊານ​ໄດ້​ກ່າວ​ວ່າ ກ້ອງ SKA ຕ້ອງ​ຖືກ​ຕັ້ງ​ຢູ່​ໄກ​ຈາກ​ການ​ລົບ​ກວນ​ຂອງຄື້ນ​ວິ​ທະ​ຍຸ​ຢູ່ເທິງໂລກ ​ຄື​ສັນ​ຍານ​ຈາກ​ຄອມ​ພິວ​ເຕີ, ລົດ ແລະ ເຮືອ​ບິນ.

ເຂົາ​ເຈົ້າ​ໄດ້​ກ່າວ​ວ່າ​ມັນ​ຈະ​ມີ​ຄວາ​ມ​ລະ​ອຽດ​ອ່ອນກວ່າ​ກ້ອງ​ສ່ອງ​ດາວ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ 8 ເທົ່າ ແລະ ຈະ​ຕັ້ງແຜນ​ທີ່​ທ້ອງ​ຟ້າ​ໄວກວ່າ 135 ເທົ່າ.

ທ່ານ ແດນ​ນີ ໄພ​ຣ​ສ໌ ​ແມ່ນນັກ​ວິ​ໄຈ​ຄົ້ນ​ຄວ້າ​ອາ​ວຸ​ໂສ​ຢູ່​ສະ​ຖາ​ບັນວິ​ທະ​ຍຸ​ດາ​ລາ​ສາດ ເຄີ​ຕິນ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ເຄີ​ຕິນ.

ທ່ານ​ໄດ້​ກ່າວ​ຕໍ່​ບໍ​ລິ​ສັດ​ກະ​ຈາຍ​ສຽງ ອອ​ສ​ເຕ​ຣ​ເລຍ ຫຼື ABC ໃນ​ວັນ​ຈັນ​ວານນີ້​ວ່າ ກ້ອງ SKA ມີ​ພະ​ລັງ​ດ້ານ​ດາ​ລາ​ສາດ ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນ.

ທ່ານ ໄພ​ຣ​ສ໌ ໄດ້​ກ່າວ​ວ່າ “ມັນ​ຈະ​ເປັນ​ອົງ​ປະ​ກອບ​ນຶ່ງ​ທີ່​ມີ​ຄວາມ​ລະ​ອຽດ​ອ່ອນ​ທີ່​ສຸດ​ທີ່ມວນ​ມະ​ນຸດ​ເຄີຍ​ສ້າງ​ຂຶ້ນ ແລະ ຖ້າ​ຈະ​ເວົ້າ​ແລ້ວ​ກ້ອງ SKA ​ສາ​ມາດ​ຈັບ​ໂທ​ລະ​ສັບ​ມື​ຖື ​ຢູ່​ຖົງ​ໂສ້ງ​ຂອງ​ນັກ​ບິນ​ອະ​ວະ​ກາດ ​ຢູ່​ເທິງ​ດາວ​ອັງ​ຄານ​ໄດ້.”

​ປະ​ເທດ ອອ​ສ​ເຕ​ຣ​ເລຍ, ອາ​ຟ​ຣິ​ກາ​ໃຕ້, ກາ​ນາ​ດາ ແລະ ອັງ​ກິດ ແມ່ນ​ລວມ​ຢູ່ຫຼາຍກວ່າ 10 ປະ​ເທດ​ທີ່​ໄດ້​ສະ​ໜອງ​ທຶນ​ໃຫ້​ໂຄງ​ການ​ດັ່ງ​ກ່າວ.

ໃນ​ຂໍ້​ຕົກ​ລົງ​ທີ່​ດິນ​ລະ​ຫວ່າງ​ເຈົ້າ​ຂອງ​ຄົນ​ພື້ນ​ເມືອງ, ເຊິ່ງ​ແມ່ນ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ ແລະ ອຸດ​ສາ​ຫະ​ກຳ​ເຄືອ​ຈັກ​ກະ​ພົບ ຫຼື CSIRO ນັ້ນ, ອົງ​ການ​ວິ​ທະ​ຍາ​ສາດ​ແຫ່ງ​ຊາດ​ຂອງ ອອ​ສ​ເຕ​ຣ​ເລຍ ແລະ ລັດ​ຖະ​ບານ​ລັດ​ອອ​ສ​ເຕ​ຣ​ເລຍ​ຕາ​ເວັນ​ຕົກ ແລະ ລັດ​ຖະ​ບານ​ກາງ ​ໄດ້​ອະ​ນຸ​ຍາດ​ການ​ກໍ່​ສ້າງ​ກ້ອງ​ສ່ອງ SKA ສາ​ກົນ ​ໃຫ້​ເລີ່ມ​ຕົ້ນ​ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ຈັນ​ວານນີ້.

ກ້ອງ​ວິ​ທະ​ຍາ​ສ່ອງ​ດາວ​ຍັກ​ດັ່ງ​ກ່າວ​ແມ່ນ​ຄາດ​ວ່າ​ຈະ​ຖືກ​ນຳ​ມາ​ປະ​ຕິ​ບັດ​ກາ​ນ​ພາຍ​ໃນ​ທ້າຍ​ທົດ​ສະ​ວັດ​ນີ້.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG