ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກແມ່ຍິງ ຈະຕົກຢູ່ໃນສະພາບ ທີ່ສ່ຽງທີ່ສຸດ ເວລາຕໍ່ສູ້ ເພື່ອການປຽນແປງ ຢູ່ໃນອີຈິບ ຊູດານ ແລະ ອາລຈີເຣຍ


Women Run Grave Risks Fighting for Change in Egypt, Sudan, Algeria
please wait

No media source currently available

0:00 0:03:42 0:00

ພວກແມ່ຍິງພາກັນຕໍ່ສູ້ ເພື່ອການປ່ຽນແປງ

ຈາກປະເທດ ອີຈິບ ໄປຫາ ຊູດານ ໄປເຖິງ ອາລຈີເຣຍ ພວກແມ່ຍິງ ພາກັນມີຄວາມ
ຫ້າວຫັນຫລາຍຂຶ້ນ ໃນການປະກອບສ່ວນໃນການປະທ້ວງ ຮຽກ ຮ້ອງໃຫ້ມີການປ່ຽນ
ແປງຢ່າງຖາວອນໃນສັງຄົມຂອງພວກເຂົາເຈົ້າ. ຫາກແຕ່ວ່າ ການຮ້ອງໂຮຢ່າງເຂັ້ມ
ແຂງຢູ່ໃນສັງຄົມຂອງອິສລາມ ໄດ້ຖືກມອງເຫັນໂດຍບາງ ຄົນວ່າ ເປັນໄພຂົ່ມຂູ່ ທີ່​ບໍ່ຍິນ
ດີຕ້ອນຮັບ ຊຶ່ງພາໃຫ້ກຳລັງຮັກສາຄວາມປອດໄພ ຕ້ອງເອົາບາດກ້າວຢ່າງຮ້າຍກາດ ຊຶ່ງມັກຈະແມ່ນການຮາວີລົບກວນທາງເພດຕໍ່ ແມ່ຍິງ ອັນຖືວ່າ ເປັນກົນລະຍຸດອັນນຶ່ງ ເພື່ອການຄວບຄຸມ. ດັ່ງທີ່ Salem Solomon ລາຍງານມານັ້ນ ກ່ຽວກັບ ອັນຕະລາຍ
ຕໍ່ພວກແມ່ຍິງ ທີ່ມີສ່ວນໃນ ການປະທ້ວງ ເພື່ອໃຫ້ມີການປ່ຽນແປງນັ້ນ ດັ່ງສາລີ ຈະມີ
ລາຍລະອຽດ ມາສະ​ເໜີທ່ານ ໃນອັນດັບຕໍ່ໄປ.

ເວລາການປະທ້ວງ ຕໍ່ຕ້ານລັດຖະບານ ໄດ້ເກີດຂຶ້ນຢູ່ຈະຕຸລັດ ຕາເຮຍ ໃນປະເທດອີຈິບ
ໃນປີ 2011 ນັ້ນ ນາງ ເຮັນດ໌ ນາເຟຍ ຍັງເປັນນັກສຶກສາ ມະຫາວິທະຍາໄລຢູ່. ເວລາ
ນາງໄດ້ເຫັນຮູບພາບຂອງຊາວໜຸ່ມພາກັນຮຽກຮ້ອງ ໃຫ້ຍຸຕິລົງ ການປົກຄອງເປັນ​ເວ​ລາ
ສາມທົດສະວັດຂອງ ຮົສນີ ມູບາຣັກ ນາງກໍ ຮູ້ວ່າ ນາງຕ້ອງໄດ້ໄປປະກອບສ່ວນ. ທ່ານ
ນາງ ເຮັນດ໌ ນາຟາ ນັກເຄື່ອນໄຫວ ເພື່ອສິດທິມະນຸດຂອງອີຈິບກ່າວວ່າ:

“ສະນັ້ນ ຂ້າພະເຈົ້າຈຶ່ງໄດ້ໄປເຂົ້າຮ່ວມຢູ່ຫັ້ນ ບໍ່ພຽງແຕ່ວ່າ ເພື່ອສະແຫວງຫາ ເສລີພາບ ກຽດສັກສີ ຄວາມຍຸຕິທຳໃນສັງຄົມ ແລະເພື່ອສິດທິມະນຸດໃນອີຈິບ ເທົ້ານັ້ນ ແຕ່ແມ່ນ
ເພື່ອສິດທິຂອງຂ້າພະເຈົ້າເອງໃນຖານະເປັນແມ່ຍິງ. ມັນເປັນ ເທື່ອທຳອິດໃນການມີ
ປາກມີສຽງ ໄດ້ເວົ້າໄດ້ວ່າ.”

ທ່ານນາງ ນາເຟຍ ໄດ້ໄປຮ່ວມໃນການປະທ້ວງດັ່ງກ່າວ ໂດຍບໍ່ໄດ້ບອກຄອບ ຄົວຂອງ
ລາວ. ໃນຂະນະທີ່ຮູ້ສຶກຕື່ນເຕັ້ນດີໃຈ ຍ້ອນການປະຕິວັດຢູ່ນັ້ນ ນາງກໍ ໄດ້ແນມເຫັນ
ດ້ານສົກກະປົກຂອງມັນ. ໃນລະຫວ່າງການປະທ້ວງໃນເດືອນທັນວາປີ 2011 ນັ້ນ ທ່ານ
ນາງນາເຟຍ ກໍໄດ້ຖືກກຳລັງຮັກສາຄວາມປອດໄພໂຈມ ຕີ ໂດຍນາງກ່າວວ່າ:

“ຂ້ອຍໄດ້ຖືກລາກແກ່ໄປ ຖືກທຸບຕີ ແລະແກ້ເຄື່ອງນຸ່ງອອກແລະມີທະຫານ 15 ຄົນຢູ່
ອອ້ມຂ້າງຂ້ອຍແລະທຸບຕີຂ້ອຍ ລວນລາມທາງເພດຂ້ອຍ ຈັບບາຍອະໄວ ຍະວະ ຮ່າງ
ກາຍຂ້ອຍ. ແລ້ວກໍແກ່ຂ້ອຍເຂົ້າໄປໃນຕຶກສະພາ Shura ໃນຈະຕຸ ລັດ ຕາເຮຍ.”

ທ່ານນາງ ນາເຟຍ ໄດ້ຖືກໃສ່ກັບມືຕິດກັບຕຽງນອນ ເຖິງແມ່ນວ່າ ແຂນຂອງ ລາວຈະ
ຫັກແລ້ວກໍຕາມ. ບາດແຜຂອງລາວ ຖືກປ່ອຍປະໃຫ້ເລືອດໄຫລອອກ ໂດຍບໍ່ໄດ້ຮັບການ
ປິ່ນປົວເປັນເວລາສອງມື້. ນາງກ່າວວ່າ:

“ມີແມ່ຍິງອີກເກົ້າຄົນ ທີ່ໄດ້ຖືກຈັບຢູ່ນຳກັນກັບຂ້ອຍ ທັງຖືກທຸບຕີນຳ. ພວກເຮົາ ຖືກຂັງ
ຢູ່ໃນຫ້ອງນັ້ນ ດົນກວ່າ 15 ຊົ່ວໂມງ. ພວກເຮົາຖືກທໍລະມານ ຊຶ່ງແນ່ ນອນ ພວກເຂົາໃຊ້
ໄຟຟ້າຈີ້ ແມ່ນແຕ່ໄດ້ຂູ່ວ່າຈະທຳການຊຳເລົາພວກເຮົາ ແລ້ວ ພວກເຂົາກໍປ່ອຍຂ້ອຍ ແຕ່
ບໍ່ແມ່ນໃຫ້ເມືອບ້ານແຕ່ໃຫ້ໄປໂຮງໝໍທະຫານ ເພາະ ວ່າ ຂ້ອຍບໍ່ຮູ້ເມື່ອຄີງແລ້ວ ແລະ
ພວກເຂົາຄິດວ່າຂ້ອຍຕາຍແລ້ວ.”

ການສ້າງຄວາມໂຫດຮ້າຍກັບ ນາເຟຍ ແລະແມ່ຍິງຄົນອື່ນໆໄດ້ກໍ່ໃຫ້ເກີດຄວາມ ໂມໂຫ
ໂທໂສຂອງສາທາລະນະຊົນ. ພວກແມ່ຍິງນັບເປັນພັນໆຄົນໄດ້ພາກັນລົງ ສູ່ຖະໜົນ ຮຽກ
ຮ້ອງໃຫ້ຍຸຕິການສ້າງຄວາມທາລຸນຕໍ່ແມ່ຍິງແລະຢຸດເຊົາການປົກ ຄອງຂອງພວກທະ
ຫານ.

ທີ່ປະເທດ ຊູດານ ພວກແມ່ຍິງໄດ້ພາກັນຫລິ້ນບົດບາດ ຢູ່ໃນການນຳພາ ໃນ ການໂຄ່ນ
ລົ້ມລະບອບຜະເດັດການ. ນາງອາລາ ຊາລາ ອາຍຸ 22 ປີ ໄດ້ກາຍ ເປັນສັນຍາລັກແຫ່ງ
ການປະຕິວັດລຸນຫລັງຮູບພາບການໂຮ່ຮ້ອງນຳພາຂອງນາງ ຢູ່ເທິງລົດ ໄດ້ນຳອອກອາ
ກາດໄປທົ່ວໂລກແລ້ວ ຊຶ່ງນາງກ່າວເປັນພາສາອາຣັບ ວ່າ:

“ພວກເຮົາຢາກໃຫ້ມີປະເທດຊູດານທີ່ດີກວ່ານີ້ ເປັນລັດ ທີ່ເປັນປະຊາທິປະໄຕ ເປັນລັດ
ທີ່ຕັດສີນທຸກໆຄົນ ຕາມຕົວບົດກົດໝາຍ ບໍ່ແມ່ນດ້ວຍການຮັກຫລັງ ຊັງບ່ຽງ ເພາະສະ
ນັ້ນ ພວກເຮົາຈຶ່ງມາຢູ່ຈະຕຸລັດໜີ້ ຈົນກວ່າວ່າ ພວກເຮົາຈະ ໄດ້ຮັບສິ່ງທີ່ຕ້ອງການ.”

ແລະທີ່ປະເທດ ອາລຈີເຣຍ ພວກແມ່ຍິງໄດ້ຫລິ້ນບົດບາດ ທີ່ສຳຄັນ ໃນການ ປະທ້ວງ ທີ່
ໂຄ່ນລົ້ມ ອັບເດລາຊິສ ບູເຕຟລິກາ ຜູ້ໄດ້ປົກຄອງມາຍາວນານ. ຂ່າວກ່ຽວກັບຮູບຖ່າຍ
ຂອງນັກເຕັ້ນລຳບາເລ ອາລຈີເຣຍ ທີ່ຢືນຕັ້ງໂຕຢູ່ ດ້ວຍ ໂປ້ຕີນຂອງລາວ ທີ່ຕິດຢູ່ທາງ
ໜ້າທຸງແຜ່ນນຶ່ງ ເປັນການສະແດງການຂັດຄ້ານ ການປົກຄອງ ໄດ້ແຜ່ສະພັດໄປທົ່ວ.

ການປະທ້ວງໂດຍພວກແມ່ຍິງ ໂດຍສະເພາະຢູ່ໃນສັງຄົມອິສລາມ ປາກົດວ່າ ເປັນສັນຍາ
ລັກທີ່ຍິ່ງໃຫຍ່ ແລະພວກກຳລັງຮັກສາຄວາມປອດໄພແມ່ນໄດ້ເຂົ້າ ເຖິງ ດ້ວຍປະຕິກິລິຍາ
ທີ່ຮຸນແຮງ ຊຶ່ງທ່ານນາງ ເຮັນດ໌ ນາເຟຍ ເວົ້າເປັນພາສາອັງກິດວ່າ:

“ພວກເຂົາໄດ້ໃຊ້ເລື້ອງເພດ ມາເປັນເຫດຜົນ ເພື່ອສ້າງຄວາມຮຸນແຮງ ເພື່ອ ປາບປາມ
ພວກແມ່ຍິງ ແລະຊຸກຍູ້ພວກເຂົາເຈົ້າອອກໄປ ບໍ່ໃຫ້ປະທ້ວງ ທັງບໍ່ ໃຫ້ປະກອບສ່ວນຢູ່
ໃນທີ່ສາທາລະນະ. ສື່ມວນຊົນຂອງກະຊວງ ຈະຕັ້ງຄຳຖາມ ຂຶ້ນມາວ່າ ພວກເຂົາໄປເຮັດ
ຫຍັງຢູ່ຫັ້ນ? ເພາະສະນັ້ນເພິ່ນຈຶ່ງປະນາມພວກເຮົາ ພວກແມ່ຍິງ ທີ່ພາກັນໄປ ຈະຕຸລັດ
ຕາເຮຍ ແທນທີ່ຈະຕ້ອງຕິຜູ້ຄົນທີ່ເຮັດແນວ ນີ້ກັບພວກເຮົາ.”

ເຖິງແມ່ນ ທ່ານນາງ ຈະໄດ້ຮັບຄວາມເຈັບປວດ ນາເຟຍ ກໍກ່າວວ່າ ການເສຍ ສະຫລະ ແມ່ນກຸ້ມຄ່າ. ທ່ານນາງໄດ້ຖືກບັງຄັບ ໃຫ້ໂຕນໜີໄປຈາກອີຈິບ ແລະ ໄປຍັງເລບານອນ ປັດຈຸບັນໄດ້ມາຕັ້ງຕົ້ນຊີວິດໃໝ່ຢູ່ໃນສະຫະລັດ. ລັດຖະບານ ອີຈິບ ໄດ້ຕັດສີນໂທດແລະ
ຕັ້ງຄວາມຜິດໃສ່ນາງແບບລັບຫລັງ ທັງໄດ້ຕັດສີນໃສ່ ຄຸກທ່ານນາງ 25 ປີ ຍ້ອນບົດບາດຂອງນາງ ໃນການປະທ້ວງດັ່ງກ່າວ.

From Egypt to Sudan to Algeria, women have become more active in participating in demonstrations demanding lasting change in their societies. But their vocal activism in these Islamic societies have been viewed by some as an unwelcome threat, leading security forces to react harshly - often sexually assaulting women as a tactic of control. As VOA's Salem Solomon reports on the dangers for women involved in protests that call for change.

When anti-government protests broke out in Egypt's Tahrir Square in 2011, Hend Nafea was a college student. As she saw the images of young people demanding an end to the three-decade rule of Hosni Mubarak, she knew she had to take part.

Hend Nafea, Egyptian Human Rights Activist (in English
"So, I participated there not only to seek freedom, dignity, social justice and to call for human rights in Egypt, but also for my rights as a woman. It was the first time to have a voice to speak out."

Nafea joined the protests without telling her family. While feeling exhilarated by the revolution, she soon saw its ugly side. During a protest in December 2011, Nafea was attacked by security forces.
Hend Nafea, Egyptian Human Rights Activist (in English
"I was dragged, beaten and stripped, and there were around 15 soldiers beating me, sexually harassing me, touching private parts of my body. And they dragged me into the Shura Council building in Tahrir Square."

Nafea was handcuffed to a bed, even though her arm was broken. Her wounds were left to bleed without treatment for two days.

Hend Nafea, Egyptian Human Rights Activist (in English)
"There were nine other girls who joined me who were arrested and also beaten. We were held in this room for more than 15 hours. We were tortured — apparently they used electric shocks, even they threatened us with raping. And they released me not to home, but they released me to the military hospital because I lost my consciousness, and they thought I was dead."

The abuse of Nafea and other women sparked public outrage. Thousands of women marched in the streets, demanding an end to violence against women and an end to military rule.

In Sudan, women played a leading role in toppling a dictatorship. 22-year-old Alaa Salah became a symbol of the revolution after photos of her leading chants atop a vehicle were broadcast around the world.

Alaa Salah, Sudanese Protester (In Arabic)
"We want a better Sudan, a democratic state. One that judges all in accordance with the law without favoritism. So we're currently in the square until our demands are met."

And in Algeria, women have played a key role in protests that brought down longtime ruler Abdelaziz Bouteflika. A photo of an Algerian ballerina balancing on her toes defiantly in front of a flag has gone viral.

Protests by women, particularly in Islamic societies, seem to be an especially powerful symbol, and security forces have reacted harshly.

Hend Nafea, Egyptian Human Rights Activist (in English)
"They use gender-based violence to crush women and to push women away from protests and from participating in the public space. The ministry media was saying like why did they go there?' So they were blaming us, the women, for going to Tahrir Square instead of blaming the people who did this to us."

((Mandatory cg: Fork Films))
Despite the pain she has endured, Nafea says the sacrifice was worth it. She was forced to flee Egypt to Lebanon, and now lives in the U.S. The Egyptian government tried and convicted her in absentia, and sentenced her to 25 years in prison for her role in the protests.

XS
SM
MD
LG