ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ພວກແມ່ຍິງຜິວດຳ ພ້ອມແລ້ວ ທີ່ຈະອ້າງເອົາ ການເລືອກຕັ້ງ ປີ 2020 ເປັນປີ ແຫ່ງການເລືອກຕັ້ງ ຂອງພວກເຂົາ


ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ ຮີວລາຣີ ຄລິນຕັນ ຖ່າຍຮູບກັບພວກສະໜັບສະໜຸນຄົນຜິວດຳ ຫຼັງຈາກໂຄສະນາຫາສຽງ ຢູ່ທີ່ໂບດ Central Baptist Church ໃນນະຄອນໂຄລຳເບຍ ລັດຄາໂຣໄລນາໃຕ້, ວັນທີ 23 ກຸມພາ 2016.
ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງ ຮີວລາຣີ ຄລິນຕັນ ຖ່າຍຮູບກັບພວກສະໜັບສະໜຸນຄົນຜິວດຳ ຫຼັງຈາກໂຄສະນາຫາສຽງ ຢູ່ທີ່ໂບດ Central Baptist Church ໃນນະຄອນໂຄລຳເບຍ ລັດຄາໂຣໄລນາໃຕ້, ວັນທີ 23 ກຸມພາ 2016.

ພວກແມ່ຍິງຜິວດຳ ອາດມີທ່າທີທີ່ດີກວ່າ ພວກກຸ່ມຄົນປ່ອນບັດຜິວອື່ນໆທັງຫຼາຍ ໃນ
ປະເທດ ທີ່ຈະເຮັດໃຫ້ປະທານາທິບໍດີ ດໍໂນລ ທຣຳ ເສຍໄຊ ໃນການເລືອກຕັ້ງປະທາ
ນາທິບໍດີ ປີ 2020 ອີງຕາມການກ່າວ ຂອງພວກນັກຊ່ຽວຊານທັງຫຼາຍ.

ນຶ່ງໃນສີຄົນຜູ້ປ່ອນບັດໃດ ໃນລັດຟລໍຣີດາ ເທັກຊັສ ອາຣີໂຊນາ ແລະຈໍເຈຍ ໂດຍຈະມີ
ຄະແນນສຽງຮ່ວມກັນທີ່ສຳຄັນ ຂອງ electoral votes ຊຶ່ງເປັນຄະແນນສຽງ ທີ່ຈະຕັດ
ສິນໄຊຊະນະຂອງປະທານາທິບໍດີ ນັ້ນ ກໍແມ່ນ ແມ່ຍິງຜິວດຳ. ໃນການເລືອກຕັ້ງ ລັດ
ຖະສະພາກາງສະໄໝ ປີ 2018 ພວກແມ່ຍິງຜິວດຳ ໄດ້ຊ່ອຍຂັບເຄື່ອນອັນທີ່ເອີ້ນວ່າ
“ຄື້ນຟອງສີຟ້າ ຫຼື blue wave” ຂອງຄະແນນສຽງ ພັກເດໂມແຄຣັດ ຊຶ່ງໄດ້ປ່ຽນການ
ຄວບຄຸມສະພາຕ່ຳ ໄປຈາກພັກຣີພັບບລບີກັນ. ການອອກໄປໃຊ້ສິດຂອງພວກເຂົາ
ເຈົ້າ ແມ່ນມີຈຳ 55 ເປີເຊັນ ຂອງບັນດາຜູ້ມີສິດອອກສຽງ ຊຶ່ງມີອັດຕາການອອກໄປ
ໃຊ້ສິດອອກສຽງ ໃນທົ່ວປະເທດ ຫຼາຍເກີນກວ່າ 6 ເປີເຊັນ ຂອງຄະແນນສຽງ.

ແຕ່ໃນຂະນະທີ່ມີກຸ່ມພວກແມ່ຍິງທີ່ຫຼາກຫຼາຍຊົນຊາດ ໄດ້ເຂົ້າມາເຕົ້າໂຮມກັນໃນ
ສັບປະດານີ້ ຢູ່ໃນນະຄອນໄມອາມີ ເພື່ອຊົມການໂຕ້ວາທີ ຂອງບັນດາຜູ້ສະໝັກເປັນ
ປະທານາທິບໍດີ ຈາກພັກເດໂມແຄຣັດ ແລະ ເປັນຂີດໝາຍຂອງການເລີ້ມຕົ້ນ ຂອງ
ລະດູການເລືອກຕັ້ງ ຊຶ່ງເປັນຕົວເລກອີກອັນນຶ່ງ ທີ່ອາດຈະບໍ່ເອົາຫົວຊານຳ ບໍ່ໄດ້.
ໃນປີ 2016 ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ທ່ານນາງຮີວລາຣີ
ຄຣິນຕັນ ໄດ້ເສຍລັດຟລໍຣີດາ ແລະລັດນີ້ ໄດ້ມີຄະແນນ elector votes ທີ່ສຳຄັນ 29
ຄະແນນ ຈຶ່ງຕົກໄປເປັນຂອງທ່ານທຣຳ ໂດຍໄດ້ຮັບສຽງສ່ວນຫຼາຍ ພຽງ 112,000
ສຽງເທົ່ານັ້ນ. ພວກປ່ອນບັດຊາວຜິວດຳ ໄດ້ພາກັນອອກໄປປ່ອນບັດ ໃນລັດຟລໍຣີດາ
ຫຼາຍກວ່າ 3 ເປີເຊັນຂອງຄະແນນສຽງ ໃນປີ 2016 ທຽບໃສ່ຈາກການເລືອກຕັ້ງ ໃນ
ເມື່ອກ່ອນ ປີ 2012 ຊຶ່ງເປັນສ່ວນນຶ່ງ ຂອງການຫລຸດນ້ອຍຖອຍລົງ ຂອງການອອກໄປ
ປ່ອນບັດ ພາຍໃນກຸ່ມພວກຊາວອາເມຣິກັນເຊື້ອສາຍອາຟຣິກາ ແລະ ພວກຊາວລາຕິນ
ໃນການເລືອກຕັ້ງນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Women of color may be better positioned than most groups of voters in the country to hand President Donald Trump a loss in the 2020 presidential election, experts say.

One out of every four voters in Florida, Texas, Arizona and Georgiastates with significant shares of electoral votes - is a woman of color. In the 2018 congressional midterm elections, black females helped drive the so-called "blue wave" of Democratic votes, flipping the U.S. House of Representatives away from Republican control. Their showing of fifty-five percent of eligible voters outpaced the national turnout rate by six percentage points.

But as a diverse group of women gathered this week in Miami to watch the Democratic debates and mark the official kickoff of election season, another number could not be ignored. In 2016, Democratic presidential candidate Hillary Clinton lost Floridaand its critical 29 electoral votesto Trump by just 112,000 popular votes. Black voter turnout in Florida dropped more than three percentage points in 2016 from the previous presidential election in 2012, part of an overall nationwide decline in voter turnout among African-Americans and Latinos in that election.

XS
SM
MD
LG