ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ​ທີ່​ຖືກ​ຕັດ​ສິນ ບໍ່​ມີ​ຄວາມ​ຜິດ ກ່ຽວ​ກັບ ການ​ໝິ່ນ​ສາ​ສະ​ໜາ ບໍ່​ສາ​ມາດ​ເດີນ​ທາງ​ອອກ​ຈາກ ປາ​ກິ​ສ​ຖານ


ແມ່​ຍິງ ປາ​ກິ​ສ​ຖານ ທີ່​ນັ​ບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ນາງ ອາ​ເຊຍ ບີ​ບີ, ຖືກ​ຖ່າຍ​ຮູບຫຼັງ​ຈາກ​ການ​ພົບ​ປະ​ກັບ​ຜູ້​ປົກ​ຄອງ​ແຂວງ ບັນ​ຈັບ ຢູ່​ຄຸກ​ໃນ​ເມືອງ ເຊກ​ຄູ​ປູ​ຣາ, ປາ​ກິ​ສ​ຖານ.
ແມ່​ຍິງ ປາ​ກິ​ສ​ຖານ ທີ່​ນັ​ບ​ຖື​ສາ​ສະ​ໜາ ຄ​ຣິ​ສ​ຕຽນ ນາງ ອາ​ເຊຍ ບີ​ບີ, ຖືກ​ຖ່າຍ​ຮູບຫຼັງ​ຈາກ​ການ​ພົບ​ປະ​ກັບ​ຜູ້​ປົກ​ຄອງ​ແຂວງ ບັນ​ຈັບ ຢູ່​ຄຸກ​ໃນ​ເມືອງ ເຊກ​ຄູ​ປູ​ຣາ, ປາ​ກິ​ສ​ຖານ.

ທ່ານ ອາ​ມານ ອັ​ລ​ລາ, ຜູ້​ທີ່​ໄດ້​ລົມ​ກັບນາງ ອາ​ເຊຍ ບີ​ບີ ທາງ​ໂທ​ລະ​ສັບ​ໃນ​ວັນ​ສຸກ​ທີ່​
ຜ່ານມາໄດ້ກ່າວວ່າ , ນາງ ບີບີ ອາຍຸ 54 ປີໄດ້ຖືກຄວບຄຸມຕົວໃນຫ້ອງແຫ່ງນຶ່ງໃນ
ເມືອງທ່າເຮືອທີ່ຕັ້ງຢູ່ພາກໃຕ້ຂອງປະເທດ. ທ່ານໄດ້ກ່າວວ່າ ນາງ ບີບີ, ຜູ້ທີ່ໄດ້ປະ
ເຊີນກັບການຂົ່ມຂູ່ຂ້າ ໂດຍກຸ່ມຫົວຮຸນແຮງ ອິສລາມ, ໄດ້ມີຄວາມກັງວົນໃຈ ແລະ
ຢ້ານ, ບໍ່ແນ່ໃຈວ່າລາວຈະສາມາດເດີນທາງອອກຈາກປະເທດ ປາກິສຖານ ໄດ້ເມື່ອ
ໃດ.

ທ່ານ ອັ​ລ​ລາ, ຜູ້​ທີ່​ໄດ້ຫຼົບ​ໜີ​ອອກ​ຈາກ​ປະ​ເທດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ ຫຼັງ​ຈາກ​ຖືກ​ຂົ່ມ​ຂູ່​
ຂ້າ ຈາກພວກຫົວຮຸນແຮງທີ່ບໍ່ພໍໃຈກັບການຊ່ວຍເຫຼືອນາງ ບີບີ ຂອງທ່ານ, ຊຶ່ງໄດ້ເລີ່ມ
ຂຶ້ນຕອນທີ່ນາງຖືກຕັດສິນປະຫານຊີວິດນັ້ນໄດ້ກ່າວວ່າ “ນາງບໍ່ໄດ້ຖືກບອກວ່າມື້ໃດ
ລາວຈະສາມາດອອກໄປໄດ້.. ເຂົາເຈົ້າບໍ່ໄດ້ບອກລາວວ່າເປັນຫຍັງລາວຈຶ່ງອອກໄປ
ບໍ່ໄດ້.”

ທ່ານ ອັ​ລ​ລາ ໄດ້​ທຳ​ການ​ປະ​ສານ​ງານ​ລະ​ຫວ່າງ​ນາງ ບີ​ບີ ແລະ ບັນ​ດາ​ນັກ​ການ​ທູດ
ຢູໂຣບ, ຜູ້ທີ່ໄດ້ພະຍາຍາມທີ່ຈະຊ່ວຍເຫຼືອນາງ. ອົງການຂ່າວ AP ໄດ້ລົມກັບນາງ ບີບີ
ທາງໂທລະສັບ ດ້ວຍການຊ່ວຍເຫຼືອຂອງທ່ານ ອັລລາ ລຸນຫຼັງການຕັດສິນວ່ານາງບໍ່ມີ
ຄວາມຜິດໃນເດືອນຕຸລາປີກາຍນີ້, ເຊິ່ງໄດ້ຮັບການສະໜັບສະໜູນໃນເດືອນທີ່ຜ່ານ
ມາ.

ຄວາມ​ທຸກ​ຍາກ​ລຳ​ບາກ​ຂອງ​ນາງ ບີ​ບີ ໄດ້​ເລີ່ມ​ຂຶ້ນ​ໃນ​ປີ 2009 ເມື່ອ​ເພື່ອນ​ກຳ​ມະ​ກອນ
ຊາວນາສອງຄົນ ໄດ້ປະຕິເສດທີ່ຈະດື່ມນ້ຳຈາກຕຸກດຽວກັນ ໃນຖານະທີ່​ລາວເປັນແມ່
ຍິງທີ່ນັບຖືສາສະໜາ ຄຣິສຕຽນ. ມັນໄດ້ມີການຜິດຖຽງກັນ ແລະ ແມ່ຍິງມຸສລິມສອງຄົນ
ນັ້ນ ໄດ້ກ່າວຫານາງ ບີບີ ກ່ຽວກັບ ການດູໝິ່ນສາສະໜາ. ບັນດາຜູ້ພິພາກສາສານສູງ
ສຸດ ໄດ້ກ່າວວ່າ ມັນມີຄວາມບໍ່ສອດຄ່ອງກັນຫຼາຍຢ່າງໃນການໃຫ້ປາກຄຳຕໍ່ນາງ ບີບີ,
ຜູ້ທີ່ຍຶດໝັ້ນກັບຄວາມບໍລິສຸດຂອງລາວ.

ການ​ຕັດ​ສິນບໍ່​ມີ​ຄວາມ​ຜິດ​ຄວນ​ເຮັດ​ໃຫ້​ນາງ ບີ​ບີ ໄດ້​ຮັບ​ອິ​ດ​ສະຫຼະ​ພາບ, ແຕ່​ທ່ານ
ອັລລາ ໄດ້ກ່າວວ່າ ບັນດານັກການທູດໄດ້ຖືກແຈ້ງໃຫ້ຮູ້ວ່າ ການເດີນທາງອອກຈາກ
ປາກິສຖານ ຂອງນາງ, ບ່ອນທີ່ນາງຮູ້ສຶກວ່າຊີວິດຂອງລາວຈະຕົກຢູ່ໃນອັນຕະລາຍ
ນັ້ນ, ຈະບໍ່ເກີດຂຶ້ນໃນໄວໆນີ້, ແຕ່ “ໃນໄລຍະທີ່ປານກາງ.”

ທ່ານ​ໄດ້​ກ່າວ​ວ່າ ນາງ ບີ​ບີ ໄດ້​ບອກ​ທ່ານ​ວ່າ ນາງ​ຖືກ​ຂັງ​ໄວ້​ຢູ່​ໃນ​ຫ້ອງ​ຂອງ​ເຮືອນຫຼັງ​
ໜຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG