ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້​ເຫັນ​ເຫດ​ການ ໃຫ້​ລາຍ​ລະ​ອຽດ ກ່ຽວ​ກັບ ການ​ພະ​ຍາ​ຍາມ​ຂອງ​ທ່ານ ທ​ຣຳ ເພື່ອ​ກົດ​ດັນ​ກະ​ຊວງ​ຍຸ​ຕິ​ທຳ


ຮູບ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ປາ​ກົດ​ຢູ່​ໃນ​ໜ້າ​ຈໍ, ໃນ​ລະ​ຫວ່າງ​ການ​ໃຫ້​ການ ກ່ຽວ​ກັບ ກາ​ນ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ 2021, ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ມິ​ຖຸ​ນາ, 2022.
ຮູບ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ປາ​ກົດ​ຢູ່​ໃນ​ໜ້າ​ຈໍ, ໃນ​ລະ​ຫວ່າງ​ການ​ໃຫ້​ການ ກ່ຽວ​ກັບ ກາ​ນ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ 2021, ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 23 ມິ​ຖຸ​ນາ, 2022.

ຄະ​ນ​ະ​ກຳ​ມະ​ການ​ສະ​ພາ​ສືບ​ສວນ​ການ​ກໍ່​ຈະ​ລາ​ຈົນປີ 2021 ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ໄດ້​ຟັງ​ການ​ໃຫ້​ການໃນ​ວັນ​ພະ​ຫັດ​ວານນີ້​ວ່າ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄດ້​ຜັກ​ດັນ​ບັນ​ດາ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ໃຫ້​ສືບ​ສວນ​ການ​ກ່າວ​ຫາ​ສໍ້​ໂກງ​ການ​ລົງ​ຄະ​ແນນ​ສຽງ ເຖິງ​ແມ່ນ​ວ່າ​ທ່ານ​ໄດ້​ຖືກ​ຢືນ​ຢັນ​ແລ້​ວ​ວ່າ​ມັນ​ບໍ່​ມີ​ຄວາມ​ຜິດ​ປົກ​ກະ​ຕິ​ຢ່າງກວ້າງ​ຂວາງ​ທີ່​ຈະ​ປ່ຽນ​ແປງກ​ານ​ຜ່າຍ​ແພ້​ໃນ​ການ​ເລືອກ​ຕັ້ງ​ເອົາ​ຕຳ​ແໜ່​ງ​ຄືນ​ຂອງ​ທ່ານ.

ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ​ໄດ້​ເພັ່ງ​ເລັງ​ຄຳ​ຖາມ​ຂອງ​ເຂົາ​ເຈົ້າ​ໃສ່​ຄວາມ​ພະ​ຍາ​ຍາມ​ຂອງ​ທ່ານ ເຈັ​ຟ​ຟ​ຣີ ຄ​ລາກ (Jeffrey Clark), ອະ​ດີດລັດ​ຖະ​ມົນ​ຊ່ວຍ​ວ່າ​ການ​ກະ​ຊວງ​ຍຸ​ຕິ​ທຳ ​ທີ່​ຊຳ​ນານ​ເປັນ​ພິ​ເສດ ໃນ​ກົດ​ໝາຍ​ສິ່ງ​ແວດ​ລ້ອມ, ເພື່ອ​ຖືກ​ແຕ່ງ​ຕັ້ງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳໃນ​ເດືອນ​ສຸດ​ທ້າຍ​ຂອງ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ ທ​ຣຳ ສະ​ນັ້ນ ​ທ່ານ​ຈຶ່ງ​ສາ​ມາດ​ດຳ​ເນີນ​ການ​ກ່າວ​ອ້າງ​ທີ່ວ່າ​ທ່ານ ທ​ຣຳ ໄດ້​ຖືກ​ສໍ້​ໂກງ​ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ. ການ​ກ່າວ​ອ້າງ​ທີ່​ວ່າ​ນັ້ນ​ໄດ້​ຖືກ​ພົບ​ເຫັນ​ວ່າບໍ່​ມີ​ຂໍ້​ຜິ​ດ​ຖືກ. ຜູ້​ພິ​ພາກ​ສາ​ລັດ ແລະລັດ​ຖະ​ບານ​ກາງ​ໄດ້​ປະ​ຕິ​ເສດ​ການ​ຟ້ອງ​ຮ້ອງຫຼາຍກວ່າ 60 ຄັ້ງ ​ທີ່​ຖືກ​ນຳ​ສະ​ເໜີ​ໂດຍ​ທ່ານ ທ​ຣຳ ແລະ ພັນ​ທະ​ມິດ​ຂອງ​ທ່ານ​ເພື່ອ​ຄັດ​ຄ້ານ​ຜົນ​ການ​ເລືອກ​ຕັ້ງ.

ທ່ານ ຄ​ລາກ ໄດ້​ຜັກ​ດັນ​ເຈົ້າ​ໜ້າ​ທີ່​ກະ​ຊວງ​ຍຸ​ຕິ​ທຳ​ຄົນ​ອື່ນໆ​ເພື່ອ​ສືບ​ສວນ​ການ​ເລືອກ​ຕັ້ງ, ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ຂອງ​ກະ​ຊວງ​ຄົນ​ອື່ນໆ​ໄດ້​ກ່າວ​ຕໍ່​ທ່ານ ທ​ຣຳ ວ່າ​ທ່ານ ຄ​ລາກ ບໍ່​ມີ​ຄວາມ​ເໝາະ​ສົມ​ທີ່​ຈະ​ນຳ​ພາ​ກະ​ຊວງ​ດັ່ງ​ກ່າວ, ອີງ​ຕາມ​ທ່ານ ອາ​ດຳ ຄິນ​ຊິງ​ເງີ (Adam Kinzinger), ເຊິ່ງ​ແມ່ນ​ນຶ່ງ​ໃນ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ສອງ​ຄົນ​ ຂອງ​ສະ​ພາ ​ທີ່​ຢູ່​ໃນ​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສອບ​ສວນ​ນັ້ນ.

ໃນ​ທີ່​ສຸດ, ຫຼັງ​ຈາກ​ເຈົ້າ​ໜ້າ​ທີ່​ກະ​ຊວ​ງ​ຍຸ​ຕິ​ທຳ​ຄົນ​ອື່ນໆ​ໄດ້​ຂົ່ມ​ຂູ່​ທີ່​ຈະ​ລາ​ອ​ອກ​ໃນ​ທັນ​ທີ ຖ້າ​ທ່ານ​ ທ​ຣຳ ແຕ່ງ​ຕັ້ງ​ທ່ານ ຄ​ລາກ ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ​ນັ້ນ, ທ່ານ ທ​ຣຳ ຈຶ່ງ​ໄດ້​ຍົກ​ເລີກ​ແຜນ​ການ​ທີ່​ຈະ​ແຕ່ງ​ຕັ້ງ​ທ່ານ ຄ​ລາກ. ທະ​ນາຍ​ຄວາມ​ຂອງ​ທ່ານ ຄ​ລາກ ບໍ່​ໄດ້​ຕອບ​ຂໍ້​ຄວາມ​ເພື່ອ​ຂໍ​ຄຳ​ເຫັນ, ອີງ​ຕາມ​ການ​ລ​າຍ​ງານ​ຂອງ​ອົງ​ການ​ຂ່າວ AP.

ໃນ​ຕອນ​ເຊົ້າຂອງວັນ​ພຸດ​ທີ່​ຜ່ານ​ມາ, ບັນ​ດາ​ເຈົ້າ​ໜ້າ​ທີ່​ອົງ​ການ FBI ໄດ້​ດຳ​ເນີນ​ການກວດ​ຄົ້ນ​ຕອນ​ເຊົ້າ​ມືດ​ຢູ່​ບ້ານ​ຂອງ​ທ່ານ ຄ​ລາກ ໃນ​ເຂດຊ​ານເມືອງ​ຂອງ​ລັດ​ເວີ​ຈິ​ເນຍ ຢູ່ນອກ​ນະ​ຄອນຫຼວງວໍ​ຊິງ​ຕັນ. ທ່ານ ຣັ​ສ ວອດ​ທ໌ (Russ Vought) ປະ​ທານ​ຂອງ​ສູນ​ກາງ​ເພື່ອ​ການ​ປ່ຽນ​ແປງ ອາ​ເມ​ຣິ​ກາ ໃໝ່, ບ່ອນ​ທີ່​ທ່ານຄ​ລາກ ເຮັດ​ວຽກ​ໃນ​ປັດ​ຈຸ​ບັນ​ນີ້, ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ ບັນ​ດາ​ນັກ​ກວດ​ຄົ້ນ​ໄດ້​ບອກ​ໃຫ້​ທ່ານ ຄ​ລາກ ຢືນ​ຢູ່ນອກ “ໃນ​ຖະ​ໜົນ​ໃນ​ຊຸດນອນ​ຂອງ​ທ່ານ, ແລະ ເອົາ​ອຸ​ປະ​ກອນ​ອີ​ເລັກ​ໂທ​ນິກ​ຂອງ​ທ່ານ​ໄປ.” ແຫຼ່ງ​ຂ່າວ​ທີ່ບໍ່​ປະ​ສົງ​ອອກ​ຊື່​ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ New York Times ວ່າ​ການກວດ​ຄົ້ນ​ດັ່ງ​ກ່າວ​ແມ່ນ​ເຊື່ອມ​ໂຍງ​ກັບ​ການສືບ​ສວນ​ສອບ​ສວນ​ຂອງ​ກະ​ຊວ​ງ​ຍຸ​ຕິ​ທຳ​ ກ່ຽວ​ກັບ ການ​ພະ​ຍາ​ຍາມ​ເພື່ອ​ຕ່າວ​ປີ້ນ​ການ​ຜ່າຍ​ແພ້ ​ການ​ເລືອກ​ຕັ້ງ​ປີ 2020 ຂອງ​ທ່ານ ທ​ຣຳ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG