ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບັນດາພະຍານ ຢູ່ທີ່ການສືບສວນຂອງສານສາກົນ ກ່ຽວກັບອີຣ່ານ ເລົ່າເຖິງເລື້ອງ ການສູນເສຍລູກເຕົ້າ ບາດແຜ ແລະການລ່ວງລະເມີດ


ຄະນະສານປະຊາຊົນສາກົນ ດຳເນີນການສືບສວນຂໍ້ກ່າວຫາກ່ຽວກັບການກໍ່ອາຊະຍາກຳຂອງອີຣ່ານ ໃນການປາບປາມຂອງຕົນ ເມື່ອເດືອນພະຈິກ ປີ 2019 ຕໍ່ການປະທ້ວງທົ່ວປະເທດ ທີ່ໄຂຂຶ້ນຢູ່ໃນຫໍສູນກາງກອງປະຊຸມຂອງໂບດລອນດອນ, ວັນທີ 10 ພະຈິກ 2021. (VOA Persian/Kevin Nha)
ຄະນະສານປະຊາຊົນສາກົນ ດຳເນີນການສືບສວນຂໍ້ກ່າວຫາກ່ຽວກັບການກໍ່ອາຊະຍາກຳຂອງອີຣ່ານ ໃນການປາບປາມຂອງຕົນ ເມື່ອເດືອນພະຈິກ ປີ 2019 ຕໍ່ການປະທ້ວງທົ່ວປະເທດ ທີ່ໄຂຂຶ້ນຢູ່ໃນຫໍສູນກາງກອງປະຊຸມຂອງໂບດລອນດອນ, ວັນທີ 10 ພະຈິກ 2021. (VOA Persian/Kevin Nha)

ພວກພະຍານ ບັນດາທະນາຄວາມເພື່ອສິດທິມະນຸດ ບັນດາໄອຍະການສາກົນ ແລະບັນດານັກວິຊາການ ໄດ້ເຕົ້າໂຮມກັນຢູ່ນະຄອນຫຼວງລອນດອນ ໃນວັນພະຫັດວານນີ້ ສຳລັບມື້ທີສອງຂອງຄະນະສານສາກົນກ່ຽວກັບການກໍ່ອາຊະຍາກຳຂອງອີຣ່ານ ເພື່ອສືບສວນສອບສວນວ່າ ການປະທ້ວງທີ່ສັນຕິໂດຍສ່ວນໃຫຍ່ ໄດ້ກາຍເປັນຄວາມຮຸນແຮງ ເມື່ອສອງປີກ່ອນນັ້ນ ໄດ້ແນວໃດ.

ກອງກຳລັງຮັກສາຄວາມປອດໄພຂອງອີຣ່ານ ໄດ້ສັງຫານຫຼາຍຮ້ອຍຄົນແລະຈັບກຸມຫຼາຍພັນຄົນ ຜູ້ທີ່ໄດ້ອອກມາເດີນຂະບວນປະທ້ວງຕໍ່ຕ້ານລາຄານ້ຳມັນຂຶ້ນສູງຢ່າງກະທັນຫັນ ໃນກາງເດືອນພະຈິກ ປີ 2019. ລັດຖະບານຂອງອີຣ່ານ ໄດ້ເພີ້ມລາຄານ້ຳມັນເຊື້ອໄຟທີ່ລັດອຸດໜຸນຂຶ້ນ 50 ເປີເຊັນ ເຮັດໃຫ້ຊາວອີຣ່ານທີ່ກຳລັງປະເຊີນກັບການຫວ່າງງານສູງ ພາວະເງິນເຟີ້ ແລະການຕະການລົງໂທດຂອງສະຫະລັດຢ່າງໜັກ ຄຽດແຄ້ນ.

ໃນການອອກມາປາກົດໂຕຜ່ານທາງອອນໄລ ແລະດ້ວຍຕົນເອງຢູ່ທີ່ຫໍປະຊຸມໃນນະຄອນແວັສມິນສເຕີຂອງອັງກິດ ພວກພະຍານໄດ້ອະທິບາຍຢ່າງລະອຽດກ່ຽວກັບການປາບປາມທີ່ຮ້າຍແຮງຂອງບັນດາເຈົ້າໜ້າທີ່ ເມື່ອສອງປີກ່ອນ. ບາງຄົນໄດ້ກ່າວໃຫ້ການດ້ວຍຕົນເອງ ແລະຄົນອື່ນໆໃຫ້ການຜ່ານສຽງບັນທຶກ ໂດຍທີ່ຫຼາຍຄົນໃສ່ໜ້າກາກແລະແວ່ນຕາກັນແດດ ເພື່ອປົກປິດຕົວຕົນຂອງພວກເຂົາຍ້ອນຄວາມຢ້ານກົວວ່າ ລັດຖະບານຂອງອີຣ່ານຈະຕອບໂຕ້ຄືນຕໍ່ສະມາຊິກຄອບຄົວຂອງພວກເຂົາ.

ບາງຄົນໄດ້ສະແດງໃຫ້ເຫັນຮູບພາບຂອງພວກເດັກນ້ອຍທີ່ຖືກຂ້າຕາຍ. ແມ່ຍິງຄົນນຶ່ງ ກຳພາບໃບນຶ່ງຂອງລູກຊາຍພ້ອມດ້ວຍພວກລູກເຕົ້າຂອງລູກຊາຍເອງ ໄດ້ຖືກສອບຖາມໃນລະຫວ່າງການເປີດການສືບສວນ ໃນວັນພຸດຜ່ານມານີ້ ຜູ້ທີ່ນາງສາມາດຫັນໄປຫາໄດ້ ໂດຍບໍ່ຕ້ອງການຄວາມຊ່ອຍເຫຼືອຈາກສານໃດໆຂອງອີຣ່ານ.

ນາງໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າ ຈະເຮັດແນວໃດ ແລະຈະໄປໃສ, ໃນໂລກນີ້ ມີຜູ້ໃດຜູ້ນຶ່ງ ໄດ້ຍິນສຽງຮ້ອງໄຫ້ຂອງຂ້າພະເຈົ້າບໍ່?”

ການສອບສວນໃນວັນພະຫັດວານນີ້ ໄດ້ມີອະດີດເຈົ້າໜ້າທີ່ຕຳຫຼວດຂອງອີຣ່ານຄົນນຶ່ງ ທີ່ໄດ້ຖືກລະບຸໂຕພຽງແຕ່ເປັນ “ພະຍານເລກທີ 195” ຜູ້ທີ່ຈື່ໄດ້ວ່າ ພວກເຈົ້າໜ້າທີ່ສືບລັບ “ຍິງປືນລົວໃສ່ພວກປະທ້ວງ.” “ພະຍານເລກທີ 366” ອີກຄົນນຶ່ງ ສະແດງໃຫ້ເຫັນພາບເອັກສ໌-ເຣສ (X-rays) ຂອງລູກປືນຫຼາຍລູກທີ່ຝັງຢູ່ໃນປອດຂອງລາວ.

ຄະນະສານສາກົນ ໄດ້ຖືກຈັດຕັ້ງຂຶ້ນໂດຍບັນດາກຸ່ມສັງຄົມພົນລະເຮືອນຕ່າງໆ ລວມມີ ອົງການຄວາມຍຸຕິທຳເພື່ອອີຣ່ານ ຫຼື Justice for Iran, ອົງການສິດ ທິມະນຸດອີຣ່ານ ຫຼື Iran Human Rights ແລະ Ensemble Contre la Peine de Mort ຫຼື ການຮ່ວມກັນຕໍ່ຕ້ານການປະຫານຊີວິດ (Together Against the Death Penalty) ແລະຈະຮັບຟັງຫຼັກຖານຈາກພະຍານຫຼາຍກວ່າ 160 ຄົນ ຕະຫຼອດໄລຍະ 4 ວັນ ຫາກແຕ່ການດຳເນີນການນີ້ ຈະບໍ່ມີສະຖານະພາບທາງດ້ານກົດໝາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG